ເຫດແຫ່ງການເສຍປະໂຍດສຸກທີ່ພຶງໄດ້
ຄູ່ສົມຣົດ
ເພື່ອນໃນໂຮງສຸລາ ຫຼືເພື່ອນທີ່ກ່າວແຕ່ປາກວ່າເປັນເພື່ອນກໍມີ ສ່ວນຜູ້ໃດທີ່ເປັນເພື່ອນໃນເວລາເຮົາຕ້ອງການຄືເພື່ອນແທ້
ເຫດ ໖ ປະການ ທີ່ທຳໃຫ້ເສຍປະໂຍດສຸກທີ່ພຶງໄດ້ ຄື ການນອນສາຍ ການເສບພັນລະຍາຜູ້ອື່ນ ຄວາມປະສົງຜູກເວນ ຄວາມເປັນຜູ້ທຳແຕ່ສິ່ງທີ່ຫາປະໂຍດບໍ່ໄດ້ ມິດຊົ່ວ ແລະຄວາມເປັນຜູ້ຕະຫະນີ່
ຄົນມີມິດຊົ່ວ ເພື່ອນຊົ່ວ ມີມະລະຍາດແລະການທ່ຽວຊົ່ວ ຍ່ອມເສື່ອມຈາກໂລກທັງສອງ ຄື ຈາກໂລກນີ້ແລະໂລກຫນ້າ
ເຫດ ໖ ປະການ ທີ່ທຳໃຫ້ເສຍປະໂຍດສຸກທີ່ພຶງໄດ້ ຄື ການພະນັນແລະຍິງ ສຸລາ ຟ້ອນຮຳຂັບຮ້ອງ ນອນຫລັບໃນກາງວັນເພື່ອບຳເລາະຕົນ ມິດຊົ່ວ ແລະຄວາມຕະຫະນີ່
ຜູ້ໃດເລ່ນການພະນັນ ດື່ມສຸລາ ເສບຍິງພັນລະຍາຂອງຜູ້ອື່ນ ຄົບແຕ່ຄົນຕ່ຳຊ້າ ຍ່ອມເສື່ອມ ຜູ້ໃດດື່ມສຸລາ ບໍ່ມີຊັບສິນ ບໍ່ທຳງານຫາລ້ຽງຊີວິດ ເປັນຄົນຂີ້ເມົາ ປາດສະຈາກສິ່ງເປັນປະໂຍດ ຈະຈົມລົງສູ່ໜີ້ ຄົນທີ່ນອນຫລັບໃນກາງວັນ ເປັນນັກເລງຂີ້ເມົາເປັນປະຈຳ ບໍ່ສາມາດຄອງເຮືອນໃຫ້ດີໄດ້ ຜູ້ທີ່ລະທິ້ງການງານ ດ້ວຍຄວາມເກຍຈຄ້ານ ປະໂຍດທັງຫລາຍຍ່ອມລ່ວງເລຍ
ສ່ວນຜູ້ໃດທຳກິດຂອງຕົນຢູ່ ຍ່ອມບໍ່ເສື່ອມຈາກຄວາມສຸກເລີຍ
**ອ້າງອິງ**
ສິງຄາລົກສູດ ພະໄຕປິຎົກ ຉະບັບຫຼວງ ເຫຼັ້ມທີ່ ໑໑ ຂໍ້ ໑໘໕