5. ຊົງສັ່ງເນັ້ນໃຫ້ສຶກສາປະຕິບັດສະເພາະຈາກຄຳຂອງພຣະອົງເທົ່ານັ້ນຢ່າຟັງຄົນອື່ນ

ພຣະສູດທີ່ຕ້ອງຮູ້

0:00/0:00
ພິກຂຸທັງຫຼາຍ ! ພວກພິກຂຸບໍຣິສັດໃນກໍລະນີນີ້ ສຸຕຕັນຕະເຫຼົ່າໃດທີ່ນັກກະວີແຕ່ງຂຶ້ນໃໝ່ ເປັນຄຳຮ້ອຍກອງປະເພດກາບກອນ ມີອັກສອນທີ່ງົດງາມ ມີພະຍັນຊະນະອັນວິຈິຕ ເປັນເລື່ອງນອກແນວ ເປັນຄຳກ່າວຂອງສາວົກ ເມື່ອມີຜູ້ນຳເອົາສຸຕຕັນຕະເຫຼົ່ານັ້ນມາກ່າວຢູ່ ເຂົາຈະບໍ່ຟັງດ້ວຍດີ ຈະບໍ່ງ່ຽງຫູຟັງ ຈະບໍ່ຕັ້ງຈິຕເພື່ອຈະຮູ້ທົ່ວເຖິງ ແລະຈະບໍ່ສຳຄັນວ່າເປັນສິ່ງທີ່ຕົນຄວນສຶກສາຮ່ຳຮຽນ.
ພິກຂຸທັງຫຼາຍ ! ສຸຕຕັນຕະເຫຼົ່າໃດ ທີ່ເປັນຄຳຂອງຕະຖາຄົຕ ເປັນຂໍ້ຄວາມເລິກ ມີຄວາມໝາຍເລິກເຊິ່ງ ເປັນຊັ້ນໂລກຸຕຕະຣະ ວ່າສະເພາະດ້ວຍເລື່ອງສຸນຍະຕາ ເມື່ອມີຜູ້ນຳສຸຕຕັນຕະເຫຼົ່ານັ້ນມາກ່າວຢູ່ ເຂົາຍ່ອມຟັງດ້ວຍດີ ຍ່ອມງ່ຽງຫູຟັງ ຍ່ອມຕັ້ງຈິຕເພື່ອຈະຮູ້ທົ່ວເຖິງ ແລະຍ່ອມສຳຄັນວ່າເປັນສິ່ງທີ່ຕົນຄວນສຶກສາຮ່ຳຮຽນ ຈຶ່ງພາກັນຮ່ຳຮຽນ ຊັກຖາມ ທວນຖາມແກ່ກັນແລະກັນຢູ່ວ່າ ຂໍ້ນີ້ເປັນຢ່າງໃດ ມີຄວາມ ໝາຍຈັກນັຍຍະ ດັ່ງນີ້ ດ້ວຍການກະທຳດັ່ງນີ້ ເຂົາຍ່ອມເປີດທັມທີ່ຖືກປົກປິດໄວ້ໄດ້ ທັມທີ່ຍັງບໍ່ປາກົດ ເຂົາກໍເຮັດໃຫ້ປາກົດໄດ້ ຄວາມສົງສັຍໃນທັມຫຼາຍປະການທີ່ໜ້າສົງສັຍ ເຂົາກໍບັນເທົາລົງໄດ້.
ພິກຂຸທັງຫຼາຍ ! ບໍຣິສັດຊື່ ອຸກກາຈິຕະວິນີຕາ ປະຣິສາ ໂນ ປະຕິປຸຈສາວິນີຕາ ເປັນແນວໃດໜໍ ?
ພິກຂຸທັງຫຼາຍ ! ໃນກໍລະນີນີ້ ພິກຂຸທັງຫຼາຍໃນບໍຣິສັດໃດ ເມື່ອສຸຕຕັນຕະທັງຫຼາຍ ທີ່ເປັນຄຳຂອງຕະຖາຄົຕ (ຕະຖາຄະຕະພາສິຕາ) ເປັນຂໍ້ຄວາມເລິກ (ຄັມພີຣາ) ມີຄວາມໝາຍເລິກເຊິ່ງ (ຄັມພີຣັຕຖາ) ເປັນຊັ້ນໂລກຸຕຕະຣະ (ໂລກຸຕຕະຣາ) ວ່າສະເພາະດ້ວຍເລື່ອງສຸນຍະຕາ (ສຸນຍະຕະປະຕິສັງຢຸຕຕາ) ເມື່ອມີຜູ້ນຳສຸຕຕັນຕະເຫຼົ່ານັ້ນມາກ່າວຢູ່ ເຂົາກໍບໍ່ຟັງດ້ວຍດີ ບໍ່ງ່ຽງຫູຟັງ ບໍ່ຕັ້ງຈິຕເພື່ອຈະຮູ້ທົ່ວເຖິງ ແລະບໍ່ສຳຄັນວ່າເປັນສິ່ງທີ່ຕົນຄວນສຶກສາຮ່ຳຮຽນ. ສ່ວນສຸຕຕັນຕະເຫຼົ່າໃດທີ່ນັກກະວີແຕ່ງຂຶ້ນໃໝ່ ເປັນຄຳຮ້ອຍກອງປະເພດກາບກອນ ມີອັກສອນທີ່ງົດງາມ ມີພະຍັນຊະນະອັນວິຈິຕ ເປັນເລື່ອງນອກແນວ ເປັນຄຳກ່າວຂອງສາວົກ ເມື່ອມີຜູ້ນຳເອົາສຸຕຕັນຕະເຫຼົ່ານັ້ນມາກ່າວຢູ່
ເຂົາຍ່ອມຟັງດ້ວຍດີ ງ່ຽງຫູຟັງ ຕັ້ງຈິຕເພື່ອຈະຮູ້ທົ່ວເຖິງແລະສຳຄັນວ່າ ເປັນສິ່ງທີ່ຕົນຄວນສຶກສາຮ່ຳຮຽນ ພວກເຂົາຮໍ່າຮຽນທັມທີ່ນັກກະວີແຕ່ງ ໃໝ່ນັ້ນແລ້ວ ກໍບໍ່ຊັກຖາມທວນຖາມແກ່ກັນແລະກັນ ບໍ່ເຮັດໃຫ້ເປີດເຜີຍ ແຈ່ມແຈ້ງອອກມາວ່າ ຂໍ້ນີ້ພະຍັນຊະນະເປັນຢ່າງໃດ ອັຕຖະເປັນຢ່າງໃດ ດັ່ງນີ້ ເຂົາເຫຼົ່ານັ້ນຍ່ອມເປີດເຜີຍສິ່ງທີ່ຍັງບໍ່ເປີດເຜີຍບໍ່ໄດ້ ບໍ່ຫງາຍ ຂອງທີ່ຂວໍ້າຢູ່ໃຫ້ຫງາຍຂຶ້ນໄດ້ ບໍ່ບັນເທົາຄວາມສົງສັຍໃນທັມທັງຫຼາຍ ອັນເປັນທີ່ຕັ້ງແຫ່ງຄວາມສົງສັຍມີຢ່າງຕ່າງໆໄດ້. ພິກຂຸທັງຫຼາຍ ! ນີ້ເຮົາເອີ້ນວ່າ ອຸກກາຈິຕະວິນີຕາ ປະຣິສາ ໂນ ປະຕິປຸຈສາວິນີຕາ.

ພິກຂຸທັງຫຼາຍ ! ບໍຣິສັດຊື່ ປະຕິປຸຈສາວິນີຕາ ປະຣິສາ ໂນ ອຸກກາຈິຕະວິນີຕາ ເປັນແນວໃດໜໍ ?
ພິກຂຸທັງຫຼາຍ ! ໃນກໍລະນີນີ້ຄື ພິກຂຸທັງຫຼາຍໃນບໍຣິສັດໃດ ເມື່ອສຸຕຕັນຕະທັງຫຼາຍ ທີ່ນັກກະວີແຕ່ງຂຶ້ນໃໝ່ ເປັນຄຳຮ້ອຍກອງປະເພດກາບກອນ ມີອັກສອນທີ່ງົດງາມ ມີພະຍັນຊະນະອັນວິຈິຕ ເປັນເລື່ອງນອກແນວ ເປັນຄຳກ່າວຂອງສາວົກ ເມື່ອມີຜູ້ນຳເອົາສຸຕຕັນຕະເຫຼົ່ານັ້ນມາກ່າວຢູ່ ເຂົາກໍບໍ່ຟັງດ້ວຍດີ ບໍ່ງ່ຽງຫູຟັງ ບໍ່ເຂົ້າໄປຕັ້ງຈິຕເພື່ອຈະຮູ້ທົ່ວເຖິງ ແລະບໍ່ສຳຄັນວ່າເປັນສິ່ງທີ່ຕົນຄວນສຶກສາຮ່ຳຮຽນ ເມື່ອສຸຕຕັນຕະເຫຼົ່າໃດ ທີ່ເປັນຄຳຂອງຕະຖາຄົຕ ເປັນຂໍ້ຄວາມເລິກ ມີຄວາມໝາຍເລິກເຊິ່ງ ເປັນຊັ້ນໂລກຸຕຕະຣະ ວ່າສະເພາະດ້ວຍເລື່ອງສຸນຍະຕາ ເມື່ອມີຜູ້ນຳສຸຕຕັນຕະເຫຼົ່ານັ້ນມາກ່າວຢູ່ ພວກເຂົາຍ່ອມຟັງດ້ວຍດີ ຍ່ອມງ່ຽງຫູຟັງ ຍ່ອມເຂົ້າໄປຕັ້ງຈິຕເພື່ອຈະຮູ້ທົ່ວເຖິງ ແລະຍ່ອມສຳຄັນວ່າເປັນສິ່ງທີ່ຕົນຄວນສຶກສາຮ່ຳຮຽນ ພວກເຂົາພາກັນຮ່ຳຮຽນທັມທີ່ເປັນຕະຖາຄົຕພາສິຕນັ້ນແລ້ວ ກໍສໍ້ຖາມ ທວນຖາມແກ່ກັນແລະກັນ ເຮັດໃຫ້ເປີດເຜີຍແຈ່ມແຈ້ງອອກມາວ່າ ຂໍ້ນີ້ພະຍັນຊະນະເປັນຢ່າງໃດ ອັຕຖະເປັນຢ່າງໃດ ດັ່ງນີ້ ເຂົາເຫຼົ່ານັ້ນເປີດເຜີຍສິ່ງທີ່ຍັງບໍ່ເປີດເຜີຍໄດ້ ຫງາຍຂອງທີ່ຂວໍ້າຢູ່ໃຫ້ຫງາຍຂຶ້ນໄດ້ ບັນເທົາຄວາມສົງສັຍໃນທັມທັງຫຼາຍ ອັນເປັນທີ່ຕັ້ງແຫ່ງຄວາມສົງສັຍ ມີຢ່າງຕ່າງໆໄດ້. ພິກຂຸທັງຫຼາຍ ! ນີ້ເອີ້ນວ່າ ປະຕິປຸຈສາວິນີຕາ ປະຣິສາ ໂນ ອຸກກາຈິຕະວິນີຕາ.
ພິກຂຸທັງຫຼາຍ ! ເຫຼົ່ານີ້ແລບໍຣິສັດ ໒ ຈໍາພວກນັ້ນ. ພິກຂຸທັງຫຼາຍ ! ບໍຣິສັດທີ່ເລີດ ໃນບັນດາບໍຣິສັດທັງສອງພວກນັ້ນ ຄື ບໍຣິສັດປະຕິປຸຈສາ ວິນີຕາ ປະຣິສາ ໂນ ອຸກກາຈິຕະວິນີຕາ (ບໍຣິສັດທີ່ອາສັຍການສືບສວນທົບທວນກັນເອົາເອງເປັນເຄື່ອງນໍາພາໄປ ບໍ່ອາສັຍຄວາມເຊື່ອຈາກບຸກຄົນພາຍນອກເປັນເຄື່ອງນໍາພາໄປ) ແລ.

- ບາລີ ທຸກ. ອັງ. ໒໐/໙໑-໙໒/໒໙໒.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ