ພຣະພຸດທະອົງກັບຈະຕຸຣາຣິຢະສັດຈະ

ອະຣິຍະສັດ 4

0:00/0:00
ພຣະພຸດທະ ເປັນຄົນເໝືອນດັ່ງຜູ້ຊີ້ທາງ ພຣະທັມ ຊຶ່ງມີອະຣິຍະສັຈຈ໌ເປັນແກ່ນ ເປັນໂຕທາງ ພຣະອະຣິຍະສົງຄ໌ສາວົກ ຄືຜູ້ທີ່ໄດ້ເດີນໄປຕາມທາງແລ້ວ ແຕ່ສັຕໂລກຜູ້ຍັງຖືກອະວິຊຊາກົດໃຫ້ຈົມຕິດຢູ່ໃນເປືອກຕົມ ແຫ່ງໂອຄະ ກໍາລັງຕ້ອງການທາງນັ້ນຢູ່, ເມື່ອໃດເຂົາສຶກສາຈົນຮູ້ຈັກ ພຣະພຸດທະອົງຄ໌ຢ່າງເລິກເຊິ່ງ ເຖິງທີ່ສຸດດຸດດັ່ງລູກທີ່ເຂົ້າໃຈບິດາດີ ເມື່ອນັ້ນເຂົາຈະພົບທາງນັ້ນດ້ວຍ ແລະເດີນຕາມຮອຍທ່ານຜູ້ປະເສີດ ທີ່ເດີນໄປແລ້ວນັ້ນໄດ້. ຖ້າເຂົ້າໃຈບໍ່ຕົງກັນພໍ ເຊັ່ນເຫັນພຣະພຸດທະອົງຄ໌ ເປັນພຣະເປັນເຈົ້າໄປ ກໍຈະມີຄວາມມຸ່ງໝາຍ ແລະການຕັ້ງໜ້າເຮັດທີ່ຜິດພາດ ໃນທີ່ສຸດກໍປາສະຈາກຜົລ ເພາະຄວາມຈິງພຣະອົງຄ໌ເປັນແຕ່ຜູ້ຊີ້ທາງເທົ່ານັ້ນ.

ພຣະພຸດທະອົງຄ໌ຄືຜູ້ຊົງຊີ້ໃຫ້ຮູ້ຈັກທຸກຂ໌

ພິກຂຸ ທ. ! ປຽບເໝືອນບຸຣຸສຜູ້ໜຶ່ງ ລອຍລ່ອງກະແສແມ່ນໍ້າລົງໄປ ເພາະເຫຕສິ່ງທີ່ໜ້າຮັກໜ້າເພີນໃຈ. ບຸຣຸສຜູ້ມີຈັກຂຸ ຢືນຢູ່ເທິງຝັ່ງ ເຫັນບຸຣຸສຜູ້ນັ້ນ ແລ້ວຮ້ອງບອກວ່າ “ບຸຣຸສຜູ້ຈະເຣີນ ! ທ່ານຍ່ອມລອຍລ່ອງຕາມກະແສແມ່ນໍ້າ ເພາະເຫຕສິ່ງທີ່ໜ້າຮັກໜ້າເພີນໃຈໂດຍແທ້ ແຕ່ວ່າທາງເບື້ອງລຸ່ມມີວັງນໍ້າ ປະກອບດ້ວຍຄື້ນ ປະກອບດ້ວຍນໍ້າວົນ ມີຍັກສ໌ ມີຣາກສົສ (ພາຍນໍ້າ) ຊຶ່ງເມື່ອທ່ານໄປເຖິງແລ້ວຈະຕ້ອງຕາຍ ຫຼືໄດ້ຮັບທຸກຂ໌ປານຕາຍ.” ພິກຂຸ ທ. ! ບຸຣຸສຜູ້ລອຍລ່ອງຕາມກະແສນັ້ນຄັນໄດ້ຟັງແລ້ວ ກໍພະຍາຍາມລອຍກັບທວນກະແສນໍ້າ ທັງດ້ວຍມືແລະດ້ວຍຕີນທັງຫຼາຍ. ພິກຂຸ ທ. ! ຄໍາອຸປະມານີ້ ເຮົາຜູກຂຶ້ນເພື່ອໃຫ້ຮູ້ເນື້ອຄວາມ. ນີ້ເປັນເນື້ອຄວາມ ຄື ຄໍາວ່າ ‘ກະແສແມ່ນໍ້າ’ ເປັນຊື່ແຫ່ງຕັນຫາ, ຄໍາວ່າ ‘ສິ່ງໜ້າຮັກໜ້າເພີນໃຈ’ ເປັນຊື່ແຫ່ງອາຍະຕະນະຫົກໃນພາຍໃນ, ຄໍາວ່າ ‘ທາງເບື້ອງລຸ່ມມີວັງນໍ້າ’ ເປັນຊື່ແຫ່ງໂອຣັມພາຄິຍະສັນໂຍຊນ໌ຫ້າ, ຄໍາວ່າ ‘ຄື້ນ’ ເປັນຊື່ແຫ່ງຄວາມໂກດແລະຄວາມຄັບແຄ້ນ, ຄໍາວ່າ “ນໍ້າວົນ” ເປັນຊື່ແຫ່ງກາມະຄຸນຫ້າ,


ພາກນໍາ - ເລື່ອງຄວນຮູ້ກ່ອນກ່ຽວກັບຈະຕຸຣາຣິຢະສັຈຈະ ໕໑

ຄໍາວ່າ ‘ຍັກແລະພາຍນໍ້າ’ ເປັນຊື່ແຫ່ງມາຕຸຄາມ, ຄໍາວ່າ ‘ທວນກະແສ’ ເປັນຊື່ແຫ່ງເນກຂັມມະ, ຄໍາວ່າ ‘ພະຍາຍາມດ້ວຍມືແລະຕີນ’, ເປັນຊື່ແຫ່ງການປາຣົບຄວາມພຽນ, ຄໍາວ່າ ‘ບຸຣຸສ ຜູ້ມີຈັກຂຸຢືນຢູ່ເທິງຝັ່ງ’ ເປັນຊື່ແຫ່ງຕະຖາຄົຕ ຜູ້ອະຣະຫັນຕະສັມມາສັມພຸດທະ ; ດັ່ງນີ້.
- ອິຕິວຸ. ຂຸ. ໒໕/໓໑໖/໒໘໙.

ພຣະພຸດທະອົງຄ໌ຊົງຊີ້ທຸກຂ໌ ແລະທາງດັບທຸກຂ໌ໄດ້ ກໍເພາະພຣະອົງຄ໌ຊົງຮູ້ຈັກດີ ຈົນເຖິງກັບເຮັດຄວາມຫຼຸດພົ້ນໃຫ້ພຣະອົງຄ໌ເອງໄດ້. ທຸກຂ໌ອັນບໍ່ຮູ້ຈັກສິ້ນສຸດຂອງໂລກນັ້ນພຣະອົງຄ໌ຫຼຸດພົ້ນໄດ້ສິ້ນເຊີງ ທັງຢ່າງຕໍ່າ ຢ່າງກາງ ແລະຢ່າງປານີດ. ໃນທຸກຂ໌ຢ່າງຕໍ່າໆ ຊຶ່ງເຮົາມັກຈົມກັນຢູ່ໂດຍແຈບໃຈ ຈະໄດ້ຍົກໂຕຢ່າງທີ່ ພຣະອົງຄ໌ຊົງນຳໄປຕຣັດໃຫ້ສະຕິພຣາມຜູ້ໜຶ່ງ ມາເປັນເຄື່ອງສາທົກດັ່ງຕໍ່ໄປນີ້ :-
ສ້ຽວສ່ວນນ້ອຍແງ່ໜຶ່ງຂອງຄວາມທຸກຂ໌ທີ່ພຣະອົງຄ໌ບໍ່ມີ

ພຣາມ ! ງົວ ໑໔ ໂຕຈະໄດ້ເສຍ ຫາບໍ່ພົບ ໖ ວັນມາແລ້ວແກ່ເຮົາກໍຫາບໍ່ໄດ້, ເພາະເຫຕນັ້ນແຫຼະພຣາມ ! ເຮົາຈຶ່ງເປັນຜູ້ມີຄວາມສຸຂ. ຕົ້ນງາໃນໄຮ່ຈະຫັກມຸ່ນ ມີໃບເຫຼືອພຽງ ໒ - ໓ ໃບແກ່ເຮົາ ກໍຫາບໍ່ໄດ້, ເພາະເຫຕນັ້ນແຫຼະ ພຣາມ ! ເຮົາຈຶ່ງເປັນຜູ້ມີຄວາມສຸຂ. ພວກໜູ ຈະກະໂດດໂລດເຕັ້ນ ໃນສານເລົ້າເປົ່າ ແກ່ເຮົາກໍຫາບໍ່ໄດ້, ເພາະເຫຕນັ້ນແຫຼະພຣາມ ! ເຮົາຈຶ່ງເປັນຜູ້ມີຄວາມສຸຂ. ທີ່ນອນຊຶ່ງປະຖິ້ມໄວ້ຕັ້ງ ໗ ເດືອນ (ບໍ່ໄດ້ຊໍາລະເພາະບໍ່ມີເວລາວ່າງພໍ) ເກື່ອນຢາຍໄປດ້ວຍໂຕສັຕນ້ອຍໆ ຈະມີແກ່ເຮົາ ກໍຫາບໍ່ໄດ້, ເພາະເຫຕນັ້ນແຫຼະພຣາມ ! ເຮົາຈຶ່ງເປັນຜູ້ມີຄວາມສຸຂ. ລູກນ້ອຍຍິງຊາຍຂອງລູກສາວ ທີ່ເປັນໝ້າຍ ມີລູກຕິດຄົນໜຶ່ງແດ່ ສອງຄົນແດ່ ຈະມີແກ່ເຮົາ ກໍຫາບໍ່ໄດ້, ເພາະເຫຕນັ້ນແຫຼະພຣາມ ! ເຮົາຈຶ່ງເປັນຜູ້ມີຄວາມສຸຂ. ໂຣຄາຜອມເຫຼືອງໂຕເປັນດັ່ງດ້ວຍເມັດງາ ຈະມີແກ່ເຮົາ ກໍຫາບໍ່ໄດ້, ເຮົາຈະຖືກປຸກດ້ວຍການຖີບ ເຕະທັງນອນຫຼັບ ກໍຫາບໍ່ໄດ້, ເພາະເຫຕນັ້ນແຫຼະພຣາມ ! ເຮົາຈຶ່ງເປັນຜູ້ມີຄວາມສຸຂ,ພວກເຈົ້າໜີ້ ທີ່ມາທວງໜີ້ແຕ່ເຊົ້າ ແຕ່ເດິກ ວ່າ “ຈົ່ງໃຊ້ ຈົ່ງໃຊ້” ຈະມີແກ່ເຮົາ ກໍຫາບໍ່ໄດ້, ເພາະເຫຕນັ້ນແຫຼະພຣາມ ! ເຮົາຈຶ່ງເປັນຜູ້ມີຄວາມສຸຂ ; ດັ່ງນີ້.
- ສະຄາ. ສັງ. ໑໕/໒໕໐/໖໖໙.

ການທີ່ພຣະອົງຄ໌ຈະຊົງຊີ້ທຸກຂ໌ ແລະທາງດັບທຸກຂ໌ໄດ້ ກໍເພາະພຣະອົງຄ໌ຊົງຄິດຄົ້ນຢ່າງຈິງຈັງ ບໍ່ແມ່ນມີໄດ້ດ້ວຍການນອນລໍຄອຍ ໃຫ້ມາປາກົດ ຫຼືແມ່່ນວ່າດ້ວຍການຟັງ ຫຼືການຮຽນຢ່າງຕື້ນໆຫຍາບໆ. ພຣະອົງຄ໌ຊົງໜ່າຍກາມຈົນຂີ້ດຽດຂີ້ໜ່າຍ ຈົນອຶດອັດ ເນື່ອງຈາກມອງເຫັນຄວາມຫຼົງທຸກຂ໌ເປັນສຸຂ ແລ້ວໝົກຈົມຢູ່ ຊຶ່ງເປັນການໃຊ້ເວລາຂອງຊີວິຕ ໃຫ້ໝົດເປືອງໄປໂດຍໄຮ້ປະໂຍຊນ໌.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ