ກາມເປັນມາຍາ
ສັງໂຍດ
ພິກຂຸ ທ. ! ກາມທັງຫຼາຍ ເປັນຂອງບໍ່ທ່ຽງ ເປັນຂອງເປົ່າໆ ເປັນຂອງບໍ່ຈິງເປັນສິ່ງຫຼອກຫຼວງໃຫ້ຫຼົງເປັນທັມມະດາ. ພິກຂຸ ທ. ! ກາມນັ້ນ ເປັນເໝືອນສິ່ງທີ່ສ້າງແລ້ວດ້ວຍມາຍາ ເປັນບ່ອນພໍ່າເພີ້ຫາຂອງຄົນພາລ, ໄດ້ແກ່ກາມ ແລະສັນຍາໃນກາມ ທັງທີ່ເປັນໄປໃນພົບປັຈຈຸບັນນີ້ ແລະທີ່ເປັນໄປໃນພົບເບື້ອງໜ້າ. ກາມ ແລະສັນຍາໃນກາມທັງສອງຢ່າງນັ້ນ ເປັນອານາຈັກຂອງມາຣ ເປັນວິໄສຂອງມາຣ ເປັນເຫຍື່ອລໍ້ຂອງມາຣ ແລະເປັນບ່ອນທ່ຽວຫາອາຫາຣຂອງມາຣ. ຈິຕອັນເປັນບາບອະກຸສົລ ເປັນອະພິຊຊາກໍດີ ພະຍາບາດກໍດີ ແລະສາຣັມພະ (ການແຂ່ງດີ) ກໍດີເຫຼົ່ານີ້ ຍ່ອມເປັນໄປໃນອານາຈັກຂອງມາຣນັ້ນ. ອັນໜຶ່ງ ອະກຸສົລທັມເຫຼົ່ານັ້ນ ຍ່ອມມີຂຶ້ນ ເພື່ອເປັນອັນຕະລາຍ ແກ່ພຣະອະຣິຍະສາວົກ ຜູ້ຕາມສຶກສາຢູ່ໃນທັມວິນັຍນີ້ໄດ້ ໂດຍແທ້ ແລ.
- ອຸປຣິ. ມ. ໑໔/໗໔/໘໑.
- ອຸປຣິ. ມ. ໑໔/໗໔/໘໑.








