ສະຕີເປັນອັນຕະລາຍຕໍ່ການບັນລຸທຳຂອງບຸລຸດ

ສະຕຣີ

0:00/0:00
ເຮົາຍ່ອມບໍ່ພິຈາລະນາເຫັນຮູບອື່ນແມ້ຮູບດຽວ ຊຶ່ງເປັນທີ່ຕັ້ງແຫ່ງຄວາມກຳຫະນັດ ເປັນທີ່ຕັ້ງແຫ່ງຄວາມໃຄຮ່ ເປັນທີ່ຕັ້ງແຫ່ງຄວາມມົວເມົາ ເປັນທີ່ຕັ້ງແຫ່ງຄວາມຜູກພັນ ເປັນທີ່ຕັ້ງແຫ່ງຄວາມຫມົກມຸ່ນ ກະທຳອັນຕະລາຍແກ່ການບັນລຸທຳອັນເປັນແດນເກດສະມຈາກໂຍຄະອັນຍອດເຍັນ ເໝືອນຮູບຍິງນີ້ເລີຍ
ສັດວະທັງຫລາຍກຳຫະນັດ ຍິນດີ ໃຝ່ໃຈ ຫມົກມຸ່ນ ພົວພັນ ໃນຮູບຍິງ ເປັນຜູ້ຢູ່ໃຕ້ອຳນາດຮູບຍິງ ຍ່ອມເສົ້າໂສກຕະຫລອດການານ
ເຮົາຍ່ອມບໍ່ພິຈາລະນາເຫັນສຽງອື່ນແມ້ສຽງດຽວ ...
ກິ່ນອື່ນແມ້ກິ່ນດຽວ ...
ລົດອື່ນແມ້ລົດດຽວ ...
ໂຜດຖັບພະອື່ນແມ້ຢ່າງດຽວ ຊຶ່ງເປັນທີ່ຕັ້ງແຫ່ງຄວາມກຳຫະນັດ ເປັນທີ່ຕັ້ງແຫ່ງຄວາມໃຄຮ່ ເປັນທີ່ຕັ້ງແຫ່ງຄວາມມົວເມົາ ເປັນທີ່ຕັ້ງແຫ່ງຄວາມຜູກພັນ ເປັນທີ່ຕັ້ງແຫ່ງຄວາມຫມົກມຸ່ນ ກະທຳອັນຕະລາຍແກ່ການບັນລຸທຳ ອັນເປັນແດນເກດສະມຈາກໂຍຄະອັນຍອດເຍັນ ເໝືອນໂຜດຖັບພະແຫ່ງຍິງນີ້ເລີຍ
ສັດວະທັງຫລາຍກຳຫະນັດ ຍິນດີ ໃຝ່ໃຈ ຫມົກມຸ່ນ ພົວພັນ ໃນໂຜດຖັບພະແຫ່ງຍິງ ເປັນຜູ້ຢູ່ໃຕ້ອຳນາດໂຜດຖັບພະແຫ່ງຍິງ ຍ່ອມເສົ້າໂສກຕະຫລອດການານ
ຍິງເດີນຢູ່ກໍດີ ຢືນຢູ່ກໍດີ ນັ່ງຢູ່ກໍດີ ນອນຢູ່ກໍດີ ນອນຫລັບແລ້ວກໍດີ ຫົວເລາະກໍດີ ເວົ້າຢູ່ກໍດີ ຂັບຮ້ອງຢູ່ກໍດີ ຮ້ອງໄຫ້ຢູ່ກໍດີ ບວມຂື້ນກໍດີ ຕາຍແລ້ວກໍດີ ຍ່ອມຄອບງຳຈິດຂອງບຸລຸດໄດ້
ບຸກຄົນເມື່ອຈະກ່າວສິ່ງໃດໆ ພຶງກ່າວໂດຍຊອບວ່າ ບ່ວງຮວບຮັດແຫ່ງມານ ກໍພຶງກ່າວມາຕຸຄາມນັ້ນແຫລະວ່າ ເປັນບ່ວງຮວບຮັດແຫ່ງມານໂດຍຊອບໄດ້
ບຸກນພຶງສົນທະນາດ້ວຍເພດຊະຄາດກໍດີ ດ້ວຍປີສາດກໍດີ ພຶງຖືກຕ້ອງອະສອນພິດທີ່ກັດຕາຍກໍດີ ກໍບໍ່ຮ້າຍແຮງເໝືອນສົນທະນາສອງຕໍ່ສອງດ້ວຍມາຕຸຄາມເລີຍ ພວກຍິງຍ່ອມຜູກພັນຊາຍຜູ້ລຸ່ມຫລົງດ້ວຍການມອງເບິ່ງ ການຫົວເລາະ ການນຸ່ງຫົ່ມລັບລໍ່ ແລະການເວົ້າອ່ອນຫວານ ມາຕຸຄາມນີ້ ມິໃຊ່ຜູກພັນພຽງເທົ່ານີ້ ແມ້ບວມຂື້ນ ຕາຍໄປແລ້ວກໍຍັງຜູກພັນຊາຍໄດ້ ກາມະຄຸນ 5 ນີ້ ຄື ຮູບ ສຽງ ກິ່ນ ລົດ ແລະໂຜດຖັບພະ ອັນເປັນທີ່ຮື່ນຮົມໃຈ ຍ່ອມປາກົດໃນຮູບຍິງ ຫລາຍຊົນຜູ້ຖືກຫ້ວງກາມະພັດ ບໍ່ກຳຫະນົດຮູ້ກາມະ ມຸ່ງຄະຕິໃນການ ແລະພົບນ້ອຍພົບໃຫຍ່ໃນສົງສານ ສ່ວນຊົນເຫລົ່າໃດກຳໜົດຮູ້ກາມ ບໍ່ມີໄພແຕ່ທີ່ໃດໆ ທ່ຽວໄປ ຊົນເຫລົ່ານັ້ນບັນລຸເຖິງຄວາມສິ້ນອາສະວະ ຍ່ອມຂ້າມຝັ່ງສົງສານໃນໂລກໄດ້
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ