ຄວາມດັບບໍ່ເຫຼືອແຫ່ງທຸກ ມີ 4 ນິດເທສະ

ອະຣິຍະສັດ 4

0:00/0:00
ອຸດເທສະແຫ່ງນິໂຣດະອະຣິຢະສັດຈະ

ພິກຂຸ ທັງຫຼາຍ ! ຄວາມຈິງອັນປະເສີດ ຄືຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ເປັນແນວໃດໜໍ ? ພິກຂຸ ທັງຫຼາຍ ! ຄວາມດັບສະນິດ ເພາະຄວາມຈາງຄາຍໄປໂດຍບໍ່ເຫຼືອຂອງຕັນຫານັ້ນນັ້ນແລ, ຄວາມລະໄປຂອງຕັນຫານັ້ນ, ຄວາມສະລັດກັບຄືນຂອງຕັນຫານັ້ນ, ຄວາມຫຼຸດອອກໄປຂອງຕັນຫານັ້ນ ແລະຄວາມບໍ່ມີທີ່ອາໄສອີກຕໍ່ໄປ ຂອງຕັນຫານັ້ນ ອັນໃດ, ອັນນີ້ ເຮົາເອີ້ນວ່າ ຄວາມຈິງອັນປະເສີດ ຄື ຄວາມດັບ ບໍ່ເຫຼືອຂອງທຸກຂ໌.
- ມຫາວາຣ. ສັງ. ໑໙/໕໓໔/໑໖໘໑.

ວ່າດ້ວຍຄວາມດັບແຫ່ງຕັນຫາ ທີ່ລະໄປດັບໄປ ແຫ່ງຕັນຫາ

ພິກຂຸ ທ. ! ຕັນຫານັ້ນ ເມື່ອຈະລະໄປ ຍ່ອມລະໄປໃນບ່ອນໃດ ? ເມື່ອຈະດັບໄປ ຍ່ອມດັບໄປໃນບ່ອນໃດ ?

ພິກຂຸ ທ. ! ສິ່ງໃດມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ຕັນຫານັ້ນ ເມື່ອຈະລະໄປ ຍ່ອມລະໄປໃນສິ່ງນັ້ນໆ, ເມື່ອຈະດັບໄປ ຍ່ອມດັບໄປໃນສິ່ງນັ້ນໆ.

ພິກຂຸ ທ. ! ສິ່ງໃດໜໍ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ ?

ພິກຂຸ ທ. ! ຕາ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ຫູ ມີພາວະເປັນທີ່ຮັກທີ່ຍິນດີໃນໂລກ, ດັງ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ລີ້ນ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ກາຍ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ໃຈ ມີພາວະເປັນທີ່ຮັກທີ່ຍິນດີໃນໂລກ; ຕັນຫານັ້ນເມື່ອຈະລະໄປ ຍ່ອມລະໄປໃນສິ່ງນັ້ນໆ, ເມື່ອຈະດັບໄປ ຍ່ອມດັບໄປໃນສິ່ງນັ້ນໆ.

ພິກຂຸ ທ. ! ຮູບ ທັງຫຼາຍມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ສຽງທັງຫຼາຍມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ກິ່ນທັງຫຼາຍມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ຣົສທັງຫຼາຍມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ໂຜຕຖັພພະທັງຫຼາຍມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ທັມມາຣົມທັງຫຼາຍມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ; ຕັນຫານັ້ນເມື່ອຈະລະໄປ ຍ່ອມລະໄປໃນສິ່ງນັ້ນໆ, ເມື່ອຈະດັບໄປ ຍ່ອມດັບໄປໃນສິ່ງນັ້ນໆ.

ພິກຂຸ ທ. ! ວິນຍານທາງຕາ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ວິນຍານທາງຫູ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ວິນຍານທາງດັງ ມີພາວະເປັນທີ່ຮັກທີ່ຍິນດີໃນໂລກ, ວິນຍານທາງລີ້ນ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ວິນຍານທາງກາຍ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ວິນຍານທາງໃຈ ມີພາວະເປັນທີ່ຮັກທີ່ຍິນດີໃນໂລກ; ຕັນຫານັ້ນເມື່ອຈະລະ ຍ່ອມລະໄປໃນສິ່ງນັ້ນໆ, ເມື່ອຈະດັບຍ່ອມດັບໄປໃນສິ່ງນັ້ນໆ.

ພິກຂຸ ທ. ! ສັມຜັສທາງຕາ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ສັມຜັສທາງຫູ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ສັມຜັສທາງດັງ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ສັມຜັສທາງລີ້ນ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ສັມຜັສທາງກາຍ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ສັມຜັສທາງໃຈ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ; ຕັນຫານັ້ນເມື່ອຈະລະໄປ ຍ່ອມລະໄປໃນສິ່ງນັ້ນໆ, ເມື່ອຈະດັບ ຍ່ອມດັບໄປໃນສິ່ງນັ້ນໆ.

ພິກຂຸ ທ. ! ເວທະນາເກີດແຕ່ສັມຜັສທາງຕາ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ເວທະນາເກີດແຕ່ສັມຜັສທາງຫູ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ເວທະນາ ເກີດແຕ່ສັມຜັສທາງດັງ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ເວທະນາເກີດແຕ່ສັມຜັສທາງລີ້ນ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ເວທະນາເກີດແຕ່ສັມຜັສທາງກາຍ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ເວທະນາເກີດແຕ່ສັມຜັສທາງໃຈ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ; ຕັນຫານັ້ນເມື່ອຈະລະ ຍ່ອມລະໄປໃນສິ່ງນັ້ນໆ, ເມື່ອຈະດັບ ຍ່ອມດັບໄປໃນສິ່ງນັ້ນໆ.

ພິກຂຸ ທ. ! ຄວາມໝາຍຮູ້ໃນຮູບ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ຄວາມໝາຍຮູ້ໃນສຽງ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ຄວາມໝາຍຮູ້ໃນກິ່ນ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ຄວາມໝາຍຮູ້ໃນຣົສ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ຄວາມໝາຍຮູ້ໃນໂຜຕຖັພພະ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ,ຄວາມໝາຍຮູ້ໃນທັມມາຣົມ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ; ຕັນຫານັ້ນເມື່ອຈະລະ ຍ່ອມລະໄປໃນສິ່ງນັ້ນໆ, ເມື່ອຈະດັບ ຍ່ອມດັບໄປໃນສິ່ງນັ້ນໆ,

ພິກຂຸ ທ. ! ຄວາມຄິດນຶກໃນຮູບ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ຄວາມຄິດນຶກໃນສຽງ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ຄວາມຄິດນຶກໃນກິ່ນ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ຄວາມຄິດນຶກໃນຣົສ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ຄວາມຄິດນຶກໃນໂຜຕຖັພພະ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ຄວາມຄິດນຶກໃນທັມມາຣົມ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ; ຕັນຫານັ້ນ ເມື່ອຈະລະ ຍ່ອມລະໄປໃນສິ່ງນັ້ນໆ, ເມື່ອຈະດັບໄປ ຍ່ອມດັບໄປໃນສິ່ງນັ້ນໆ.

ພິກຂຸ ທ. ! ຕັນຫາໃນຮູບ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ຕັນຫາໃນສຽງ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ຕັນຫາໃນກິ່ນ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ຕັນຫາໃນຣົສ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ຕັນຫາໃນໂຜຕຖັພພະ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ຕັນຫາໃນທັມມາຣົມ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ; ຕັນຫານັ້ນເມື່ອຈະລະ ຍ່ອມລະໄປໃນສິ່ງນັ້ນໆ, ເມື່ອຈະດັບ ຍ່ອມດັບໄປໃນສິ່ງນັ້ນໆ.

ພິກຂຸ ທ. ! ຄວາມນຶກຕຶກໃນຮູບ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ຄວາມນຶກຕຶກໃນສຽງ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ຄວາມນຶກຕຶກໃນກິ່ນ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ຄວາມນຶກຕຶກໃນຣົສ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ຄວາມນຶກຕຶກໃນໂຜຕຖັພພະ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ຄວາມນຶກຕຶກໃນທັມມາຣົມ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ຕັນຫານັ້ນເມື່ອຈະລະ ຍ່ອມລະໄປໃນສິ່ງນັ້ນໆ, ເມື່ອຈະດັບ ຍ່ອມດັບໄປໃນສິ່ງນັ້ນໆ.

ພິກຂຸ ທ. ! ຄວາມຕຶກຕອງໃນຮູບ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ຄວາມຕຶກຕອງໃນສຽງ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ຄວາມຕຶກຕອງໃນກິ່ນ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ຄວາມຕຶກຕອງໃນຣົສ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ຄວາມຕຶກຕອງໃນໂຜຕຖັພພະ ມີພາວະເປັນທີ່ຮັກ ທີ່ຍິນດີໃນໂລກ, ຄວາມຕຶກຕອງໃນທັມມາຣົມ ມີພາວະເປັນທີ່ຮັກທີ່ຍິນດີໃນໂລກ; ຕັນຫານັ້ນເມື່ອຈະລະໄປ ຍ່ອມລະໄປໃນສິ່ງນັ້ນໆ, ເມື່ອຈະດັບໄປ ຍ່ອມດັບໄປໃນສິ່ງນັ້ນໆ,

- ມຫາ. ທີ. ໑໐/໓໔໖/໒໙໘.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ