ສັດຕ້ອງວຽນວົນເພາະບໍ່ເຫັນອະຣິຍະສັດ

ອະຣິຍະສັດ 4

0:00/0:00
ພິກຂຸ ທ. ! ປຽບເໝືອນທ່ອນໄມ້ ອັນບຸຄຄົລດຶກຂຶ້ນໄປສູ່ອາກາດ ບາງເທື່ອຕົກເອົາເຫງົ້າລົງ ບາງເທື່ອຕົກເອົາຕອນກາງລົງ ບາງເທື່ອຕົກເອົາປາຍລົງ, ຂໍ້ນີ້ເຊັ່ນໃດ; ພິກຂຸ ທ. ! ສັຕທີ່ມີອະວິຊຊາເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜູກ ແລ່ນໄປຢູ່ ທ່ອງທ່ຽວໄປຢູ່ໃນສັງສາຣະວັຕ ກໍປຽບຄືດັ່ງດຽວກັນ ບາງເທື່ອແລ່ນໄປຈາກໂລກນີ້ສູ່ໂລກອື່ນ ບາງເທື່ອແລ່ນຈາກໂລກອື່ນສູ່ໂລກນີ້. ຂໍ້ນັ້ນເພາະເຫຕໃດໜໍ ? ພິກຂຸ ທ. ! ຂໍ້ນັ້ນ ເພາະຄວາມທີ່ເຂົາເປັນຜູ້ບໍ່ເຫັນຊຶ່ງອະຣິຍະສັຈຈ໌ທັງສີ່. ອະຣິຍະສັຈຈ໌ສີ່ແນວໃດໜໍ ? ສີ່ຢ່າງ ຄື ອະຣິຍະສັຈຈ໌ຄືທຸກຂ໌ ອະຣິຍະສັຈຈ໌ຄືເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌ ອະຣິຍະສັຈຈ໌ຄືຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ອະຣິຍະສັຈຈ໌ຄືທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌.

ພິກຂຸ ທ. ! ເພາະເຫຕນັ້ນ ໃນເລື່ອງນີ້ ເຈົ້າ ຕ້ອງປະກອບໂຢຄະກັມ ອັນເປັນເຄື່ອງເຮັດໃຫ້ຮູ້ວ່າ “ທຸກຂ໌ເປັນເຊັ່ນນີ້, ເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌ເປັນເຊັ່ນນີ້, ຄວາມດັບບໍ່ເຫຼືອແຫ່ງທຸກຂ໌ເປັນເຊັ່ນນີ້, ທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງ ທຸກຂ໌ເປັນເຊັ່ນນີ້.” ດັ່ງນີ້.

- ມຫາວາຣ. ສັງ. ໑໙/໕໕໐/໑໗໑໖.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ