ການເກີດຂຶ້ນຂອງທາດສີ່ເທົ່າກັບການເກີດຂຶ້ນຂອງທຸກ

ອະຣິຍະສັດ 4

0:00/0:00
ພິກຂຸ ທ. ! ການເກີດຂຶ້ນ ການຕັ້ງຢູ່ ການເກີດໂດຍຍິ່ງ ແລະຄວາມປາກົດຂອງປະຖະວີທາຕ ອາໂປທາຕ ເຕໂຊທາຕ ແລະວາໂຍທາຕໃດໆ ນັ້ນເທົ່າກັບເປັນການເກີດຂຶ້ນຂອງທຸກຂ໌, ເປັນການຕັ້ງຢູ່ຂອງສິ່ງຊຶ່ງມີປົກກະຕິສຽບແທງທັງຫຼາຍ, ແລະເປັນຄວາມປາກົດຂອງຊະຣາ ແລະມະຣະນະ.
- ນິທານ. ສັງ. ໑໖/໒໐໘/໔໑໔.

ຄວາມເພີນໃນທາຕສີ່ເທົ່າກັບຄວາມເພີນໃນທຸກຂ໌

ພິກຂຸ ທ. ! ຜູ້ໃດຍ່ອມເພີນໂດຍຍິ່ງ ຊຶ່ງປະຖະວີທາຕ ອາໂປທາຕ ເຕໂຊທາຕ ແລະວາໂຍທາຕ ຜູ້ນັ້ນຍ່ອມເພີນໂດຍຍິ່ງ ຊຶ່ງສິ່ງເປັນທຸກຂ໌. ເຮົາຍ່ອມກ່າວວ່າ “ຜູ້ໃດຍ່ອມເພີນໂດຍຍິ່ງ ຊຶ່ງສິ່ງເປັນທຸກຂ໌, ຜູ້ນັ້ນຍ່ອມບໍ່ຫຼຸດພົ້ນໄປໄດ້ຈາກທຸກຂ໌” ດັ່ງນີ້ແລ.
- ນິທານ. ສັງ. ໑໖/໒໐໘/໔໑໒.

ສະເໜ່ (ຄຸນ)-ໂທດ-ອຸບາຍເຄື່ອງພົ້ນໄປຂອງທາຕສີ່

ພິກຂຸ ທ. ! ຄັ້ງກ່ອນແຕ່ການຕຣັສຮູ້ ເມື່ອເຮົາຍັງບໍ່ໄດ້ຕຣັສຮູ້ ຍັງເປັນໂພທິສັຕ ຢູ່, ຄວາມສົງໄສໄດ້ເກີດຂຶ້ນແກ່ເຮົາວ່າ “ອັນໃດໜໍເປັນສະເໜ່ຂອງປະຖະວີ ທາຕ ອາໂປທາຕ ເຕໂຊທາຕ ແລະວາໂຍທາຕ ? ອັນໃດເປັນໂທດຂອງປະຖະວີທາຕ ອາໂປທາຕ ເຕໂຊທາຕ ແລະວາໂຍທາຕ ? ອັນໃດເປັນອຸບາຍເຄື່ອງອອກພົ້ນໄປໄດ້ຈາກ ປະຖະວີທາຕ ອາໂປທາຕ ເຕໂຊທາຕ ແລະວາໂຍທາຕ ?”.
ພິກຂຸ ທ. ! ຄວາມຮູ້ຂໍ້ນີ້ ໄດ້ເກີດຂຶ້ນແກ່ເຮົາວ່າ “ສຸຂໂສມະນັດສະໃດໆ ທີ່ອາໄສ ປະຖະວີທາຕ ອາໂປທາຕ ເຕໂຊທາຕ ແລະວາໂຍທາຕ ແລ້ວເກີດຂຶ້ນ, ສຸຂແລະໂສມະນັດສະນີ້ແລ ເປັນ ສະເໜ່ ຂອງ ປະຖະວີທາຕ ອາໂປທາຕ ເຕໂຊທາຕ ແລະວາໂຍທາຕ; ປະຖະວີທາຕ ອາໂປທາຕ ເຕໂຊທາຕ ແລະວາໂຍທາຕ ບໍ່ທ່ຽງ ເປັນທຸກຂ໌ ມີຄວາມແປປ່ຽນເປັນທັມມະດາ ດ້ວຍອາການໃດ, ອາການນີ້ແລ ເປັນ ໂທດຂອງປະຖະວີທາຕ ອາໂປທາຕ ເຕໂຊທາຕ ແລະວາໂຍທາຕ; ການນໍາອອກເສຍໄດ້ ຊຶ່ງຄວາມກໍາໜັດ ດ້ວຍອໍານາດຄວາມພໍໃຈ ການລະຄວາມກໍາໜັດ ດ້ວຍອໍານາດຄວາມພໍໃຈ ໃນປະຖະວີທາຕ ອາໂປທາຕ ເຕໂຊທາຕ ແລະວາໂຍທາຕເສຍໄດ້ ດ້ວຍອຸບາຍໃດ, ອຸບາຍນີ້ແລ ເປັນ ອຸບາຍເຄື່ອງອອກພົ້ນໄປໄດ້ ຈາກປະຖະວີທາຕ ອາໂປທາຕ ເຕໂຊທາຕ ແລະວາໂຍທາຕ,” ດັ່ງນີ້ແລ.

- ນິທານ. ສັງ. ໑໖/໒໐໓/໔໐໔.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ