ຫຼັກເກນພະຍາກອນພາວະໂສດາບັນຂອງຕົນເອງ

ໂສດາບັນ

0:00/0:00
ຄະຫະບໍດີ ! ໃນກາລໃດ ພັຍເວຣ ໕ ປະການອັນອະຣິຍະສາວົກເຮັດໃຫ້ສະງົບລະງັບໄດ້ແລ້ວ ດ້ວຍ, ອະຣິຍະສາວົກປະກອບພ້ອມແລ້ວດ້ວຍໂສຕາປັຕຕິຍັງຄະສີ່ ດ້ວຍ, ອະຣິຍະຍາຍະທັມ ເປັນທັມທີ່ອະຣິຍະສາວົກເຫັນແລ້ວດ້ວຍດີ ແທງຕະຫຼອດແລ້ວດ້ວຍດີດ້ວຍປັນຍາ ດ້ວຍ;
ໃນກາລນັ້ນ ອະຣິຍະສາວົກນັ້ນ ເມື່ອຫວັງຢູ່ກໍພະຍາກອນຕົນດ້ວຍຕົນ ນັ້ນແຫຼະວ່າ
“ເຮົາເປັນຜູ້ມີນະຣົກສິ້ນແລ້ວ ມີກຳເນີດເດຣັຈສານສິ້ນແລ້ວ ມີເປຕວິສັຍສິ້ນແລ້ວ ມີອະບາຍທຸຄະຕິວິນິບາຕສິ້ນແລ້ວ, ເຮົາເປັນຜູ້ເຖິງແລ້ວຊຶ່ງກະແສ (ແຫ່ງນິບພານ) ມີຄວາມບໍ່ຕົກຕ່ຳເປັນທຳມະດາ ເປັນຜູ້ທ່ຽງແທ້ຕໍ່ນິບພານ ມີການຕຣັສຮູ້ພ້ອມເປັນເບື້ອງໜ້າ” ດັ່ງນີ້.
ຄະຫະບໍດີ ! ພັຍເວຣ ໕ ປະການ ເຫຼົ່າໃດໜໍ ອັນອະຣິຍະສາວົກເຮັດໃຫ້ສະງົບລະງັບໄດ້ແລ້ວ ?
(໑) ຄະຫະບໍດີ ! ບຸກຄົນຜູ້ຂ້າສັຕຢູ່ເປັນປົກກະຕິ ຍ່ອມປະສົບພັຍເວຣໃດໃນທິຕຖະທັມ (ປະຈຸບັນ) ດ້ວຍ, ຍ່ອມປະສົບພັຍເວຣໃດໃນສັມປະຣາຍິກະ (ໃນເວລາຖັດຕໍ່ໄປ) ດ້ວຍ, ຍ່ອມສະເຫວີຍທຸກຂະໂທມະນັສແຫ່ງຈິຕດ້ວຍ ເພາະປານາຕິບາຕເປັນປັຈຈັຍ; ພັຍເວຣນັ້ນໆ ເປັນສິ່ງທີ່ອະຣິຍະສາວົກຜູ້ເວັ້ນຂາດແລ້ວຈາກປານາຕິບາຕ ເຮັດໃຫ້ສະງົບລະງັບໄດ້ແລ້ວ.
(໒) ຄະຫະບໍດີ ! ບຸກຄົນຜູ້ຖືເອົາສິ່ງຂອງທີ່ເຂົາບໍ່ໄດ້ໃຫ້ຢູ່ເປັນປົກກະຕິ ຍ່ອມປະສົບພັຍເວຣໃດໃນທິຕຖະທັມດ້ວຍ, ຍ່ອມປະສົບພັຍເວຣໃດໃນສັມປະຣາຍິກະດ້ວຍ, ຍ່ອມສະເຫວີຍ ທຸກຂະໂທມະນັສແຫ່ງຈິຕດ້ວຍ ເພາະອະທິນນາທານ ເປັນປັຈຈັຍ; ພັຍເວຣນັ້ນໆ ເປັນສິ່ງທີ່ອະຣິຍະສາວົກຜູ້ເວັ້ນຂາດແລ້ວຈາກອະທິນນາທານ ເຮັດໃຫ້ສະງົບລະງັບໄດ້ແລ້ວ.
(໓) ຄະຫະບໍດີ ! ບຸກຄົນຜູ້ປະພຶດຜິດໃນກາມທັງຫຼາຍຢູ່ເປັນປົກກະຕິ ຍ່ອມປະສົບພັຍເວຣໃດໃນທິຕຖະທັມດ້ວຍ, ຍ່ອມປະສົບພັຍເວຣໃດໃນສັມປະຣາຍິກະດ້ວຍ, ຍ່ອມສະເຫວີຍທຸກຂະໂທມະນັສແຫ່ງຈິຕດ້ວຍ, ເພາະກາເມສຸມິຈສາຈາຣເປັນປັຈຈັຍ; ພັຍເວຣນັ້ນໆ ເປັນສິ່ງທີ່ອະຣິຍະສາວົກຜູ້ເວັ້ນຂາດແລ້ວຈາກກາເມສຸມິຈສາຈາຣ ເຮັດໃຫ້ສະງົບລະງັບໄດ້ແລ້ວ.
(໔) ຄະຫະບໍດີ ! ບຸກຄົນຜູ້ກ່າວຄຳຕົວະລ່າຍຢູ່ເປັນປົກກະຕິ ຍ່ອມປະສົບພັຍເວຣໃດໃນທິຕຖະທັມດ້ວຍ, ຍ່ອມປະສົບພັຍເວຣໃດໃນສັມປະຣາຍິກະດ້ວຍ, ຍ່ອມສະເຫວີຍທຸກຂະໂທມະນັສແຫ່ງຈິຕດ້ວຍ ເພາະມຸສາວາດເປັນປັຈຈັຍ; ພັຍເວຣນັ້ນໆ ເປັນສິ່ງທີ່ອະຣິຍະສາວົກຜູ້ເວັ້ນຂາດແລ້ວຈາກມຸສາວາດ ເຮັດໃຫ້ສະງົບລະງັບໄດ້ແລ້ວ.
(໕) ຄະຫະບໍດີ ! ບຸກຄົນຜູ້ດື່ມສຸຣາແລະເມຣັຍອັນເປັນທີ່ຕັ້ງຂອງຄວາມປະມາດຢູ່ເປັນປົກກະຕິ ຍ່ອມປະສົບພັຍເວຣໃດໃນທິຕຖະທັມດ້ວຍ, ຍ່ອມປະສົບພັຍເວຣໃດໃນສັມປະຣາຍິກະດ້ວຍ, ຍ່ອມສະເຫວີຍທຸກຂະໂທມະນັສແຫ່ງຈິຕດ້ວຍ, ເພາະສຸຣາແລະເມຣັຍເປັນປັຈຈັຍ ພັຍເວຣນັ້ນໆ ເປັນສິ່ງທີ່ອະຣິຍະສາວົກຜູ້ເວັ້ນຂາດແລ້ວຈາກສຸຣາແລະເມຣັຍ ເຮັດໃຫ້ສະງົບລະງັບໄດ້ແລ້ວ.
ຄະຫະບໍດີ ! ພັຍເວຣ ໕ ປະການເຫຼົ່ານີ້ແລ ອັນອະຣິຍະສາວົກເຮັດໃຫ້ສະງົບລະງັບໄດ້ແລ້ວ.
ຄະຫະບໍດີ ! ອະຣິຍະສາວົກ ເປັນຜູ້ປະກອບພ້ອມແລ້ວດ້ວຍ ອົງຄ໌ແຫ່ງໂສດາບັນ ໔ ປະການ ເຫຼົ່າໃດໜໍ ?
(໑) ຄະຫະບໍດີ ! ອະຣິຍະສາວົກໃນທັມວິນັຍນີ້ ເປັນຜູ້ປະກອບພ້ອມແລ້ວ ດ້ວຍຄວາມເຫຼື້ອມໃສອັນຢັ່ງລົງໝັ້ນບໍ່ຫວັ່ນໄຫວ ໃນພຣະພຸດທະເຈົ້າ ວ່າ “ເພາະເຫຕຢ່າງນີ້ໆ ພຣະຜູ້ມີພຣະພາຄເຈົ້ານັ້ນ ເປັນຜູ້ໄກຈາກກິເລສ ຕຣັສຮູ້ຊອບໄດ້ໂດຍພຣະອົງຄ໌ເອງ ເປັນຜູ້ເຖິງພ້ອມດ້ວຍວິຊຊາແລະຈະຣະນະ ເປັນຜູ້ໄປແລ້ວດ້ວຍດີ ເປັນຜູ້ຮູ້ໂລກຢ່າງແຈ່ມແຈ້ງ ເປັນຜູ້ສາມາດຝຶກຄົົນທີ່ຄວນຝຶກໄດ້ຢ່າງບໍ່ມີໃຜຍິ່ງກວ່າ ເປັນຄູຂອງເທວະດາແລະມະນຸສທັງຫຼາຍ ເປັນຜູ້ຮູ້ ຜູ້ຕື່ນ ຜູ້ເບີກບານ ດ້ວຍທັມ ເປັນຜູ້ມີຄວາມຈະເຣີນ ຈຳແນກທັມສັ່ງສອນສັຕ” ດັ່ງນີ້.
(໒) ຄະຫະບໍດີ ! ອະຣິຍະສາວົກໃນທັມວິນັຍນີ້ ເປັນຜູ້ປະກອບພ້ອມແລ້ວ ດ້ວຍຄວາມເຫຼື້ອມໃສອັນຢັ່ງລົງໝັ້ນບໍ່ຫວັ່ນໄຫວ ໃນພຣະທັມ ວ່າ “ພຣະທັມ ເປັນສິ່ງທີ່ພຣະຜູ້ມີ ພຣະພາຄເຈົ້າຕຣັສໄວ້ດີແລ້ວ ເປັນສິ່ງທີ່ຜູ້ສຶກສາ ແລະປະຕິບັຕຕ້ອງເຫັນໄດ້ດ້ວຍຕົນເອງ ເປັນສິ່ງທີ່ປະຕິບັຕໄດ້ ແລະໃຫ້ຜົລໄດ້ບໍ່ຈຳກັດກາລ ເປັນສິ່ງທີ່ຄວນກ່າວກັບຜູ້ອື່ນວ່າທ່ານຈົ່ງມາເບິ່ງເຖີ້ນ ເປັນສິ່ງທີ່ຄວນນ້ອມເຂົ້າມາໃສ່ຕົວ ເປັນສິ່ງທີ່ຜູ້ຮູ້ກໍຮູ້ໄດ້ສະເພາະຕົນ” ດັ່ງນີ້.
(໓) ຄະຫະບໍດີ ! ອະຣິຍະສາວົກໃນທັມວິນັຍນີ້ ເປັນຜູ້ປະກອບພ້ອມແລ້ວ ດ້ວຍຄວາມເຫຼື້ອມໃສອັນຢັ່ງລົງໝັ້ນບໍ່ຫວັ່ນໄຫວ ໃນພຣະສົງຄ໌ ວ່າ “ສົງຄ໌ສາວົກຂອງພຣະຜູ້ມີພຣະພາຄເຈົ້າ ເປັນຜູ້ປະຕິບັດດີແລ້ວ ເປັນຜູ້ປະຕິບັດຕົງແລ້ວ ເປັນຜູ້ປະຕິບັດເພື່ອຮູ້ທັມເປັນເຄື່ອງອອກຈາກທຸກຂ໌ແລ້ວ ເປັນຜູ້ປະຕິບັດສົມຄວນແລ້ວ ໄດ້ແກ່ບຸກຄົນເຫຼົ່ານີ້ ຄື ຄູ່ແຫ່ງບຸຣຸສສີ່ຄູ່ ນັບຮຽງຕົວໄດ້ແປດບຸຣຸສ ນັ້ນແຫຼະ ຄື ສົງຄ໌ສາວົກຂອງພຣະຜູ້ມີພຣະພາຄເຈົ້າ ເປັນສົງຄ໌ຄວນແກ່ສັກກາຣະທີ່ເຂົານຳມາບູຊາ ເປັນສົງຄ໌ຄວນແກ່ສັກກາຣະທີ່ເຂົາຈັດໄວ້ຕ້ອນຮັບ ເປັນສົງຄ໌ຄວນຮັບທັກຂິນາທານ ເປັນສົງຄ໌ທີ່ບຸກຄົນທົ່ວໄປຈະຄວນເຮັດອັນຊະລີ ເປັນສົງຄ໌ທີ່ເປັນນາບຸນຂອງໂລກ ບໍ່ມີນາບຸນອື່ນຍິ່ງກວ່າ” ດັ່ງນີ້.
(໔) ຄະຫະບໍດີ ! ອະຣິຍະສາວົກໃນທັມວິນັຍນີ້ ເປັນຜູ້ປະກອບພ້ອມແລ້ວ ດ້ວຍສີລທັງຫຼາຍໃນລັກສະນະເປັນທີ່ພໍໃຈຂອງພຣະອະຣິຍະເຈົ້າ: ເປັນສີລທີ່ບໍ່ຂາດ ບໍ່ຊອດທະລຸ ບໍ່ດ່າງ ບໍ່ໝອງເສົ້າ ເປັນສີລທີ່ເປັນອິສະຣະຈາກຕັນຫາ ວິນຍູຊົນສັນເສີນ ບໍ່ຖືກທິຕຖິລູບຄໍາ ເປັນສີລທີ່ເປັນໄປພ້ອມເພື່ອສະມາທິ ດັ່ງນີ້.
ຄະຫະບໍດີ ! ອະຣິຍະສາວົກ ເປັນຜູ້ປະກອບພ້ອມແລ້ວດ້ວຍອົງຄ໌ແຫ່ງໂສດາບັນ ໔ ປະການ ເຫຼົ່ານີ້ແລ.
ຄະຫະບໍດີ ! ກໍອະຣິຍະຍາຍະທັມ ເປັນສິ່ງທີ່ອະຣິຍະສາວົກ ເຫັນແລ້ວດ້ວຍດີ ແທງຕະຫຼອດແລ້ວດ້ວຍດີດ້ວຍປັນຍາ ເປັນແນວໃດໜໍ ?
ຄະຫະບໍດີ ! ອະຣິຍະສາວົກໃນທັມວິນັຍນີ້ ຍ່ອມຝຶກໄວ້ໃນໃຈໂດຍລະອຽດ ເປັນຢ່າງດີ ຊຶ່ງປະຕິຈຈະສະມຸບບາດນັ້ນແລ ດັ່ງນີ້ວ່າ “ເມື່ອສິ່ງນີ້ມີ ສິ່ງນີ້ຈຶ່ງມີ; ເພາະຄວາມເກີດຂຶ້ນແຫ່ງສິ່ງນີ້ ສິ່ງນີ້ຈຶ່ງເກີດຂຶ້ນ. ເມື່ອສິ່ງນີ້ບໍ່ມີ ສິ່ງນີ້ຈຶ່ງບໍ່ມີ;
ເພາະຄວາມດັບໄປແຫ່ງສິ່ງນີ້ ສິ່ງນີ້ຈຶ່ງດັບໄປ: ຂໍ້ນີ້ໄດ້ແກ່ ສິ່ງເຫຼົ່ານີ້ ຄື ເພາະມີອະວິຊຊາເປັນປັຈຈັຍ ຈຶ່ງມີສັງຂາຣທັງຫຼາຍ; ເພາະມີສັງຂາຣເປັນປັຈຈັຍ ຈຶ່ງມີວິນຍານ; ...ໆລໆ... ...ໆລໆ... ...ໆລໆ... ເພາະມີຊາຕເປັນປັຈຈັຍ ຊະຣາມໍຣະນະ ໂສກະປະຣິເທວະທຸກຂະໂທມະນັສອຸປາຍາສະທັງຫຼາຍ ຈຶ່ງເກີດຂຶ້ນຄົບຖ້ວນ: ຄວາມເກີດຂຶ້ນພ້ອມແຫ່ງກອງທຸກຂ໌ທັງມວນນີ້ ຍ່ອມມີດ້ວຍອາການຢ່າງນີ້.
ເພາະຄວາມຈາງຄາຍດັບໄປໂດຍບໍ່ເຫຼືອແຫ່ງອະວິຊຊານັ້ນນັ້ນແລ ຈຶ່ງມີຄວາມດັບແຫ່ງສັງຂາຣ; ເພາະມີຄວາມດັບແຫ່ງສັງຂາຣ ຈຶ່ງມີຄວາມດັບແຫ່ງວິນຍານ; ...ໆລໆ......... ...ໆລໆ... ...ໆລໆ...ເພາະມີຄວາມດັບແຫ່ງຊາຕນັ້ນແລ ຊະຣາມໍຣະນະ ໂສກະປະຣິເທວະທຸກຂະໂທມະນັສອຸປາຍາສະທັງຫຼາຍ ຈຶ່ງດັບສິ້ນ: ຄວາມດັບລົງແຫ່ງກອງທຸກຂ໌ທັງມວນນີ້ ຍ່ອມມີດ້ວຍອາການຢ່າງນີ້”.
ຄະຫະບໍດີ ! ອະຣິຍະຍາຍະທັມ໑ ນີ້ແລ ເປັນທັມທີ່ອະຣິຍະສາວົກນັ້ນເຫັນແລ້ວດ້ວຍດີ ແທງຕະຫຼອດແລ້ວດ້ວຍດີດ້ວຍປັນຍາ.
ຄະຫະບໍດີ ! ໃນກາລໃດແລ ພັຍເວຣ ໕ ປະການເຫຼົ່ານີ້ ເປັນສິ່ງທີ່ອະຣິຍະສາວົກເຮັດໃຫ້ສະງົບລະງັບໄດ້ແລ້ວດ້ວຍ, ອະຣິຍະສາວົກເປັນຜູ້ປະກອບພ້ອມແລ້ວດ້ວຍໂສຕາປັຕຕິຍັງຄະສີ່ເຫຼົ່ານີ້ ດ້ວຍ, ອະຣິຍະຍາຍະທັມນີ້ ເປັນທັມອັນອະຣິຍະສາວົກເຫັນແລ້ວດ້ວຍດີ ແທງຕະຫຼອດແລ້ວດ້ວຍດີ ດ້ວຍປັນຍາດ້ວຍ; ໃນກາລນັ້ນ ອະຣິຍະສາວົກນັ້ນປາຖນາຢູ່ ກໍພະຍາກອນຕົນ ດ້ວຍຕົນນັ້ນແຫຼະວ່າ ໑. ເບິ່ງຄຳອະທິບາຍຄວາມໝາຍຂອງຄຳນີ້ໂດຍລະອຽດໄດ້ໃນໝວດ
“ທັມມະແວດລ້ອມ” ໃນຫົວຂໍ້ທີ່ ໓໑ ໜ້າ ໑໒໙.
“ເຮົາເປັນຜູ້ມີນະຣົກສິ້ນແລ້ວ ມີກຳເນີດເດຣັຈສານສິ້ນແລ້ວ ມີເປຕວິສັຍສິ້ນແລ້ວ ມີອະບາຍ ທຸຄະຕິ ວິນິບາຕສິ້ນແລ້ວ, ເຮົາເປັນຜູ້ເຖິງແລ້ວຊຶ່ງກະແສ (ແຫ່ງນິບພານ) ມີຄວາມບໍ່ຕົກຕ່ຳເປັນທັມມະດາ ເປັນຜູ້ທ່ຽງແທ້ຕໍ່ນິບພານ ມີການຕຣັສຮູ້ພ້ອມເປັນເບື້ອງໜ້າ” ດັ່ງນີ້.

ໝາຍເຫຕຜູ້ລວບລວມ : ຍັງມີສູຕອີກສູຕໜຶ່ງຂໍ້ຄວາມຢ່າງດຽວກັນກັບສູຕນີ້ ຜິດກັນແຕ່ພຽງຕຣັສແກ່ພິກຂຸທັງຫຼາຍແທນທີ່ຈະຕຣັສກັບອະນາຖະບິນດິກະຄະຫະບໍດີ, ຄື ສູຕທີ ໒ ແຫ່ງຄະຫະປະຕິວັຄ ອະພິສະມະຍະສັງຢຸຕ ນິທານ. ສັງ. ໑໖/໘໕/໑໕໖. ແລະຍັງມີສູຕອີກສູຕໜຶ່ງ (ເວຣະສູຕທີ ໒ ອຸປາສະກະວັຄ ທສກ. ອັງ. ໒໔/໑໙໕/໙໒.) ມີເຄົ້າໂຄງແລະໃຈຄວາມຂອງສູຕຄືກັນກັບສູຕຂ້າງເທິງນີ້ ຕ່າງກັນແຕ່ພຽງໃນສູຕນັ້ນມີຄຳວ່າ “ຍ່ອມພິຈາຣະນາເຫັນໂດຍປະຈັກແຈ້ງ” ແທນຄຳວ່າ “ຍ່ອມຝຶກໄວ້ໃນໃຈໂດຍລະອຽດເປັນຢ່າງດີ ຊຶ່ງປະຕິຈຈະສະມຸບບາດນັ້ນແລ” ແຫ່ງສູຕຂ້າງເທິງນີ້ ເທົ່ານັ້ນ.

- ບາລີ ທສກ. ອັງ. ໒໔/໑໙໕-໑໙໘/໙໒.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ