ສິ່ງທີ່ຕ້ອງຮູ້ ຕ້ອງລະ ເພື່ອຄວາມດັບສິ້ນທຸກ

ອະຣິຍະສັດ 4

0:00/0:00
ພິກຂຸ ທ. ! ເມື່ອບໍ່ຮູ້ຍິ່ງ ບໍ່ຮູ້ຮອບ ບໍ່ຄາຍກໍາໜັດ ບໍ່ລະຂາດ ຊຶ່ງສິ່ງທັງປວງ ຍ່ອມເປັນຜູ້ບໍ່ສົມຄວນ ເພື່ອຄວາມດັບສິ້ນໄປແຫ່ງທຸກຂ໌. ສິ່ງທັງປວງອັນໃດກັນໜໍ ? ສິ່ງທັງປວງ ຄື (ຕໍ່ໄປນີ້ຊົງສະແດງ ທັມທີ່ຄວນຮູ້ ຄວນລະ ເປັນໝວດໆ ຕາມຫຼັກແຫ່ງອາຍະຕະນະຫົກປະການ ຄື :-)

ອາຍະຕະນະພາຍໃນ ຫົກ ປະການ (ຈັກຂຸ ຯລຯ ມະໂນ);
ອາຍະຕະນະພາຍນອກ ຫົກ ປະການ (ຮູບ ຯລຯ ທັມາຮົມ) ;
ວິນຍານ ຫົກປະການ (ຈັກຂຸວິນຍານ ຯລຯ ມະໂນວິນຍານ);
ສັມຜັສ ຫົກປະການ (ຈັກຂຸສັມຜັສ ຯລຯ ມະໂນສັມຜັສ);
ເວທະນາ ຫົກປະການ (ຈັກຂຸສັມຜັສສະຊາເວທະນາ ຯລຯ ມະໂນສັມຜັສສະຊາເວທະນາ)

ພິກຂຸ ທ. ! ເຫຼົ່ານີ້ແລ ຄືສິ່ງທັງປວງ ຊຶ່ງເມື່ອບໍ່ຮູ້ຍິ່ງ ບໍ່ຮູ້ຮອບ ບໍ່ຄາຍກໍາໜັດ ບໍ່ລະຂາດແລ້ວ ຍ່ອມເປັນຜູ້ບໍ່ສົມຄວນ ເພື່ອຄວາມດັບສິ້ນໄປແຫ່ງທຸກຂ໌.
(ຕໍ່ໄປນີ້ ຊົງສະແດງໂດຍປະຕິປັກຂະນັຍ ເຖິງສິ່ງທັງປວງທີ່ເມື່ອຮູ້ ແລະລະແລ້ວ ເປັນຜູ້ສົມຄວນ ເພື່ອຄວາມດັບສິ້ນໄປແຫ່ງທຸກຂ໌ ໂດຍນັຍກົງກັນຂ້າມ ຊຶ່ງຜູ້ສຶກສາອາດທຽບຄຽງໄດ້ເອງ).
- ສລາ. ສັງ. ໑໘/໒໑/໒໗-໒໘.

(ອີກນັຍໜຶ່ງ)

ພິກຂຸ ທ. ! ເມື່ອບໍ່ຮູ້ຍິ່ງ ບໍ່ຮູ້ຮອບ ບໍ່ຄາຍກໍາໜັດ ບໍ່ລະຂາດ ຊຶ່ງສິ່ງທັງປວງຍ່ອມເປັນຜູ້ບໍ່ສົມຄວນ ເພື່ອຄວາມດັບສິ້ນໄປແຫ່ງທຸກຂ໌. ສິ່ງທັງປວງອັນໃດກັນໜໍ ? ສິ່ງ ທັງປວງຄື (ຕໍ່ໄປນີ້ຊົງສະແດງ ທັມທີ່ຄວນຮູ້ ຄວນລະ ເປັນໝວດໆ ຕາມຫຼັກແຫ່ງອາຍະຕະນະຫົກປະການຄື :-)

ອາຍະຕະນະພາຍໃນ ຫົກປະການ (ຈັກຂຸ ຯລຯ ມະໂນ);
ອາຍະຕະນະພາຍນອກ ຫົກປະການ (ຮູປ ຯລຯ ທັມມາຣົມ) ;
ວິນຍານ ຫົກປະການ (ຈັກຂຸວິນຍານ ຯລຯ ມະໂນວິນຍານ);
ວິນຍານະວິນຍາຕັບພະທັມ ຫົກປະການ (ຈັກຂຸວິນຍານະວິນຍາຕັບພະທັມ ຯລຯ ມະໂນວິນຍານະວິນຍາຕັບພະທັມ).

ພິກຂຸ ທ. ! ເຫຼົ່ານີ້ແລ ຄືສິ່ງທັງປວງ ຊຶ່ງເມື່ອບໍ່ຮູ້ຍິ່ງ ບໍ່ຮູ້ຮອບ ບໍ່ຄາຍກໍາໜັດ ບໍ່ລະຂາດແລ້ວ ຍ່ອມເປັນຜູ້ບໍ່ສົມຄວນ ເພື່ອຄວາມດັບສິ້ນໄປແຫ່ງທຸກຂ໌.

(ຕໍ່ໄປນີ້ ຊົງສະແດງໂດຍ ປະຕິປັກຂະນັຍ ເຖິງສິ່ງທັງປວງ ທີ່ເມື່ອຮູ້ ແລະລະແລ້ວ ເປັນຜູ້ສົມ ຄວນເພື່ອຄວາມດັບສິ້ນໄປແຫ່ງທຸກຂ໌ ໂດຍນັຍກົງກັນຂ້າມ ຊຶ່ງຜູ້ສຶກສາອາດທຽບຄຽງໄດ້ເອງ).

- ສະລາ. ສງ. ໑໘/໒໒-໒໓/໒໙-໓໐.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ