ລັດທິທີ່ເຊື່ອວ່າສຸກທຸກຂ໌ ເກີດຈາກພະເຈົ້າບັນດານ

ກຳ

0:00/0:00
ພິກຂຸທັງຫຼາຍ !
ໃນບັນດາລັດທິທັງ ໓ ນັ້ນ ສະມະນະພຣາມພວກໃດມີຖ້ອຍຄໍາແລະຄວາມເຫັນວ່າ “ບຸກຄົນໄດ້ຮັບສຸຂຫຼືທຸກຂ໌ ຫຼື ບໍ່ແມ່ນສຸຂ ບໍ່ແມ່ນທຸກຂ໌ ທັງໝົດນັ້ນ ເປັນເພາະອິສວນເນຣະມິຕໃຫ້ (ອິສສະຣະນິມມານະເຫຕູຕິ)” ດັ່ງນີ້ ມີຢູ່,

ເຮົາເຂົ້າໄປຫາສະມະນະພຣາມເຫຼົ່ານັ້ນ ແລ້ວສອບຖາມຄວາມທີ່ເຂົາຍັງຢືນຢັນຢູ່ດັ່ງນັ້ນແລ້ວ ເຮົາກ່າວກັບເຂົາວ່າ “ຖ້າແນວນັ້ນ (ໃນບັດນີ້) ຄົນທີ່ຂ້າສັຕ... ລັກຊັບ... ປະພຶຕຜິດພຣົມມະຈັນ... ເວົ້າຂີ້ຕົວະ... ເວົ້າຍຸແຍ່ໃຫ້ແຕກກັນ ...ເວົ້າຄໍາຫຍາບ... ເວົ້າໂລເລ ... ມີໃຈລະໂມບເພັ່ງເລັງ... ມີໃຈພະຍາບາດ... ມີຄວາມເຫັນວິປະຣິຕເຫຼົ່ານີ້ ເຍື່ອງໃດເຍື່ອງໜຶ່ງ (ໃນເວລານີ້) ນັ້ນກໍຕ້ອງເປັນເພາະການເນຣະມິຕຂອງອິສວນດ້ວຍ .

ເມື່ອມົວແຕ່ຖືເອົາ
ການເນຣະມິຕຂອງອິສວນ
ມາເປັນສາຣະສໍາຄັນດັ່ງນີ້ແລ້ວ
ຄົນເຫຼົ່ານັ້ນກໍບໍ່ມີຄວາມຢາກເຮັດ
ຫຼື ຄວາມພະຍາຍາມເຮັດໃນຂໍ້ທີ່ວ່າ
ສິ່ງນີ້ຄວນເຮັດ (ກະຣະນີຍະກິຈ)
ສິ່ງນີ້ບໍ່ຄວນເຮັດ (ອະກະຣະນີຍະກິຈ) ອີກຕໍ່ໄປ.
ເມື່ອກະຣະນີຍະກິຈແລະອະກະຣະນີຍະກິຈ
ບໍ່ຖືກເຮັດ ຫຼືຖືກລະເວັ້ນໃຫ້ຈິງໆ ຈັງໆ ກັນແລ້ວ
ຄົນພວກທີ່ບໍ່ມີສະຕິຄຸ້ມຄອງຕົນເຫຼົ່ານັ້ນ
ກໍບໍ່ມີຫຍັງທີ່ຈະມາເອີ້ນຕົນວ່າ
ເປັນສະມະນະຢ່າງຖືກທັມໄດ້” ດັ່ງນີ້.

ຕິກ. ອັງ. ໒໐/໒໒໓/໕໐໑.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ