ຜູ້ຮູ້ອະຣິຍະສັດຫາກຫຼົງສ້າງທຸກຂຶ້ນເພື່ອຕົນເອງກໍບໍ່ຜູ້ບໍ່ຍິນດີແລ້ວໃນເຫດປັດໄຈເຄື່ອງປຸງແຕ່ງຊະນິດນັ້ນໆ

ອະຣິຍະສັດ 4

0:00/0:00
ພິກຂຸ ທ. ! ສ່ວນບຸຄຄົລເຫຼົ່າໃດແລ ຈະເປັນສະມະນະຫຼືພຣາມກໍຕາມ ຮູ້ຢູ່ຕາມເປັນຈິງ ວ່າ “ນີ້ເປັນທຸກຂ໌, ນີ້ເປັນເຫຕໃຫ້ເກີດແຫ່ງທຸກຂ໌, ນີ້ເປັນຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ແລະນີ້ເປັນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌” ດັ່ງນີ້ແລ້ວ ; ເຂົາເຫຼົ່ານັ້ນ ຍ່ອມ ບໍ່ຍິນດີ ໃນເຫຕປັຈຈັຍ ເຄື່ອງປຸງແຕ່ງຊະນິດທີ່ເປັນໄປພ້ອມເພື່ອຄວາມເກີດ ຄວາມແກ່ ຄວາມຕາຍ ຄວາມໂສກ ຄວາມຮໍ່າໄຮລໍາພັນ ຄວາມທຸກຂ໌ກາຍ ຄວາມທຸກຂ໌ໃຈ ແລະຄວາມຄັບໃຈເລີຍ. ເຂົາຜູ້ບໍ່ຍິນດີແລ້ວໃນເຫຕປັຈຈັຍເຄື່ອງປຸງແຕ່ງຊະນິດນັ້ນໆ ກໍ ບໍ່ກໍ່ສ້າງຂຶ້ນ ຊຶ່ງເຫຕປັຈຈັຍເຄື່ອງປຸງແຕ່ງ ຊະນິດທີ່ເປັນໄປພ້ອມເພື່ອຄວາມເກີດເປັນຕົ້ນນັ້ນໆ. ຄັນເຂົາບໍ່ກໍ່ສ້າງເຫຕປັຈຈັຍເຄື່ອງປຸງແຕ່ງຊະນິດນັ້ນແລ້ວ ກໍ ບໍ່ຕົກຈົມລົງໃນເຫວ ແຫ່ງຄວາມເກີດ ຄວາມແກ່ ຄວາມຕາຍ ຄວາມໂສກ ຄວາມຮໍ່າໄຮລໍາພັນຄວາມທຸກຂ໌ກາຍ ຄວາມທຸກຂ໌ໃຈ ແລະຄວາມຄັບໃຈໄດ້ເລີຍ. ເຮົາຍ່ອມກ່າວ ບຸຄຄົລເຫຼົ່ານັ້ນ ວ່າ “ເຂົາ ຫຼຸດພົ້ນຈາກທຸກຂ໌ ທັງຫຼາຍ ມີຄວາມເກີດ ຄວາມແກ່ເປັນຕົ້ນ ໄປໄດ້” ດັ່ງນີ້.

ພິກຂຸ ທ. ! ເພາະເຫຕນັ້ນ ໃນກໍລະນີນີ້ ພວກເຈົ້າຕ້ອງ ຕັ້ງຄວາມພຽນເພື່ອໃຫ້ຮູ້ຕາມເປັນຈິງ ວ່າ “ນີ້ທຸກຂ໌, ນີ້ເປັນເຫຕໃຫ້ເກີດແຫ່ງທຸກຂ໌, ນີ້ເປັນຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ແລະນີ້ເປັນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ;” ດັ່ງນີ້.

- ມຫາວາຣ. ສັງ. ໑໙/໕໖໑/໑໗໓໐.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ