ເບັນຈະຂັນເປັນເຄື່ອງຜູກມັດຮັດສັດ

ຂັນ 5

0:00/0:00
ພິກຂຸ ທ. ! ໃນໂລກນີ້ປຸຖຸຊົນ ຜູ້ບໍ່ໄດ້ຍິນໄດ້ຟັງ ບໍ່ໄດ້ເຫັນເຫຼົ່າພຣະອະຣິຍະເຈົ້າ ບໍ່ສະຫຼາດໃນທັມຂອງພຣະອະຣິຍະເຈົ້າ ບໍ່ຖືກແນະນໍາໃນທັມຂອງພຣະອະຣິຍະເຈົ້າ ບໍ່ໄດ້ເຫັນເຫຼົ່າສັຕບຸຣຸສ ບໍ່ສະຫຼາດໃນທັມຂອງສັຕບຸຣຸສ ບໍ່ຖືກແນະນໍາໃນທັມຂອງສັຕບຸຣຸສ :-

ຍ່ອມຕາມເຫັນພ້ອມ (ຄືເຫັນດິ່ງຢູ່ເປັນປະຈໍາ) ຊຶ່ງຮູບ ໂດຍຄວາມເປັນຕົນ ຫຼືຕາມເຫັນພ້ອມ ຊຶ່ງຕົນວ່າມີຮູບ ຫຼືຕາມເຫັນພ້ອມ ຊຶ່ງຮູບວ່າມີຢູ່ໃນຕົນ ຫຼືຕາມເຫັນພ້ອມ ຊຶ່ງຕົນວ່າມີຢູ່ໃນຮູບແດ່;

ຍ່ອມຕາມເຫັນພ້ອມ ຊຶ່ງເວທະນາ ໂດຍຄວາມເປັນຕົນ ຫຼືຕາມເຫັນພ້ອມ ຊຶ່ງຕົນວ່າມີເວທະນາ ຫຼືຕາມເຫັນພ້ອມ ຊຶ່ງເວທະນາວ່າມີຢູ່ໃນຕົນ ຫຼືຕາມເຫັນພ້ອມ ຊຶ່ງຕົນວ່າມີຢູ່ໃນເວທະນາແດ່;

ຍ່ອມຕາມເຫັນພ້ອມ ຊຶ່ງສັນຍາ ໂດຍຄວາມເປັນຕົນ ຫຼືຕາມເຫັນພ້ອມ ຊຶ່ງຕົນວ່າມີສັນຍາ ຫຼືຕາມເຫັນພ້ອມ ຊຶ່ງສັນຍາວ່າມີຢູ່ໃນຕົນ ຫຼືຕາມເຫັນພ້ອມ ຊຶ່ງຕົນວ່າມີຢູ່ໃນສັນຍາແດ່;

ຍ່ອມຕາມເຫັນພ້ອມ ຊຶ່ງສັງຂາຣທັງຫຼາຍ ໂດຍຄວາມເປັນຕົນ ຫຼືຕາມເຫັນພ້ອມ ຊຶ່ງຕົນວ່າມີສັງຂາຣ ຫຼືຕາມເຫັນພ້ອມ ຊຶ່ງສັງຂາຣທັງຫຼາຍວ່າມີຢູ່ໃນຕົນ ຫຼືຕາມເຫັນພ້ອມ ຊຶ່ງຕົນວ່າມີຢູ່ໃນສັງຂາຣທັງຫຼາຍແດ່;

ຍ່ອມຕາມເຫັນພ້ອມ ຊຶ່ງວິນຍານ ໂດຍຄວາມເປັນຕົນ ຫຼືຕາມເຫັນພ້ອມ ຊຶ່ງຕົນວ່າມີວິນຍານ ຫຼືຕາມເຫັນພ້ອມ ຊຶ່ງວິນຍານວ່າມີຢູ່ໃນຕົນ ຫຼືຕາມເຫັນພ້ອມ ຊຶ່ງຕົນວ່າມີຢູ່ໃນວິນຍານແດ່.

ພິກຂຸ ທ. ! ປຸຖຸຊົນ ຜູ້ບໍ່ໄດ້ຍິນໄດ້ຟັງນີ້ ເຮົາເອີ້ນວ່າ ຜູ້ຖືກຜູກພັນດ້ວຍເຄື່ອງຜູກພັນ ຄືຮູບແດ່ ຜູ້ຖືກຜູກພັນດ້ວຍເຄື່ອງຜູກພັນ ຄືເວທະນາແດ່ ຜູ້ຖືກຜູກພັນດ້ວຍເຄື່ອງຜູກພັນ ຄືສັນຍາແດ່ ຜູ້ຖືກຜູກພັນດ້ວຍເຄື່ອງຜູກພັນ ຄືສັງຂາຣທັງຫຼາຍແດ່ ຜູ້ຖືກຜູກພັນດ້ວຍເຄື່ອງຜູກພັນ ຄືວິນຍານແດ່;

ເປັນຜູ້ຖືກຜູກພັນດ້ວຍເຄື່ອງຜູກພັນ ທັງພາຍໃນ ແລະພາຍນອກ ເປັນຜູ້ບໍ່ເຫັນຝັ່ງນີ້ (ຄືວັຕຕະສົງສາຣ) ເປັນຜູ້ບໍ່ເຫັນຝັ່ງພຸ້ນ (ຄືນິພພານ), ເກີດຢູ່ເຍື່ອງຜູ້ມີເຄື່ອງຜູກພັນ, ແກ່ຢູ່ເຍື່ອງຜູ້ມີເຄື່ອງຜູກພັນ, ຕາຍຢູ່ເຍື່ອງຜູ້ມີເຄື່ອງຜູກພັນ, ຈາກໂລກນີ້ ໄປສູ່ໂລກອື່ນ ເຍື່ອງຜູ້ມີເຄື່ອງຜູກພັນ ແລ.

- ຂັນທ. ສັງ. ໑໗/໒໐໐/໓໐໔.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ