ພຣະພຸດທະເຈົ້າທັງໃນອະດີດ - ອະນາຄົດ - ປັຈຈຸບັນ ລ້ວນແຕ່ຕຣັດສະຮູ້ອະຣິຍະສັດສີ່

ອະຣິຍະສັດ 4

0:00/0:00
ພິກຂຸ ທ. ! ພຣະອະຣະຫັນຕະສັມມາສັມພຸດທະເຈົ້າອົງຄ໌ໃດໆ ໄດ້ຕຣັສຮູ້ຕາມເປັນຈິງໄປແລ້ວ ໃນກາລຍືດຍາວດົນຝ່າຍອະດີຕ, ທ່ານທັງຫຼາຍເຫຼົ່ານັ້ນໄດ້ຕຣັສຮູ້ຕາມເປັນຈິງ ຊຶ່ງຄວາມຈິງອັນປະເສີດສີ່ຢ່າງ. ພິກຂຸ ທ. ! ພຣະອະຣະຫັນຕະສັມມາສັມພຸດທະເຈົ້າອົງຄ໌ໃດໆ ຈະໄດ້ຕຣັສຮູ້ຕາມເປັນຈິງ ຕໍ່ກາລຍືດຍາວດົນນານຝ່າຍອະນາຄົຕ, ທ່ານທັງຫຼາຍເຫຼົ່ານັ້ນ ກໍຈະໄດ້ຕຣັສຮູ້ຕາມເປັນຈິງ ຊຶ່ງຄວາມຈິງອັນປະເສີດສີ່ຢ່າງ.

ພິກຂຸ ທ. ! ເຖິງແມ່ນພຣະອະຣະຫັນຕະສັມມາສັມພຸດທະ ຜູ້ຕຣັສຮູ້ຕາມເປັນຈິງຢູ່ ໃນກາລເປັນປັຈຈຸບັນນີ້ ກໍໄດ້ຕຣັສຮູ້ຢູ່ ຊຶ່ງຄວາມຈິງອັນປະເສີດສີ່ຢ່າງ. ຄວາມຈິງອັນປະເສີດສີ່ຢ່າງນັ້ນ ເຫຼົ່າໃດໜໍ ? ສີ່ຢ່າງ ຄື ຄວາມຈິງອັນປະເສີດຄືທຸກຂ໌, ຄວາມຈິງອັນປະເສີດຄືເຫຕໃຫ້ເກີດແຫ່ງທຸກຂ໌, ຄວາມຈິງອັນປະເສີດຄືຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ແລະຄວາມຈິງອັນປະເສີດຄືທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌.
ພິກຂຸ ທ. ! ເພາະເຫຕນັ້ນ ໃນກໍລະນີນີ້ ພວກເຈົ້າຕ້ອງຕັ້ງຄວາມພຽນເພື່ອໃຫ້ຮູ້ຕາມເປັນຈິງວ່າ “ນີ້ເປັນທຸກຂ໌, ນີ້ເປັນເຫຕໃຫ້ເກີດແຫ່ງທຸກຂ໌, ນີ້ເປັນຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ແລະນີ້ເປັນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌” ດັ່ງນີ້ເຖີ້ນ.

- ມຫາວາຣ. ສັງ. ໑໙/໕໔໓/໑໗໐໔.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ