ພັນລະຍາ 7 ປະເພດ

ຄູ່ສົມຣົດ

0:00/0:00
ຄັ້ງໜຶ່ງ ພຣະຜູ້ມີພຣະພາກທົງເສດັດໄປຍັງນິເວສນ໌ຂອງທ່ານອະນາຖະບິນຑິກເສດຖີ ຄົນທັງຫຼາຍໃນນິເວສນ໌ຕ່າງສົ່ງສຽງອື້ອຶງ ເໝືອນຊາວປະມົງແຍ່ງປາກັນ ເພາະນາງສຸຊາດາຜູ້ທີ່ເສດຖີນຳມາຈາກຕະກູນໝັ້ງຄັ່ງເພື່ອມາເປັນສະໃພ້ ບໍ່ເຊື່ອຖື ແມ່ຜົວ ພໍ່ຜົວ ສາມີ ຫຼືແມ່ນແຕ່ພຣະຜູ້ມີພຣະພາກ ນາງກໍບໍ່ເຄົາລົບນັບຖື

ພຣະຜູ້ມີພຣະພາກຈຶ່ງຕຣັສເອີ້ນນາງສຸຊາດາມາ ທົງຖາມວ່ານາງເປັນພັນລະຍາຈຳພວກໃດໃນພັນລະຍາ 7 ຈຳພວກ

**ພັນລະຍາ 7 ຈຳພວກ**
- **ວະທະກາພັນລະຍາ** ພັນລະຍາເສມີດ້ວຍເພັດຊະຄາດ ຄື ພັນລະຍາຜູ້ມີຈິດປະທຸດຮ້າຍ ບໍ່ມີປະໂຫຍດເກື້ອກູນ ຍິນດີໃນຊາຍອື່ນ ດູໝິ່ນສາມີ ພະຍາຍາມຈະຂ້າຜົວ
- **ໂຈລະພັນລະຍາ** ພັນລະຍາເສມີດ້ວຍໂຈນ ຄື ພັນລະຍາທີ່ປາຖະໜາຈະຍັກຍອກຊັບ ທີ່ສາມີປະກອບອາຊີບໄດ້ມາ
- **ອັຍຍາພັນລະຍາ** ພັນລະຍາເສມີດ້ວຍນາຍ ຄື ພັນລະຍາທີ່ບໍ່ສົນໃຈການງານ ກຽດຄ້ານ ກິນຫຼາຍ ປາກຮ້າຍ ຮ້າຍກາດ ກ່າວຄຳຫຍາບ ຂົ່ມຂີ່ຜົວຜູ້ຂະຫຍັນຂັນແຂງ
- **ມາຕາພັນລະຍາ** ພັນລະຍາເສມີດ້ວຍມານດາ ຄື ພັນລະຍາທີ່ມີປະໂຫຍດເກື້ອກູນ ຕາມຮັກສາສາມີເໝືອນມານດາຮັກສາບຸດ ຮັກສາຊັບທີ່ສາມີຫາມາໄດ້
- **ພະຄິນີພັນລະຍາ** ພັນລະຍາເສມີດ້ວຍພີ່ສາວນ້ອງສາວ ຄື ພັນລະຍາທີ່ເປັນເໝືອນພີ່ສາວນ້ອງສາວ ມີຄວາມເຄົາລົບໃນສາມີຂອງຕົນ ລະອາຍຕໍ່ບາບ ເປັນໄປຕາມອຳນາດສາມີ
- **ສະຂີພັນລະຍາ** ພັນລະຍາເສມີດ້ວຍເພື່ອນ ຄື ພັນລະຍາທີ່ເຫັນສາມີແລ້ວຊື່ນຊົມຍິນດີ ເໝືອນເພື່ອນຜູ້ຈາກໄປນານແລ້ວກັບມາ ເປັນຍິງມີຕະກູນ ມີສີນ ມີວັດປະຕິບັດສາມີ
- **ທາສີພັນລະຍາ** ພັນລະຍາເສມີດ້ວຍທາສີ ຄື ພັນລະຍາທີ່ແມ່ນສາມີຈະເຄີ່ຍຕີ ຂູ່ຕະຄອກ ກໍບໍ່ໂກດຕອບສາມີ ອົດທົນໄດ້ ເປັນໄປຕາມອຳນາດສາມີ

ພັນລະຍາ 3 ຈຳພວກ ໄດ້ແກ່ ວະທະກາພັນລະຍາ ໂຈລະພັນລະຍາ ແລະອັຍຍາພັນລະຍານັ້ນ ເປັນຄົນທຸສີນຫຍາບຊ້າ ບໍ່ເອື້ອເຟື້ອ ເມື່ອຕາຍໄປ ຍ່ອມເຂົ້າເຖິງນະລົກ

ພັນລະຍາອີກ 4 ຈຳພວກ ໄດ້ແກ່ ມາຕາພັນລະຍາ ພະຄິນີພັນລະຍາ ສະຂີພັນລະຍາ ແລະທາສີພັນລະຍານັ້ນ ເປັນຜູ້ຕັ້ງຢູ່ໃນສີນ ຖະໜອມຮັກໄວ້ຍັ່ງຍືນ ເມື່ອຕາຍໄປ ຍ່ອມເຂົ້າເຖິງສຸຄະຕິ

ເມື່ອຟັງທຳຈົບ ນາງສຸຊາດາຂໍໃຫ້ພຣະຜູ້ມີພຣະພາກໂປດທົງຈຳນາງຕັ້ງແຕ່ນີ້ໄປວ່າ ເປັນພັນລະຍາຜູ້ເສມີດ້ວຍທາສີ

**ອ້າງອີງ**
ພຣະສຸດຕັນຕະປິດົກ ຫມວດທີ່ 15 ຂໍ້ທີ່ [60] ພັນລະຍາສູດ
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ