ການປຣາຣົບຄວາມພຽນ

ທໍາໃນທ່າມກາງ

0:00/0:00
ພິກຂຸທັງຫລາຍ! ເຮົາຍັງຮູ້ສຶກໄດ້ຢູ່ເຊິ່ງທັມ 2 ຢ່າງຄື:

* ຄວາມບໍ່ຮູ້ຈັກອິ່ມຈັກພໍໃນກຸສົນທັມທັງຫລາຍ,
* ຄວາມເປັນຜູ້ບໍ່ຖອຍກັບໃນການຕັ້ງຄວາມພຽນ,

ເຮົາຍ່ອມຕັ້ງໄວ້ເຊິ່ງຄວາມພຽນອັນບໍ່ຖອຍກັບວ່າ:
ໜັງ ເອັນ ກະດູກ ຈັກເຫລືອຢູ່ ຊີ້ນ ແລະ ເລືອດໃນສະຣີຣະຈັກເຫືອດແຫ້ງໄປກໍຕາມທີ ປະໂຍດໃດອັນບຸກຄົນຄວນບັນລຸໄດ້ດ້ວຍກຳລັງ ດ້ວຍຄວາມພຽນ ດ້ວຍຄວາມບາກບັ່ນຂອງບຸຣຸດ ຫາກຍັງບໍ່ບັນລຸເຖິງປະໂຍດນັ້ນແລ້ວ ຈັກຢຸດຄວາມພຽນເສຍແມ່ນບໍ່ມີ ດັ່ງນີ້.

ພິກຂຸທັງຫລາຍ! ການຕຣັດສະຮູ້ເປັນສິ່ງທີ່ເຮົາເຖິງທັບແລ້ວດ້ວຍຄວາມບໍ່ປະມາດ ອະນຸດຕະຣະໂຍຄັກເຂມະທັມ ກໍເປັນສິ່ງທີ່ເຮົາເຖິງທັບແລ້ວດ້ວຍຄວາມບໍ່ປະມາດ.

ພິກຂຸທັງຫລາຍ! ຖ້າພວກເຈົ້າທັງຫລາຍຕັ້ງໄວ້ເຊິ່ງຄວາມພຽນອັນບໍ່ຖອຍກັບວ່າ ໜັງ ເອັນ ກະດູກ ຈັກເຫລືອຢູ່ ຊີ້ນ ແລະ ເລືອດໃນສະຣີຣະຈັກເຫືອດແຫ້ງໄປກໍຕາມທີ ປະໂຍດໃດອັນບຸກຄົນຄວນບັນລຸໄດ້ດ້ວຍກຳລັງ ດ້ວຍຄວາມພຽນ ດ້ວຍຄວາມບາກບັ່ນຂອງບຸຣຸດ ຫາກຍັງບໍ່ບັນລຸເຖິງປະໂຍດນັ້ນແລ້ວ ຈັກຢຸດຄວາມພຽນເສຍແມ່ນບໍ່ມີ ດັ່ງນີ້.

ພິກຂຸທັງຫລາຍ! ພວກເຈົ້າທັງຫລາຍກໍຈັກກະທຳໃຫ້ແຈ້ງ ດ້ວຍປັນຍາອັນຍິ່ງເອງເຊິ່ງທີ່ສຸດແຫ່ງພຣົມມະຈັນອັນບໍ່ມີທັມອື່ນຍິ່ງກວ່າ ອັນເປັນປະໂຍດທີ່ຕ້ອງການຂອງກຸລະບຸດຜູ້ອອກບວດ ຈາກເຮືອນ ເປັນຜູ້ບໍ່ມີເຮືອນໂດຍຊອບ ໄດ້ຕໍ່ການບໍ່ນານ ໃນທິດຖະທັມເຂົ້າເຖິງຢູ່ຢ່າງແນ່ນອນ.

-------------------------------------------------
ອັງຄຸຕຕະຣະນິກາຍ ເອກ-ທຸກ-ຕິກນິບາຕ 20/48/251
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ