ເຫດປັດໃຈຂອງເບັນຈະຂັນກໍບໍ່ທ່ຽງ

ຂັນ 5

0:00/0:00
ພິກຂຸ ທ. ! ຮູບ ບໍ່ທ່ຽງ, ເຖິງແມ່ນເຫຕແມ່ນປັຈຈັຍ ເພື່ອການບັງເກີດຂຶ້ນຂອງຮູບ ກໍບໍ່ທ່ຽງ, ຮູບ ທີ່ເກີດຈາກເຫຕປັຈຈັຍອັນບໍ່ທ່ຽງແລ້ວ ຈະເປັນຂອງທ່ຽງໄດ້ແນວໃດ;

ພິກຂຸ ທ. ! ເວທະນາ ບໍ່ທ່ຽງ, ເຖິງແມ່ນເຫຕແມ່ນປັຈຈັຍ ເພື່ອການບັງເກີດຂຶ້ນຂອງເວທະນາ ກໍບໍ່ທ່ຽງ, ເວທະນາ ທີ່ເກີດຈາກເຫຕປັຈຈັຍອັນບໍ່ທ່ຽງແລ້ວ ຈະເປັນຂອງທ່ຽງ ໄດ້ແນວໃດ;

ພິກຂຸ ທ. ! ສັນຍາ ບໍ່ທ່ຽງ, ເຖິງແມ່ນເຫຕແມ່ນປັຈຈັຍ ເພື່ອການບັງເກີດຂຶ້ນ ຂອງສັນຍາ ກໍບໍ່ທ່ຽງ, ສັນຍາ ທີ່ເກີດຈາກເຫຕປັຈຈັຍອັນບໍ່ທ່ຽງແລ້ວ ຈະເປັນຂອງທ່ຽງ ໄດ້ແນວໃດ;

ພິກຂຸ ທ. ! ສັງຂາຣທັງຫຼາຍ ບໍ່ທ່ຽງ, ເຖິງແມ່ນເຫຕແມ່ນປັຈຈັຍ ເພື່ອການບັງເກີດຂຶ້ນຂອງສັງຂາຣທັງຫຼາຍ ກໍບໍ່ທ່ຽງ, ສັງຂາຣ ທີ່ເກີດຈາກເຫຕປັຈຈັຍອັນ ບໍ່ທ່ຽງແລ້ວ ຈະເປັນຂອງທ່ຽງ ໄດ້ແນວໃດ;

ພິກຂຸ ທ. ! ວິນຍານບໍ່ທ່ຽງ, ເຖິງແມ່ນເຫຕແມ່ນປັຈຈັຍ ເພື່ອການບັງເກີດຂຶ້ນຂອງວິນຍານ ກໍບໍ່ທ່ຽງ, ວິນຍານ ທີ່ເກີດຈາກເຫຕປັຈຈັຍອັນບໍ່ທ່ຽງແລ້ວ ຈະເປັນຂອງທ່ຽງ ໄດ້ແນວໃດ.

- ຂັນທ. ສັງ. ໑໗/໒໙/໔໕.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ