ເຣື່ອງສັດ 3 ສະຫາຍ

ທາງສາຍກາງ

0:00/0:00
ພິກຂຸທັງຫລາຍ! ເຣື່ອງເຄີຍມີມາແລ້ວ ມີຕົ້ນໄຊໃຫຍ່ຕົ້ນໜຶ່ງຢູ່ແຖບຫິມະພານ ມີສັຕ ໓ ສະຫາຍຄື ນົກກະທາ, ລີງ ແລະ ຊ້າງ ອາສັຍຕົ້ນໄຊໃຫຍ່ນັ້ນຢູ່ ສັຕທັງສາມນັ້ນບໍ່ໄດ້ເຄົາຣົພ ບໍ່ໄດ້ຢຳເກງກັນ ມີຄວາມປະພຶຕບໍ່ກົມກຽວກັນ.

ພິກຂຸທັງຫລາຍ! ຕໍ່ມາ ສັຕ ໓ ສະຫາຍຈຶ່ງປຶກສາກັນວ່າ ໂອ ພວກເຮົາຈະເຮັດແນວໃດຈຶ່ງຈະຮູ້ໄດ້ແນ່ວ່າ ບັນດາເຮົາທັງສາມຜູ້ໃດເປັນໃຫຍ່ໂດຍກຳເນີດ ພວກເຮົາຈະໄດ້ສັກກາຣະ ເຄົາຣົພ ນັບຖື ບູຊາຜູ້ນັ້ນ ແລະຈະໄດ້ຕັ້ງຢູ່ໃນໂອວາທຂອງຜູ້ນັ້ນ;

ພິກຂຸທັງຫລາຍ! ຄັ້ງນັ້ນ ນົກກະທາແລະລີງຈຶ່ງຖາມຊ້າງວ່າ: ສະຫາຍ ທ່ານຈໍາເຣື່ອງເກົ່າແກ່ອັນໃດໄດ້ແດ່?

ຊ້າງຕອບວ່າ: ສະຫາຍທັງຫລາຍ ຕອນເຮົາຍັງນ້ອຍ ເຮົາເດີນຂ້າມຕົ້ນໄຊນີ້ໄດ້ ຍອດໄຊເທົ່າກັບທ້ອງຂອງເຮົາ ເຮົາຈໍາເຣື່ອງເກົ່ານີ້ໄດ້.

ພິກຂຸທັງຫລາຍ! ລຳດັບນັ້ນ, ນົກກະທາແລະຊ້າງຖາມລີງວ່າ ເພື່ອນຈໍາເຣື່ອງຣາວເກົ່າໆອັນໃດໄດ້ແດ່?

ລີງຕອບວ່າ: ເມື່ອເຮົາຍັງນ້ອຍ ເຮົາເຄີຍນັ່ງເທິງພື້ນດິນຄ້ຽວກິນຍອດໄຊຕົ້ນນີ້ ເຮົາຈໍາເຣື່ອງເກົ່ານີ້ໄດ້.

ພິກຂຸທັງຫລາຍ! ລຳດັບນັ້ນ, ລີງແລະຊ້າງກໍໄດ້ຖາມນົກກະທາວ່າ ເພື່ອນຈໍາເຣື່ອງຣາວເກົ່າໆອັນໃດໄດ້ແດ່?

ນົກກະທາຕອບວ່າ: ສະຫາຍທັງຫລາຍ ໃນສະຖານທີ່ໂນ້ນມີຕົ້ນໄຊໃຫຍ່ ເຮົາກິນໝາກຈາກຕົ້ນໄຊໃຫຍ່ນັ້ນ ແລ້ວໄດ້ຖ່າຍໄວ້ໃນສະຖານທີ່ນີ້ ຕົ້ນໄຊຕົ້ນນີ້ເກີດຈາກໝາກຂອງຕົ້ນໄຊໃຫຍ່ນັ້ນ ເພາະສະນັ້ນ ເຮົາຈຶ່ງເປັນໃຫຍ່ກວ່າໂດຍກໍາເນີດ.

ພິກຂຸທັງຫລາຍ! ລຳດັບນັ້ນ, ລີງກັບຊ້າງໄດ້ກ່າວກັບນົກກະທາວ່າ ບັນດາພວກເຮົາ ທ່ານເປັນຜູ້ໃຫຍ່ກວ່າໂດຍກໍາເນີດ ເຮົາທັງຫລາຍຈະສັກກາຣະ ເຄົາຣົພ ນັບຖື ບູຊາທ່ານ ແລະຈະຕັ້ງຢູ່ໃນໂອວາທຂອງທ່ານ.

ພິກຂຸທັງຫລາຍ! ນົກກະທາໄດ້ໃຫ້ລີງກັບຊ້າງສະມາທານສີລ ໕ ທັງຕົນເອງກໍຮັກສາສີລ ໕; ສັຕທັງສາມມີຄວາມເຄົາຣົພຢໍາເກງກັນແລະກັນ ມີຄວາມປະພຶຕກົມກຽວກັນຢູ່ ພາຍຫລັງຕາຍໄປ ກໍໄດ້ໄປບັງເກີດໃນສຸຄະຕິໂລກສວັນ.

ພິກຂຸທັງຫລາຍ! ຂໍ້ປະຕິບັຕນີ້ຮຽກວ່າ: ຕິຕຕິຣິຍະພຣົມມະຈັນຍ໌ /ພຣົມມະຈັນຍ໌ແບບນົກກະທາ/
(ເອຕັງ ໂຂ ພິກຂະເວ ຕິຕຕິຣິຍັງ ນາມະ ພຣັມມະຈະຣິຍັງ ອະໂຫສີຕິ).

ຄົນເຫລົ່າໃດ ສລາດໃນທັມ ປະພຶຕອ່ອນນ້ອມຕໍ່ທ່ານຜູ້ໃຫຍ່ ຍ່ອມເປັນຜູ້ອັນມະຫາຊົນສັນລະເສີນໃນປັຈຈຸບັນ ທັງສັມປະຣາຍະພົພ[ພົພໜ້າ] ຂອງຄົນເຫລົ່ານັ້ນຍ່ອມເປັນສຸຄະຕິແລ.

ພິກຂຸທັງຫລາຍ! ສັຕດິຣັຈສານພວກນັ້ນຍັງມີຄວາມເຄົາຣົພຢໍາເກງກັນ ມີຄວາມປະພຶຕກົມກຽວກັນຢູ່ ກາຣທີ່ພວກເຈົ້າທັງ ຫລາຍເປັນບັນພະຊິຕໃນທັມວິນັຍທີ່ເຮົາກ່າວໄວ້ດີແລ້ວຢ່າງນີ້ ມີຄວາມເຄົາຣົພຢໍາເກງກັນ ມີຄວາມປະພຶຕກົມກຽວກັນຢູ່ ຍ່ອມງົດງາມໃນທັມວິນັຍນີ້.

ພິກຂຸທັງຫລາຍ! ກາຣກະທໍາຂອງໂມຄະບຸຣຸສເຫລົ່ານັ້ນ ບໍ່ເປັນໄປເພື່ອຄວາມເຫລື້ອມໃສຂອງຊົນທີ່ຍັງບໍ່ເຫລື້ອມໃສ ຫລືເພື່ອຄວາມເຫລື້ອມໃສຢ່າງຍິ່ງຂອງຊົນທີ່ເຫລື້ອມໃສແລ້ວ ໂດຍແທ້ແລ້ວ ກາຣກະທຳຂອງພວກເຂົານັ້ນ ຍ່ອມເປັນໄປເພື່ອຄວາມບໍ່ເຫລື້ອມໃສຂອງຊົນທີ່ຍັງບໍ່ເຫລື້ອມໃສ ແລະເພື່ອຄວາມເປັນຢ່າງອື່ນຂອງຊົນບາງພວກທີ່ເຫລື້ອມໃສແລ້ວ... ຄັນແລ້ວຊົງສະແດງທັມມິກະຖາ ຊົງຕຣັສກັບພິກຂຸທັງຫລາຍວ່າ:

ພິກຂຸທັງຫລາຍ! ເຮົາອະນຸຍາດກາຣກຣາບໄຫວ້ ກາຣລຸກຮັບ ກາຣກະທໍາອັນຊະລີ ກາຣກະທໍາສາມີຈິກັມ ອາສະນະອັນເລີດ ນໍ້າອັນເລີດ ບິນທະບາຕອັນເລີດ ຕາມລໍາດັບຜູ້ແກ່ກວ່າ [ຕາມລຳດັບພັນສາ]

ອີກຢ່າງໜຶ່ງ ພິກຂຸທັງຫລາຍບໍ່ຄວນກີດກັ້ນເສນາສະນະຂອງສົງຄ໌ຕາມລຳດັບພັນສາ ອົງຄ໌ໃດກີດກັ້ນຕ້ອງອາບັຕທຸກກົຕ [ພິກຂະເວ ສັງຄິກັງ ຍະຖາວຸທທັງ ປະຕິພາຫິຕັພພັງ ໂຍ ປະຕິພາເຫີຍຍະ ອາປັຕຕິ ທຸກກະຕັສສາຕິ ຯ].

ວິນັຍປິດົກ ຈຸລວັຄ ພາຄ ໒ ເຫລັ້ມທີ ໗/໗໒-໗໕/໒໖໐-໒໖໓
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ