ການເລືອກຄູ່

ສະຕຣີ

0:00/0:00
ສິລິເທບທິດາ ຜູ້ມີປັນຍາດຸ່ງແຜ່ນດິນ ທິດາຂອງທ້າວມະຫາລາດນາມວ່າທະຕະລະທະ ພໍໃຈໃນຊາຍທີ່ມີຄຸນສົມບັດດັ່ງນີ້:

໑. ບຸລຸດຜູ້ທີ່ອົດທົນຕໍ່ຫນາວ ຮ້ອນ ລົມ ແດດ ເຫຼືອບ ຍຸງ ແລະສັດເລື້ອຍຄານ ຄອບງຳຄວາມຫິວ ຄວາມກະຫາຍ ປະກອບການງານທັງຫຼາຍມິໄດ້ຂາດ ທັງກາງຄືນກາງວັນ ບໍ່ເຮັດປະໂຫຍດທີ່ມາເຖິງຕາມການໃຫ້ເສື່ອມເສຍໄປ

໒. ບຸລຸດຜູ້ເປັນຄົນບໍ່ໂກດ ມີມິດດີ ຊອບບໍລິຈາກທານ ມີສິນ ບໍ່ໂອ້ອວດ ເປັນຄົນຕົງ ສົງເຄາະມິດ ມີວາຈາອ່ອນຫວານໄພເລາະ ແມ້ໄດ້ຮັບແຕ່ງຕັ້ງເປັນໃຫຍ່ໂຕ ກໍ້ຍັງປະພຶດຖ່ອມຕົນຢູ່

໓. ບຸລຸດຜູ້ປະພຶດສັງຄະຫະທຳທັງຕໍ່ໜ້າແລະລັບຫຼັງ ໃນມິດຫຼືຜູ້ທີ່ມິໃຊ່ມິດ ໃນຄົນທີ່ປະເສີດກວ່າ ຄົນທີ່ເສມີກັນ ຫຼືຄົນທີ່ເລວກວ່າ ຄົນທີ່ປະພຶດປະໂຫຍດ ຫຼືຄົນທີ່ປະພຶດສິ່ງທີ່ບໍ່ເປັນປະໂຫຍດ ບໍ່ກ່າວວາຈາຫຍາບຄາຍໃນການໃດໆ

ສິລິເທບທິດາ ຜູ້ມີປັນຍາດຸ່ງແຜ່ນດິນ ຂໍເວັ້ນບຸລຸດຜູ້ບໍ່ມີປັນຍາ ຜູ້ປະພຶດລຸ່ມໆ ດອນໆ ເປັນເຫດເດືອດຮ້ອນ ເໝືອນບຸກຄົນເວັ້ນຫຼຸມຄູຖຫ່າງໄກ ດັ່ງນັ້ນ

(໑໖) ຄັ້ງພະເຈົ້າພຣົມທັດເສວຍລາຊສົມບັດຢູ່ໃນກຸງພາລານສີ ພະໂພທິສັດອຸບັດໃນຕະກູນພາມະນ໌ ຮຽນສິນລະປະ ແລ້ວໄດ້ມາເປັນອາຈານທິສາປາໂມກຂ໌ໃນກຸງຕັກກະສິລາ ຄັ້ງນັ້ນ ພາມະນ໌ຄົນໜຶ່ງມີລູກສາວສີ່ຄົນ ເຂົາບໍ່ແນ່ໃຈວ່າຈະຍົກໃຫ້ແກ່ຊາຍໃດ ລະຫວ່າງຄົນມີຮູບງາມ ຄົນອາຍຸໃຫຍ່ ຄົນມີຊາດສູງ ຫຼືຄົນມີສິນ ຈຶ່ງໄດ້ໄປຖາມອາຈານທິສາປາໂມກຂ໌

ອາຈານທິສາປາໂມກຂ໌ຕອບວ່າ: ຄົນທີ່ມີສິນວິບັດແລ້ວ ແມ້ຈະມີຮູບສົມບັດກໍ້ຍັງໜ້າຕຳໜິ ດັ່ງນັ້ນ ຮູບສົມບັດບໍ່ສຳຄັນ ທ່ານຊອບຄວາມເປັນຜູ້ມີສິນ
ຖຶງແມ້ຮ່າງກາຍຈະມີປະໂຫຍດ ສ່ວນຜູ້ເຈີນວັຍທ່ານກໍ້ໃຫ້ຄວາມນອບນ້ອມ
ການມີຊາດດີກໍ້ມີປະໂຫຍດ ແຕ່ທ່ານຊອບໃຈສິນ
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ