ການຮູ້ອະຣິຍະສັດເຮັດໃຫ້ມີຕາຄົບສອງຕາ
ອະຣິຍະສັດ 4
ພິກຂຸ ທ. ! ບຸຄຄົລ ໓ ຈໍາພວກນີ້ມີຢູ່ຫາໄດ້ຢູ່ໃນໂລກ. ສາມຈໍາພວກແນວໃດໜໍ ? ສາມຈໍາພວກຄື ຄົນຕາບອດ (ອັນໂດ) ຄົນມີຕາກໍ້າດຽວ (ເອກະຈັກຂຸ) ຄົນມີຕາສອງກໍ້າ (ທະວິຈັກຂຸ).
ພິກຂຸ ທ. ! ຄົນຕາບອດ ເປັນແນວໃດໜໍ ? ຄືຄົນບາງຄົນໃນໂລກນີ້ ບໍ່ມີຕາທີ່ເປັນເຫຕໃຫ້ໄດ້ໂພຄະຊັບທີ່ຍັງບໍ່ໄດ້ ຫຼືເຮັດໂພຄະຊັບທີ່ໄດ້ແລ້ວ ໃຫ້ເພີ່ມທະວີຫຼາຍຂຶ້ນ ນີ້ຢ່າງໜຶ່ງ ; ແລະບໍ່ມີຕາທີ່ເປັນເຫຕໃຫ້ຮູ້ທັມ ທີ່ເປັນກຸສົລອະກຸສົລ ທັມມີໂທດ ບໍ່ມີໂທດ-ທັມຕໍ່າຊາມແລະທັມປານີດ-ທັມຝ່າຍດໍາແລະທັມຝ່າຍຂາວ ນີ້ອີກຢ່າງໜຶ່ງ. ພິກຂຸ ທ. ! ນີ້ແລ ຄົນຕາບອດ (ທັງສອງຂ້າງ).
ພິກຂຸ ທ. ! ຄົນມີຕາກໍ້າດຽວ ເປັນແນວໃດໜໍ ? ຄືຄົນບາງຄົນໃນໂລກນີ້ ມີຕາທີ່ເປັນເຫຕ ໃຫ້ໄດ້ໂພຄະຊັບທີ່ຍັງບໍ່ໄດ້ ຫຼືເຮັດໂພຄະຊັບທີ່ໄດ້ແລ້ວ ໃຫ້ເພີ່ມທະວີຫຼາຍຂຶ້ນ ; ແຕ່ບໍ່ມີຕາທີ່ເປັນເຫຕ ໃຫ້ຮູ້ທັມທີ່ເປັນກຸສົລ ອະກຸສົລ-ທັມມີໂທດ ບໍ່ມີໂທດ-ທັມຕໍ່າຊາມແລະທັມປານີດ-ທັມຝ່າຍດໍາແລະທັມຝ່າຍຂາວ. ພິກຂຸ ທ. ! ນີ້ແລຄົນມີຕາກໍ້າດຽວ.
ພິກຂຸ ທ. ! ຄົນມີຕາສອງກໍ້າ ເປັນແນວໃດໜໍ ? ຄືຄົນບາງຄົນໃນໂລກນີ້ ມີຕາທີ່ເປັນເຫຕໃຫ້ໄດ້ໂພຄະຊັບທີ່ຍັງບໍ່ໄດ້ ຫຼືເຮັດໂພຄະຊັບທີ່ໄດ້ແລ້ວ ໃຫ້ເພີ່ມທະວີຫຼາຍຂຶ້ນ ນີ້ຢ່າງໜຶ່ງ ; ແລະມີຕາທີ່ເປັນເຫຕ ໃຫ້ຮູ້ທັມທີ່ເປັນກຸສົລ ອະກຸສົລ - ທັມມີໂທດ ບໍ່ມີໂທດ-ທັມຕໍ່າຊາມ ແລະທັມປານີດ-ທັມຝ່າຍດໍາ ແລະທັມຝ່າຍຂາວ ນີ້ອີກຢ່າງໜຶ່ງ. ພິກຂຸ ທ. ! ນີ້ແລ ຄົນມີຕາສອງກໍ້າ....
ພິກຂຸ ທ. ! ພິກຂຸມີຕາສົມບູນ (ຈັກຂຸມາ) ເປັນແນວໃດໜໍ ? ຄືພິກຂຸ ໃນກໍຣະນີນີ້ ຍ່ອມ ຮູ້ແຈ້ງຕາມເປັນຈິງວ່າ “ນີ້ຄວາມທຸກຂ໌, ນີ້ເຫຕໃຫ້ເກີດແຫ່ງທຸກຂ໌, ນີ້ຄວາມດັບບໍ່ເຫຼືອແຫ່ງທຸກຂ໌, ນີ້ທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌”ດັ່ງນີ້. ພິກຂຸ ທ. ! ນີ້ແລ ພິກຂຸມີຕາສົມບູນ.
- ຕິກ. ອັງ. ໒໐/໑໖໒,໑໔໗/໔໖໘,໔໕໙.