ຜູ້ຖອນຮາກແຫ່ງຄວາມຮັກແລະຄວາມຄຽດຊັງໄດ້ແລ້ວ

ທໍາໃນທີສຸດ

0:00/0:00
(ເລື່ອງຄວນເບິ່ງປະກອບໃນອະຣິຍະ.ໂອ. ປາຍ ໜ້າ ໑໓໔໗ ໂດຍສະຫຼຸບຄືຮັກ-ຊັງ ໔ ແບບ ບໍ່ມີຂະນະຢູ່ໃນຊານ ໑, ໒, ໓, ໔ ແລະຈະບໍ່ມີຢ່າງເດັດຂາດ ເມື່ອເຫັນແຈ້ງຊຶ່ງເຈໂຕວິມຸຕຕິ ປັນຍາວິມຸຕຕິ ຊຶ່ງຈະເກີດຜົລຕິດຕາມມາ ໕ ປະການ).

ພິກຂຸ ທ. ! ທັມມາຣົມທັງຫຼາຍເຫຼົ່ານີ້ ຍ່ອມເກີດຢູ່ເປັນ ໔ ປະການ. ສີ່ປະການແນວ ໃດໜໍ ? ສີ່ປະການຄື ຄວາມຮັກເກີດຈາກຄວາມຮັກ ຄວາມຄຽດຊັງເກີດຈາກຄວາມຮັກ ຄວາມຮັກເກີດຈາກຄວາມຄຽດຊັງ ຄວາມຄຽດຊັງເກີດຈາກຄວາມຄຽດຊັງ.

ພິກຂຸ ທ. ! ແນວໃດໜໍເອີ້ນວ່າ ຄວາມຮັກເກີດຈາກຄວາມຮັກ ? ພິກຂຸ ທ. ! ໃນກໍລະນີນີ້ ມີບຸຄຄົລຊຶ່ງເປັນທີ່ປາຖນາຮັກໃຄ່ພໍໃຈ ຂອງບຸຄຄົລຄົນໜຶ່ງ, ມີບຸຄຄົລພວກອື່ນ ມາປະພຶດເຮັດຕໍ່ບຸຄຄົລນັ້ນ ດ້ວຍອາການທີ່ໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ; ບຸຄຄົລພຸ້ນ ກໍຈະເກີດຄວາມພໍໃຈຂຶ້ນມາດັ່ງນີ້ວ່າ “ບຸຄຄົລເຫຼົ່ານັ້ນ ປະພຶດເຮັດຕໍ່ບຸຄຄົລທີ່ເຮົາປາຖນາຮັກໃຄ່ພໍໃຈ ດ້ວຍອາການທີ່ໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ” ດັ່ງນີ້ ; ບຸຄຄົລນັ້ນຊື່ວ່າ ຍ່ອມເຮັດຄວາມຮັກໃຫ້ເກີດຂຶ້ນ ໃນບຸຄຄົລເຫຼົ່ານັ້ນ. ພິກຂຸ ທ. ! ເຊັ່ນນີ້ແລ ເອີ້ນວ່າ ຄວາມຮັກເກີດຈາກຄວາມຮັກ.

ພິກຂຸ ທ. ! ແນວໃດໜໍເອີ້ນວ່າ ຄວາມຄຽດຊັງເກີດຈາກຄວາມຮັກ ? ພິກຂຸ ທ. ! ໃນກໍລະນີນີ້ ມີບຸຄຄົລຊຶ່ງເປັນທີ່ປາຖນາຮັກໃຄ່ພໍໃຈ ຂອງບຸຄຄົລຄົນໜຶ່ງ. ມີບຸຄຄົລພວກອື່ນ ມາປະພຶດເຮັດຕໍ່ບຸຄຄົລນັ້ນ ດ້ວຍອາການທີ່ບໍ່ໜ້າປາຖະນາ ບໍ່ໜ້າຮັກໃຄ່ພໍໃຈ ; ບຸຄຄົລພຸ້ນ ກໍຈະເກີດຄວາມບໍ່ພໍໃຈຂຶ້ນມາດັ່ງນີ້ວ່າ “ບຸຄຄົລເຫຼົ່ານັ້ນ ປະພຶດເຮັດຕໍ່ບຸຄຄົລທີ່ເຮົາປາຖນາຮັກໃຄ່ພໍໃຈ ດ້ວຍອາການທີ່ບໍ່ໜ້າປາຖນາ ບໍ່ໜ້າຮັກໃຄ່ພໍໃຈ” ດັ່ງນີ້ ; ບຸຄຄົລນັ້ນຊື່ວ່າ ຍ່ອມເຮັດຄວາມຊັງໃຫ້ເກີດຂຶ້ນ ໃນບຸຄຄົລເຫຼົ່ານັ້ນ. ພິກຂຸ ທ. ! ເຊັ່ນນີ້ແລ ເອີ້ນວ່າ ຄວາມຄຽດຊັງເກີດຈາກຄວາມຮັກ.

ພິກຂຸ ທ. ! ແນວໃດໜໍເອີ້ນວ່າ ຄວາມຮັກເກີດຈາກຄວາມຊັງ ? ພິກຂຸ ທ. ! ໃນກໍລະນີນີ້ ມີບຸຄຄົລຊຶ່ງເປັນທີ່ບໍ່ປາຖນາຮັກໃຄ່ພໍໃຈ ຂອງບຸຄຄົລຄົນໜຶ່ງ, ມີບຸຄຄົລພວກອື່ນ ມາປະພຶດເຮັດຕໍ່ບຸຄຄົລນັ້ນ ດ້ວຍອາການທີ່ບໍ່ໜ້າປາຖນາ ບໍ່ໜ້າຮັກໃຄ່ພໍໃຈ ; ບຸຄຄົລພຸ້ນ ກໍຈະເກີດຄວາມພໍໃຈຂຶ້ນມາດັ່ງນີ້ວ່າ “ບຸຄຄົລເຫຼົ່ານັ້ນ ປະພຶດເຮັດຕໍ່ບຸຄຄົລທີ່ເຮົາບໍ່ປາຖນາຮັກໃຄ່ພໍໃຈ ດ້ວຍອາການທີ່ບໍ່ໜ້າປາຖນາ ບໍ່ໜ້າຮັກໃຄ່ພໍໃຈ” ດັ່ງນີ້ ; ບຸຄຄົລນັ້ນຊື່ວ່າ ຍ່ອມເຮັດຄວາມຮັກໃຫ້ເກີດຂຶ້ນ ໃນບຸຄຄົລເຫຼົ່ານັ້ນ. ພິກຂຸ ທ. ! ເຊັ່ນນີ້ແລ ເອີ້ນວ່າ ຄວາມຮັກເກີດຈາກຄວາມຄຽດຊັງ.

ພິກຂຸ ທ. ! ແນວໃດໜໍເອີ້ນວ່າ ຄວາມຄຽດຊັງເກີດຈາກຄວາມຊັງ ? ພິກຂຸ ທ. ! ໃນກໍລະນີນີ້ ມີບຸຄຄົລຊຶ່ງບໍ່ເປັນທີ່ປາຖນາຮັກໃຄ່ພໍໃຈ ຂອງບຸຄຄົລຄົນໜຶ່ງ, ມີບຸຄຄົລພວກອື່ນ ມາປະພຶດເຮັດຕໍ່ບຸຄຄົລນັ້ນດ້ວຍອາການທີ່ໜ້າປາຖະນາ ໜ້າຮັກໃຄ່ໜ້າພໍໃຈ ; ບຸຄຄົລພຸ້ນ ກໍຈະເກີດຄວາມບໍ່ພໍໃຈຂຶ້ນມາດັ່ງນີ້ວ່າ “ບຸຄຄົລເຫຼົ່ານັ້ນ ປະພຶດເຮັດຕໍ່ບຸຄຄົລທີ່ເຮົາບໍ່ປາຖນາຮັກໃຄ່ພໍໃຈ ດ້ວຍອາການທີ່ໜ້າປາຖນາ ໜ້າຮັກໃຄ່ໜ້າພໍໃຈ” ດັ່ງນີ້ ; ບຸຄຄົລນັ້ນຊື່ວ່າ ຍ່ອມເຮັດຄວາມຄຽດຊັງໃຫ້ເກີດຂຶ້ນ ໃນບຸຄຄົລເຫຼົ່ານັ້ນ. ພິກຂຸ ທ. ! ເຊັ່ນນີ້ແລ ເອີ້ນວ່າ ຄວາມຄຽດຊັງເກີດຈາກຄວາມຄຽດຊັງ.

ພິກຂຸ ທ. ! ເຫຼົ່ານີ້ແລ ຄືທັມມາຣົມ ຍ່ອມເກີດຢູ່ເປັນ ໔ ປະການ.

ພິກຂຸ ທ. ! ສະໄໝໃດ ພິກຂຸເຮັດໃຫ້ແຈ້ງ ຊຶ່ງເຈໂຕວິມຸຕຕິ ປັນຍາວິມຸຕຕິ ອັນຫາອາສະວະບໍ່ໄດ້ ເພາະຄວາມດັບສິ້ນໄປແຫ່ງອາສະວະທັງຫຼາຍ ດ້ວຍປັນຍາອັນຍິ່ງເອງໃນທິຕຖະທັມນີ້ ເຂົ້າເຖິງແລ້ວແລຢູ່ ; ສະໄໝນັ້ນ ຄວາມຮັກທີ່ເກີດຈາກຄວາມຮັກ ກໍຖືກລະຂາດ ມີຮາກອັນຂາດແລ້ວ ເຮັດໃຫ້ເປັນເໝືອນຕົ້ນຕານ ມີກ້ານຍອດອັນຂາດແລ້ວ ໃຫ້ເຖິງຄວາມບໍ່ມີ ມີອັນບໍ່ເກີດຂຶ້ນອີກຕໍ່ໄປ ເປັນທັມມະດາ, ຄວາມຄຽດຊັງທີ່ເກີດຈາກຄວາມຮັກ ກໍຖືກລະຂາດ.... ; ຄວາມຮັກທີ່ເກີດຈາກຄວາມຄຽດຊັງ ກໍຖືກລະຂາດ.... ; ຄວາມຄຽດຊັງທີ່ເກີດຈາກຄວາມຄຽດຊັງ ກໍຖືກລະຂາດ ມີຮາກອັນຂາດແລ້ວ ເຮັດໃຫ້ເປັນເໝືອນຕົ້ນຕານ ມີກ້ານຍອດອັນຂາດແລ້ວ ໃຫ້ເຖິງຄວາມບໍ່ມີ ມີອັນບໍ່ເກີດຂຶ້ນອີກຕໍ່ໄປ ເປັນທັມມະດາ.
ພິກຂຸ ທ. ! ພິກຂຸນີ້ ເຮົາກ່າວວ່າ ຍ່ອມບໍ່ຖືໂຕ ຍ່ອມບໍ່ຕອບໂຕ້ ຍ່ອມບໍ່ອັດຄວັນ ຍ່ອມບໍ່ລຸກໄໝ້ ຍ່ອມບໍ່ໄໝ້ແຫ້ມ.
- ຈຕຸກກະ. ອັງ. ໒໑/໒໘໐/໒໐໐.

ກ. ຜູ້ບໍ່ຖືໂຕ (ນະອຸສເສເນຕິ)

ພິກຂຸ ທ. ! ແນວໃດໜໍ ຊື່ວ່າພິກຂຸ ຍ່ອມບໍ່ຖືໂຕ ?

ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ບໍ່ຕາມເຫັນຮູບໂດຍຄວາມເປັນຕົນ ບໍ່ຕາມເຫັນຕົນວ່າມີຮູບ ບໍ່ຕາມເຫັນຮູບໃນຕົນ ບໍ່ຕາມເຫັນຕົນໃນຮູບ, ບໍ່ຕາມເຫັນເວທະນາໂດຍຄວາມເປັນຕົນ ບໍ່ຕາມເຫັນຕົນວ່າມີເວທະນາ ບໍ່ຕາມເຫັນເວທະນາໃນຕົນ ບໍ່ຕາມເຫັນຕົນໃນເວທະນາ, ຕາມເຫັນສັນຍາໂດຍຄວາມເປັນຕົນ ບໍ່ຕາມເຫັນຕົນວ່າມີສັນຍາ ບໍ່ຕາມເຫັນສັນຍາໃນຕົນ ບໍ່ຕາມເຫັນຕົນໃນສັນຍາ, ບໍ່ຕາມເຫັນສັງຂາຣໂດຍຄວາມເປັນຕົນ ບໍ່ຕາມເຫັນຕົນວ່າມີສັງຂາຣ ບໍ່ຕາມເຫັນສັງຂາຣໃນຕົນ ບໍ່ຕາມເຫັນຕົນໃນສັງຂາຣ, ບໍ່ຕາມເຫັນວິນຍານໂດຍຄວາມເປັນຕົນ ບໍ່ຕາມເຫັນຕົນວ່າມີວິນຍານ ບໍ່ຕາມເຫັນວິນຍານໃນຕົນ ບໍ່ຕາມເຫັນຕົນໃນວິນຍານ.

ພິກຂຸ ທ. ! ເຊັ່ນນີ້ແລ ຊື່ວ່າ ພິກຂຸຍ່ອມບໍ່ຖືໂຕ.

ຂ. ຜູ້ບໍ່ຕອບໂຕ້ (ນະປະຕິສເສເນຕິ)

ພິກຂຸ ທ. ! ແນວໃດໜໍ ຊື່ວ່າພິກຂຸ ຍ່ອມບໍ່ຕອບໂຕ້ ?

ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ຍ່ອມບໍ່ດ່າຕອບຕໍ່ຜູ້ດ່າຕົນ ຍ່ອມບໍ່ໂກດເຄືອງຕອບ ຕໍ່ຜູ້ໂກດເຄືອງຕົນ ຍ່ອມບໍ່ຫັກໜ້າຕອບ ຕໍ່ຜູ້ຫັກໜ້າຕົນ.
ພິກຂຸ ທ. ! ເຊັ່ນນີ້ແລ ຊື່ວ່າ ພິກຂຸຍ່ອມບໍ່ຕອບໂຕ້.

ຄ. ຜູ້ບໍ່ອັດຄວັນ (ນະດູປາຢະຕິ)

ພິກຂຸ ທ. ! ແນວໃດໜໍ ຊື່ວ່າ ພິກຂຸຍ່ອມບໍ່ອັດຄວັນ ?

ພິກຂຸ ທ. ! (໑) ເມື່ອຄວາມນຶກ (ດ້ວຍມານານຸສັຍ) ວ່າ “ເຮົາມີຢູ່ເປັນຢູ່” ດັ່ງນີ້ ບໍ່ມີຢູ່, (໒) ຄວາມນຶກວ່າ “ເຮົາມີເຮົາເປັນແນວນີ້” ກໍບໍ່ມີ ; (໓) ຄວາມນຶກວ່າ “ເຮົາມີເຮົາເປັນແນວນັ້ນ” ກໍບໍ່ມີ ; (໔) ວ່າ “ເຮົາມີເຮົາເປັນແນວອື່ນ” ກໍບໍ່ມີ ; (໕) ວ່າ “ເຮົາມີເຮົາເປັນແບບບໍ່ທ່ຽງແທ້” ກໍບໍ່ມີ ; (໖) ວ່າ “ເຮົາມີເຮົາເປັນແບບທ່ຽງແທ້” ກໍບໍ່ມີ ; (໗) ຄວາມນຶກວ່າ “ເຮົາຍ່ອມມີຍ່ອມເປັນ” ກໍບໍ່ມີ ; (໘) ຄວາມນຶກວ່າ “ເຮົາຍ່ອມມີຍ່ອມເປັນແນວນີ້” ກໍບໍ່ມີ ; (໙) ວ່າ “ເຮົາຍ່ອມມີຍ່ອມເປັນແນວນັ້ນ” ກໍບໍ່ມີ ; (໑໐) ວ່າ “ເຮົາຍ່ອມມີ-ຍ່ອມເປັນແນວອື່ນ” ກໍບໍ່ມີ ; (໑໑) ຄວາມນຶກວ່າ “ເຮົາຍ່ອມມີ-ຍ່ອມເປັນແດ່ບໍ” ກໍບໍ່ມີ ; (໑໒) ຄວາມນຶກວ່າ “ເຮົາຍ່ອມມີ-ຍ່ອມເປັນແນວນີ້ແດ່ບໍ” ກໍບໍ່ມີ ; (໑໓) ວ່າ “ເຮົາຍ່ອມມີ-ຍ່ອມເປັນແນວນັ້ນແດ່ບໍ” ກໍບໍ່ມີ ; (໑໔) ວ່າ “ເຮົາຍ່ອມມີ-ຍ່ອມເປັນແນວອື່ນແດ່ບໍ” ກໍບໍ່ມີ ; (໑໕) ຄວາມນຶກວ່າ “ເຮົາຈະມີ-ຈະເປັນແລ້ວ” ກໍບໍ່ມີ ; (໑໖) ຄວາມນຶກວ່າ “ເຮົາຈະມີ-ຈະເປັນແລ້ວແນວນີ້” ກໍບໍ່ມີ ; (໑໗) ວ່າ “ເຮົາຈະມີ-ຈະເປັນແລ້ວແນວນັ້ນ” ກໍບໍ່ມີ ; (໑໘) ວ່າ “ເຮົາຈະມີ-ຈະເປັນແລ້ວແນວອື່ນ” ກໍບໍ່ມີ.

ພິກຂຸ ທ. ! ເຊັ່ນນີ້ແລ ຊື່ວ່າ ພິກຂຸຍ່ອມບໍ່ອັດຄວັນ.

ຄ. ຜູ້ບໍ່ລຸກວາບ (ນະປັຊຊະລະຕິ)

ພິກຂຸ ທ. ! ແນວໃດໜໍ ຊື່ວ່າ ພິກຂຸຍ່ອມບໍ່ລຸກໄໝ້ ?

ພິກຂຸ ທ. ! (໑) ເມື່ອຄວາມນຶກ (ດ້ວຍມານານຸສັຍ) ວ່າ “ເຮົາມີຢູ່-ເປັນຢູ່ ດ້ວຍຂັນທ໌ນີ້” ບໍ່ມີຢູ່, (໒) ຄວາມນຶກວ່າ “ເຮົາມີ-ເຮົາເປັນແນວນີ້ ດ້ວຍຂັນທ໌ນີ້” ກໍບໍ່ມີ ; (໓) ຄວາມນຶກວ່າ “ເຮົາມີ-ເຮົາເປັນແນວນັ້ນ ດ້ວຍຂັນທ໌ນີ້” ກໍບໍ່ມີ ; (໔) ວ່າ “ເຮົາມີ-ເຮົາເປັນແນວອື່ນ ດ້ວຍຂັນທ໌ນີ້” ກໍບໍ່ມີ ; (໕) ວ່າ “ເຮົາມີ-ເຮົາເປັນແບບບໍ່ທ່ຽງແທ້ ດ້ວຍຂັນທ໌ນີ້” ກໍບໍ່ມີ ; (໖) ວ່າ “ເຮົາມີ-ເຮົາເປັນແບບທ່ຽງແທ້ ດ້ວຍຂັນທ໌ນີ້” ກໍບໍ່ມີ ; (໗) ຄວາມນຶກວ່າ “ເຮົາຍ່ອມມີ-ຍ່ອມເປັນ ດ້ວຍຂັນທ໌ນີ້” ກໍບໍ່ມີ ; (໘) ຄວາມນຶກວ່າ “ເຮົາຍ່ອມມີ-ຍ່ອມເປັນແນວນີ້ ດ້ວຍຂັນທ໌ນີ້” ກໍບໍ່ມີ ; (໙) ວ່າ “ເຮົາຍ່ອມມີ-ຍ່ອມເປັນແນວນັ້ນ ດ້ວຍຂັນທ໌ນີ້” ກໍບໍ່ມີ ; (໑໐) ວ່າ “ເຮົາຍ່ອມມີ-ຍ່ອມເປັນແນວອື່ນ ດ້ວຍຂັນທ໌ນີ້” ກໍບໍ່ມີ ; (໑໑) ຄວາມນຶກວ່າ “ເຮົາຍ່ອມມີ-ຍ່ອມເປັນ ດ້ວຍຂັນທ໌ນີ້ແດ່ບໍ” ກໍບໍ່ມີ ; (໑໒) ຄວາມນຶກວ່າ “ເຮົາຍ່ອມມີ-ຍ່ອມເປັນແນວນີ້ ດ້ວຍຂັນທ໌ນີ້ແດ່ບໍ” ກໍບໍ່ມີ ; (໑໓) ວ່າ “ເຮົາຍ່ອມມີ-ຍ່ອມເປັນແນວນັ້ນ ດ້ວຍຂັນທ໌ນີ້ແດ່ບໍ” ກໍບໍ່ມີ ; (໑໔) ວ່າ “ເຮົາຍ່ອມມີ-ຍ່ອມເປັນແນວອື່ນ ດ້ວຍຂັນທ໌ນີ້ແດ່ບໍ” ກໍບໍ່ມີ ; (໑໕) ຄວາມນຶກວ່າ “ເຮົາຈະມີ-ຈະເປັນແລ້ວ ດ້ວຍຂັນທ໌ນີ້” ກໍບໍ່ມີ ; (໑໖) ຄວາມນຶກວ່າ “ເຮົາຈະມີ-ຈະເປັນແລ້ວແນວນີ້ ດ້ວຍຂັນທ໌ນີ້” ກໍບໍ່ມີ ; (໑໗) ວ່າ “ເຮົາຈະມີ-ຈະເປັນແລ້ວແນວນັ້ນ ດ້ວຍຂັນທ໌ນີ້” ກໍບໍ່ມີ ; (໑໘) ວ່າ “ເຮົາຈະມີ-ຈະເປັນແລ້ວແນວອື່ນ ດ້ວຍຂັນທ໌ນີ້” ກໍບໍ່ມີ.
ພິກຂຸ ທ. ! ເຊັ່ນນີ້ແລຊື່ວ່າ ພິກຂຸ ຍ່ອມບໍ່ລຸກໄໝ້.

ງ. ຜູ້ບໍ່ໄໝ້ແຫ້ງ (ນະປັຊຊາຢະຕິ)

ພິກຂຸ ທ. ! ແນວໃດໜໍຊື່ວ່າ ພິກຂຸຍ່ອມບໍ່ໄໝ້ແຫ້ງ ?

ພິກຂຸ ທ. ! ອັສສະມິມານະ ອັນພິກຂຸໃນກໍລະນີນີ້ ລະຂາດແລ້ວ ມີຮາກຖອນຂຶ້ນແລ້ວ ເຮັດໃຫ້ເປັນເໝືອນຕົ້ນຕານ ມີຂ້ວນຍອດອັນຂາດແລ້ວ ເຮັດໃຫ້ເຖິງຄວາມບໍ່ມີບໍ່ເປັນ ມີອັນບໍ່ເກີດຂຶ້ນອີກຕໍ່ໄປ ເປັນທັມມະດາ ພິກຂຸ ທ. ! ເຊັ່ນນີ້ແລຊື່ວ່າ ພິກຂຸຍ່ອມບໍ່ໄໝ້ແຫ້ງ, ດັ່ງນີ້ແລ.
- ຈຕຸກກະ. ອັງ. ໒໑/໒໙໓-໒໙໖/໒໐໐.

ຜູ້ລອກຄາບຖິ້ມແລ້ວ

ຜູ້ໃດບໍ່ແລ່ນອ່າວໄປຂ້າງໜ້າ ບໍ່ວົນດ່າວມາຂ້າງຫຼັງ໑ ຂ້າມພົ້ນທັມເປັນເຫຕໃຫ້ຊັກຊ້າ໒ ນີ້ເສຍໄດ້ທັງໝົດ ; ຜູ້ນັ້ນ ເປັນພິກຂຸ ສະລັດຖິ້ມເສຍໄດ້ແລ້ວ ທັງຝັ່ງໃນແລະຝັ່ງນອກ໓ ເໝືອນງູຖິ້ມຄາບເກົ່າ ອັນຜຸຜຸ່ຍ ໄປແລ້ວສະນັ້ນ.

ຜູ້ໃດ ບໍ່ແລ່ນອ່າວໄປທາງໜ້າ ບໍ່ວົນດ່າວມາທາງຫຼັງ ຮູ້ວ່າໃນໂລກນີ້ ສິ່ງທັງປວງນີ້ ປາສະຈາກສັຈຈະແຫ່ງຕະຖາ໔ ; ຜູ້ນັ້ນເປັນພິກຂຸ ສະລັດຖິ້ມເສຍໄດ້ແລ້ວ ທັງຝັ່ງໃນແລະຝັ່ງນອກ ເໝືອນງູຖິ້ມຄາບເກົ່າ ອັນຜຸຜຸ່ຍ ໄປແລ້ວສະນັ້ນ.

ຜູ້ໃດບໍ່ແລ່ນອ່າວໄປທາງໜ້າ ບໍ່ວົນດ່າວມາທາງຫຼັງ ເປັນຜູ້ປາສະຈາກໂລພະ ເພາະຮູ້ວ່າສິ່ງທັງປວງນີ້ ປາສະຈາກສັຈຈະແຫ່ງຕະຖາ ; ຜູ້ນັ້ນເປັນພິກຂຸສະລັດຖິ້ມເສຍໄດ້ແລ້ວ ທັງຝັ່ງໃນແລະຝັ່ງນອກ ເໝືອນງູຖິ້ມຄາບເກົ່າ ອັນຜຸຜຸ່ຍ ໄປແລ້ວສະນັ້ນ.

ຜູ້ໃດ ບໍ່ແລ່ນອ່າວໄປທາງໜ້າ ບໍ່ວົນດ່າວມາທາງຫຼັງ ເປັນຜູ້ປາສະຈາກຣາຄະ ເພາະຮູ້ວ່າສິ່ງທັງປວງນີ້ ປາສະຈາກສັຈຈະແຫ່ງຕະຖາ ; ຜູ້ນັ້ນເປັນພິກຂຸສະລັດຖິ້ມເສຍໄດ້ແລ້ວ ທັງຝັ່ງໃນແລະຝັ່ງນອກ ເໝືອນງູຖິ້ມຄາບເກົ່າ ອັນຜຸຜຸ່ຍ ໄປແລ້ວສະນັ້ນ.

ຜູ້ໃດ ບໍ່ແລ່ອ່າວໄປທາງໜ້າ ບໍ່ວົນດ່າວມາທາງຫຼັງ ເປັນຜູ້ປາສະຈາກໂທສະ ເພາະຮູ້ວ່າສິ່ງທັງປວງນີ້ ປາສະຈາກສັຈຈະແຫ່ງຕະຖາ ; ຜູ້ນັ້ນເປັນພິກຂຸສະລັດຖິ້ມເສຍໄດ້ແລ້ວ ທັງຝັ່ງໃນແລະຝັ່ງນອກ ເໝືອນງູຖິ້ມຄາບເກົ່າ ອັນຜຸຜຸ່ຍ ໄປແລ້ວສະນັ້ນ.

ຜູ້ໃດບໍ່ແລ່ນອ່າວໄປຂ້າງໜ້າ ບໍ່ວົນດ່າວມາທາງຫຼັງ ເປັນຜູ້ປາສະຈາກໂມຫະ ເພາະຮູ້ວ່າສິ່ງທັງປວງນີ້ ປາສະຈາກສັຈຈະແຫ່ງຕະຖາ ; ຜູ້ນັ້ນເປັນພິກຂຸສະລັດຖິ້ມເສຍໄດ້ແລ້ວ ທັງຝັ່ງໃນແລະຝັ່ງນອກ ເໝືອນງູຖິ້ມຄາບເກົ່າ ອັນຜຸຜຸ່ຍ ໄປແລ້ວສະນັ້ນ.

ອະນຸສະຢະໃດໆ ຂອງຜູ້ໃດບໍ່ມີ ເພາະຖອນເສຍໄດ້ຊຶ່ງມູນຮາກ ອັນເປັນ ອະກຸສົລທັງຫຼາຍ ; ຜູ້ນັ້ນເປັນພິກຂຸ ສະລັດຖິ້ມເສຍໄດ້ແລ້ວ ທັງຝັ່ງໃນແລະຝັ່ງນອກ ເໝືອນງູຖິ້ມຄາບເກົ່າ ອັນຜຸຜຸ່ຍ ໄປແລ້ວສະນັ້ນ.

ກິເລສ ອັນເປັນເຫຕໃຫ້ເກີດຄວາມກະວົນກະວາຍໃດໆ ຂອງຜູ້ໃດບໍ່ມີ ເພື່ອເປັນປັຈຈັຍ ແຫ່ງການມາສູ່ຝັ່ງໃນ ; ຜູ້ນັ້ນເປັນພິກຂຸ ສະລັດຖິ້ມເສຍໄດ້ແລ້ວ ທັງຝັ່ງໃນແລະຝັ່ງນອກ ເໝືອນງູຖິ້ມຄາບເກົ່າ ອັນຜຸຜຸ່ຍ ໄປແລ້ວສະນັ້ນ.

ກິເລສ ເປັນເຫຕໃຫ້ເກີດຄວາມຮົກຕຶບ ເໝືອນດັ່ງປ່າຮົກໃດໆ ຂອງຜູ້ໃດບໍ່ມີເພື່ອສໍາເລັດແກ່ຄວາມເປັນເຫຕແຫ່ງພົບ ອັນເປັນເຄື່ອງຜູກພັນ ; ຜູ້ນັ້ນເປັນພິກຂຸ ສະລັດຖິ້ມເສຍໄດ້ແລ້ວ ທັງຝັ່ງໃນແລະຝັ່ງນອກ ເໝືອນງູຖິ້ມຄາບເກົ່າ ອັນຜຸຜຸ່ຍ ໄປແລ້ວສະນັ້ນ.

ຜູ້ໃດລະນິວອນທັງຫ້າແລ້ວ ບໍ່ມີຄວາມຄັບແຄ້ນ ຂ້າມຄວາມສົງໄສເສຍໄດ້ປາສະຈາກສິ່ງສຽບແທງແຫ່ງຈິຕ ; ຜູ້ນັ້ນເປັນພິກຂຸ ສະລັດຖິ້ມເສຍໄດ້ແລ້ວ ທັງຝັ່ງໃນແລະຝັ່ງນອກ ເໝືອນງູຖິ້ມຄາບເກົ່າ ອັນຜຸຜຸ່ຍ ໄປແລ້ວສະນັ້ນ.

- ສຸຕຕ. ຂຸ. ໒໕/໓໒໕/໒໙໔.

໑. ແລ່ນໄປທາງໜ້າດ້ວຍອຳນາດພະວະຕັນຫາເພື່ອມີພົບໃໝ່. ແລ່ນວຽນໄປທາງຫຼັງດ້ວຍອຳນາດກາມະຕັນຫາ
ທີ່ອາໄລໃນກາມະຄຸນ.
໒. ທັມເປັນເຫຕໃຫ້ຊັກຊ້າ ໄດ້ແກ່ກິເລສ ຕັນຫາ ມານະ ທິຕຖິ ທີ່ເຮັດໃຫ້ຄານງຶບງັບຢູ່ໃນພົບ ບໍ່ອອກໄປສູ່
ນິພພານ ອັນປາສະຈາກພົບ.
໓. ຝັ່ງໃນ ຝັ່ງນອກ ໝາຍເຖິງຄວາມຄິດທີ່ຖືໝັ້ນວ່າ ມີໃນ ມີນອກ ບໍ່ເປັນໄປຕາມກົຕແຫ່ງອິທັປປັຈຈະຍະຕາ
ຫຼືມັຊຊິມາປະຕິປະທາ.
໔. ປາສະຈາກສັຈຈະແຫ່ງຕະຖາ ຄື ບໍ່ສາມາດມີຄວາມເປັນອະສັງຂະຕະ ຫຼືຄວາມຄົງທີ່ບໍ່ປ່ຽນແປງ.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ