ຊົງປະກາດ ອະນຸດຕະຣະທັມມະຈັກ ຊຶ່ງໃຜໆປະກາດບໍ່ໄດ້

ອະຣິຍະສັດ 4

0:00/0:00
ພິກຂຸ ທ. ! ທີ່ປ່າອິສິປະຕະນະມິຄະທາຍະວັນ ໃກ້ເມືອງພາຣານະສີ, ເຮົາຕະຖາຄົຕ ຜູ້ອະຣະຫັນຕະສັມມາສັມພຸດທະ ໄດ້ປະກາດໃຫ້ເປັນໄປແລ້ວ ຊຶ່ງອະນຸດຕະຣະທັມມະຈັກ ຊະນິດທີ່ບໍ່ປະກາດໃຫ້ເປັນໄປໄດ້ ໂດຍສະມະນະ ຫຼືພຣາມ ຫຼືເທວະດາ ມາຣ ພຣົມ ຫຼືໃຜໆໃນໂລກ. ພິກຂຸ ທ. ! ການປະກາດທັມມະຈັກນີ້ ຄືການບອກ ການສະແດງ ການບັນຍັຕ ການແຕ່ງຕັ້ງ ການເປີດເຜີຍ ການຈໍາແນກ ແລະການເຮັດໃຫ້ເຂົ້າໃຈໄດ້ ຊຶ່ງອະຣິຍະສັຈຈ໌ (ຄວາມຈິງອັນປະເສີດ) ສີ່ຢ່າງ. ສີ່ຢ່າງເຫຼົ່າໃດໜໍ ? ສີ່ຢ່າງ ຄືການບອກ ການສະແດງ ຯລຯ ການເຮັດໃຫ້ເຂົ້າໃຈໄດ້ ຊຶ່ງຄວາມຈິງອັນປະເສີດຄື ທຸກຂ໌ - ເຫຕໃຫ້ເກີດແຫ່ງທຸກຂ໌ - ຄວາມດັບບໍ່ເຫຼືອແຫ່ງທຸກຂ໌ - ແລະທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌, ພິກຂຸ ທ. ! ເຮົາຕະຖາຄົຕ ຜູ້ອະຣະຫັນຕະສັມມາສັມພຸດທະ ໄດ້ປະກາດໃຫ້ເປັນໄປແລ້ວ ຊຶ່ງອະນຸດຕະຣະ ທັມຈັກ ຯລຯ ດັ່ງນີ້ແລ.

- ອຸປຣິ. ມ. ໑໔/໔໔໐/໖໙໙.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ