ອະນຸປຸບພະວິຫາຣະອາພາດ

ທໍາໃນທີສຸດ

0:00/0:00
(ອາການທີ່ອາຣົມອັນລະໄດ້ດ້ວຍຊານໃດຈະມາກາຍເປັນ ສັນຍາ
ທີ່ສ້າງຄວາມອາພາດໃຫ້ແກ່ການເຂົ້າຢູ່ໃນຊານນັ້ນ)

ອານົນທ໌ ! ຄັ້ງກ່ອນແຕ່ການຕຣັສຣູ້ ເມື່ອເຮົາຍັງບໍ່ໄດ້ຕຣັສຣູ້ ຍັງເປັນໂພທິສັຕຢູ່, ຄວາມຮູ້ໄດ້ເກີດຂຶ້ນແກ່ເຮົາວ່າ ເນກຂັມມະ (ຄວາມຫຼີກອອກຈາກກາມ) ເປັນທາງແຫ່ງຄວາມສໍາເລັດ, ປະວິເວກ (ຄວາມຢູ່ສະງັດຈາກກາມ) ເປັນທາງແຫ່ງຄວາມສໍາເລັດ ດັ່ງນີ້, ແຕ່ເຖິງດັ່ງນັ້ນ ຈິຕຂອງເຮົາ ກໍຍັງບໍ່ແລ່ນໄປ ບໍ່ເຫຼື້ອມໃສ ບໍ່ຕັ້ງຢູ່ໄດ້ ບໍ່ຫຼຸດອອກໄປ ໃນເນກຂັມມະ ທັງທີ່ເຮົາເຫັນຢູ່ວ່າ ນັ້ນສະຫງົບ.

ອານົນທ໌ ! ຄວາມຄິດໄດ້ເກີດຂຶ້ນແກ່ເຮົາ ສືບໄປວ່າ ອັນໃດໜໍເປັນເຫຕ ເປັນປັຈຈັຍ ທີ່ເຮັດໃຫ້ຈິຕຂອງເຮົາ ເປັນເຊັ່ນນັ້ນ. ອານົນທ໌ ! ຄວາມຮູ້ສຶກ ໄດ້ເກີດຂຶ້ນແກ່ເຮົາວ່າ ເພາະວ່າໂທດໃນກາມທັງຫຼາຍ ເປັນສິ່ງທີ່ເຮົາ ຍັງມອງບໍ່ເຫັນຍັງບໍ່ໄດ້ນໍາເອົາມາສູ່ການຄິດນຶກໃຫ້ຫຼາຍ ແລະທັງອານິສົງສ໌ແຫ່ງການອອກຈາກກາມ ເຮົາກໍຍັງບໍ່ເຄີຍໄດ້ຮັບເລີຍ ຍັງບໍ່ເຄີຍຮູ້ຣົສເລີຍ; ຈິຕຂອງເຮົາ ຈຶ່ງເປັນເຊັ່ນນັ້ນ. ອານົນທ໌ ! ຄວາມຄິດໄດ້ເກີດຂຶ້ນແກ່ເຮົາ ສືບຕໍ່ໄປວ່າ ຖ້າຈັ່ງໃດ ເຮົາໄດ້ເຫັນໂທດໃນກາມທັງຫຼາຍແລ້ວ ນໍາເອົາມາສູ່ການຄິດນຶກ ໃນຂໍ້ນັ້ນໃຫ້ຫຼາຍ ໄດ້ຮັບອານິສົງສ໌ໃນການຫຼີກອອກຈາກກາມແລ້ວ ຍ່ອມເສບໃນອານິສົງສ໌ນັ້ນຢ່າງທົ່ວເຖິງນັ້ນ, ຂໍ້ນັ້ນແຫຼະຈະເປັນຖານະ ທີ່ຈະເຮັດໃຫ້ຈິຕຂອງເຮົາ ຍ່ອມແລ່ນໄປ ຍ່ອມເຫຼື້ອມໃສ ຕັ້ງຢູ່ໄດ້ ຫຼຸດອອກໄປໃນເນກຂັມມະ ໂດຍທີ່ເຫັນຢູ່ວ່າ ນັ້ນສະຫງົບ. ອານົນທ໌ ! ໂດຍກາລຕໍ່ມາ ເຮົາໄດ້ເຮັດເຊັ່ນນັ້ນແລ້ວຢ່າງທົ່ວເຖິງ ຈິຕຂອງເຮົາຈຶ່ງແລ່ນໄປ ຈຶ່ງເຫຼື້ອມໃສ ຕັ້ງຢູ່ໄດ້ ຫຼຸດອອກໄປໃນເນກຂັມມະ ໂດຍທີ່ເຫັນຢູ່ວ່າ ນັ້ນສະຫງົບ. ອານົນທ໌ ! ເມື່ອເປັນເຊັ່ນນັ້ນ, ເຮົາແລເພາະສະງັດຈາກກາມ ແລະອະກຸສົລທັມທັງຫຼາຍ ຈຶ່ງ ບັນລຸຊານທີ ໑ ອັນມີວິຕົກວິຈາຣ ມີປີຕິແລະສຸຂ ອັນເກີດແຕ່ວິເວກແລ້ວແລຢູ່. ອານົນທ໌ ! ແມ່ນວ່າເມື່ອເຮົາ ຢູ່ດ້ວຍວິຫາຣະທັມຄື ຊານທີ ໑ ນີ້ ການເຮັດໃນໃຈຕາມອໍານາດແຫ່ງສັນຍາ ທີ່ເປັນໄປໃນທາງກາມ ກໍຍັງເກີດແຊກແຊງຢູ່. ຂໍ້ນັ້ນຍັງເປັນອາພາດ (ໃນທາງຈິຕ) ແກ່ເຮົາ, ເໝືອນຜູ້ມີສຸຂ ແລ້ວຍັງມີທຸກຂ໌ເກີດຂຶ້ນຂັດຂວາງ ເພາະອາພາດ ເຊັ່ນໃດກໍເຊັ່ນນັ້ນ.

ອານົນທ໌ ! ຄວາມຄິດໄດ້ເກີດຂຶ້ນແກ່ເຮົາ ສືບຕໍ່ໄປວ່າ ເພື່ອກໍາຈັດອາພາດຂໍ້ນັ້ນເສຍ ຖ້າຈັ່ງໃດເຮົາ ເພາະສະຫງົບ ວິຕົກວິຈາຣເສຍໄດ້ ຍ່ອມ ບັນລຸຊານທີ ໒ ເປັນເຄື່ອງຜ່ອງໃສ ແຫ່ງຈິຕໃນພາຍໃນ ນໍາໃຫ້ເກີດສະມາທິມີອາຣົມອັນດຽວ ບໍ່ມີວິຕົກວິຈາຣ ມີແຕ່ປີຕິ ແລະສຸຂອັນເກີດແຕ່ສະມາທິ ແລ້ວແລຢູ່ເຖີ້ນ ດັ່ງນີ້. ອານົນທ໌ ! ເຖິງດັ່ງນັ້ນ ຈິຕຂອງເຮົາ ກໍຍັງບໍ່ແລ່ນໄປ ບໍ່ເຫຼື້ອມໃສ ບໍ່ຕັ້ງຢູ່ໄດ້ ບໍ່ຫຼຸດອອກໄປ ໃນອະວິຕົກທັມ (ຄືຊານທີ ໒) ນັ້ນ ທັງທີ່ເຮົາເຫັນຢູ່ວ່າ ນັ້ນສະຫງົບ.

ອານົນທ໌ ! ຄວາມຄິດໄດ້ເກີດຂຶ້ນແກ່ເຮົາ ສືບຕໍ່ໄປວ່າ ອັນໃດໜໍເປັນເຫຕເປັນ ປັຈຈັຍ ທີ່ເຮັດໃຫ້ຈິຕຂອງເຮົາເປັນເຊັ່ນນັ້ນ. ອານົນທ໌ ! ຄວາມຮູ້ສຶກໄດ້ເກີດຂຶ້ນ ແກ່ເຮົາວ່າ ເພາະວ່າໂທດໃນວິຕົກທັມ ເປັນສິ່ງທີ່ເຮົາຍັງມອງບໍ່ເຫັນ ຍັງບໍ່ໄດ້ນຳມາສູ່ການຄິດນຶກໃຫ້ຫຼາຍ ແລະທັງອານິສົງສ໌ແຫ່ງອະວິຕົກທັມ ເຮົາກໍຍັງບໍ່ເຄີຍໄດ້ຮັບເລີຍ ຍັງບໍ່ເຄີຍຮູ້ຣົສເລີຍ; ຈິຕຂອງເຮົາຈຶ່ງເປັນເຊັ່ນນັ້ນ. ອານົນທ໌ ! ຄວາມຄິດໄດ້ເກີດຂຶ້ນແກ່ເຮົາ ສືບຕໍ່ໄປວ່າ ຖ້າຫາກເຮົາໄດ້ເຫັນໂທດ ໃນວິຕົກແລ້ວນຳມາສູ່ການຄິດນຶກ ໃນຂໍ້ນັ້ນໃຫ້ຫຼາຍ ໄດ້ຮັບອານິສົງສ໌ ໃນອະວິຕົກທັມແລ້ວຍ່ອມເສບໃນອານິສົງສ໌ນັ້ນ ຢ່າງທົ່ວເຖິງນັ້ນ, ຂໍ້ນັ້ນແຫຼະ ຈະເປັນຖານະທີ່ຈະເຮັດໃຫ້ຈິຕຂອງເຮົາ ຍ່ອມແລ່ນໄປ ຍ່ອມເຫຼື້ອມໃສ ຕັ້ງຢູ່ໄດ້ ຫຼຸດອອກໄປ ໃນອະວິຕົກທັມ ໂດຍທີ່ເຫັນຢູ່ວ່າ ນັ້ນສະຫງົບ. ອານົນທ໌ ! ໂດຍກາລຕໍ່ມາ ເຮົາໄດ້ເຮັດເຊັ່ນນັ້ນແລ້ວ ຢ່າງທົ່ວເຖິງ ຈິຕຂອງເຮົາຈຶ່ງແລ່ນໄປ ຈຶ່ງເຫຼື້ອມໃສ ຕັ້ງຢູ່ໄດ້ ຫຼຸດອອກໄປ ໃນອະວິຕົກທັມ (ຄືຊານທີ ໒) ນັ້ນ ໂດຍທີ່ເຫັນຢູ່ວ່າ ນັ້ນສະຫງົບ. ອານົນທ໌ ! ເມື່ອເປັນເຊັ່ນນັ້ນ, ເຮົາແລເພາະສະຫງົບ ວິຕົກວິຈາຣເສຍໄດ້ ຈຶ່ງ ບັນລຸຊານທີ ໒ ເປັນເຄື່ອງຜ່ອງໃສ ແຫ່ງຈິຕໃນພາຍໃນ ນຳໃຫ້ເກີດສະມາທິ ມີອາຣົມອັນດຽວ ບໍ່ມີວິຕົກວິຈາຣ ມີແຕ່ປີຕິແລະສຸຂ ອັນເກີດແຕ່ສະມາທິ ແລ້ວແລຢູ່. ອານົນທ໌ ! ເຖິງເມື່ອເຮົາ ຢູ່ດ້ວຍວິຫາຣະທັມ ຄືຊານທີ ໒ ນີ້ ການເຮັດໃນໃຈຕາມອໍານາດແຫ່ງສັນຍາ ທີ່ເປັນໄປໃນວິຕົກ ກໍຍັງແຊກແຊງຢູ່. ຂໍ້ນັ້ນຍັງເປັນອາພາດ (ໃນທາງຈິຕ) ແກ່ເຮົາ, ເໝືອນຜູ້ມີສຸຂ ແລ້ວຍັງມີທຸກຂ໌ເກີດຂຶ້ນຂັດຂວາງເພາະອາພາດ ເຊັ່ນໃດກໍເຊັ່ນນັ້ນ.

ອານົນທ໌ ! ຄວາມຄິດໄດ້ເກີດຂຶ້ນແກ່ເຮົາ ສືບຕໍ່ໄປວ່າ ເພື່ອກໍາຈັດອາພາດຂໍ້ນັ້ນເສຍ ຖ້າຈັ່ງໃດເຮົາ ເພາະຄວາມຈາງໄປ ແຫ່ງປີຕິ ຍ່ອມຢູ່ອຸເປກຂາ ມີສະຕິແລະສັມປະຊັນຍະ ແລະຍ່ອມສະເຫວີຍສຸຂດ້ວຍນາມກາຍ ບັນລຸຊານທີ ໓ ອັນເປັນຊານທີ່ພຣະອະຣິຍະເຈົ້າ ກ່າວວ່າ ຜູ້ໄດ້ຊານນີ້ ເປັນຜູ້ຢູ່ອຸເປກຂາ ມີສະຕິຢູ່ເປັນສຸຂແລ້ວແລຢູ່ເຖີ້ນ ດັ່ງນີ້. ອານົນທ໌ ! ເຖິງດັ່ງນັ້ນ ຈິຕຂອງເຮົາ ກໍຍັງບໍ່ແລ່ນໄປ ບໍ່ເຫຼື້ອມໃສ ບໍ່ຕັ້ງຢູ່ໄດ້ ບໍ່ຫຼຸດອອກໄປ ໃນນິປປີຕິກະຊານ (ຄືຊານທີ ໓) ນັ້ນທັງທີ່ເຮົາເຫັນຢູ່ວ່າ ນັ້ນສະຫງົບ.

ອານົນທ໌ ! ຄວາມຄິດ ໄດ້ເກີດຂຶ້ນແກ່ເຮົາ ສືບຕໍ່ໄປວ່າ ອັນໃດໜໍເປັນເຫຕເປັນປັຈຈັຍ ທີ່ເຮັດໃຫ້ຈິຕຂອງເຮົາ ເປັນເຊັ່ນນັ້ນ. ອານົນທ໌ ! ຄວາມຮູ້ສຶກໄດ້ເກີດຂຶ້ນແກ່ເຮົາວ່າ ເພາະວ່າໂທດໃນປີຕິ ເປັນສິ່ງທີ່ເຮົາ ຍັງມອງບໍ່ເຫັນ ຍັງບໍ່ໄດ້ນຳມາສູ່ການຄິດນຶກໃຫ້ຫຼາຍ ແລະທັງອານິສົງສ໌ ແຫ່ງນິບປີຕິກະຊານ ເຮົາກໍຍັງບໍ່ເຄີຍໄດ້ຮັບເລີຍ ຍັງບໍ່ເຄີຍຮູ້ຣົສເລີຍ; ຈິຕຂອງເຮົາ ຈຶ່ງເປັນເຊັ່ນນັ້ນ. ອານົນທ໌ ! ຄວາມຄິດໄດ້ເກີດຂຶ້ນແກ່ ເຮົາສືບຕໍ່ໄປວ່າ ຖ້າຫາກເຮົາໄດ້ເຫັນໂທດໃນປີຕິ. ແລ້ວນຳມາສູ່ການຄິດນຶກໃນຂໍ້ນັ້ນໃຫ້ຫຼາຍ ໄດ້ຮັບອານິສົງສ໌ ໃນນິບປີຕິກະຊານແລ້ວ ຍ່ອມເສບໃນອານິສົງສ໌ນັ້ນ ຢ່າງທົ່ວເຖິງນັ້ນ. ຂໍ້ນັ້ນແຫຼະ ຈະເປັນຖານະ ທີ່ຈະເຮັດໃຫ້ຈິຕຂອງເຮົາ ຍ່ອມແລ່ນໄປ ຍ່ອມເຫຼື້ອມໃສ ຕັ້ງຢູ່ໄດ້ ຫຼຸດອອກໄປ ໃນນິບປີຕິກະຊານ ໂດຍທີ່ເຫັນຢູ່ວ່າ ນັ້ນສະຫງົບ. ອານົນທ໌ ! ໂດຍກາລຕໍ່ມາ ເຮົາໄດ້ເຮັດເຊັ່ນນັ້ນແລ້ວຢ່າງທົ່ວເຖິງ ຈິຕຂອງເຮົາຈຶ່ງແລ່ນໄປ ຈຶ່ງເຫຼື້ອມໃສ ຕັ້ງຢູ່ໄດ້ ຫຼຸດອອກໄປ ໃນນິບປີຕິກະຊານ (ຄືຊານທີ ໓) ນັ້ນໂດຍທີ່ເຫັນຢູ່ວ່າ ນັ້ນສະຫງົບ. ອານົນທ໌ ! ເມື່ອເປັນເຊັ່ນນັ້ນ, ເຮົາແລເພາະຄວາມຈາງໄປແຫ່ງປີຕິ ຈຶ່ງເກີດອຸເປກຂາ ມີສະຕິແລະສັມປະຊັນຍະ ແລະຍ່ອມສະເຫວີຍສຸຂດ້ວຍນາມກາຍ ບັນລຸຊານທີ ໓ ອັນເປັນຊານ ທີ່ພຣະອະຣິຍະເຈົ້າກ່າວວ່າ ຜູ້ໄດ້ຊານນີ້ ເປັນຜູ້ຢູ່ອຸເປກຂາ ມີສະຕິ ຢູ່ເປັນສຸຂແລ້ວແລຢູ່. ອານົນທ໌ ! ແມ່ນວ່າເມື່ອເຮົາຢູ່ດ້ວຍວິຫາຣທັມ ຄືຊານທີ ໓ ນີ້ ການເຮັດໃນໃຈຕາມອໍານາດແຫ່ງສັນຍາທີ່ເປັນໄປໃນປີຕິ ກໍຍັງເກີດແຊກແຊງຢູ່. ຂໍ້ນັ້ນຍັງເປັນອາພາດ (ໃນທາງຈິຕ) ແກ່ເຮົາ, ເໝືອນຜູ້ມີສຸຂແລ້ວ ຍັງມີທຸກຂ໌ເກີດຂຶ້ນຂັດຂວາງເພາະອາພາດ ເຊັ່ນໃດກໍເຊັ່ນນັ້ນ.

ອານົນທ໌ ! ຄວາມຄິດ ໄດ້ເກີດຂຶ້ນແກ່ເຮົາ ສືບຕໍ່ໄປວ່າ ເພື່ອກໍາຈັດອາພາດຂໍ້ນັ້ນເສຍ ຖ້າຈັ່ງໃດ ເຮົາ ເພາະລະສຸຂ ແລະທຸກຂ໌ເສຍໄດ້ ເພາະຄວາມດັບຫາຍໄປແຫ່ງ ໂສມະນັດສະ ແລະໂທມະນັດສະໃນກາລກ່ອນ ຍ່ອມບັນລຸຊານທີ ໔ ອັນບໍ່ທຸກຂ໌ແລະສຸຂ ມີແຕ່ຄວາມທີ່ສະຕິເປັນທັມມະຊາດບໍຣິສຸດ ເພາະອຸເປກຂາ ແລ້ວແລຢູ່ເຖີ້ນ ດັ່ງນີ້.

ອານົນທ໌ ! ເຖິງດັ່ງນັ້ນ ຈິຕຂອງເຮົາ ກໍຍັງບໍ່ແລ່ນໄປ ບໍ່ເຫຼື້ອມໃສ ບໍ່ຕັ້ງຢູ່ໄດ້ ບໍ່ຫຼຸດອອກໄປໃນອະທຸກຂະມະສຸຂະ (ຄືຊານທີ ໔) ນັ້ນ ທັງທີ່ເຮົາເຫັນຢູ່ວ່າ ນັ້ນສະຫງົບ.

ອານົນທ໌ ! ຄວາມຄິດໄດ້ເກີດຂຶ້ນແກ່ເຮົາ ສືບຕໍ່ໄປວ່າ ອັນໃດໜໍເປັນເຫຕເປັນປັຈຈັຍ ທີ່ເຮັດໃຫ້ຈິຕຂອງເຮົາ ເປັນເຊັ່ນນັ້ນ. ອານົນທ໌ ! ຄວາມຮູ້ສຶກໄດ້ເກີດຂຶ້ນແກ່ເຮົາວ່າ ເພາະວ່າໂທດໃນອຸເປກຂາສຸຂ ເປັນສິ່ງທີ່ເຮົາຍັງມອງບໍ່ເຫັນ ຍັງບໍ່ໄດ້ນຳມາສູ່ການຄິດນຶກໃຫ້ຫຼາຍ ແລະທັງອານິສົງສ໌ແຫ່ງອະທຸກຂະມະສຸຂະ ເຮົາກໍຍັງບໍ່ເຄີຍໄດ້ຮັບເລີຍ ຍັງບໍ່ເຄີຍຮູ້ຣົສເລີຍ; ຈິຕຂອງເຮົາ ຈຶ່ງເປັນເຊັ່ນນັ້ນ. ອານົນທ໌ ! ຄວາມຄິດໄດ້ເກີດຂຶ້ນແກ່ເຮົາສືບຕໍ່ໄປວ່າ ຖ້າຫາກເຮົາໄດ້ເຫັນໂທດ ໃນອຸເປກຂາສຸຂແລ້ວ ນຳມາສູ່ການຄິດນຶກໃນຂໍ້ນັ້ນໃຫ້ຫຼາຍ ໄດ້ຮັບອານິສົງສ໌ໃນ ອະທຸກຂະມະສຸຂະແລ້ວ ຍ່ອມເສບໃນອານິສົງສ໌ນັ້ນຢ່າງທົ່ວເຖິງນັ້ນ, ຂໍ້ນັ້ນແຫຼະ ຈະເປັນຖານະທີ່ຈະເຮັດໃຫ້ຈິຕຂອງເຮົາ ຍ່ອມແລ່ນໄປ ຍ່ອມເຫຼື້ອມໃສ ຕັ້ງຢູ່ໄດ້ ຫຼຸດອອກໄປ ໃນອະທຸກຂະມະສຸຂະໂດຍທີ່ເຫັນຢູ່ວ່າ ນັ້ນສະຫງົບ. ອານົນທ໌ ! ໂດຍກາລຕໍ່ມາ ເຮົາໄດ້ກະທຳເຊັ່ນນັ້ນແລ້ວຢ່າງທົ່ວເຖິງ ຈິຕຂອງເຮົາຈຶ່ງແລ່ນໄປ ຈຶ່ງເຫຼື້ອມໃສ ຕັ້ງຢູ່ໄດ້ ຫຼຸດອອກໄປ ໃນອະທຸກຂະມະສຸຂະ (ຄືຊານທີ ໔) ນັ້ນ ໂດຍທີ່ເຫັນຢູ່ວ່າ ນັ້ນສະຫງົບ. ອານົນທ໌ ! ເມື່ອເປັນເຊັ່ນນັ້ນ, ເຮົາແລ ເພາະລະສຸຂແລະທຸກຂ໌ເສຍໄດ້ ເພາະຄວາມດັບຫາຍໄປແຫ່ງ ໂສມະນັດສະແລະໂທມະນັດສະໃນກາລກ່ອນ ຈຶ່ງບັນລຸຊານທີ ໔ ອັນບໍ່ທຸກຂ໌ບໍ່ສຸຂ ມີແຕ່ຄວາມທີ່ສະຕິເປັນທັມມະຊາດບໍຣິສຸດ ເພາະອຸເປກຂາແລ້ວແລຢູ່. ອານົນທ໌ ! ໃນເມື່ອເຮົາຢູ່ດ້ວຍວິຫາຣະທັມ ຄືຊານທີ ໔ ນີ້ ການເຮັດໃນໃຈຕາມອໍານາດແຫ່ງສັນຍາທີ່ເປັນໄປໃນອຸເປກຂາສຸຂ ກໍຍັງເກີດແຊກແຊງຢູ່. ຂໍ້ນັ້ນຍັງເປັນການອາພາດ (ໃນທາງຈິຕ) ແກ່ເຮົາ, ເໝືອນຜູ້ມີສຸຂແລ້ວ ຍັງມີທຸກຂ໌ເກີດຂຶ້ນຂັດຂວາງ ເພາະອາພາດ ເຊັ່ນໃດກໍເຊັ່ນນັ້ນ.
(ເລື່ອງຄວນເບິ່ງປະກອບໃນເຫຼັ້ມນີ້ ໜ້າ. ໗໙໙, ໘໐໐ ແລະໃນອຣິຍ. ໂອ. ປາຍ ໜ້າ. ໙໑໑, ໑໓໐໐, ໑໓໔໑-໑໓໔໔, ໑໓໖໕)

ອານົນທ໌ ! ຄວາມຄິດໄດ້ເກີດຂຶ້ນແກ່ເຮົາ ສືບຕໍ່ໄປວ່າ ເພື່ອກໍາຈັດອາພາດຂໍ້ນັ້ນເສຍ ຖ້າຈັ່ງໃດ ເຮົາຂ້າມຜ່ານ ຮູບສັນຍາ (ຄວາມກໍານົດໝາຍໃນຮູບ) ໂດຍປະການທັງປວງໄດ້, ເພາະຄວາມຕັ້ງຢູ່ບໍ່ໄດ້ແຫ່ງປະຕິຄະສັນຍາ (ຄວາມກໍານົດໝາຍອາຣົມທີ່ກະທົບໃຈ), ເພາະບໍ່ໄດ້ຕັ້ງໃນໃຈ ຊຶ່ງຄວາມກໍານົດໝາຍ ໃນພາວະຕ່າງໆ (ນານັຕຕະສັນຍາ) ຍ່ອມບັນລຸອາກາສານັນຈາຢະຕະນະ ອັນມີການກໍານົດໃນໃຈວ່າ “ອາກາດບໍ່ມີທີ່ສິ້ນສຸດ” ແລ້ວແລຢູ່ເຖີ້ນ ດັ່ງນີ້. ອານົນທ໌ ! ເຖິງດັ່ງນັ້ນ ຈິຕຂອງເຮົາ ກໍຍັງບໍ່ແລ່ນໄປ ບໍ່ເຫຼື້ອມໃສ ບໍ່ຕັ້ງຢູ່ໄດ້ ບໍ່ຫຼຸດອອກໄປ ໃນອາກາສານັນຈາຢະຕະນະນັ້ນ ທັງທີ່ເຮົາເຫັນຢູ່ວ່າ ນັ້ນສະຫງົບ.

ອານົນທ໌ ! ຄວາມຄິດ ໄດ້ເກີດຂຶ້ນແກ່ເຮົາ ສືບຕໍ່ໄປວ່າອັນໃດໜໍ ເປັນເຫຕເປັນປັຈຈັຍ ທີ່ເຮັດໃຫ້ຈິຕຂອງເຮົາເປັນເຊັ່ນນັ້ນ. ອານົນທ໌ ! ຄວາມຮູ້ສຶກໄດ້ເກີດຂຶ້ນແກ່ເຮົາວ່າ ເພາະວ່າໂທດໃນຮູບທັງຫຼາຍ ເປັນສິ່ງທີ່ເຮົາຍັງມອງບໍ່ເຫັນ ຍັງບໍ່ໄດ້ນຳມາສູ່ການຄິດນຶກໃຫ້ຫຼາຍ ແລະທັງອານິສົງສ໌ ແຫ່ງອາກາສານັນຈາຢະຕະນະ ເຮົາກໍຍັງບໍ່ເຄີຍໄດ້ຮັບເລີຍ ຍັງບໍ່ເຄີຍຮູ້ຣົສເລີຍ; ຈິຕຂອງເຮົາຈຶ່ງເປັນເຊັ່ນນັ້ນ. ອານົນທ໌ ! ຄວາມຄິດ ໄດ້ເກີດຂຶ້ນແກ່ເຮົາສືບຕໍ່ໄປວ່າ ຖ້າຫາກເຮົາໄດ້ເຫັນໂທດໃນຮູປທັງຫຼາຍແລ້ວ ນຳມາສູ່ການຄິດນຶກໃນຂໍ້ນັ້ນໃຫ້ຫຼາຍ ໄດ້ຮັບອານິສົງສ໌ ໃນອາກາສານັນຈາຢະຕະນະແລ້ວ ຍ່ອມເສບໃນອານິສົງສ໌ນັ້ນຢ່າງທົ່ວເຖິງນັ້ນ, ຂໍ້ນັ້ນແຫຼະ ຈະເປັນຖານະທີ່ຈະເຮັດໃຫ້ຈິຕຂອງເຮົາ ຍ່ອມແລ່ນໄປ ຍ່ອມເຫຼື້ອມໃສ ຕັ້ງຢູ່ໄດ້ ຫຼຸດອອກໄປໃນ ອາກາສານັນຈາຢະຕະນະ ໂດຍທີ່ເຫັນຢູ່ວ່ານັ້ນສະຫງົບ. ອານົນທ໌ ! ໂດຍກາລຕໍ່ມາ ເຮົາໄດ້ເຮັດເຊັ່ນນັ້ນແລ້ວຢ່າງທົ່ວເຖິງ ຈິຕຂອງເຮົາຈຶ່ງແລ່ນໄປ ຈຶ່ງເຫຼື້ອມໃສ ຕັ້ງຢູ່ໄດ້ ຫຼຸດອອກໄປ ໃນອາກາສານັນຈາຢະຕະນະນັ້ນ ໂດຍທີ່ເຫັນຢູ່ວ່າ ນັ້ນສະຫງົບ. ອານົນທ໌ ! ເມື່ອເປັນເຊັ່ນນັ້ນ ເຮົາແລ ເພາະຂ້າມຜ່ານຮູບສັນຍາ ໂດຍປະການທັງປວງເສຍໄດ້ ເພາະຄວາມຕັ້ງຢູ່ບໍ່ໄດ້ ແຫ່ງປະຕິຄະສັນຍາ ເພາະບໍ່ໄດ້ຕັ້ງໃນໃຈ ຊຶ່ງນານັຕຕະສັນຍາ ຈຶ່ງ ບັນລຸອາກາສານັນຈາ ຢະຕະນະ ອັນມີການກໍານົດໃນໃຈວ່າ “ອາກາດບໍ່ມີທີ່ສິ້ນສຸດ” ແລ້ວແລຢູ່.

ອານົນທ໌ ! ແມ່ນວ່າເມື່ອເຮົາຢູ່ດ້ວຍວິຫາຣະທັມ ຄືອາກາສານັນຈາຢະຕະນະນີ້ ການເຮັດໃນໃຈຕາມອໍານາດແຫ່ງສັນຍາ ທີ່ເປັນໄປໃນຮູບທັງຫຼາຍ ກໍຍັງເກີດແຊກແຊງຢູ່. ຂໍ້ນັ້ນຍັງເປັນການອາພາດ (ໃນທາງຈິຕ) ແກ່ເຮົາ. ເໝືອນຜູ້ມີສຸຂແລ້ວ ຍັງມີທຸກຂ໌ເກີດຂຶ້ນຂັດຂວາງເພາະອາພາດ ເຊັ່ນໃດກໍເຊັ່ນນັ້ນ.

ອານົນທ໌ ! ຄວາມຄິດໄດ້ເກີດຂຶ້ນແກ່ເຮົາວ່າ ເພື່ອກໍາຈັດອາພາດຂໍ້ນັ້ນເສຍ ຖ້າຈັ່ງໃດເຮົາ ເພາະຂ້າມຜ່ານອາກາສານັນຈາຢະຕະນະ ໂດຍປະການທັງປວງເສຍແລ້ວ ຍ່ອມບັນລຸວິນຍານັນຈາຢະຕະນະ ອັນມີການກໍານົດໃນໃຈວ່າ “ວິນຍານບໍ່ມີທີ່ສິ້ນສຸດ” ແລ້ວແລຢູ່ເຖີ້ນ ດັ່ງນີ້. ອານົນທ໌ ! ເຖິງດັ່ງນັ້ນ ຈິຕຂອງເຮົາກໍຍັງບໍ່ແລ່ນໄປ ບໍ່ເຫຼື້ອມໃສ ບໍ່ຕັ້ງຢູ່ໄດ້ ບໍ່ຫຼຸດອອກໄປ ໃນວິນຍານັນຈາຢະຕະນະນັ້ນ ທັງທີ່ເຮົາເຫັນຢູ່ວ່າ ນັ້ນສະຫງົບ.

ອານົນທ໌ ! ຄວາມຄິດ ໄດ້ເກີດຂຶ້ນແກ່ເຮົາ ສືບຕໍ່ໄປວ່າ ອັນໃດໜໍເປັນເຫຕເປັນປັຈຈັຍ ທີ່ເຮັດໃຫ້ຈິຕຂອງເຮົາເປັນເຊັ່ນນັ້ນ. ອານົນທ໌ ! ຄວາມຮູ້ສຶກໄດ້ເກີດຂຶ້ນແກ່ເຮົາວ່າ ເພາະວ່າໂທດ ໃນອາກາສານັນຈາຢະຕະນະ ເປັນສິ່ງທີ່ເຮົາຍັງມອງບໍ່ເຫັນ ຍັງບໍ່ໄດ້ນໍາມາສູ່ການຄິດນຶກໃຫ້ຫຼາຍ ແລະທັງອານິສົງສ໌ແຫ່ງວິນຍານັນຈາ ຢະຕະນະ ເຮົາກໍຍັງບໍ່ເຄີຍໄດ້ຮັບເລີຍ ຍັງບໍ່ເຄີຍຮູ້ຣົສເລີຍ; ຈິຕຂອງເຮົາ ຈຶ່ງເປັນເຊັ່ນນັ້ນ. ອານົນທ໌ ! ຄວາມຄິດ ໄດ້ເກີດຂຶ້ນແກ່ເຮົາ ສືບຕໍ່ໄປວ່າ ຖ້າຫາກເຮົາໄດ້ເຫັນໂທດ ໃນອາກາສານັນຈາຢະຕະນະ ແລ້ວນຳມາສູ່ການຄິດນຶກໃນຂໍ້ນັ້ນໃຫ້ຫຼາຍ ໄດ້ຮັບອານິສົງສ໌ໃນວິນຍານັນຈາຢະຕະນະແລ້ວ ຍ່ອມເສບໃນອານິສົງສ໌ນັ້ນ ຢ່າງທົ່ວເຖິງແລ້ວນັ້ນ, ຂໍ້ນັ້ນແຫຼະ ຈະເປັນຖານະ ທີ່ຈະເຮັດໃຫ້ຈິຕຂອງເຮົາຍ່ອມແລ່ນໄປ ຍ່ອມເຫຼື້ອມໃສ ຕັ້ງຢູ່ໄດ້ ຫຼຸດອອກໄປ ໃນວິນຍານັນຈາຢະຕະນະ ໂດຍທີ່ເຫັນຢູ່ວ່າ ນັ້ນສະຫງົບ. ອານົນທ໌ ! ໂດຍກາລຕໍ່ມາ ເຮົາໄດ້ເຮັດເຊັ່ນນັ້ນແລ້ວຢ່າງທົ່ວເຖິງ ຈິຕຂອງເຮົາ ຈຶ່ງແລ່ນໄປ ຈຶ່ງເຫຼື້ອມໃສ ຕັ້ງຢູ່ໄດ້ ຫຼຸດອອກໄປ ໃນວິນຍານັນຈາຍະຕະນະນັ້ນ ໂດຍທີ່ເຫັນວ່າຢູ່ວ່າ ນັ້ນສະຫງົບ.

ອານົນທ໌ ! ເຮົາແລ ເພາະຂ້າມຜ່ານ ອາກາສານັນຈາຢະຕະນະໂດຍປະການທັງປວງເສຍແລ້ວ ຈຶ່ງ ບັນລຸວິນຍານັນຈາຍະຕະນະ ອັນມີການກໍານົດໃນໃຈວ່າ “ວິນຍານບໍ່ມີທີ່ສິ້ນສຸດ” ແລ້ວແລຢູ່. ອານົນທ໌ ! ແມ່ນວ່າເມື່ອເຮົາຢູ່ດ້ວຍວິຫາຣະທັມ ຄືວິນຍານັນຈາຢະຕະນະນີ້ ການເຮັດໃນໃຈຕາມອໍານາດແຫ່ງສັນຍາ ທີ່ເປັນໄປໃນອາກາສານັນຈາຢະຕະນະ ກໍຍັງເກີດແຊກແຊງຢູ່. ຂໍ້ນັ້ນຍັງເປັນການ ອາພາດ (ໃນທາງຈິຕ) ແກ່ເຮົາ, ເໝືອນຜູ້ມີສຸຂແລ້ວ ຍັງມີທຸກຂ໌ເກີດຂຶ້ນຂັດຂວາງ ເພາະອາພາດ ເຊັ່ນໃດກໍເຊັ່ນນັ້ນ.

ອານົນທ໌ ! ຄວາມຄິດ ໄດ້ເກີດຂຶ້ນແກ່ເຮົາສືບຕໍ່ໄປວ່າ ເພື່ອກຳຈັດອາພາດຂໍ້ນັ້ນເສຍ ຖ້າຈັ່ງໃດເຮົາ ເພາະຂ້າມຜ່ານວິນຍານັນຈາຢະຕະນະ ໂດຍປະການທັງປວງເສຍແລ້ວ ຍ່ອມບັນລຸ ອາກິນຈັນຍາຢະຕະນະ ອັນມີການກໍານົດໃນໃຈວ່າ“ອັນໃດໆບໍ່ມີ” ແລ້ວແລຢູ່ເຖີ້ນ ດັ່ງນີ້. ອານົນທ໌ ! ເຖິງດັ່ງນັ້ນ ຈິຕຂອງເຮົາ ກໍຍັງບໍ່ແລ່ນໄປ ບໍ່ເຫຼື້ອມໃສ ບໍ່ຕັ້ງຢູ່ໄດ້ ບໍ່ຫຼຸດອອກໄປ ໃນອາກິນຈັນຍາຢະຕະນະນັ້ນ ທັງທີ່ເຮົາເຫັນຢູ່ວ່າ ນັ້ນສະຫງົບ.

ອານົນທ໌ ! ຄວາມຄິດ ໄດ້ເກີດຂຶ້ນແກ່ເຮົາ ສືບຕໍ່ໄປວ່າ ອັນໃດໜໍເປັນເຫຕເປັນປັຈຈັຍ ທີ່ເຮັດໃຫ້ຈິຕຂອງເຮົາ ເປັນເຊັ່ນນັ້ນ. ອານົນທ໌ ! ຄວາມຮູ້ສຶກໄດ້ເກີດຂຶ້ນແກ່ເຮົາວ່າ ເພາະວ່າໂທດ ໃນວິນຍານັນຈາຢະຕະນະ ເປັນສິ່ງທີ່ເຮົາຍັງມອງບໍ່ເຫັນ ຍັງບໍ່ໄດ້ນໍາມາສູ່ການຄິດນຶກໃຫ້ຫຼາຍ ແລະທັງອານິສົງສ໌ແຫ່ງອາກິນຈັນຍາຢະຕະນະ ເຮົາກໍຍັງບໍ່ເຄີຍໄດ້ຮັບເລີຍ ຍັງບໍ່ເຄີຍຮູ້ຣົສເລີຍ; ຈິຕຂອງເຮົາຈຶ່ງເປັນເຊັ່ນນັ້ນ. ອານົນທ໌ ! ຄວາມຄິດ ໄດ້ເກີດຂຶ້ນແກ່ເຮົາສືບຕໍ່ໄປວ່າ ຖ້າຫາກເຮົາໄດ້ເຫັນໂທດ ວິນຍານັນຈາຢະຕະນະ ແລ້ວນໍາມາສູ່ການຄິດນຶກໃນຂໍ້ນັ້ນໃຫ້ຫຼາຍ ໄດ້ຮັບອານິສົງສ໌ໃນອາກິນຈັນຍາຍະຕະນະແລ້ວ ຍ່ອມເສບໃນອານິສົງສ໌ນັ້ນຢ່າງທົ່ວເຖິງ ນັ້ນ, ຂໍ້ນັ້ນແຫຼະ ຈະເປັນຖານະທີ່ຈະເຮັດໃຫ້ຈິຕຂອງເຮົາ ຍ່ອມແລ່ນໄປ ຍ່ອມເຫຼື້ອມໃສ ຕັ້ງຢູ່ໄດ້ ຫຼຸດອອກໄປ ໃນອາກິນຈັນຍາຢະຕະນະ ໂດຍທີ່ເຫັນຢູ່ວ່າ ນັ້ນສະຫງົບ. ອານົນທ໌ ! ໂດຍກາລຕໍ່ມາ ເຮົາໄດ້ເຮັດເຊັ່ນນັ້ນແລ້ວ ຢ່າງທົ່ວເຖິງ ຈິຕຂອງເຮົາຈຶ່ງແລ່ນໄປ ຈຶ່ງເຫຼື້ອມໃສ ຕັ້ງຢູ່ໄດ້ ຫຼຸດອອກໄປໃນອາກິນຈັນຍາຢະຕະນະນັ້ນ ໂດຍທີ່ເຫັນຢູ່ວ່າ ນັ້ນສະຫງົບ. ອານົນທ໌ ! ເຮົາແລຂ້າມຜ່ານ ວິນຍານັນຈາຢະຕະນະ ໂດຍປະການທັງປວງເສຍແລ້ວ ຈຶ່ງ ບັນລຸອາກິນຈັນຍາຢະຕະນະ ອັນມີການກໍານົດໃນໃຈວ່າ “ອັນໃດໆບໍ່ມີ” ແລ້ວແລຢູ່. ອານົນທ໌ ! ແມ່ນວ່າເມື່ອເຮົາຢູ່ດ້ວຍ ວິຫາຣະທັມຄື ອາກິນຈັນຍາຢະຕະນະນີ້ ການເຮັດໃນໃຈຕາມອໍານາດແຫ່ງສັນຍາ ທີ່ເປັນໄປໃນວິນຍານັນຈາຢະຕະນະ ກໍຍັງເກີດແຊກແຊງຢູ່. ຂໍ້ນັ້ນຍັງເປັນການອາພາດ (ໃນທາງຈິຕ) ແກ່ເຮົາ, ເໝືອນຜູ້ມີສຸຂແລ້ວ ຍັງມີທຸກຂ໌ເກີດຂຶ້ນຂັດຂວາງ ເພາະອາພາດ ເຊັ່ນໃດກໍເຊັ່ນນັ້ນ.

ອານົນທ໌ ! ຄວາມຄິດ ໄດ້ເກີດຂຶ້ນແກ່ເຮົາສືບໄປວ່າ ເພື່ອກຳຈັດອາພາດຂໍ້ນັ້ນເສຍ ຖ້າຈັ່ງໃດເຮົາ ເພາະຂ້າມຜ່ານອາກິນຈັນຍາຢະຕະນະ ໂດຍປະການທັງປວງເສຍແລ້ວ ຍ່ອມບັນລຸເນວະສັນຍານາສັນຍາຢະຕະນະ ແລ້ວແລຢູ່ເຖີ້ນ ດັ່ງນີ້. ອານົນທ໌ ! ເຖິງດັ່ງນັ້ນ ຈິຕຂອງເຮົາ ກໍຍັງບໍ່ແລ່ນໄປ ບໍ່ເຫຼື້ອມໃສ ບໍ່ຕັ້ງຢູ່ໄດ້ ບໍ່ຫຼຸດອອກໄປ ໃນເນວະສັນຍານາສັນຍາຢະຕະນະ ນັ້ນ ທັງທີ່ເຮົາເຫັນຢູ່ວ່າ ນັ້ນສະຫງົບ.

ອານົນທ໌ ! ຄວາມຄິດ ໄດ້ເກີດຂຶ້ນແກ່ເຮົາ ສືບຕໍ່ໄປໄປວ່າ ອັນໃດໜໍເປັນເຫຕ ເປັນປັຈຈັຍ ທີ່ເຮັດໃຫ້ຈິຕຂອງເຮົາເປັນເຊັ່ນນັ້ນ. ອານົນທ໌ ! ຄວາມຮູ້ສຶກໄດ້ເກີດຂຶ້ນແກ່ເຮົາວ່າ ເພາະວ່າໂທດ ໃນອາກິນຈັນຍາຍະຕະນະ ເປັນສິ່ງທີ່ເຮົາຍັງມອງບໍ່ເຫັນ ຍັງບໍ່ໄດ້ນຳມາສູ່ການຄິດນຶກໃຫ້ຫຼາຍ ແລະທັງອານິສົງສ໌ແຫ່ງ ເນວະສັນຍານາສັນຍາຢະຕະນະ ເຮົາກໍຍັງບໍ່ເຄີຍໄດ້ຮັບເລີຍ ຍັງບໍ່ເຄີຍຮູ້ຣົສເລີຍ; ຈິຕຂອງເຮົາຈຶ່ງເປັນເຊັ່ນນັ້ນ. ອານົນທ໌ ! ຄວາມຄິດໄດ້ເກີດຂຶ້ນແກ່ເຮົາສືບຕໍ່ໄປວ່າ ຖ້າຫາກເຮົາໄດ້ເຫັນໂທດ ໃນອາກິນຈັນຍາຢະຕະນະ ແລ້ວນຳມາສູ່ການຄິດນຶກໃນຂໍ້ນັ້ນໃຫ້ຫຼາຍ ໄດ້ຮັບອານິສົງສ໌ ໃນເນວະສັນຍານາສັນຍາຢະຕະນະແລ້ວ ຍ່ອມເສບໃນອານິສົງສ໌ນັ້ນ ຢ່າງທົ່ວເຖິງນັ້ນ. ຂໍ້ນັ້ນແຫຼະ ຈະເປັນຖານະທີ່ຈະເຮັດໃຫ້ຈິຕຂອງເຮົາຍ່ອມແລ່ນໄປ ຍ່ອມເຫຼື້ອມໃສ ຕັ້ງຢູ່ໄດ້ຫຼຸດອອກໄປ ໃນເນວະສັນຍານາສັນຍາຢະຕະນະ ໂດຍທີ່ເຫັນຢູ່ວ່າ ນັ້ນສະຫງົບ. ອານົນທ໌ ! ໂດຍກາລຕໍ່ມາ ເຮົາໄດ້ເຮັດເຊັ່ນນັ້ນແລ້ວຢ່າງທົ່ວເຖິງ ຈິຕຂອງເຮົາຈຶ່ງແລ່ນໄປ ຈຶ່ງເຫຼື້ອມໃສ ຕັ້ງຢູ່ໄດ້ ຫຼຸດອອກໄປ ໃນເນວະສັນຍານາສັນຍາຢະຕະນະນັ້ນ ໂດຍທີ່ເຫັນຢູ່ວ່າ ນັ້ນສະຫງົບ. ອານົນທ໌ ! ເຮົາແລ ຂ້າມຜ່ານອາກິນຈັນຍາຢະຕະນະ ໂດຍປະການທັງປວງເສຍແລ້ວ ຈຶ່ງ ບັນລຸເນວະສັນຍານາສັນຍາຢະຕະນະ ແລ້ວແລຢູ່. ອານົນທ໌ ! ແມ່ນວ່າເມື່ອເຮົາຢູ່ດ້ວຍວິຫາຣະທັມຄື ເນວະສັນຍານາສັນຍາຢະຕະນະ ນີ້ ການເຮັດໃນໃຈຕາມອໍານາດແຫ່ງສັນຍາ ທີ່ເປັນໄປໃນ ອາກິນຈັນຍາຢະຕະນະ ກໍຍັງເກີດແຊກແຊງຢູ່. ຂໍ້ນັ້ນຍັງເປັນການອາພາດ (ໃນທາງຈິຕ) ແກ່ເຮົາ, ເໝືອນຜູ້ມີສຸຂແລ້ວ ຍັງມີທຸກຂ໌ເກີດຂຶ້ນຂັດຂວາງ ເພາະອາພາດ ເຊັ່ນໃດກໍເຊັ່ນນັ້ນ.

ອານົນທ໌ ! ຄວາມຄິດ ໄດ້ເກີດຂຶ້ນແກ່ເຮົາສືບຕໍ່ໄປວ່າ ເພື່ອກໍາຈັດອາພາດຂໍ້ນັ້ນເສຍ ຖ້າຈັ່ງໃດ ເຮົາ ເພາະຂ້າມຜ່ານ ເນວະສັນຍານາສັນຍາຢະຕະນະ ໂດຍປະການທັງປວງເສຍແລ້ວ ຍ່ອມບັນລຸ ສັນຍາເວທະຍິຕະນິໂຣດ ແລ້ວແລຢູ່ເຖີ້ນດັ່ງນີ້. ອານົນທ໌ ! ເຖິງດັ່ງນັ້ນ ຈິຕຂອງເຮົາກໍຍັງບໍ່ແລ່ນໄປ ບໍ່ເຫຼື້ອມໃສ ບໍ່ຕັ້ງຢູ່ໄດ້ ບໍ່ຫຼຸດອອກໄປ ໃນສັນຍາເວທະຢິຕະນິໂຣດນັ້ນ ທັງທີ່ເຮົາເຫັນຢູ່ວ່ານັ້ນສະຫງົບ.

ອານົນທ໌ ! ຄວາມຄິດ ໄດ້ເກີດຂຶ້ນແກ່ເຮົາ ສືບຕໍ່ໄປວ່າ ອັນໃດໜໍເປັນເຫຕເປັນປັຈຈັຍ ທີ່ເຮັດໃຫ້ຈິຕຂອງເຮົາ ເປັນເຊັ່ນນັ້ນ. ອານົນທ໌ ! ຄວາມຮູ້ສຶກ ໄດ້ເກີດຂຶ້ນແກ່ເຮົາວ່າ ເພາະວ່າໂທດ ໃນເນວະສັນຍານາສັນຍາຢະຕະນະ ເປັນສິ່ງທີ່ເຮົາຍັງມອງບໍ່ເຫັນ ຍັງບໍ່ໄດ້ນຳມາສູ່ການຄິດນຶກໃຫ້ຫຼາຍ ແລະທັງອານິສົງສ໌ແຫ່ງ ສັນຍາເວທະຢິຕະນິໂຣດ ເຮົາກໍຍັງບໍ່ເຄີຍໄດ້ຮັບເລີຍ ຍັງບໍ່ເຄີຍຮູ້ຣົສເລີຍ; ຈິຕຂອງເຮົາຈຶ່ງເປັນເຊັ່ນນັ້ນ, ອານົນທ໌ ! ຄວາມຄິດ ໄດ້ເກີດຂຶ້ນແກ່ເຮົາສືບຕໍ່ໄປວ່າ ຖ້າຫາກເຮົາໄດ້ເຫັນໂທດ ໃນເນວະສັນຍານາສັນຍາຢະຕະນະ ແລ້ວນໍາມາສູ່ການຄິດນຶກໃນຂໍ້ນັ້ນໃຫ້ຫຼາຍ ໄດ້ຮັບອານິສົງສ໌ໃນສັນຍາເວທຢິຕະນິໂຣດແລ້ວ ຍ່ອມເສບໃນອານິສົງສ໌ນັ້ນ ຢ່າງທົ່ວເຖິງນັ້ນ, ຂໍ້ນັ້ນແຫຼະ ຈະເປັນຖານະທີ່ຈະເຮັດໃຫ້ຈິຕຂອງເຮົາ ຍ່ອມແລ່ນໄປ ຍ່ອມເຫຼື້ອມໃສ ຕັ້ງຢູ່ໄດ້ ຫຼຸດອອກໄປ ໃນສັນຍາເວທຢິຕະນິໂຣດ ໂດຍທີ່ເຫັນຢູ່ວ່າ ນັ້ນສະຫງົບ. ອານົນທ໌ ! ໂດຍກາລຕໍ່ມາ ເຮົາໄດ້ເຮັດເຊັ່ນນັ້ນແລ້ວ ຢ່າງທົ່ວເຖິງ ຈິຕຂອງເຮົາຈຶ່ງແລ່ນໄປ ຈຶ່ງເຫຼື້ອມໃສ ຕັ້ງຢູ່ ໄດ້ຫຼຸດອອກໄປ ໃນສັນຍາເວທະຢິຕະນິໂຣດນັ້ນ ໂດຍທີ່ເຫັນຢູ່ວ່ານັ້ນສະຫງົບ. ອານົນທ໌ ! ເຮົາແລ ຂ້າມຜ່ານເນວະສັນຍານາສັນຍາຢະຕະນະ ໂດຍປະການທັງປວງເສຍແລ້ວ ຈຶ່ງ ບັນລຸສັນຍາເວທະຢິຕະນິໂຣດ ແລ້ວແລຢູ່ (ບໍ່ມີອາພາດອັນໃດໆອີກຕໍ່ໄປ). ອັນໜຶ່ງ ອາສະວະທັງຫຼາຍ ໄດ້ເຖິງຄວາມດັບສິ້ນໄປຮອບ ເພາະເຮົາເຫັນ (ອະຣິຍະສັຈຈ໌ສີ່) ໄດ້ດ້ວຍປັນຍາ.
- ນວກ. ອັງ. ໒໓/໔໕໗/໒໔໕.

(ຂໍ້ຄວາມທັງໝົດນີ້ ສະຫຼຸບຄວາມວ່າ :-
໑. ອະດີຕກາມະສັນຍາ ທີ່ປະຖົມມະຊານລະແລ້ວ ຈະມາຄອຍເປັນອາພາດ ແກ່ການເຂົ້າຢູ່ໃນປະຖົມມະຊານ,
໒. ອະດີຕວິຕັກກະທັມມະສັນຍາ ທີ່ທຸຕິຍະຊານລະແລ້ວ ຈະມາຄອຍເປັນອາພາດແກ່ການເຂົ້າຢູ່ໃນທຸຕິຍະຊານ.
໓. ອະດີຕປີຕິສັນຍາ ທີ່ຕະຕິຍະຊານລະແລ້ວ ຈະມາຄອຍເປັນອາພາດ ແກ່ການເຂົ້າຢູ່ໃນ ຕະຕິຍະຊານ.
໔. ອະດີຕອຸເປກຂາສຸຂະສັນຍາ ທີ່ຈະຕຸຕຖະຊານລະແລ້ວ ຈະມາຄອຍເປັນອາພາດແກ່ການເຂົ້າຢູ່ໃນ ຈະຕຸຕຖະຊານ.
໕. ອະດີຕຮູບສັນຍາ ທີ່ອາກາສານັນຈາຢະຕະນະລະແລ້ວ ຈະມາຄອຍເປັນອາພາດແກ່ການເຂົ້າຢູ່ໃນ ອາກາສານັນຈາຢະຕະນະ.
໖. ອະດີຕອາກາສານັນຈາຢະຕະນະສັນຍາ ທີ່ວິນຍານັນຈາຢະຕະນະລະແລ້ວ ຈະມາຄອຍເປັນອາພາດ ແກ່ການເຂົ້າຢູ່ໃນ ວິນຍານັນຈາຢະຕະນະ.
໗. ອະດີຕວິນຍານັນຈາຢະຕະນະສັນຍາ ທີ່ອາກິນຈັນຍາຢະຕະນະລະແລ້ວ ຈະມາຄອຍເປັນອາພາດ ແກ່ການເຂົ້າຢູ່ໃນອາກິນຈັນຍາຢະຕະນະ.
໘. ອະດີຕອາກິນຈັນຍາຢະຕະນະສັນຍາ ທີ່ເນວະສັນຍານາສັນຍາຢະຕະນະລະແລ້ວ ຈະມາຄອຍເປັນອາພາດ ແກ່ການເຂົ້າຢູ່ໃນ ເນວະສັນຍານາສັນຍາຢະຕະນະ.
໙. ອະດີຕເນວະສັນຍານາສັນຍາຢະຕະນະສັນຍາ ທີ່ລະງັບໄປແລ້ວ ເພາະສັນຍາເວທະຢິຕະນິໂຣດ ບໍ່ອາດມາເປັນອາພາດ ແກ່ການເຂົ້າຢູ່ໃນສັນຍາເວທະຢິຕະນິໂຣດ).
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ