ປະຕິປະທາເຂົ້າເຖິງອິທິບາດພາວະນາ
ອິທິບາດ 4
ດູຣາພິຂຸທັງຫຼາຍ ! ເຮົາຈະສະແດງ ອິທທິ, ອິທທິບາທ, ອິທທິ ບາທພາວະນາ, ແລະ ປະຕິປະທາໃຫ້ເຖິງອິທທິບາທພາວະນາ ແກ່ ພວກເຈົ້າທັງຫຼາຍ ພວກເຈົ້າທັງຫຼາຍຈົ່ງຟັງ.
ກໍອິທທິນັ້ນເປັນແນວໃດຫນໍ ? ຄື:
ພິກຂຸໃນທັມວິນັຍນີ້ ຍ່ອມສະແດງລິດໄດ້ຫຼາຍຢ່າງຄື: ຄົນດຽວ ເປັນຫຼາຍຄົນກໍໄດ້ ຫຼາຍຄົນເປັນຄົນດຽວກໍ່ໄດ້, ເຮັດໃຫ້ປາກົຕກໍໄດ້ ເຮັດໃຫ້ຫາຍໄປກໍໄດ້ ທະລຸຝາ ກໍາແພງ ພູຜາໄປໄດ້ບໍ່ຕິດຂັດ ເຫມືອນ ໄປໃນທີ່ຫວ່າງກໍໄດ້ ສຸດຂື້ນດໍາລົງແຜ່ນດີນເຫມືອນໃນນ້ໍາກໍໄດ້ ຍ່າງ ເທິງຫນ້ານ້ໍາບໍ່ແຕກຕ່າງຈາກຍ່າງເທິງແຜ່ນດີນກໍໄດ້ ເຫາະໄປໄດ້ ໃນອາກາສເຫມືອນນົກກໍໄດ້ ລູບຄໍາດວງຈັນ ດວງອາທິຕເຊິ່ງມີສິທມີ ອານຸພາບຫຼາຍຢ່າງນີ້ດ້ວຍຝ່າມືກໍໄດ້ ໃຊ້ອໍານາຈທາງກາຍໄປຕະ ຫຼອດພຣົມມະໂລກກໍໄດ້ ນີ້ເອີ້ນວ່າ: ອິທທິ.
ກໍອິທທິບາທນັ້ນ ເປັນແນວໃດຫນໍ ? ຄື:
ມັກອັນໃດ ປະຕິປະທາອັນໃດ ຍ່ອມເປັນໄປເພື່ອໄດ້ລິທ ເພື່ອໄດ້ ສະເພາະເຊິ່ງລິທ ນີ້ເອີ້ນວ່າ: ອິທທິບາທ. ກໍອິທທິບາທພາວະນານັ້ນ ເປັນແນວໃດຫນໍ ? ຄື:
ພິກຂຸໃນທັມວິນັຍນີ້
- ຍ່ອມຈະເຣີນອິທທິບາທ ອັນປະກອບດ້ວຍສັນທະສະມາທິ ແລະ ປະທານສັງຂາຣ.
- ຍ່ອມຈະເຣີນອິທທິບາທ ອັນປະກອບດ້ວຍ ວິຣິຍະສະມາທິ ແລະ ປະທານສັງຂາຣ.
- ຍ່ອມຈະເຣີນອິທທິບາທ ອັນປະກອບດ້ວຍ ຈິຕຕະສະມາທິ ແລະ ປະທານສັງຂາຣ.
- ຍ່ອມຈະເຣີນອິທທິບາທ ອັນປະກອບດ້ວຍ ວິມັງສາສະມາທິ ແລະ ປະທານສັງຂາຣ ນີ້ເອີ້ນວ່າ: ອິທທິບາທພາວະນາ.
ກໍປະຕິປະທາໃຫ້ເຖິງອິທທິບາທພາວະນານັ້ນເປັນແນວໃດຫນໍ ? ອະຣິຍະມັກປະກອບດ້ວຍອົງຄ ໌ ໘ ນີ້ແລ ຄື: ສັມມາທິຕຖິ, ສັມມາສັງກັບໂປ, ສັມມາວາຈາ, ສັມມາກັມມັນໂຕ, ສັມມາອາຊີໂວ, ສັມມາວາຈາໂມ, ສັມມາສະຕິ, ສັມມາສະມາທິ, ນີ້ເອີ້ນວ່າ: ປະຕິປະ ທາໃຫ້ເຖິງອິທທິບາທພາວະນາ.
ສະບັບຫຼວງ ໑໙/໒໘໗/໑໑໗໕-໑໑໗໙