ຜູ້ລະອາສະວະນານາແບບ

ທໍາໃນທີສຸດ

0:00/0:00
ກ. ອາສະວະສ່ວນທີ່ລະໄດ້ດ້ວຍການເຫັນ

ພິກຂຸ ທ. ! ອະຣິຍະສາວົກຜູ້ມີການສະດັບ ໄດ້ເຫັນພຣະອະຣິຍະເຈົ້າ ສະຫຼາດໃນທັມຂອງພຣະອະຣິຍະເຈົ້າ ໄດ້ຮັບການແນະນໍາໃນທັມຂອງພຣະອະຣິຍະເຈົ້າ ໄດ້ເຫັນສັປບຸຣຸສ ສະຫຼາດໃນທັມຂອງສັບບຸຣຸສ ໄດ້ຮັບການແນະນໍາໃນທັມຂອງສັບບຸຣຸສ, ຍ່ອມຮູ້ແຈ່ມແຈ້ງ ຊຶ່ງທັມທັງຫຼາຍ ທີ່ຄວນຕັ້ງໄວ້ໃນໃຈ ແລະບໍ່ຄວນຕັ້ງໄວ້ໃນໃຈ. ອະຣິຍະສາວົກນັ້ນ ຮູ້ແຈ່ມແຈ້ງຢູ່ຊຶ່ງທັມທັງຫຼາຍ ທີ່ຄວນຕັ້ງໄວ້ໃນໃຈ ແລະບໍ່ຄວນຕັ້ງໄວ້ໃນໃຈ, ທ່ານຍ່ອມບໍ່ຕັ້ງໄວ້ໃນໃຈ ຊຶ່ງທັມທັງຫຼາຍ ທີ່ບໍ່ຄວນຕັ້ງໄວ້ໃນໃຈ, ຈະຕັ້ງໄວ້ໃນໃຈ ແຕ່ທັມທັງຫຼາຍ ທີ່ຄວນຕັ້ງໄວ້ໃນໃຈເທົ່ານັ້ນ.

ພິກຂຸ ທ. ! ທັມທັງຫຼາຍອັນບໍ່ຄວນຕັ້ງໄວ້ໃນໃຈ ທີ່ອະຣິຍະສາວົກທ່ານບໍ່ຕັ້ງໄວ້ໃນໃຈນັ້ນ ເປັນແນວໃດໜໍ ? ພິກຂຸ ທ. ! ເມື່ອບຸຄຄົລ ຕັ້ງໄວ້ໃນໃຈຊຶ່ງທັມເຫຼົ່າໃດຢູ່, ກາມາສະວະ ພະວາສະວະ ຫຼືອະວິຊຊາສະວະ ກໍຕາມ ທີ່ຍັງບໍ່ເກີດ ຍ່ອມເກີດຂຶ້ນ ຫຼືທີ່ເກີດຂຶ້ນແລ້ວ ຍ່ອມຈະເຣີນຍິ່ງຂຶ້ນ; ທັມເຫຼົ່ານີ້ແລ ເປັນທັມທີ່ບໍ່ຄວນຕັ້ງໄວ້ໃນໃຈ ຊຶ່ງອະຣິຍະສາວົກ ທ່ານບໍ່ຕັ້ງໄວ້ໃນໃຈ.

ພິກຂຸ ທ. ! ທັມທັງຫຼາຍ ອັນເປັນທັມທີ່ຄວນຕັ້ງໄວ້ໃນໃຈ ທີ່ອະຣິຍະສາວົກ ທ່ານຕັ້ງໄວ້ໃນໃຈນັ້ນ ເປັນແນວໃດໜໍ ? ພິກຂຸ ທ. ! ກາມາສະວະ ພະວາສະວະ ຫຼືອະວິຊຊາສະວະກໍຕາມ ທີ່ຍັງບໍ່ເກີດ ຍ່ອມບໍ່ເກີດຂຶ້ນ ຫຼືທີ່ເກີດຂຶ້ນແລ້ວ ຍ່ອມລະໄປແກ່ບຸຄຄົລຜູ້ຕັ້ງຊຶ່ງທັມເຫຼົ່າໃດໄວ້ໃນໃຈຢູ່; ທັມເຫຼົ່ານີ້ແລ ເປັນທັມທີ່ຄວນຕັ້ງໄວ້ໃນໃຈ ຊຶ່ງອະຣິຍະສາວົກທ່ານຕັ້ງໄວ້ໃນໃຈ.

ເພາະອະຣິຍະສາວົກນັ້ນບໍ່ຕັ້ງໄວ້ໃນໃຈ ຊຶ່ງທັມທັງຫຼາຍ ທີ່ບໍ່ຄວນກະທຳໄວ້ໃນໃຈ ແຕ່ມາຕັ້ງໄວ້ໃນໃຈແຕ່ທັມທັງຫຼາຍ ທີ່ຄວນຕັ້ງໄວ້ໃນໃຈເທົ່ານັ້ນ, ອາສະວະທັງຫຼາຍ ທີ່ຍັງບໍ່ເກີດ ຈຶ່ງບໍ່ເກີດຂຶ້ນ ແລະອາສະວະທັງຫຼາຍ ທີ່ເກີດຂຶ້ນແລ້ວ ຍ່ອມລະໄປ. ອະຣິຍະສາວົກນັ້ນ ຍ່ອມຕັ້ງໄວ້ໃນໃຈໂດຍຮອບຄອບວ່າ “ທຸກຂ໌ເປັນເຊັ່ນນີ້, ເຫຕໃຫ້ເກີດແຫ່ງທຸກຂ໌ເປັນເຊັ່ນນີ້, ຄວາມດັບບໍ່ເຫຼືອແຫ່ງທຸກຂ໌ເປັນເຊັ່ນນີ້, ທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ເປັນເຊັ່ນນີ້” ດັ່ງນີ້. ເມື່ອອະຣິຍະສາວົກນີ້ ຕັ້ງໄວ້ໃນໃຈໂດຍຖີ່ຖ້ວນຢູ່ດັ່ງນີ້, ສັນໂຍຊນ໌ສາມ ຄື ສັກກາຍະທິຕຖິ ວິຈິກິດສາ ສີລັບພະຕະປະຣາມາສະ ຍ່ອມລະໄປ. ພິກຂຸ ທ. ! ນີ້ເຮົາກ່າວວ່າ ອາສະວະທັງຫຼາຍ ຈະຍ່ອມລະເສຍ ດ້ວຍການເຫັນ.
- ມູ. ມ. ໑໒/໑໕/໑໒.

ຂ. ອາສະວະສ່ວນທີ່ລະໄດ້ດ້ວຍການສັງລວມ

ພິກຂຸ ທ. ! ອາສະວະທັງຫຼາຍ ສ່ວນທີ່ຈະຍ່ອມລະເສຍ ດ້ວຍການສັງລວມເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ພິຈາຣະນາໂດຍຖີ່ຖ້ວນແລ້ວ ເປັນຜູ້ສັງລວມດ້ວຍການສັງວອນ ໃນອິນຊີຄື ຕາ ຫູ ດັງ ລີ້ນ ກາຍ ໃຈ ອັນເປັນອິນຊີທີ່ເມື່ອພິກຂຸບໍ່ສັງລວມແລ້ວ, ອາສະວະ ທ. ອັນເປັນເຄື່ອງເຮັດໃຫ້ຄັບແຄ້ນແລະຮ້ອນເອົ້າ ຈະຍ່ອມບັງເກີດຂຶ້ນ. ແລະເມື່ອພິກຂຸເປັນຜູ້ສັງລວມແລ້ວເປັນຢູ່, ອາສະວະ ທັງຫຼາຍ ອັນເປັນເຄື່ອງກໍ່ຄວາມຄັບແຄ້ນ ແລະຮ້ອນເອົ້າ ຍ່ອມຈະບໍ່ບັງເກີດຂຶ້ນແກ່ພິກຂຸນັ້ນ. ພິກຂຸ ທ. ! ຂໍ້ນີ້ເປັນເພາະເມື່ອພິກຂຸບໍ່ສັງລວມ ດ້ວຍອາການເຊັ່ນນີ້, ອາສະວະທັງຫຼາຍ ອັນເປັນເຄື່ອງກໍ່ຄວາມຄັບແຄ້ນແລະຮ້ອນເອົ້າ ຈະຍ່ອມບັງເກີດຂຶ້ນ, ແລະເມື່ອພິກຂຸສັງລວມແລ້ວເປັນຢູ່ ອາສະວະທັງຫຼາຍ ອັນເປັນເຄື່ອງກໍ່ຄວາມຄັບແຄ້ນແລະຮ້ອນເອົ້າ ຍ່ອມຈະບໍ່ບັງເກີດຂຶ້ນແກ່ພິກຂຸນັ້ນ. ພິກຂຸ ທ. ! ນີ້ເຮົາກ່າວວ່າ ອາສະວະທັງຫຼາຍ ສ່ວນທີ່ຈະຍ່ອມລະເສຍ ດ້ວຍການສັງລວມ.
- ມູ. ມ. ໑໒/໑໖/໑໓.

ຄ. ອາສະວະສ່ວນທີ່ລະໄດ້ດ້ວຍການເສບ
(ເລື່ອງຄວນເບິ່ງປະກອບໃນເຫຼັ້ມນີ້ໜ້າ ໖໑໒ ຜູ້ມີພະນັກອີງສີ່ດ້ານ)

ພິກຂຸ ທ. ! ອາສະວະທັງຫຼາຍ ສ່ວນທີ່ຈະຍ່ອມລະເສຍດ້ວຍການເສບສະເພາະສິ່ງທີ່ຄວນເສບ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ພິຈາຣະນາໂດຍຖີ່ຖ້ວນແລ້ວ ຈຶ່ງນຸ່ງຫົ່ມຈີວອນ ພຽງເພື່ອບໍາບັດຄວາມໜາວ ເພື່ອບໍາບັດຄວາມຮ້ອນ ເພື່ອບໍາບັດສັມຜັສທັງຫຼາຍ ອັນເກີດຈາກເຫຼືອກ ຍຸງ ລົມ ແດດ ແລະສັຕເລືອຄານທັງຫຼາຍ, ພຽງເພື່ອປົກປິດອະໄວຍະວະ ອັນໃຫ້ເກີດຄວາມລະອາຍ; ເຂົາພິຈາຣະນາໂດຍຖີ່ຖ້ວນແລ້ວ ຈຶ່ງບໍຣິໂພກບິນທະບາຕ ບໍ່ແມ່ນເພື່ອຫຼິ້ນ ບໍ່ແມ່ນເພື່ອມົວເມົາ. ບໍ່ແມ່ນເພື່ອປະດັບ ບໍ່ແມ່ນເພື່ອຕົກແຕ່ງ, ແຕ່ສັນພຽງເພື່ອໃຫ້ກາຍນີ້ຕັ້ງຢູ່ໄດ້ ເພື່ອໃຫ້ຊີວິຕເປັນໄປ ເພື່ອປ້ອງກັນຄວາມລໍາບາກ ເພື່ອອະນຸເຄາະພຣົມມະຈັນຣຍ໌, ດ້ວຍຄິດວ່າເຮົາຈະກໍາຈັດເວທະນາເກົ່າເສຍແລ້ວ ບໍ່ສ້າງເວທະນາໃໝ່ໃຫ້ເກີດຂຶ້ນ. ຄວາມທີ່ອາຍຸດໍາເນີນໄປໄດ້ ຄວາມບໍ່ມີໂທດເພາະອາຫາຣ ແລະຄວາມຢູ່ຜາສຸຂສໍາລານຈະມີແກ່ເຮົາ; ເຂົາພິຈາຣະນາໂດຍຖີ່ຖ້ວນແລ້ວ ຈຶ່ງໃຊ້ສອຍເສນາສະນະ ພຽງເພື່ອບໍາບັດຄວາມໜາວ ເພື່ອບໍາບັດຄວາມຮ້ອນ ເພື່ອບໍາບັດສັມຜັສທັງຫຼາຍອັນເກີດຈາກເຫຼືອກ ຍຸງ ລົມ ແດດ ແລະສັຕເລືອຄານທັງຫຼາຍ, ພຽງເພື່ອບັນເທົາອັນຕະລາຍ ອັນຈະຕ້ອງມີຈາກດິນ ຟ້າ ອາກາດ ແລະເພື່ອຄວາມເປັນຜູ້ຍິນດີຢູ່ໄດ້ ໃນທີ່ຫຼີກເວັ້ນສໍາລັບພາວະນາ; ເຂົາພິຈາຣະນາໂດຍຖີ່ຖ້ວນແລ້ວ ຈຶ່ງບໍຣິໂພກຫວ້ານຢາ ຊຶ່ງເປັນປັຈຈັຍເກື້ອກູນແກ່ຄົນໄຂ້ ພຽງເພື່ອບໍາບັດທຸກຂະເວທະນາ ອັນເກີດຈາກອາພາດຕ່າງໆ ແລະພຽງເພື່ອຄວາມເປັນຜູ້ບໍ່ຕ້ອງທົນທຸກຂ໌ເປັນຢ່າງຍິ່ງ. ພິກຂຸ ທ. ! ຂໍ້ນີ້ ເປັນເພາະເມື່ອພິກຂຸບໍ່ພິຈາຣະນາແລ້ວ ເສບສະເພາະສິ່ງທີ່ຄວນເສບ ອາສະວະທັງຫຼາຍ ອັນເປັນເຄື່ອງກໍ່ຄວາມຄັບແຄ້ນແລະຮ້ອນເອົ້າ ຈະຍ່ອມບັງເກີດຂຶ້ນ, ແລະເມື່ອພິກຂຸພິຈາຣະນາແລ້ວ ເສບສະເພາະສິ່ງຄວນເສບຢູ່ ອາສະວະທັງຫຼາຍ ອັນເປັນເຄື່ອງກໍ່ຄວາມຄັບແຄ້ນ ແລະຮ້ອນເອົ້າ ຍ່ອມຈະບໍ່ບັງເກີດຂຶ້ນແກ່ພິກຂຸນັ້ນ. ພິກຂຸ ທ. ! ນີ້ເຮົາກ່າວວ່າອາສະວະທັງຫຼາຍ ສ່ວນທີ່ຈະລະເສບດ້ວຍການເສບສະເພາະສິ່ງທີ່ຄວນເສບ.
- ມູ. ມ. ໑໒/໑໗/໑໔.

ງ. ອາສະວະສ່ວນທີ່ລະໄດ້ດ້ວຍການອົດກັ້ນ

ພິກຂຸ ທ. ! ອາສະວະທັງຫຼາຍ ສ່ວນທີ່ຈະຍ່ອມລະເສຍ ດ້ວຍການອົດກັ້ນ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ພິຈາຣະນາໂດຍຖີ່ຖ້ວນແລ້ວ ເປັນຜູ້ອົດທົນຕໍ່ຄວາມໜາວ ຕໍ່ຄວາມຮ້ອນ, ເປັນຜູ້ອົດທົນຕໍ່ຄວາມຫິວ ຕໍ່ຄວາມກະຫາຍ, ເປັນຜູ້ອົດທົນຕໍ່ສັມຜັສອັນເກີດຈາກເຫຼືອກ ຍຸງ ລົມ ແດດ ແລະສັຕເລືອຄານທັງຫຼາຍ, ເປັນຜູ້ມີຊາດແຫ່ງບຸຄຄົລ ຜູ້ອົດທົນຕໍ່ ແນວແຫ່ງຖ້ອຍຄໍາອັນຫຍາບຄາຍ, ອັນວ່າຮ້າຍ, ແລະເປັນຜູ້ອົດກັ້ນຕໍ່ທຸກຂະເວທະນາໃນກາຍ ທີ່ເກີດຂຶ້ນແລ້ວຢ່າງໜັກ ແສບເຜັດ ຂົມຂື່ນ ບໍ່ເປັນທີ່ສະບາຍໃຈ ຫຼືເກືອບຈະເຖິງແກ່ຊີວິຕໄດ້. ພິກຂຸ ທ. ! ຂໍ້ນີ້ເປັນເພາະ ເມື່ອພິກຂຸບໍ່ອົດກັ້ນອົດທົນດ້ວຍອາການດັ່ງນີ້. ອາສະວະທັງຫຼາຍ ອັນເປັນເຄື່ອງຄັບແຄ້ນແລະຮ້ອນເອົ້າ ຈະຍ່ອມບັງເກີດຂຶ້ນ, ແລະເມື່ອພິກຂຸອົດກັ້ນອົດທົນຢູ່ ອາສະວະທັງຫຼາຍອັນເປັນເຄື່ອງຄັບແຄ້ນແລະຮ້ອນເອົ້າ ຍ່ອມຈະບໍ່ບັງເກີດຂຶ້ນແກ່ພິກຂຸນັ້ນ. ພິກຂຸ ທ. ! ນີ້ເຮົາກ່າວວ່າ ອາສະວະທັງຫຼາຍ ສ່ວນທີ່ຈະລະເສຍດ້ວຍການອົດກັ້ນ.
- ມູ. ມ. ໑໒/໑໘/໑໕.

ຈ. ອາສະວະສ່ວນທີ່ລະໄດ້ດ້ວຍການເວັ້ນ

ພິກຂຸ ທ. ! ອາສະວະທັງຫຼາຍ ສ່ວນທີ່ຈະຍ່ອມລະເສຍ ດ້ວຍການງົດເວັ້ນເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ພິຈາຣະນາໂດຍຖີ່ຖ້ວນແລ້ວ ຍ່ອມງົດເວັ້ນຈາກຊ້າງຮ້າຍ, ມ້າຮ້າຍ, ງົວຮ້າຍ, ໝາຮ້າຍ, ງູ, ຫຼັກຕໍ, ຂວາກໜາມ ຫ້ວຍເຫວ ບໍ່ຂອງເປິະເປື້ອນ ຂຸມອຸດຈາຣະ ແລະງົດເວັ້ນ ບ່ອນທີ່ບໍ່ຄວນນັ່ງ ບ່ອນບໍ່ຄວນໄປ ແລະການຄົບພວກໝູ່ທີ່ລາມົກ ອັນວິນຍູຊົນເພື່ອນພຣົມມະຈັນຣຍ໌ດ້ວຍກັນທັງຫຼາຍ ຈັດໄວ້ໃນຖານະທີ່ຕໍ່າຊາມ. ພິກຂຸນັ້ນ ພິຈາຣະນາໂດຍຖີ່ຖ້ວນແລ້ວຍ່ອມງົດເວັ້ນບ່ອນທີ່ບໍ່ຄວນນັ່ງ ບ່ອນບໍ່ຄວນໄປນັ້ນໆເສຍ ແລະຍ່ອມງົດເວັ້ນພວກໝູ່ເພື່ອນທີ່ລາມົກເຫຼົ່ານັ້ນເສຍ. ພິກຂຸ ທ. ! ຂໍ້ນີ້ເປັນເພາະ ເມື່ອພິກຂຸບໍ່ງົດເວັ້ນດ້ວຍອາການດັ່ງນີ້, ອາສະວະທັງຫຼາຍອັນເປັນເຄື່ອງຄັບແຄ້ນແລະຮ້ອນເອົ້າ ຈະຍ່ອມບັງເກີດຂຶ້ນ ແລະເມື່ອພິກຂຸງົດເວັ້ນຢູ່ ອາສະວະທັງຫຼາຍອັນເປັນເຄື່ອງຄັບແຄ້ນ ແລະຮ້ອນເອົ້າ ຍ່ອມຈະບໍ່ບັງເກີດຂຶ້ນແກ່ພິກຂຸນັ້ນ. ພິກຂຸ ທ. ! ນີ້ເຮົາກ່າວວ່າອາສະວະທັງຫຼາຍ ສ່ວນທີ່ຈະລະເສຍດ້ວຍການງົດເວັ້ນ.
- ມູ. ມ. ໑໒/໑໘/໑໖.

ສ. ອາສະວະສ່ວນທີ່ລະໄດ້ດ້ວຍການບັນເທົາ

ພິກຂຸ ທ. ! ອາສະວະທັງຫຼາຍ ສ່ວນທີ່ຈະຍ່ອມລະເສຍດ້ວຍການບັນເທົາເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ພິຈາຣະນາໂດຍຖີ່ຖ້ວນແລ້ວ ຍ່ອມບໍ່ຮັບເອົາໄວ້ໃນໃຈ ຍ່ອມລະເສຍ ຍ່ອມບັນເທົາ ເຮັດໃຫ້ສິ້ນສຸດ ເຮັດໃຫ້ເຖິງຄວາມມີຢູ່ບໍ່ໄດ້ ຊຶ່ງກາມະວິຕົກ, ພະຍາບາດວິຕົກ, ວິຫິງສາວິຕົກ ອັນບັງເກີດຂຶ້ນແລ້ວ; ແລະຍ່ອມບໍ່ຮັບເອົາໄວ້ໃນໃຈ ຍ່ອມລະເສຍ ຍ່ອມບັນເທົາ ເຮັດໃຫ້ສິ້ນສຸດ ເຮັດໃຫ້ເຖິງຄວາມມີຢູ່ບໍ່ໄດ້ ຊຶ່ງສິ່ງອັນເປັນອະກຸສົລລາມົກທັງຫຼາຍ ທີ່ບັງເກີດຂຶ້ນແລ້ວ. ພິກຂຸ ທ. ! ຂໍ້ນີ້ເປັນເພາະເມື່ອພິກຂຸບັນເທົາດ້ວຍອາການດັ່ງນີ້, ອາສະວະທັງຫຼາຍ ອັນເປັນເຄື່ອງຄັບແຄ້ນແລະຮ້ອນເອົ້າ ຍ່ອມຈະບັງເກີດຂຶ້ນ, ແລະເມື່ອພິກຂຸບັນເທົາຢູ່ ອາສະວະທັງຫຼາຍ ອັນເປັນເຄື່ອງຄັບແຄ້ນແລະຮ້ອນເອົ້າ ຍ່ອມຈະບໍ່ບັງເກີດຂຶ້ນແກ່ພິກຂຸນັ້ນ. ພິກຂຸ ທ. ! ນີ້ເຮົາກ່າວວ່າ ອາສະວະທັງຫຼາຍ ສ່ວນທີ່ຈະລະເສຍດ້ວຍການບັນເທົາ.
- ມູ. ມ. ໑໒/໑໙/໑໗.

ຊ. ອາສະວະສ່ວນທີ່ລະໄດ້ດ້ວຍການຈະເຣີນເຮັດໃຫ້ຫຼາຍ

ພິກຂຸ ທ. ! ອາສະວະທັງຫຼາຍ ສ່ວນທີ່ຈະຍ່ອມລະເສຍດ້ວຍການຈະເຣີນ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ພິຈາຣະນາໂດຍຖີ່ຖ້ວນແລ້ວ ຍ່ອມຈະເຣີນສະຕິສັມໂພຊຊົງຄ໌, ຍ່ອມຈະເຣີນທັມມະວິຈະຢະສັມໂພຊຊົງຄ໌, ຍ່ອມຈະເຣີນວິຣິຢະສັມໂພຊຊົງຄ໌, ຍ່ອມຈະເຣີນປີຕິສັມໂພຊຊົງຄ໌, ຍ່ອມຈະເຣີນປັສສັທທິ ສັມໂພຊຊົງຄ໌, ຍ່ອມຈະເຣີນ ສະມາທິສັມໂພຊຊົງຄ໌, ຍ່ອມຈະເຣີນ ອຸເປກຂາສັມໂພຊຊົງຄ໌, ອັນ (ແຕ່ລະຢ່າງໆ) ຍ່ອມອາໄສວິເວກ ອາໄສວິຣາຄະ ອາໄສນິໂຣດ ແລະນ້ອມໄປເພື່ອຄວາມປ່ອຍ. ພິກຂຸ ທ. ! ຂໍ້ນີ້ເປັນເພາະ ເມື່ອພິກຂຸບໍ່ຈະເຣີນດ້ວຍອາການດັ່ງນີ້; ອາສະວະທັງຫຼາຍ ອັນເປັນເຄື່ອງຄັບແຄ້ນແລະຮ້ອນເອົ້າ ຈະຍ່ອມບັງເກີດຂຶ້ນ, ແລະເມື່ອພິກຂຸຈະເຣີນຢູ່ ອາສະວະທັງຫຼາຍ ອັນເປັນເຄື່ອງຄັບແຄ້ນແລະຮ້ອນເອົ້າ ຍ່ອມຈະບໍ່ບັງເກີດຂຶ້ນແກ່ພິກຂຸນັ້ນ. ພິກຂຸ ທ. ! ນີ້ເຮົາກ່າວວ່າ ອາສະວະທັງຫຼາຍ ສ່ວນທີ່ຈະລະເສຍດ້ວຍການຈະເຣີນ.
- ມູ. ມ. ໑໒/໑໙/໑໘.

ຍ. ຜົລແຫ່ງການປິດກັ້ນອາສະວະທັງປວງໂດຍເຈັດວິທີ

ພິກຂຸ ທ. ! ເມື່ອໃດ ພິກຂຸລະເສຍໄດ້ຊຶ່ງອາສະວະທັງຫຼາຍ ອັນຈະຕ້ອງລະໄດ້ ດ້ວຍການເຫັນ, ລະເສຍໄດ້ຊຶ່ງອາສະວະທັງຫຼາຍ ອັນຈະຕ້ອງລະໄດ້ ດ້ວຍການສັງວອນ, ລະເສຍໄດ້ຊຶ່ງອາສະວະທັງຫຼາຍ ອັນຈະຕ້ອງລະໄດ້ ດ້ວຍການເສບສະເພາະສິ່ງທີ່ຄວນເສບ, ລະເສຍໄດ້ຊຶ່ງອາສະວະທັງຫຼາຍ ອັນຈະຕ້ອງລະໄດ້ ດ້ວຍການອົດກັ້ນ, ລະເສຍໄດ້ຊຶ່ງອາສະວະທັງຫຼາຍ ອັນຈະຕ້ອງລະໄດ້ ດ້ວຍການງົດເວັ້ນ, ລະເສຍໄດ້ຊຶ່ງອາສະວະທັງຫຼາຍ ອັນຈະຕ້ອງລະໄດ້ ດ້ວຍການບັນເທົາ, ລະເສຍໄດ້ຊຶ່ງອາສະວະທັງຫຼາຍ ອັນຈະຕ້ອງໄດ້ ດ້ວຍການຈະເຣີນ, ແລ້ວ; ພິກຂຸ ທ. ! ພິກຂຸນີ້ ເຮົາກ່າວວ່າເປັນຜູ້ປິດກັ້ນແລ້ວ ດ້ວຍການປິດກັ້ນຊຶ່ງອາສະວະທັງປວງ ຢູ່; ຕັດຕັນຫາໄດ້ຂາດແລ້ວ ຮື້ຖອນສັນໂຍຊນ໌ໄດ້ແລ້ວ ເຮັດທີ່ສຸດແຫ່ງທຸກຂ໌ໄດ້ແລ້ວ ເພາະຮູ້ສະເພາະຊຶ່ງມານະໂດຍຖືກຕ້ອງ, ດັ່ງນີ້ແລ.
- ມູ. ມ. ໑໒/໒໐/໑໙.

ຜູ້ພົ້ນພິເສດເພາະຄວາມດັບສິ້ນຕັນຫາ

“ຂ້າແຕ່ພຣະອົງຄ໌ຜູ້ນິຣະທຸກຂ໌ ! ສະມະນະພຣາມທັງປວງ ເປັນຜູ້ມີຄວາມສໍາເລັດເຖິງທີ່ສຸດ ມີຄວາມກະເສມຈາກໂຢຄະເຖິງທີ່ສຸດ ເປັນພຣົມມະຈາຣີເຖິງທີ່ສຸດ ມີທີ່ສຸດແຫ່ງກິດເຖິງທີ່ສຸດຫຼືໜໍ ຂ້ານ້ອຍ ?”

ທ່ານຜູ້ຈອມເທບ ! ແມ່ນວ່າສະມະນະພຣາມທັງປວງ ຈະເປັນຜູ້ມີຄວາມສໍາເລັດເຖິງທີ່ສຸດ ມີຄວາມກະເສມຈາກໂຢຄະເຖິງທີ່ສຸດ ເປັນພຣົມມະຈາຣີເຖິງທີ່ສຸດ ມີທີ່ສຸດແຫ່ງກິດເຖິງທີ່ສຸດ ກໍຫາກບໍ່ແມ່ນ.

“ຂ້າແຕ່ພຣະອົງຄ໌ຜູ້ນິຣະທຸກຂ໌ ! ເພາະເຫຕໃດໜໍ ສະມະນະພຣາມທັງປວງ ຈຶ່ງບໍ່ເປັນຜູ້ມີຄວາມສໍາເລັດເຖິງທີ່ສຸດ ມີຄວາມກະເສມຈາກໂຢຄະເຖິງທີ່ສຸດ ເປັນພຣົມມະຈາຣີເຖິງທີ່ສຸດ ມີທີ່ສຸດແຫ່ງກິດເຖິງທີ່ສຸດ ຂ້ານ້ອຍ ?”

ທ່ານຜູ້ຈອມເທບ ! ກໍຕໍ່ເມື່ອສະມະນະພຣາມເຫຼົ່າໃດ ເປັນຜູ້ເຫັນພັຍໃນວັຕຕະ (ພິກຂຸ) ເປັນຜູ້ຫຼຸດພົ້ນວິເສດເພາະຄວາມດັບສິ້ນໄປແຫ່ງຕັນຫາ ເທົ່ານັ້ນ, ສະມະນະ ພຣາມເຫຼົ່ານັ້ນ ຈຶ່ງຈະໄດ້ ຊື່ວ່າເປັນຜູ້ມີຄວາມສໍາເລັດເຖິງທີ່ສຸດ ມີຄວາມກະເສມຈາກໂຢຄະເຖິງທີ່ສຸດ ເປັນພຣົມມະຈາຣີເຖິງທີ່ສຸດ ມີທີ່ສຸດແຫ່ງກິດເຖິງທີ່ສຸດ. ເພາະເຫຕນັ້ນ ສະມະນະພຣາມທັງປວງ ຈຶ່ງບໍ່ເປັນຜູ້ມີຄວາມສໍາເລັດເຖິງທີ່ສຸດ ມີຄວາມກະເສມຈາກໂຢຄະເຖິງທີ່ສຸດ ເປັນພຣົມມະຈາຣີເຖິງທີ່ສຸດ ມີທີ່ສຸດແຫ່ງກິດເຖິງທີ່ສຸດ, ດັ່ງນີ້ແລ.

- ມຫາ. ທີ. ໑໐/໓໑໘/໒໖໑.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ