ແມ່ເຮືອນເວເທຫິກາ

ພຣົມວິຫານ 4

0:00/0:00
ພິກຂຸທັງຫລາຍ! ເຣື່ອງເຄີຍມີມາແລ້ວ ທີ່ພຣະນະຄອຣສາວັຕຖີນີ້ແລ ມີແມ່ເຮືອນຄົນໜຶ່ງຊື່ ເວເທຫິກາ ພິກຂຸທັງຫລາຍ ກຽດຕິສັພອັນງາມຂອງແມ່ເຮືອນເວເທຫິກາຂະຈອຣໄປແລ້ວຢ່າງນີ້ວ່າ ແມ່ເຮືອນເວເທຫິກາເປັນຄົນສງົບສະຫງ່ຽມອ່ອນໂຍນ ຮຽບຮ້ອຍ.

ພິກຂຸທັງຫລາຍ! ກໍແມ່ເຮືອນເວເທຫິກາມີທາສີຊື່ ກາລີ ເປັນຄົນຂະຫຍັນ ບໍ່ກຽດຄ້ານ ຈັດກາຣງານດີ ຕໍ່ມາ ນາງກາລີໄດ້ຄິດຢ່າງນີ້ວ່າ ກຽດຕິສັພອັນງາມຂອງຄຸນນາຍຂອງເຮົາຂະຈອຣໄປແລ້ວຢ່າງນີ້ວ່າ ແມ່ເຮືອນເວເທຫິກາເປັນຄົນສງົບສະຫງ່ຽມອ່ອນໂຍນ ຮຽບຮ້ອຍ ດັ່ງນີ້ ຄຸນນາຍຂອງເຮົາບໍ່ທຳຄວາມໂກທທີ່ມີຢູ່ໃນພາຍໃນໃຫ້ປາກົຕ ຫລືວ່າບໍ່ມີຄວາມໂກທຢູ່ເລີຍ ຫລືວ່າ ຄຸນນາຍຂອງເຮົາບໍ່ທຳຄວາມໂກທທີ່ມີຢູ່ໃນພາຍໃນໃຫ້ປາກົຕເພາະເຮົາຈັດກາຣງານທັງຫລາຍຮຽບຮ້ອຍດີ ບໍ່ແມ່ນບໍ່ມີຄວາມໂກທ ຖ້າເຊັ່ນນັ້ນ ເຮົາຈະຕ້ອງທົດລອງຄຸນນາຍເບິ່ງ ເຊົ້າວັນຕໍ່ມາ ນາງກາລີທາສີກໍແກ້ງລຸກຂຶ້ນສວຍ.

ພິກຂຸທັງຫລາຍ! ຝ່າຍແມ່ເຮືອນເວເທຫິກາກໍໄດ້ຕວາດນາງກາລີທາສີຂຶ້ນວ່າ:

ເຮີ້ຍ! ອີ່ຄົນໃຊ້ກາລີ

ນາງກາລີຈິ່ງຂານຮັບວ່າ ອັນໃດໜໍ ຂ້ານ້ອຍ!

ເຮີ້ຍ! ເອງເປັນອັນໃດຈິ່ງນອນຕື່ນສວຍ?

ບໍ່ເປັນຫຍັງດອກ ຂ້ານ້ອຍ!

ນາງຈິ່ງກ່າວອີກວ່າ ອີ່ຄົນຊົ່ວ ກໍເມື່ອບໍ່ເປັນອັນໃດ ເປັນຫຍັງເອງຈິ່ງນອນຕື່ນສວຍ ດັ່ງນີ້ແລ້ວ ກໍໂກທ ຂັດໃຈ ທຳໜ້າບຶ້ງ.
ພິກຂຸທັງຫລາຍ! ທີນັ້ນ ນາງກາລີທາສີຈິ່ງຄິດວ່າ ຄຸນນາຍຂອງເຮົາບໍ່ທຳຄວາມໂກທທີ່ມີຢູ່ໃນພາຍໃນໃຫ້ປາກົຕເທົ່ານັ້ນ ບໍ່ແມ່ນບໍ່ມີຄວາມໂກທ ທີ່ບໍ່ທຳຄວາມໂກທທີ່ມີຢູ່ໃນພາຍໃນໃຫ້ປາກົຕ ກໍເພາະເຮົາຈັດກາຣງານທັງຫລາຍຮຽບຮ້ອຍດີ ບໍ່ແມ່ນບໍ່ມີຄວາມໂກທ ຖ້າເຊັ່ນນັ້ນ ເຮົາຕ້ອງທົດລອງຄຸນນາຍໃຫ້ຍິ່ງຂຶ້ນໄປ.

ພິກຂຸທັງຫລາຍ! ຖັດຈາກວັນນັ້ນມາ ນາງກາລີທາສີຈິ່ງລຸກຂຶ້ນສວຍກວ່າວັນນັ້ນອີກ ຄັ້ງນັ້ນ ແມ່ເຮືອນເວເທຫິກາກໍຕວາດນາງກາລີທາສີອີກວ່າ:

ເຮີ້ຍ! ອີ່ຄົນໃຊ້ກາລີ

ອັນໃດໜໍ ຂ້ານ້ອຍ?

ອີ່ຄົນໃຊ້! ເອງເປັນອັນໃດຈິ່ງນອນຕື່ນສວຍ?

ບໍ່ເປັນຫຍັງດອກ ຂ້ານ້ອຍ!

ນາງຈິ່ງກ່າວອີກວ່າ ອີ່ຄົນຊົ່ວ ກໍເມື່ອບໍ່ເປັນອັນໃດ ເປັນຫຍັງເອງຈິ່ງນອນຕື່ນສວຍດັ່ງນີ້ແລ້ວ ກໍໂກທ ຂັດໃຈ ແຜດສຽງດ່າດ້ວຍຖ້ອຍຄຳຫຍາບຄາຍ.
ພິກຂຸທັງຫລາຍ! ທີນັ້ນ ນາງກາລີທາສີຈິ່ງຄິດດັ່ງນີ້ວ່າ ຄຸນນາຍຂອງເຮົາບໍ່ທຳຄວາມໂກທທີ່ມີຢູ່ໃນພາຍໃນໃຫ້ປາກົຕເທົ່ານັ້ນ ບໍ່ແມ່ນບໍ່ມີຄວາມໂກທ ທີ່ບໍ່ທຳຄວາມໂກທທີ່ມີຢູ່ໃນພາຍໃນໃຫ້ປາກົຕ ກໍເພາະເຮົາຈັດກາຣງານທັງຫລາຍຮຽບຮ້ອຍດີ ບໍ່ແມ່ນບໍ່ມີຄວາມໂກທ ຖ້າເຊັ່ນນັ້ນ ເຮົາຕ້ອງທົດລອງຄຸນນາຍໃຫ້ຍິ່ງຂຶ້ນໄປກວ່ານີ້ອີກ ດັ່ງນີ້.

ພິກຂຸທັງຫລາຍ! ແຕ່ນັ້ນມາ ນາງກາລີກໍລຸກຂຶ້ນສວຍກວ່າທຸກວັນ ຄັ້ງນັ້ນ ແມ່ເຮືອນເວເທຫິກາຜູ້ເປັນນາຍກໍຮ້ອງດ່າຕວາດນາງກາລີທາສີອີກວ່າ:

ອີ່ກາລີຕົວຮ້າຍ

ອັນໃດໜໍ ຂ້ານ້ອຍ!

ອີ່ຄົນໃຊ້! ເອງເປັນອັນໃດຈິ່ງຕື່ນສວຍແທ້?

ບໍ່ເປັນຫຍັງດອກ ຂ້ານ້ອຍ!

ນາງຈິ່ງກ່າວອີກວ່າ ເຮີ້ຍ ອີ່ຊາຕຊົ່ວ ເມື່ອບໍ່ເປັນອັນໃດ ເປັນຫຍັງຈິ່ງນອນຕື່ນສວຍແທ້ ດັ່ງນີ້ແລ້ວ ກໍໂກທຢ່າງແຮງ ຈິ່ງຄວ້າຫລິ້ມປະຕູແກວ່ງໃສ່ຫົວ ປາກກໍວ່າ ກູຈະທຳລາຍຫົວມຶງ.

ພິກຂຸທັງຫລາຍ! ຄາວນັ້ນ ນາງກາລີທາສີມີຫົວແຕກ ເລືອດໄຫລອອກ ຈິ່ງທ່ຽວກ່າວໂທສໃຫ້ບ້ານໃກ້ເຮືອນຄຽງຊາບວ່າ:

ແມ່ພໍ່ທັງຫລາຍ! ເຊີນເບິ່ງກາຣກະທຳຂອງຄົນສງົບສະຫງ່ຽມ ອ່ອນໂຍນ ຮຽບຮ້ອຍເອົາເຖີດ ເປັນຫຍັງຈິ່ງກະທຳກັບທາສີຄົນດຽວຢ່າງນີ້ໜໍ ເພາະໂກທເຄືອງວ່າ ນອນຕື່ນສວຍ ຈິ່ງຄວ້າຫລິ້ມປະຕູແກວ່ງໃສ່ຫົວ ປາກກໍວ່າ ກູຈະທຳລາຍຫົວມຶງ ດັ່ງນີ້.

ພິກຂຸທັງຫລາຍ! ແຕ່ນັ້ນມາ ກຽດຕິສັພອັນຊົ່ວຂອງແມ່ເຮືອນເວເທຫິກາກໍຂະຈອຣໄປຢ່າງນີ້ວ່າ ແມ່ເຮືອນເວເທຫິກາເປັນຄົນໂຫດຮ້າຍ ບໍ່ອ່ອນໂຍນ ບໍ່ສງົບສະຫງ່ຽມຮຽບຮ້ອຍ ສັນໃດ, ພິກຂຸທັງຫລາຍ ພິກຂຸບາງອົງຄ໌ໃນທັມວິນັຍນີ້ກໍສັນນັ້ນ ເປັນຄົນສງົບສະຫງ່ຽມຫລາຍ ເປັນຄົນອ່ອນໂຍນຫລາຍ ເປັນຄົນຮຽບຮ້ອຍຫລາຍ ໄດ້ກໍຕໍ່ເມື່ອເວລາທີ່ຍັງບໍ່ໄດ້ກະທົບດ້ວຍຖ້ອຍຄຳອັນບໍ່ເປັນທີ່ພໍໃຈເທົ່ານັ້ນ.

ພິກຂຸທັງຫລາຍ! ກໍເມື່ອໃດ ເຂົາກະທົບດ້ວຍຖ້ອຍຄຳອັນບໍ່ເປັນທີ່ພໍໃຈເຂົ້າ ກໍຍັງເປັນຄົນສງົບສະຫງ່ຽມ ອ່ອນໂຍນ ຮຽບຮ້ອຍຢູ່ໄດ້, ພິກຂຸທັງຫລາຍ ເມື່ອນັ້ນແລ ຈິ່ງຄວນຖືວ່າເຂົາເປັນຄົນສງົບສະຫງ່ຽມ ອ່ອນໂຍນ ຮຽບຮ້ອຍຈິງ.

ພິກຂຸທັງຫລາຍ! ເຮົາບໍ່ຮຽກພິກຂຸທີ່ເປັນຄົນວ່າງ່າຍ ເຖິງຄວາມເປັນຄົນວ່າງ່າຍ ເພາະເຫຕທີ່ໄດ້ຈີວອຣ ບິນທະບາຕ ເສນາສະນະ ແລະຄິລານະປັຈຈັຍເພສັຊບໍຣິຂາຣວ່າ ເປັນຄົນວ່າງ່າຍ. ພິກຂຸທັງຫລາຍ ອີກຢ່າງໜຶ່ງ ພິກຂຸອົງຄ໌ໃດແລ ມາສັກກາຣະ ເຄົາຣົພ ນອບນ້ອມພຣະທັມຢູ່ ເປັນຄົນວ່າງ່າຍ ເຖິງຄວາມເປັນຜູ້ວ່າງ່າຍ ເຮົາຮຽກພິກຂຸອົງຄ໌ນັ້ນວ່າ ເປັນຄົນວ່າງ່າຍ ດັ່ງນີ້.

ພິກຂຸທັງຫລາຍ! ເພາະສະນັ້ນແລ ພວກເຈົ້າທັງຫລາຍຄວນສຶກສາຢ່າງນີ້ວ່າ ເຮົາຈັກເປັນຜູ້ສັກກາຣະ ເຄົາຣົພ ນອບນ້ອມພຣະທັມ ຈັກເປັນຄົນວ່າງ່າຍ ຈັກເຖິງຄວາມເປັນຄົນວ່າງ່າຍ ດັ່ງນີ້.


ມັຊຊິມະນິກາຍ ມູລປັນນາສກ໌ ໑໒/໑໗໔-໑໗໖/໒໖໖
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ