ທີ່ສຸດແຫ່ງທຸກ
ທໍາໃນທີສຸດ
ເມື່ອສັນດານ ຍັງເປັນສິ່ງທີ່ຕັນຫາ ແລະທິຕຖິອາໄສຢູ່ໄດ້, ຄວາມຫວັ່ນໄຫວກໍຍັງມີຢູ່. ເມື່ອສັນດານ ເປັນສິ່ງທີ່ຕັນຫາ ແລະທິຕຖິ ບໍ່ອາໄສຢູ່ໄດ້ຄວາມຫວັ່ນໄຫວ ກໍບໍ່ອາດມີ. ເມື່ອຄວາມຫວັ່ນໄຫວບໍ່ມີ ຄວາມລະງັບແຫ່ງຈິຕຍ່ອມມີ; ເມື່ອຄວາມລະງັບແຫ່ງຈິຕມີ ຄວາມນ້ອມໄປທາງໃດທາງໜຶ່ງຂອງຈິຕ ຍ່ອມບໍ່ມີ; ເມື່ອຄວາມນ້ອມໄປທາງໃດທາງໜຶ່ງຂອງຈິຕບໍ່ມີ ການມາການໄປກໍບໍ່ມີ; ເມື່ອການມາການໄປບໍ່ມີ ການຈຸຕິ ແລະການເກີດຂຶ້ນໃໝ່ ກໍບໍ່ມີ. ເມື່ອການຈຸຕິ ແລະການເກີດຂຶ້ນໃໝ່ບໍ່ມີ ກໍບໍ່ມີການປາກົດໃນໂລກນີ້ ບໍ່ມີການປາກົດໃນໂລກອື່ນ ບໍ່ມີການປາກົດໃນລະຫວ່າງແຫ່ງໂລກທັງສອງ : ນັ້ນແຫຼະ ຄືທີ່ສຸດແຫ່ງທຸກຂ໌ລະ.
- ອຸ. ຂຸ. ໒໕/໒໐໘/໑໖໑.
ສິ່ງນັ້ນມີແນ່ !
ພິກຂຸ ທ. ! ສິ່ງ ຊຶ່ງບໍ່ໄດ້ເກີດ ບໍ່ໄດ້ເປັນ ບໍ່ໄດ້ຖືກເຮັດ ບໍ່ໄດ້ຖືກອັນໃດປຸງແຕ່ງ ນັ້ນມີຢູ່. ພິກຂຸ ທ. ! ຖ້າຫາກວ່າ ສິ່ງທີ່ບໍ່ໄດ້ເກີດ ບໍ່ໄດ້ເປັນ ບໍ່ໄດ້ຖືກອັນໃດເຮັດ ບໍ່ໄດ້ຖືກອັນໃດປຸງ ຈະບໍ່ມີຢູ່ແລ້ວນັ້ນ, ຄວາມຫຼຸດລອດອອກໄປໄດ້ ຂອງສິ່ງທີ່ເກີດ ທີ່ເປັນ ທີ່ຖືກອັນໃດເຮັດ ທີ່ຖືກອັນໃດປຸງ ກໍຈະບໍ່ປາກົດເລີຍ.
ພິກຂຸ ທ. ! ເພາະເຫຕທີ່ມີສິ່ງ ຊຶ່ງບໍ່ໄດ້ເກີດ ບໍ່ໄດ້ເປັນ ບໍ່ໄດ້ຖືກເຮັດ ບໍ່ໄດ້ຖືກອັນໃດປຸງແຕ່ງ ນັ້ນເອງ ຈຶ່ງໄດ້ມີຄວາມຫຼຸດລອດອອກໄປໄດ້ ຂອງສິ່ງທີ່ເກີດ ທີ່ເປັນ ທີ່ຖືກອັນໃດເຮັດ ທີ່ຖືກອັນໃດປຸງ, ປາກົດຢູ່.
- ອຸ. ຂຸ. ໒໕/໒໐໗/໑໖໐.