ຜູ້ຕັ້ງຢູ່ໃນເສຂະພູມ

ໂສດາບັນ

0:00/0:00
ພິກຂຸທັງຫຼາຍ ! ປະຣິຍາຍທີ່ພິກຂຸຜູ້ເປັນເສຂະອາໄສແລ້ວ ຕັ້ງຢູ່ໃນເສຂະພູມຍ່ອມຮູ້ວ່າ ເຮົາເປັນພຣະເສຂະ... ມີຢູ່.

ພິກຂຸທັງຫຼາຍ ! ປະຣິຍາຍທີ່ພິກຂຸຜູ້ເປັນເສຂະອາໄສແລ້ວ ຕັ້ງຢູ່ໃນເສຂະພູມ ຍ່ອມຮູ້ວ່າ ເຮົາເປັນພຣະເສຂະ ເປັນແນວໃດໜໍ ?

ພິກຂຸຜູ້ເປັນເສຂະໃນທັມວິນັຍນີ້ ຍ່ອມຮູ້ແຈ້ງຕາມຄວາມເປັນຈິງວ່າ ນີ້ທຸກຂ໌ ນີ້ທຸກຂະສະມຸທັຍ ນີ້ທຸກຂະນິໂຣດ ນີທຸກຂະນິໂຣທະຄາມິນີປະຕິປະທາ. ພິກຂຸທັງຫຼາຍ ! ປະຣິຍາຍແມ່ນວ່ານີ້ແລ ທີ່ພິກຂຸຜູ້ເປັນເສຂະອາໄສແລ້ວ ຕັ້ງຢູ່ໃນເສຂະພູມ ຍ່ອມຮູ້ແຈ້ງວ່າເຮົາເປັນພຣະເສຂະ.

ພິກຂຸທັງຫຼາຍ ! ອີກປະການໜຶ່ງ ພິກຂຸຜູ້ເປັນເສຂະ ຍ່ອມພິຈາຣະນາເຫັນດັ່ງນີ້ວ່າ ສະມະນະຫຼືພຣາມເຫຼົ່າອື່ນ ພາຍນອກຈາກສາສນານີ້ ຊຶ່ງຈະສະແດງທັມທີ່ຈິງແທ້ແນ່ນອນ ເໝືອນພຣະຜູ້ມີພຣະພາຄ ມີຢູ່ຫຼືໜໍ ?
ພຣະເສຂະນັ້ນຍ່ອມຮູ້ແຈ້ງ ຢ່າງນີ້ວ່າ ສະມະນະຫຼືພຣາມເຫຼົ່າອື່ນພາຍນອກຈາກສາສນານີ້ ຊຶ່ງຈະສະແດງທັມທີ່ຈິງແທ້ແນ່ນອນເໝືອນພຣະຜູ້ມີພຣະພາຄ ບໍ່ມີ. ພິກຂຸທັງຫຼາຍ ! ປະຣິຍາຍແມ່ນວ່ານີ້ແລ ທີ່ພິກຂຸຜູ້ເປັນເສຂະອາໄສແລ້ວ ຕັ້ງຢູ່ໃນເສຂະພູມ ຍ່ອມຮູ້ວ່າ ເຮົາເປັນພຣະເສຂະ.

ພິກຂຸທັງຫຼາຍ ! ອີກປະການໜຶ່ງ ພິກຂຸຜູ້ເປັນເສຂະ ຍ່ອມຮູ້ແຈ້ງ ຊຶ່ງອິນຊີ ໕ ຄື ສັດທິນຊີ ໑ ວິຣິຍິນຊີ ໑ ສະຕິນຊີ ໑ ສະມາທິນຊີ ໑ ປັນຍິນຊີ ໑ ອິນຊີ ໕ ນັ້ນ ມີສິ່ງໃດເປັນຄະຕິ ມີສິ່ງໃດເປັນຢ່າງຍິ່ງ ມີສິ່ງໃດເປັນຜົລ ມີສິ່ງໃດເປັນທີ່ສຸດ ພິກຂຸຜູ້ເປັນເສຂະ ຍັງບໍ່ຖືກຕ້ອງສິ່ງນັ້ນດ້ວຍນາມກາຍ໑ ແຕ່ເຫັນແຈ້ງແທງຕະຫຼອດດ້ວຍປັນຍາ. ພິກຂຸທັງຫຼາຍ ! ປະຣິຍາຍແມ່ນວ່ານີ້ແລ ທີ່ພິກຂຸຜູ້ເປັນເສຂະອາໄສແລ້ວ ຕັ້ງຢູ່ໃນເສຂະພູມ ຍ່ອມຮູ້ວ່າ ເຮົາເປັນພຣະເສຂະ.

໑. ນາມກາຍ: ເປັນສຳນວນໃນບາລີສະຫຽາມລັດ ຜູ້ຮວບຮວມເຫັນຄວນແປວ່າ
“ຖືກຕ້ອງສິ່ງນັ້ນດ້ວຍກາຍ” ຊຶ່ງບາລີໃຊ້ວ່າ “ກາເຍນະ ຜຸສິຕວາ”.

- ບາລີ ມຫາວາຣ. ສັງ. ໑໙/໓໐໓/໑໐໓໒-໑໐໓໕.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ