ເຣື່ອງພິກຂຸຊາວຣັດອາລະວີ

ທາງສາຍກາງ

0:00/0:00
ໂດຍສມັຍນັ້ນ ພຣະຜູ້ມີພຣະພາຄປະທັບຢູ່ທີ່ພຣະວິຫາຣເວລຸວັນ ອັນເປັນສະຖານທີ່ພຣະຣາຊະທານເຫຍື່ອແກ່ກະແຕ ເຂຕພຣະນະຄອຣຣາຊະຄຶຫ໌ ຄັ້ງນັ້ນ ພິກຂຸທັງຫລາຍຊາວຣັຖອາລະວີສ້າງກຸຕິເຊິ່ງມີເຄື່ອງອຸປະກອຣອັນຕົນຂໍເຂົາມາເອງ ອັນຫາເຈົ້າຂອງບໍ່ໄດ້ ເປັນສ່ວນສະເພາະຕົນເອງ ໃຫຍ່ບໍ່ມີກຳນົດ ກຸຕິເຫລົ່ານັ້ນຈຶ່ງບໍ່ສຳເຣັຈ ພວກເຂົາຕ້ອງມີກາຣວິງວອນ ມີກາຣຂໍເຂົາຢູ່ລ້ຳໄປວ່າ ທ່ານທັງຫລາຍຈົ່ງໃຫ້ບຸຣຸສ ຈົ່ງໃຫ້ແຮງບຸຣຸສ ຈົ່ງໃຫ້ງົວ ຈົ່ງໃຫ້ກວຽນ ຈົ່ງໃຫ້ມີດ ຈົ່ງໃຫ້ຂວານ ຈົ່ງໃຫ້ສິ່ວ ຈົ່ງໃຫ້ສຽມ ຈົ່ງໃຫ້ເຄືອ ຈົ່ງໃຫ້ໄມ້ໄຜ່ ຈົ່ງໃຫ້ຫຍ້າມຸງກະຕ່າຍ ຈົ່ງໃຫ້ຫຍ້າປ້ອງ ຈົ່ງໃຫ້ຫຍ້າສາມັນ ຈົ່ງໃຫ້ດິນ ດັ່ງນີ້ເປັນຕົ້ນ. ປະຊາຊົນທີ່ຖືກບຽດບຽນດ້ວຍກາຣວິງວອນ ດ້ວຍກາຣຂໍ ພໍເຫັນພິກຂຸທັງຫລາຍແລ້ວກໍຫວາດຫວັ່ນແດ່ ສະດຸ້ງແດ່ ໜີໄປເສຍແດ່ ເດີນຫລີກໄປທາງອື່ນແດ່ ເມີນໜ້າແດ່ ປິດປະຕູແດ່ ແມ່ນແຕ່ພົບແມ່ງົວກໍຍັງຫລົບໜີ ສຳຄັນວ່າພວກພິກຂຸ.

ຄັ້ງນັ້ນ ທ່ານພຣະມະຫາກັສສະປະຈຳພັນສາຢູ່ໃນພຣະນະຄອຣຣາຊະຄຶຫ໌ ແລ້ວອອກເດີນທາງມຸ່ງໄປສູ່ຣັຖອາລະວີ ທ່ຽວຈາຣິກໄປໂດຍລຳດັບເຖິງຣັຖອາລະວີແລ້ວ ຊາບວ່າທ່ານພັກຢູ່ທີ່ອັຄຄາລະເຈດີຍ໌ໃນຣັຖອາລະວີນັ້ນ. ຄັນເວລາເຊົ້າ ທ່ານພຣະມະຫາກັສສະປະຄອງອັນຕະຣະວາສົກແລ້ວ ຖືບາຕແລະຈີວອຣເຂົ້າໄປບິນທະບາຕໃນຣັຖອາລະວີ ປະຊາຊົນເຫັນທ່ານພຣະມະຫາກັສສະປະແລ້ວກໍຫວາດຫວັ່ນແດ່ ສະດຸ້ງແດ່ ໜີໄປເສຍແດ່ ເດີນຫລີກໄປທາງອື່ນແດ່ ເມີນໜ້າແດ່ ປິດປະຕູແດ່ ຄັນທ່ານພຣະມະຫາກັສສະປະທ່ຽວບິນທະບາຕໃນຣັຖອາລະວີ ເວລາຫລັງອາຫາຣກັບຈາກບິນທະບາຕແລ້ວ ໄດ້ຮຽກພິກຂຸທັງຫລາຍມາຖາມວ່າ:

ທ່ານທັງຫລາຍ! ເມື່ອກ່ອນຣັຖອາລະວີມີອາຫາຣສົມບູນ ຫາບິນທະບາຕໄດ້ງ່າຍ ພິກຂຸສົງຄ໌ຄອງຊີພດ້ວຍກາຣຖືບາຕສະແຫວງຫາກໍກະທຳໄດ້ງ່າຍ ມາບັດນີ້ຣັຖອາລະວີອັຕຕະຄັດອາຫາຣ ຫາບິນທະບາຕໄດ້ຍາກ ພິກຂຸສົງຄ໌ຈະຄອງຊີພດ້ວຍກາຣຖືບາຕສະແຫວງຫາກໍກະທຳໄດ້ບໍ່ງ່າຍ ອັນໃດເປັນເຫຕ ອັນໃດເປັນປັຈຈັຍ ໃຫ້ຣັຖອາລະວີນີ້ເປັນດັ່ງນີ້ ພິກຂຸເຫລົ່ານັ້ນຈຶ່ງກຣາບຮຽນເຣື່ອງນັ້ນໃຫ້ທ່ານພຣະມະຫາກັສສະປະຊາບແລ້ວ.

ຄັ້ງນັ້ນ ພຣະຜູ້ມີພຣະພາຄປະທັບຢູ່ໃນພຣະນະຄອຣຣາຊະຄຶຫ໌ຕາມພຣະພຸທທາພິຣົມຍ໌ແລ້ວ ສະເດັຈຈາຣິກໂດຍຫົນທາງອັນຈະໄປສູ່ຣັຖອາລະວີ ເມື່ອສະເດັຈຈາຣິກໂດຍລຳດັບ ໄດ້ສະເດັຈເຖິງຣັຖອາລະວີແລ້ວ ຊາບວ່າພຣະອົງຄ໌ປະທັບຢູ່ທີ່ອັຄຄາລະວະເຈດີຍ໌ໃນຣັຖອາລະວີນັ້ນ ທ່ານພຣະມະຫາກັສສະປະຈຶ່ງເຂົ້າໄປເຝົ້າ ອະພິວາທແລ້ວ ນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ໄດ້ກຣາບທູລເຣື່ອງນັ້ນແດ່ພຣະຜູ້ມີພຣະພາຄ.

ລຳດັບນັ້ນ ພຣະຜູ້ມີພຣະພາຄຕຣັສສັ່ງໃຫ້ປະຊຸມພິກຂຸສົງຄ໌ໃນເພາະເຫຕອັນເປັນເຄົ້າມູລນັ້ນ ໃນເພາະເຫຕແຣກເກີດນັ້ນ ແລ້ວຊົງສອບຖາມພິກຂຸຊາວຣັຖອາລະວີວ່າ:

ພິກຂຸທັງຫລາຍ! ຂ່າວວ່າ ພວກເຈົ້າທັງຫລາຍໃຫ້ສ້າງກຸຕິ ເຊິ່ງມີເຄື່ອງອຸປະກອຣອັນຕົນຂໍເຂົາມາເອງ ອັນຫາເຈົ້າຂອງບໍ່ໄດ້ ເປັນສ່ວນສະເພາະຕົນເອງ ໃຫຍ່ບໍ່ມີກຳນົດ ກຸຕິເຫລົ່ານັ້ນຈຶ່ງບໍ່ສຳເຣັຈ ພວກເຈົ້າຕ້ອງມີກາຣວິງວອນ ມີກາຣຂໍເຂົາຢູ່ລ້ຳໄປວ່າ ທ່ານທັງຫລາຍຈົ່ງໃຫ້ບຸຣຸສ ຈົ່ງໃຫ້ແຮງບຸຣຸສ ຈົ່ງໃຫ້ງົວ ຈົ່ງໃຫ້ກວຽນ ຈົ່ງໃຫ້ມີດ ຈົ່ງໃຫ້ຂວານ ຈົ່ງໃຫ້ສິ່ວ ຈົ່ງໃຫ້ສຽມ ຈົ່ງໃຫ້ເຄືອ ຈົ່ງໃຫ້ໄມ້ໄຜ່ ຈົ່ງໃຫ້ຫຍ້າມຸງກະຕ່າຍ ຈົ່ງໃຫ້ຫຍ້າປ້ອງ ຈົ່ງໃຫ້ຫຍ້າສາມັນ ຈົ່ງໃຫ້ດິນ ດັ່ງນີ້ເປັນຕົ້ນ. ປະຊາຊົນທີ່ຖືກບຽດບຽນດ້ວຍກາຣວິງວອນ ດ້ວຍກາຣຂໍ ພໍເຫັນພິກຂຸທັງຫລາຍແລ້ວກໍຫວາດຫວັ່ນແດ່ ສະດຸ້ງແດ່ ໜີໄປເສຍແດ່ ເດີນຫລີກໄປທາງອື່ນແດ່ ເມີນໜ້າແດ່ ປິດປະຕູແດ່ ແມ່ນແຕ່ພົບແມ່ງົວກໍຍັງຫລົບໜີ ສຳຄັນວ່າພວກພິກຂຸ ດັ່ງນີ້ ຈິງຫລື?

ພິກຂຸເຫລົ່ານັ້ນທູລຮັບວ່າ ຈິງ ພຣະອົງຄ໌ຜູ້ຈະເຣີນ!

ພຣະຜູ້ມີພຣະພາຄຊົງຕິຕຽນວ່າ:

ໂມຄະບຸຣຸສທັງຫລາຍ! ກາຣກະທຳຂອງພວກເຈົ້ານັ້ນບໍ່ເໝາະ ບໍ່ສົມ ບໍ່ຄວນ ບໍ່ແມ່ນກິຈຂອງສະມະນະ ໃຊ້ບໍ່ໄດ້ ບໍ່ຄວນກະທຳ ເຫຕໃດພວກເຈົ້າຈຶ່ງໄດ້ໃຫ້ສ້າງກຸຕິ ເຊິ່ງມີເຄື່ອງອຸປະກອຣອັນຕົນຂໍເຂົາມາເອງ ອັນຫາເຈົ້າຂອງບໍ່ໄດ້ ເປັນສ່ວນສະເພາະຕົນເອງ ໃຫຍ່ບໍ່ມີກຳນົດ ກຸຕິເຫລົ່ານັ້ນຈຶ່ງບໍ່ສຳເຣັຈ ພວກເຈົ້າຕ້ອງມີກາຣວິງວອນ ມີກາຣຂໍເຂົາຢູ່ລ້ຳໄປວ່າ ທ່ານທັງຫລາຍຈົ່ງໃຫ້ບຸຣຸສ ຈົ່ງໃຫ້ແຮງບຸຣຸສ ຈົ່ງໃຫ້ງົວ ຈົ່ງໃຫ້ກວຽນ ຈົ່ງໃຫ້ມີດ ຈົ່ງໃຫ້ຂວານ ຈົ່ງໃຫ້ສິ່ວ ຈົ່ງໃຫ້ສຽມ ຈົ່ງໃຫ້ເຄືອ ຈົ່ງໃຫ້ໄມ້ໄຜ່ ຈົ່ງໃຫ້ຫຍ້າມຸງກະຕ່າຍ ຈົ່ງໃຫ້ຫຍ້າປ້ອງ ຈົ່ງໃຫ້ຫຍ້າສາມັນ ຈົ່ງໃຫ້ດິນ ດັ່ງນີ້ເປັນຕົ້ນ.

ໂມຄະບຸຣຸສທັງຫລາຍ! ກາຣກະທຳຂອງພວກເຈົ້ານັ້ນ ບໍ່ເປັນໄປເພື່ອຄວາມເຫລື້ອມໃສຂອງຊົນທີ່ຍັງບໍ່ເຫລື້ອມໃສ ຫລືເພື່ອຄວາມເຫລື້ອມໃສຢ່າງຍິ່ງຂອງຊົນທີ່ເຫລື້ອມໃສແລ້ວ ໂດຍແທ້ແລ້ວ ກາຣກະທຳຂອງພວກເຈົ້ານັ້ນ ເປັນໄປເພື່ອຄວາມບໍ່ເຫລື້ອມໃສຂອງຊົນທີ່ຍັງບໍ່ເຫລື້ອມໃສ ແລະເພື່ອຄວາມເປັນຢ່າງອື່ນຂອງຊົນບາງພວກທີ່ເຫລື້ອມໃສແລ້ວ.

ເມື່ອພຣະຜູ້ມີພຣະພາຄຊົງຕິຕຽນພິກຂຸຊາວຣັຖອາລະວີໂດຍອະເນກປະຣິຍາຍດັ່ງນີ້ແລ້ວ ຊົງຕຣັສເຖິງໂທສແຫ່ງຄວາມເປັນຄົນລ້ຽງຍາກ ຄວາມເປັນຄົນບຳຣຸງຍາກ ຄວາມເປັນຄົນມັກມາກ ຄວາມເປັນຄົນບໍ່ສັນໂດດ ຄວາມຄຸກຄີດ້ວຍໝູ່ ຄວາມກຽດຄ້ານ ແລະຊົງຕຣັສເຖິງຄຸນແຫ່ງຄວາມເປັນຄົນລ້ຽງງ່າຍ ຄວາມເປັນຄົນບຳຣຸງງ່າຍ ຄວາມມັກນ້ອຍ ຄວາມສັນໂດດ ຄວາມຂັດເກົາ ຄວາມກຳຈັດ ອາກາຣທີ່ໜ້າເຫລື້ອມໃສ ກາຣບໍ່ສະສົມ ກາຣປຣາຣົພຄວາມພຽນ ໂດຍອະເນກປະຣິຍາຍ ຊົງສະແດງທັມມິກະຖາທີ່ສົມຄວນແກ່ເຣື່ອງນັ້ນ ທີ່ເໝາະສົມແກ່ເຣື່ອງນັ້ນແກ່ພິກຂຸທັງຫລາຍ ແລ້ວຊົງຕຣັສກັບພິກຂຸທັງຫລາຍວ່າ:

ພິກຂຸທັງຫລາຍ! ເຣື່ອງເຄີຍມີມາແລ້ວ ຣືສີສອງພີ່ນ້ອງເຂົ້າອາສັຍແມ່ນ້ຳຄົງຄາສຳນັກຢູ່. ຄັ້ງນັ້ນ ມະນີກັນຖະນາຄະຣາຊຂຶ້ນຈາກແມ່ນ້ຳຄົງຄາ ເຂົ້າໄປຫາຣືສີຜູ້ເປັນນ້ອງ ຄັນແລ້ວວົງດ້ວຍຂະນົດ ໗ ຮອບ ແຜ່ພັງພານໃຫຍ່ຢູ່ເທິງຫົວ ເພາະຄວາມຢ້ານກົວນາຄະຣາຊນັ້ນ ຣືສີຜູ້ເປັນນ້ອງໄດ້ຊູບຜອມ ເສົ້າໝອງ ມີຜິວພັນເສົ້າໝອງ ມີຜິວເຫລືອງຂຶ້ນໆ ມີໂຕສະພັ່ງດ້ວຍເອັນ ຣືສີຜູ້ເປັນອ້າຍເຫັນຣືສີຜູ້ເປັນນ້ອງຊູບຜອມ ເສົ້າໝອງ ມີຜິວພັນເສົ້າໝອງ ມີຜິວເຫລືອງຂຶ້ນໆ ມີໂຕສະພັ່ງດ້ວຍເອັນ ຈຶ່ງໄດ້ໄຕ່ຖາມວ່າ:

ເຫຕໃດເຈົ້າຈຶ່ງຊູບຜອມ ເສົ້າໝອງ ມີຜິວພັນເສົ້າໝອງ ມີຜິວເຫລືອງຂຶ້ນໆ ມີໂຕສະພັ່ງດ້ວຍເອັນ?

ອ້າຍ! ມະນີກັນຖະນາຄະຣາຊຂຶ້ນຈາກແມ່ນ້ຳຄົງຄາ ເຂົ້າມາຫາຂ້ານ້ອຍໃນສະຖານທີ່ນີ້ ຄັນແລ້ວວົງຂ້ານ້ອຍດ້ວຍຂະນົດ ໗ ຮອບ ແຜ່ພັງພານໃຫຍ່ຢູ່ເທິງຫົວ ເພາະຄວາມຢ້ານກົວນາຄະຣາຊນັ້ນ ຂ້ານ້ອຍຈຶ່ງໄດ້ຊູບຜອມ ເສົ້າໝອງ ມີຜິວພັນເສົ້າໝອງ ມີຜິວເຫລືອງຂຶ້ນໆ ມີໂຕສະພັ່ງດ້ວຍເອັນ.
ເຈົ້າຕ້ອງກາຣບໍ່ໃຫ້ນາຄະຣາຊນັ້ນມາຫລື?

ຂ້ານ້ອຍຕ້ອງກາຣບໍ່ໃຫ້ນາຄະຣາຊນັ້ນມາ.

ເຈົ້າເຫັນນາຄະຣາຊນັ້ນມີອັນໃດແດ່?

ຂ້ານ້ອຍເຫັນມີແກ້ວມະນີປະດັບຢູ່ທີ່ຄໍ.

ຖ້າເຊັ່ນນັ້ນ ເຈົ້າຈົ່ງຂໍແກ້ວມະນີກັບນາຄະຣາຊນັ້ນວ່າ ທ່ານຈົ່ງໃຫ້ແກ້ວມະນີແກ່ຂ້າພະເຈົ້າ ຂ້າພະເຈົ້າຕ້ອງກາຣແກ້ວມະນີ.

ພິກຂຸທັງຫລາຍ! ຄັນມະນີກັນຖະນາຄະຣາຊຂຶ້ນຈາກແມ່ນ້ຳຄົງຄາ ເຂົ້າໄປຫາຣືສີຜູ້ເປັນນ້ອງ ຢຸດຢູ່ໃນທີ່ຄວນສ່ວນຂ້າງໜຶ່ງແລ້ວ ຣືສີຜູ້ເປັນນ້ອງໄດ້ກ່າວຂໍແກ້ວມະນີກັບມະນີກັນຖະນາຄະຣາຊວ່າ:

ຂໍທ່ານຈົ່ງໃຫ້ແກ້ວມະນີແກ່ຂ້າພະເຈົ້າ ຂ້າພະເຈົ້າຕ້ອງກາຣແກ້ວມະນີ.

ມະນີກັນຖະນາຄະຣາຊຣຳພຶງວ່າ ພິກຂຸຂໍແກ້ວມະນີ ພິກຂຸຕ້ອງກາຣແກ້ວມະນີ ແລ້ວໄດ້ຟ້າວກັບໄປ.
ແມ່ນແຕ່ຄັ້ງທີ ໒ ມະນີກັນຖະນາຄະຣາຊຂຶ້ນຈາກແມ່ນ້ຳຄົງຄາ ເຂົ້າໄປຫາຣືສີຜູ້ເປັນນ້ອງ ຣືສີຜູ້ເປັນນ້ອງໄດ້ເຫັນມະນີກັນຖະນາຄະຣາຊມາແຕ່ໄກ ໄດ້ກ່າວຂໍແກ້ວມະນີກັບມະນີກັນຖະນາຄະຣາຊວ່າ:

ຂໍທ່ານຈົ່ງໃຫ້ແກ້ວມະນີແກ່ຂ້າພະເຈົ້າ ຂ້າພະເຈົ້າຕ້ອງກາຣແກ້ວມະນີ.

ມະນີກັນຖະນາຄະຣາຊຣຳພຶງວ່າ ພິກຂຸຂໍແກ້ວມະນີ ພິກຂຸຕ້ອງກາຣແກ້ວມະນີ ແລ້ວໄດ້ກັບໄປແຕ່ທີ່ໄກນັ້ນແລ.

ແມ່ນແຕ່ຄັ້ງທີ ໓ ມະນີກັນຖະນາຄະຣາຊກຳລັງຈະຂຶ້ນຈາກແມ່ນ້ຳຄົງຄາ ຣືສີຜູ້ເປັນນ້ອງໄດ້ເຫັນມະນີກັນຖະນາຄະຣາຊກຳລັງໂຜ່ຂຶ້ນຈາກແມ່ນ້ຳຄົງຄາ ກໍໄດ້ກ່າວຂໍແກ້ວມະນີກັບມະນີກັນຖະນາຄະຣາຊວ່າ:

ຂໍທ່ານຈົ່ງໃຫ້ແກ້ວມະນີແກ່ຂ້າພະເຈົ້າ ຂ້າພະເຈົ້າຕ້ອງກາຣແກ້ວມະນີ.

ຂະນະນັ້ນ ມະນີກັນຖະນາຄະຣາຊໄດ້ກ່າວຕອບຣືສີຜູ້ເປັນນ້ອງດ້ວຍຄາຖາວ່າ:
ເຂົ້ານ້ຳທີ່ດີຍິ່ງມາກມາຍບັງເກີດຂຶ້ນແກ່ຂ້າພະເຈົ້າ
ເພາະເຫຕແຫ່ງແກ້ວມະນີດວງນີ້
ຂ້າພະເຈົ້າຈະໃຫ້ແກ້ວນັ້ນແກ່ທ່ານບໍ່ໄດ້ ທ່ານເປັນຄົນຂໍຫລາຍ
ຂ້າພະເຈົ້າຈັກບໍ່ມາສູ່ອາສົມຂອງທ່ານອີກແລ້ວ
ທ່ານຂໍແກ້ວມະນີຂ້າພະເຈົ້າ ກະທຳໃຫ້ຂ້າພະເຈົ້າສະດຸ້ງກົວ
ດັ່ງຄົນໜຸ່ມຖືດາບເຊິ່ງລັບດີແລ້ວດ້ວຍຫີນລັບ
ຂ້າພະເຈົ້າຈັກບໍ່ໃຫ້ແກ້ວມະນີນັ້ນແກ່ທ່ານ ທ່ານເປັນຄົນຂໍຫລາຍ ຂ້າພະເຈົ້າຈັກບໍ່ມາສູ່ອາສົມຂອງທ່ານອີກແລ້ວ.

ຄັ້ງນັ້ນ ມະນີກັນຖະນາຄະຣາຊໄດ້ຫລີກໄປ ພາງຣຳພຶງວ່າ ພິກຂຸຂໍແກ້ວມະນີ ພິກຂຸຕ້ອງກາຣແກ້ວມະນີ ໄດ້ຫລີກໄປຢ່າງນັ້ນແລ້ວ ບໍ່ກັບມາອີກ.

ພິກຂຸທັງຫລາຍ! ຕໍ່ມາ ຣືສີຜູ້ເປັນນ້ອງໄດ້ຊູບຜອມ ເສົ້າໝອງ ມີຜິວພັນເສົ້າໝອງ ມີຜິວເຫລືອງຂຶ້ນໆ ມີໂຕສະພັ່ງດ້ວຍເອັນຍິ່ງກວ່າເກົ່າ ເພາະບໍ່ໄດ້ເຫັນນາຄະຣາຊຜູ້ໜ້າເບິ່ງນັ້ນ ຣືສີຜູ້ເປັນອ້າຍເຫັນຣືສີຜູ້ເປັນນ້ອງຊູບຜອມ ເສົ້າໝອງ ມີຜິວພັນເສົ້າໝອງ ມີຜິວເຫລືອງຂຶ້ນໆ ມີໂຕສະພັ່ງດ້ວຍເອັນຍິ່ງກວ່າເກົ່າ ຈຶ່ງໄດ້ຖາມເບິ່ງວ່າ:

ເຫຕໃດເຈົ້າຈຶ່ງຊູບຜອມ ເສົ້າໝອງ ມີຜິວພັນເສົ້າໝອງ ມີຜິວເຫລືອງຂຶ້ນໆ ມີໂຕສະພັ່ງດ້ວຍເອັນຍິ່ງກວ່າເກົ່າ?

ຣືສີຜູ້ເປັນນ້ອງຕອບວ່າ:

ເພາະບໍ່ໄດ້ເຫັນນາຄະຣາຊຜູ້ໜ້າເບິ່ງນັ້ນ ຣືສີຜູ້ເປັນອ້າຍຈຶ່ງໄດ້ກ່າວກັບຣືສີຜູ້ເປັນນ້ອງດ້ວຍຄາຖາວ່າ:

ບຸຄຄົລຮູ້ວ່າສິ່ງໃດເປັນທີ່ຮັກຂອງເຂົາ ບໍ່ຄວນຂໍສິ່ງນັ້ນ
ອີກຢ່າງໜຶ່ງ ຄົນຍ່ອມເປັນທີ່ກຽດຊັງ ກໍເພາະຂໍຫລາຍ
ນາຄທີ່ຖືກພຣາມນ໌ຂໍແກ້ວມະນີຈຶ່ງບໍ່ມາໃຫ້ພຣາມນ໌ນັ້ນເຫັນອີກເລີຍ.

ພິກຂຸທັງຫລາຍ! ກາຣວິງວອນ ກາຣຂໍ ຍ່ອມບໍ່ເປັນທີ່ພໍໃຈຂອງສັຕດິຣັຈສານເຫລົ່ານັ້ນແລ້ວ ຈະກ່າວຫຍັງເຖິງໝູ່ສັຕທີ່ເກີດເປັນມະນຸສໜໍ.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ