ລະສັນຣາຄະແຫ່ງສິ່ງໃດ ກໍຄືການລະຊຶ່ງສິ່ງນັ້ນ

ອະຣິຍະສັດ 4

0:00/0:00
ພິກຂຸ ທ. ! ເມື່ອບໍ່ຮູ້ຍິ່ງ ບໍ່ຮູ້ຮອບ ບໍ່ຄາຍກຳໜັດ ບໍ່ລະຂາດຊຶ່ງ ຮູບ….ເວທະນາ….ສັນຍາ…..ສັງຂາຣ.....ວິນຍານ ກໍບໍ່ຄວນແກ່ຄວາມດັບສິ້ນໄປແຫ່ງທຸກຂ໌.

ພິກຂຸ ທ. ! ເມື່ອຮູ້ຍິ່ງ ເມື່ອຮູ້ຮອບ ເມື່ອຄາຍກຳໜັດ ເມື່ອລະຂາດຊຶ່ງ ຮູບ…. ເວທະນາ….ສັນຍາ….ສັງຂາຣ....ວິນຍານ ກໍຄວນແກ່ຄວາມດັບສິ້ນໄປແຫ່ງທຸກຂ໌.

ພິກຂຸ ທ. ! ເຈົ້າທັງຫຼາຍ ຈົ່ງລະສັນນຣາຄະໃນຮູບ....ເວທະນາ….ສັນຍາ….ສັງຂານ….ວິນຍານເສຍ; ດ້ວຍການເຮັດເຊັ່ນນີ້ ເປັນອັນວ່າ ຮູບ….ເວທະນາ….ສັນຍາ….ສັງຂາຣ….ວິນຍານນັ້ນ ເປັນສີ່ງສິ່ງທີ່ ເຈົ້າລະຂາດແລ້ວ ມີຮາກອັນຂາດແລ້ວ ເຮັດໃຫ້ເປັນເໝືອນຕົ້ນຕານມີຂ້ວນຍອດອັນຂາດແລ້ວ ໃຫ້ເຖິງຄວາມບໍ່ມີຢູ່ ມີອັນບໍ່ເກີດຂຶ້ນອີກຕໍ່ໄປ ເປັນທັມມະດາ.
- ຂັນທ. ສັງ. ໑໗/໓໓/໕໖-໕໘.

(ຂໍ້ຄວາມນີ້ ມີປະໂຍຊນ໌ຫຼາຍ ທີ່ເຮັດໃຫ້ເຮົາສາມາດ ລະສິ່ງທີ່ຄວນລະໄດ້ ເຕັມຕາມຄວາມໝາຍ; ຄືບໍ່ແມ່ນລະໂຕວັຕຖຸນັ້ນ ແຕ່ລະຄວາມກໍາໜັດພໍໃຈໃນສິ່ງນັ້ນ ຈຶ່ງຈະເປັນການລະສິ່ງນັ້ນໄດ້ເດັດຂາດ ແລະເປັນສິ່ງທີ່ປະຕິບັຕໄດ້ ຍິ່ງກວ່າການທີ່ ຈະໄປລະວັຕຖຸນັ້ນໆ ໂດຍຕົງ).
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ