ສິ່ງທີ່ບໍ່ເຕັມຂຶ້ນ ຫຼື ບົກ(ພ່ອງ)ລົງ

ທຳມະຊາດ

0:00/0:00
ພິກຂຸ ທ. ! ແມ່ນໍ້າທັງຫຼາຍ ຍ່ອມໄຫຼໄປຍັງມະຫາສະມຸດ. ນໍ້າຝົນທີ່ຕົກຈາກອາກາດ, ກໍໄຫຼໄປຍັງມະຫາສະມຸດ, ແຕ່ຄວາມບົກ (ລົງ) ຫຼືຄວາມເຕັມ (ລົ້ນ) ຂອງມະຫາສະມຸດ ຍ່ອມບໍ່ປາກົດ (ແກ່ຕາ) ເຊັ່ນໃດ; ພິກຂຸທັງຫຼາຍ ເປັນຈໍານວນລົ້ນຫຼາຍ ຍ່ອມປະຣິນິພພານ ດ້ວຍອະນຸປາທິເສສະນິພພານທາຕ ແຕ່ຄວາມບົກຫຼືຄວາມເຕັມຂຶ້ນ ຂອງນິພພານທາຕນັ້ນ ກໍບໍ່ປາກົດເພາະເຫຕນັ້ນ ເຊັ່ນນັ້ນ.

ພິກຂຸ ທ. ! ຂໍ້ທີ່ ຄວາມບົກຫຼືຄວາມເຕັມຂອງນິພພານທາຕ ຍ່ອມບໍ່ປາກົດເພາະເຫຕນັ້ນໆ; ນັ້ນ ກໍເປັນຄວາມປະຫຼາດມະຫັດສະຈັນຂໍ້ໜຶ່ງ ໃນທັມວິນັຍນີ້.

- ອຸ. ຂຸ. ໒໕/໑໕໗/໑໑໘.

ກົງກັນຂ້າມໄປເສຍ (ໝົດ) ທຸກຢ່າງ

ພິກຂຸ ທ. ! “ສິ່ງ” ສິ່ງນັ້ນມີຢູ່, ເປັນສິ່ງ ຊຶ່ງໃນນັ້ນບໍ່ມີດິນ ບໍ່ມີນໍ້າ ບໍ່ມີໄຟ ບໍ່ມີລົມ, ບໍ່ແມ່ນອາກາສານັນຈາຢະຕະນະ ບໍ່ແມ່ນວິນຍານັນຈາຢະຕະນະ ບໍ່ແມ່ນອາກິນຈັນຍາຢະຕະນະ ບໍ່ແມ່ນເນວະສັນຍານາສັນຍາຢະຕະນະ, ບໍ່ແມ່ນໂລກນີ້ ບໍ່ແມ່ນໂລກອື່ນ, ບໍ່ແມ່ນດວງຈັນ ຫຼືດວງອາທິຕທັງສອງຢ່າງ.

ພິກຂຸ ທ. ! ໃນກໍລະນີ ອັນກ່ຽວກັບ “ສິ່ງ” ສິ່ງນັ້ນ ເຮົາບໍ່ກ່າວວ່າມີການມາ, ບໍ່ກ່າວວ່າມີການໄປ, ບໍ່ກ່າວວ່າມີການຢຸດ, ບໍ່ກ່າວວ່າມີການຈຸຕິ, ບໍ່ກ່າວວ່າມີການເກີດຂຶ້ນ. ສິ່ງນັ້ນບໍ່ໄດ້ຕັ້ງຢູ່, ສິ່ງນັ້ນບໍ່ໄດ້ເປັນໄປ ແລະສິ່ງນັ້ນບໍ່ແມ່ນອາຣົມ; ນັ້ນແຫຼະ ຄືທີ່ສຸດແຫ່ງທຸກຂ໌ລະ. (ເລື່ອງຄວນເບິ່ງປະກອບໃນເຫຼັ້ມນີ້ໜ້າ ໒໒໓, ໔໑໕, ໔໓໘, ໔໔໘, ໔໖໓; ໃນພຸດ. ໂອ. ໜ້າ ໓໙໙, ໔໖໒ ; ໃນປະຕິຈຈ. ໂອໜ້າ ໔໒໑, ໖໑໖, ໖໒໘, ໖໓໑, ໖໓໕, ໖໕໕, ໖໕໙)

- ອຸ. ຂຸ. ໒໕/໒໐໖/໑໕໘.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ