ລັກສະນະທີ່ເປັນໂອຣັມພາຄິຍະສັນໂຍດ (ສັງໂຢດ)

ສັງໂຍດ

0:00/0:00
“ຂ້າແຕ່ພຣະຜູ້ມີພຣະພາຄ ! ບັດນີ້ເປັນການອັນສົມຄວນ ທີ່ພຣະຜູ້ມີພຣະພາຄ ຈະຊົງສະແດງ ໂອຣັມພາຄິຢະສັນໂຍຊນ໌ຫ້າ. ພິກຂຸທັງຫຼາຍ ໄດ້ຟັງຈາກພຣະຜູ້ມີພຣະພາຄແລ້ວ ຈະຊົງຈໍາໄວ້.”
ອານົນທ໌ ! ໃນກໍລະນີນີ້ ປຸຖຸຊົນ ຜູ້ບໍ່ມີການສະດັບ ບໍ່ເຫັນພຣະອະຣິຍະເຈົ້າ ບໍ່ສະຫຼາດໃນທັມຂອງພຣະອະຣິຍະເຈົ້າ ບໍ່ໄດ້ຮັບການແນະນໍາໃນທັມຂອງພຣະອະຣິຍະເຈົ້າ, ບໍ່ເຫັນສັບບຸຣຸສ ບໍ່ສະຫຼາດໃນທັມຂອງສັບບຸຣຸສ ບໍ່ໄດ້ຮັບການແນະນໍາໃນທັມຂອງສັບບຸຣຸສ :-

ເຂົາມີຈິຕ ອັນສັກກາຢະທິຕຖິປຸ້ມລຸມ ແລ້ວ ອັນສັກກາຢະທິຕຖິຫໍ່ຫຸ້ມແລ້ວ ຢູ່; ເຂົາບໍ່ຮູ້ແຈ່ມແຈ້ງຕາມເປັນຈິງ ຊຶ່ງອຸບາຍເປັນເຄື່ອງສະລັດອອກ ຈາກສັກກາຢະທິຕຖິ ອັນເກີດຂຶ້ນແລ້ວ, ສັກກາຢະທິຕຖິນັ້ນ ກໍເປັນຂອງມີກໍາລັງ ຈົນເຂົານໍາອອກໄປບໍ່ໄດ້ ຈຶ່ງເປັນໂອຣັມພາຄິຢະສັນໂຍຊນ໌. (ໃນກໍລະນີແຫ່ງ ວິຈິກິດສາ ສີລັບພັຕຕະປະຣາມາສະ ກາມະຣາຄະ ແລະພະຍາບາດ (ຫຼືປະຕິຄະ) ກໍມີຂໍ້ຄວາມຕຣັດໄວ້ ເຊັ່ນດຽວກັນກັບ ໃນກໍລະນີແຫ່ງສັກກາຢະທິຕຖິ ທຸກປະການ).

ອານົນທ໌ ! ສ່ວນ ອະຣິຍະສາວົກຜູ້ມີການສະດັບ ໄດ້ເຫັນພຣະອະຣິຍະເຈົ້າ ເປັນຜູ້ສະຫຼາດໃນທັມຂອງພຣະອະຣິຍະເຈົ້າ ໄດ້ຮັບການແນະນໍາໃນທັມຂອງພຣະອະຣິຍະເຈົ້າ, ໄດ້ເຫັນສັບບຸຣຸສ ເປັນຜູ້ສະຫຼາດໃນທັມຂອງສັບບຸຣຸສ ໄດ້ຮັບການແນະນຳໃນທັມຂອງສັບບຸຣຸສ :-

ເຂົາມີຈິຕ ອັນສັກກາຢະທິຕຖິບໍ່ປຸ້ມລຸມ ອັນສັກກາຢະທິຕຖິບໍ່ຫໍ່ຫຸ້ມ ຢູ່. ອະຣິຍະສາວົກນັ້ນ ຍ່ອມ ຮູ້ແຈ່ມແຈ້ງ ຕາມທີ່ເປັນຈິງ ຊຶ່ງອຸບາຍເປັນເຄື່ອງສະລັດອອກ ຈາກສັກກາຢະທິຕຖິ ອັນເກີດຂຶ້ນແລ້ວ, ສັກກາຢະທິຕຖິນັ້ນ ອັນອະຣິຍະສາວົກນັ້ນຍ່ອມລະໄດ້ ພ້ອມທັງ ອະນຸສະຢະ. (ໃນກໍລະນີແຫ່ງ ວິຈິກິດສາ ສີລັບພັຕຕະປະຣາມາສະ ກາມະຣາຄະ ແລະພະຍາບາດ (ຫຼືປະຕິຄະ) ກໍມີຂໍ້ຄວາມຕຣັດໄວ້ເຊັ່ນດຽວກັນກັບ ໃນກໍລະນີ ແຫ່ງສັກກາຢະທິຕຖິ ທຸກປະການ).

- ມ. ມ. ໑໓/໑໕໖/໑໕໕.

(ການທີ່ບຸຄຄົລ ລະສັກກາຢະທິຕຖິ ເປັນຕົ້ນບໍ່ໄດ້ ຈົນເປັນທັມມະຊາດມີກໍາລັງ ເຖິງກັບເຂົານໍາອອກບໍ່ໄດ້ນັ້ນ ຄືລັກສະນະແຫ່ງຄວາມເປັນໂອຣັມພາຄິຢະສັນໂຍຊນ໌. ລາຍລະອຽດຂອງສັກກາຢະທິຕຖິ ເບິ່ງໄດ້ທີ່ຫົວຂໍ້ວ່າ “ສັກກາຢະທິຕຖິ ມີໄດ້ດ້ວຍອາການແນວໃດ” ແຫ່ງໜັງສືເຫຼັ້ມນີ້ທີ່ໜ້າ ໓໗໒).
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ