ສັນໂຍດເຈັດ (ສັງໂຢດ 7)

ສັງໂຍດ

0:00/0:00
ພິກຂຸ ທ. ! ສັນໂຍຊະນະ (ສິ່ງຜູກພັນ) 7 ຢ່າງເຫຼົ່ານີ້ມີຢູ່. ເຈັດຢ່າງແນວໃດໜໍ ? ເຈັດຢ່າງຄື
1. ອະນຸນະຢະສັນໂຍຊະນະ (ສັນໂຍຊນ໌ຄືກາມະຣາຄະເປັນເຫຕໃຫ້ຕິດຕາມ) ໑
2. ປະຕິຄະສັນໂນຊະນະ (ສັນໂຍຊນ໌ຄືຄວາມໂກດບໍ່ໄດ້ດັ່ງໃຈ) ໑
3. ທິຕຖິສັນໂຍຊະນະ (ສັນໂຍຊນ໌ຄືຄວາມເຫັນຜິດ) ໑
4. ວິຈິກິດສາສັນໂຍຊະນະ (ສັນໂຍຊນ໌ຄືຄວາມລັງເລສົງໄສ) ໑
5. ມານະສັນໂຍຊະນະ (ສັນໂຍຊນ໌ຄືຄວາມສໍາຄັນຕົນ) ໑
6. ພະວະຣາຄະສັນໂຍຊະນະ (ສັນໂຍຊນ໌ຄືຄວາມກໍາໜັດໃນພົບ) ໑
7. ອະວິຊຊາສັນໂຍຊະນະ (ສັນໂຍຊນ໌ຄືອະວິຊຊາ) ໑.
ພິກຂຸ ທ. ! ເຫຼົ່ານີ້ແລ ຄືສັນໂຍຊະນະ 7 ຢ່າງ.
ພິກຂຸ ທ. ! ພຣົມມະຈັນຣຍ໌ ທີ່ປະພຶດກັນຢູ່ນີ້ ເພື່ອລະ ເພື່ອຕັດຂາດ ຊຶ່ງສັນໂຍຊນ໌ ໗ ຢ່າງ. ເຈັດຢ່າງເຫຼົ່າໃດໜໍ ?

ພິກຂຸ ທ. ! ພຣົມມະຈັນຣຍ໌ ທີ່ປະພຶດກັນຢູ່ ເພື່ອລະເພື່ອຕັດຂາດ ຊຶ່ງ
1. ອະນຸນະຢະສັນໂຍຊນ໌ ໑
2. ປະຕິຄະສັນໂຍຊນ໌ ໑
3. ທິຕຖິສັນໂຍຊນ໌ ໑
4. ວິຈິກິດສາສັນໂຍຊນ໌ ໑
5. ມານະສັນໂຍຊນ໌ ໑
6. ພະວະຣາຄະສັນໂຍຊນ໌ ໑
7. ອະວິຊຊາສັນໂຍຊນ໌ ໑.
ພິກຂຸ ທ. ! ພຣົມມະຈັນຣຍ໌ ທີ່ປະພຶດກັນຢູ່ນີ້ ເພື່ອລະ ເພື່ອຕັດຂາດຊຶ່ງສັນໂຍຊນ໌ ໗ ຢ່າງເຫຼົ່ານີ້ ແລ.

ພິກຂຸ ທ. ! ເມື່ອໃດແລ, ອະນຸນະຢະສັນໂຍຊະນະກໍດີ ປະຕິຄະສັນໂຍຊະນະກໍດີ ທິຕຖິສັນໂຍຊະນະກໍດີ ວິຈິກິດສາສັນໂຍຊະນະກໍດີ ມານະສັນໂຍຊະນະກໍດີພະວະຣາຄະສັນໂຍຊະນະກໍດີ ອະວິຊຊາສັນໂຍຊະນະກໍດີ ເປັນສິ່ງທີ່ພິກຂຸລະໄດ້ແລ້ວ ມີຮາກເຫງົ້າອັນຕັດຂາດແລ້ວ ເຮັດໃຫ້ເໝືອນຕົ້ນຕານຍອດເນົ່າ ເຮັດໃຫ້ມີບໍ່ໄດ້ ເຮັດໃຫ້ເປັນສິ່ງທີ່ເກີດຂຶ້ນບໍ່ໄດ້ ອີກຕໍ່ໄປ;

ພິກຂຸ ທ. ! ເມື່ອນັ້ນ, ພິກຂຸນີ້ເຮົາເອີ້ນວ່າ “ຕັດຕັນຫາໄດ້ແລ້ວ ຮື້ຖອນສັນໂຍຊນ໌ໄດ້ແລ້ວ ໄດ້ເຮັດທີ່ສຸດແຫ່ງທຸກຂ໌ ເພາະຮູ້ຈັກໜ້າຕາຂອງມານະຢ່າງຖືກຕ້ອງແລ້ວ” ດັ່ງນີ້ ແລ.
- ສັຕຕະກະ. ອັງ. ໒໓/໗-໘/໘-໙.

(ກ່ຽວກັບເລື່ອງນີ້ ຄວນເບິ່ງຫົວຂໍ້ວ່າ “ປະພຶດພຣົມມະຈັນຣຍ໌ ເພື່ອລະ ເພື່ອຕັດອະນຸສະຢະໂດຍເດັດຂາດ” ທີ່ໜ້າ ໔໓໑ ແຫ່ງໜັງສືນີ້ປະກອບດ້ວຍ).

(ສັນໂຍຊນ໌ເຈັດອີກນັຍໜຶ່ງ)

ພິກຂຸ ທ. ! ສັນໂຍຊນ໌ ໗ ຢ່າງເຫຼົ່ານີ້ມີຢູ່. ເຈັດຢ່າງແນວໃດໜໍ ? ເຈັດຢ່າງຄື
1. ອະນຸນະຢະສັນໂຍຊນ໌ ໑
2. ປະຕິຄະສັນໂຍຊນ໌ ໑
3. ທິຕຖິສັນໂຍຊນ໌ ໑
4. ວິຈິກິດສາສັນໂຍຊນ໌ ໑
5. ມານະສັນໂຍຊນ໌ ໑
6. ອິດສາສັນໂຍຊນ໌ (ສັນໂຍຊນ໌ຄືຄວາມຣິດສະຫຍາ) ໑
7. ມັດສະຣິຢະສັນໂຍຊນ໌ (ສັນໂຍຊນ໌ຄືຄວາມຂີ້ຖີ່) ໑.
ພິກຂຸ ທ. ! ເຫຼົ່ານີ້ແລ ສັນໂຍຊນ໌ ໗ ຢ່າງ.

- ສັຕຕະກະ. ອັງ. ໒໓/໘/໑໐.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ