ໃນທັມວິໄນໃດບໍ່ມີອະຣິຍະມັກມີອົງ 8 ໃນທັມວິໄນນັ້ນບໍ່ມີອະຣິຍະບຸກຄົນ

ທໍາໃນທ່າມກາງ

0:00/0:00
ດູຣາສຸພັດທະ ! ໃນທັມວິໄນໃດບໍ່ມີອະຣິຍະມັກມີອົງ 8
ໃນທັມວິໄນນັ້ນ ບໍ່ມີສະມະນະທີ 1,
ສະມະນະທີ 2,
ສະມະນະທີ 3,
ສະມະນະທີ 4.
ໃນທັມວິໄນໃດມີອະຣິຍະມັກມີອົງ 8
ໃນທັມວິໄນນັ້ນ ມີສະມະນະທີ 1,
ສະມະນະທີ 2,
ສະມະນະທີ 3,
ສະມະນະທີ 4.
ດູຣາສຸພັດທະ ! ໃນທັມວິໄນນີ້ ມີອະຣິຍະມັກປະກອບດ້ວຍອົງແປດ
ໃນທັມວິໄນນີ້ເທົ່ານັ້ນ ມີສະມະນະທີ 1, 2, 3, 4
ລັດທິອື່ນໆວ່າງຈາກສະມະນະຜູ້ຮູ້ທົ່ວເຖິງ
ກໍພິກຂຸເຫລົ່າໃດມີຄວາມເປັນຢູ່ໂດຍຊອບ
ໂລກຈະບໍ່ວ່າງຈາກພຣະອະຣະຫັນທັງຫລາຍ.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ