ຜູ້ລອດໄປໄດ້ ບໍ່ຕາຍກາງທາງ

ທໍາໃນທ່າມກາງ

0:00/0:00
ສຸນັກຂັຕຕະ ! ຂໍ້ນີ້ ເປັນຖານະທີ່ມີໄດ້ ຄືຈະມີພິກຂຸບາງອົງ ໃນກໍລະນີນີ້ ມີຄວາມເຂົ້າໃຈຂອງຕົນວ່າ “ຕັນຫານັ້ນ ສະມະນະກ່າວກັນວ່າ ເປັນລູກສອນ, ໂທດອັນມີພິດຂອງອະວິຊຊາ ຍ່ອມງອກງາມ ເພາະສັນທະຣາຄະແລະພະຍາບາດ ; ລູກສອນຄືຕັນຫານັ້ນ ເຮົາລະໄດ້ແລ້ວ, ໂທດອັນມີພິດຂອງອະວິຊຊາ ເຮົາກໍນໍາອອກໄປໝົດແລ້ວ, ເຮົາເປັນຜູ້ນ້ອມໄປແລ້ວໃນນິພພານໂດຍຊອບ.” ດັ່ງນີ້. ເມື່ອເຂົານ້ອມໄປແລ້ວໃນນິພພານໂດຍຊອບ ຢູ່, ເຂົາກໍບໍ່ຕາມປະກອບຊຶ່ງທັມທັງຫຼາຍ ອັນບໍ່ເປັນທີ່ສະບາຍ ແກ່ຜູ້ນ້ອມໄປແລ້ວໃນນິພພານໂດຍຊອບ ; ຄືບໍ່ຕາມປະກອບຊຶ່ງທັມ ອັນບໍ່ເປັນທີ່ສະບາຍ ໃນການເຫັນຮູບດ້ວຍຕາ ຟັງສຽງດ້ວຍຫູ ດົມກິ່ນດ້ວຍດັງ ຊີມຣົສດ້ວຍລີ້ນ ຖືກຕ້ອງໂຜຕຖັພພະດ້ວຍກາຍ ຮູ້ສຶກທັມມາຣົມດ້ວຍໃຈ ອັນລ້ວນແຕ່ບໍ່ເປັນທີ່ສະບາຍ. ເມື່ອເຂົາບໍ່ຕາມປະກອບ ຊຶ່ງທັມອັນບໍ່ເປັນທີ່ສະບາຍເຫຼົ່ານີ້ຢູ່, ຣາຄະຍ່ອມບໍ່ສຽບແທງຈິຕຂອງເຂົາ. ເຂົາມີຈິຕອັນຣາຄະບໍ່ສຽບແທງແລ້ວ ຍ່ອມບໍ່ເຖິງຄວາມຕາຍ ຫຼືຄວາມທຸກຂ໌ປານຕາຍ.
ສຸນັກຂັຕຕະ ! ປຽບເໝືອນບຸຣຸສ ຖືກຍິງດ້ວຍລູກສອນ ອັນອາບໄວ້ດ້ວຍຢາພິດຢ່າງຮຸນແຮງ. ມິຕ ອາມາດ ຍາດສາຍໂລຫິຕຂອງເຂົາ ຈັດຫາໝໍຜ່າຕັດມາຮັກສາ. ໝໍໄດ້ໃຊ້ສາດຕຣາຜ່າແຫກປາກບາດແຜຂອງເຂົາແລ້ວ ໃຊ້ເຄື່ອງກວດຄົ້ນຫາລູກສອນພົບແລ້ວ ຖອນລູກສອນອອກ ນໍາອອກຊຶ່ງໂທດອັນເປັນພິດ ຈົນຮູ້ວ່າບໍ່ມີເຊື້ອເຫຼືອຕິດຢູ່. ໝໍນັ້ນກ່າວແກ່ເຂົາດັ່ງນີ້ວ່າ “ບຸຣຸສຜູ້ຈະເຣີນ ! ລູກສອນຖືກຖອນອອກແລ້ວ, ໂທດອັນເປັນພິດ ເຮົານໍາອອກຈົນບໍ່ມີເຊື້ອເຫຼືອຕິດຢູ່ແລ້ວ, ທ່ານໝົດອັນ ຕະລາຍແລ້ວ ແລະທ່ານຈະບໍຣິໂພກອາຫາຣໄດ້ຕາມສະບາຍ ; ແຕ່ທ່ານຢ່າໄປກິນອາຫາຣ ຊະນິດທີ່ບໍ່ສະບາຍແກ່ບາດແຜ ອັນຈະເຮັດໃຫ້ແຜອັກເສບ ແລະຈົ່ງລ້າງແຜຕາມເວລາ ທາຢາທີ່ປາກແຜຕາມເວລາ. ເມື່ອທ່ານລ້າງແຜຕາມເວລາ ທາຢາທີ່ປາກແຜຕາມເວລາ ຢ່າໃຫ້ໜອງແລະເລືອດແຫ້ງຕິດເກາະປາກແຜ, ແລະທ່ານຢ່າທ່ຽວຕາກລົມແລະເເດດ, ເມື່ອທ່ຽວຕາກລົມແລະແດດ ກໍຢ່າໃຫ້ຝຸ່ນລະອອງ ຂອງເປິເປື້ອນຂົ້າໄປໃນປາກແຜ. ບຸຣຸສຜູ້ຈະເຣີນ ! ທ່ານຈົ່ງເປັນຜູ້ລະວັງຮັກສາບາດແຜ ມີເລື່ອງບາດແຜເປັນເລື່ອງສໍາຄັນເທາະເດີ” ດັ່ງນີ້. ບຸຣຸສນັ້ນ ມີຄວາມຄິດວ່າ “ໝໍຖອນລູກສອນໃຫ້ເຮົາສໍາເລັດແລ້ວ ໂທດອັນເປັນພິດ ໝໍກໍເອົາາອອກຈົນບໍ່ມີເຊື້ອເຫຼືອຢູ່ແລ້ວ ເຮົາໝົດອັນຕະລາຍ” ເຂົາບໍຣິໂພກໂພຊະນະ ອັນເປັນທີ່ສະບາຍ (ແລະປະພຶດຕາມໝໍສັ່ງທຸກປະການ) ເຂົານຳເອົາໂທດພິດອັນບໍ່ສະອາດອອກໄປ ດ້ວຍການເຮັດອັນຖືກຕ້ອງເຫຼົ່ານີ້ ບາດແຜຈຶ່ງບໍ່ມີເຊື້ອເຫຼືອຢູ່, ແລະງອກຂຶ້ນເຕັມເພາະເຫຕທັງສອງນັ້ນ. ເຂົາມີຊີ້ນ (ບາດແຜເລີ່ມດີ) ປົ່ງເຕັມ ມີຜິວໜັງຮາບພຽງແລ້ວ ກໍບໍ່ເຖິງຊຶ່ງຄວາມຕາຍ ຫຼືຄວາມທຸກຂ໌ປານຕາຍ, ນີ້ເຊັ່ນໃດ ;

ສຸນັກຂັຕຕະ ! ຂໍ້ນີ້ກໍເຊັ່ນນັ້ນເໝືອນກັນ ຄືຂໍ້ທີ່ພິກຂຸບາງອົງ ສໍາຄັນຕົນວ່ານ້ອມໄປແລ້ວໃນນິພພານໂດຍຊອບ.... ແລ້ວບໍ່ຕາມປະກອບໃນທັມ ທີ່ບໍ່ເປັນທີ່ສະບາຍ ແກ່ການນ້ອມໄປໃນນິພພານໂດຍຊອບ.... ຣາຄະກໍບໍ່ສຽບແທງຈິຕຂອງເຂົາ. ເຂົາມີຈິຕອັນຣາຄະບໍ່ສຽບແທງແລ້ວ ຍ່ອມບໍ່ເຖິງຄວາມຕາຍ ຫຼືຄວາມທຸກຂ໌ປານຕາຍ.

ສຸນັກຂັຕຕະ ! ອຸປະມານີ້ ເຮົາຜູກຂຶ້ນເພື່ອໃຫ້ເຂົ້າໃຈເນື້ອຄວາມ ນີ້ຄືເນື້ອຄວາມໃນອຸປະມານັ້ນ ; ຄໍາວ່າ ‘ບາດແຜ’ ເປັນຊື່ແຫ່ງ ອາຍະຕະນະພາຍໃນຫົກ. ຄໍາວ່າ ໂທດອັນເປັນພິດ’ ເປັນຊື່ແຫ່ງ ອະວິຊຊາ. ຄໍາວ່າ ‘ລູກສອນ’ ເປັນຊື່ແຫ່ງຕັນຫາ. ຄໍາວ່າ ‘ເຄື່ອງກວດ’ ເປັນຊື່ແຫ່ງ ສະຕິ. ຄໍາວ່າ ‘ສາສຕຣາ’ ເປັນຊື່ຂອງ ອະຣິຍະປັນຍາ. ຄໍາວ່າ ‘ໝໍຜ່າຕັດ’ ເປັນຊື່ຂອງ ຕະຖາຄົຕອະຣະຫັນຕະສັມມາສັມພຸດທະ.

- ອຸປະຣິ. ມ. ໑໔/໖໙/໗໗.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ