ຈົ່ງສົງເຄາະຜູ້ອື່ນດ້ວຍການໃຫ້ຮູ້ອະຣິຍະສັດ

ອະຣິຍະສັດ 4

0:00/0:00
ພິກຂຸ ທ. ! ພວກເຈົ້າເອັນດູຜູ້ໃດແລະຜູ້ໃດຖືວ່າ ເຈົ້າເປັນຜູ້ທີ່ເຂົາຄວນເຊື່ອຟັງ ເຂົາຈະເປັນມິຕກໍຕາມ ອາມາດກໍຕາມ ຍາດຫຼືສາຍໂລຫິຕກໍຕາມ ; ຊົນເຫຼົ່ານັ້ນ ອັນເຈົ້າຄວນຊັກຊວນໃຫ້ເຂົາເຂົ້າໄປຕັ້ງໝັ້ນ ໃນຄວາມຈິງອັນປະເສີດສີ່ປະການດ້ວຍປັນຍາ ອັນຮູ້ສະເພາະຕາມທີ່ເປັນຈິງ. ຄວາມຈິງອັນປະເສີດສີ່ປະການ ອັນໃດໜໍ ? ສີ່ປະການຄື ຄວາມຈິງອັນປະເສີດຄືທຸກຂ໌, ຄວາມຈິງອັນປະເສີດຄືເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌, ຄວາມຈິງອັນປະເສີດຄືຄວາມດັບບໍ່ເຫຼືອແຫ່ງທຸກຂ໌, ຄວາມຈິງອັນປະເສີດຄື ທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌.

ພິກຂຸ ທ. ! ເພາະເຫຕນັ້ນໃນເລື່ອງນີ້ ເຈົ້າຕ້ອງປະກອບໂຢຄະກັມ ອັນເປັນເຄື່ອງເຮັດໃຫ້ຮູ້ວ່າ “ທຸກຂ໌ເປັນເຊັ່ນນີ້, ເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌ເປັນເຊັ່ນນີ້, ຄວາມດັບບໍ່ເຫຼືອແຫ່ງທຸກຂ໌ເປັນເຊັ່ນນີ້, ທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ເປັນເຊັ່ນນີ້.” ດັ່ງນີ້.

- ມຫາວາຣ. ສັງ. ໑໙/໕໔໔/໑໗໐໖.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ