ຄວາມໝາຍຂອງຄໍາວ່າ “ຮູບ”

ຂັນ 5

0:00/0:00
ພິກຂຸ ທ. ! ຄົນທົ່ວໄປກ່າວກັນວ່າ “ຮູບ” ເພາະອາໄສຄວາມໝາຍອັນໃດໜໍ ? ພິກຂຸ ທ. ! ເພາະກິຣິຍາ ທີ່ແຕກສະຫຼາຍໄດ້ ມີຢູ່ໃນສິ່ງນັ້ນ (ເຊັ່ນນີ້ແລ) ດັ່ງນັ້ນສິ່ງນັ້ນ ຈຶ່ງຖືກເອີ້ນວ່າ ຮູບ. ສິ່ງນັ້ນແຕກສະຫຼາຍໄດ້ ເພາະອັນໃດ ? ສິ່ງນັ້ນແຕກສະຫຼາຍໄດ້ ເພາະຄວາມເຢັນແດ່, ແຕກສະຫຼາຍໄດ້ ເພາະຄວາມຮ້ອນແດ່, ແຕກສະຫຼາຍໄດ້ ເພາະຄວາມຫິວແດ່, ແຕກສະຫຼາຍໄດ້ ເພາະຄວາມກະຫາຍແດ່, ແຕກສະຫຼາຍໄດ້ ເພາະຖືກຕ້ອງກັບເຫຼືອກ ຍຸງ ລົມ ແດດ ແລະສັຕເລືອຄານແດ່, (ດັ່ງນີ້ເປັນຕົ້ນ). ພິກຂຸ ທ. ! ເພາະກິຣິຍາ ທີ່ແຕກສະຫຼາຍໄດ້ ມີຢູ່ໃນສິ່ງນັ້ນ (ເຊັ່ນນີ້ແລ) ດັ່ງນັ້ນ ສິ່ງນັ້ນ ຈຶ່ງຖືກເອີ້ນວ່າ ຮູບ.
- ຂັນທະ. ສັງ. ໑໗/໑໐໕/໑໕໙.

ອຸປະມາແຫ່ງຮູບ

ພິກຂຸ ທ. ! ແມ່ນໍ້າຄົງຄານີ້ ໄຫຼພັດເອົາຟອງນໍ້າ ກ້ອນໃຫຍ່ກ້ອນໜຶ່ງມາ, ບຸຣຸສຜູ້ມີຈັກຂຸ (ຕາມປົກກະຕິ) ເຫັນຟອງນໍ້າກ້ອນໃຫຍ່ກ້ອນນັ້ນ ກໍຍ່ອມເພັ່ງພິນິດພິຈາຣະນາ ໂດຍຖີ່ຖ້ວນ ເມື່ອບຸຣຸສຜູ້ນັ້ນເຫັນຢູ່ ເພັ່ງພິນິດພິຈາຣະນາ ໂດຍຖີ່ຖ້ວນຢູ່, ກ້ອນຟອງນໍ້ານັ້ນ ຍ່ອມປາກົດເປັນຂອງວ່າງຂອງເປົ່າ ແລະປາກົດເປັນຂອງຫາແກ່ນສານບໍ່ໄດ້ຕໍ່ໄປ. ພິກຂຸ ທ. ! ກໍແກ່ນສານໃນກ້ອນຟອງນໍ້ານັ້ນ ຈະຍ່ອມມີໄດ້ແນວໃດ, ອຸປະມານີ້ເຊັ່ນໃດ;

ພິກຂຸ ທ. ! ອຸປະໄມກໍເຊັ່ນນັ້ນ ຄື ຮູບຊະນິດໃດຊະນິດໜຶ່ງມີຢູ່ ຈະເປັນອະດີຕ ອະນາຄົຕ ຫຼືປັຈຈຸບັນກໍຕາມ ເປັນພາຍໃນຫຼືພາຍນອກກໍຕາມ ຫຍາບຫຼືລະອຽດກໍຕາມ ຕໍ່າຊາມຫຼືປານີດກໍຕາມ ມີໃນທີ່ໄກຫຼືທີ່ໃກ້ກໍຕາມ, ພິກຂຸເຫັນຮູບນັ້ນ ຍ່ອມເພັ່ງພິນິດພິຈາຣະນາ ໂດຍຖີ່ຖ້ວນ. ເມື່ອພິກຂຸນັ້ນເຫັນຢູ່ ເພັ່ງພິນິດພິຈາຣະນາ ໂດຍຖີ່ຖ້ວນຢູ່, ຮູບນັ້ນ ຍ່ອມປາກົດເປັນຂອງວ່າງຂອງເປົ່າ ແລະປາກົດເປັນຂອງຫາແກ່ນສານບໍ່ໄດ້ຕໍ່ໄປ. ພິກຂຸ ທ. ! ກໍແກ່ນສານໃນຮູບນັ້ນ ຈະຍ່ອມມີໄດ້ແນວໃດ.
- ຂັນທະ. ສັງ. ໑໗/໑໗໑/໒໔໒.

ອັສສາທະຂອງຮູບ

ພິກຂຸ ທ. ! ອັສສາທະ (ສະເໜ່) ຂອງຮູບ ເປັນແນວໃດໜໍ ?

ພິກຂຸ ທ. ! ປຽບເໝືອນ ນາງສາວນ້ອຍແຫ່ງກະສັດກໍດີ ນາງສາວນ້ອຍແຫ່ງພຣາມກໍດີ ແລະນາງສາວນ້ອຍແຫ່ງຄະຫະບໍດີກໍດີ ທີ່ມີໄວອັນບຸຄຄົລຍ່ອມສະແດງວ່າ ອາຍຸສິບຫ້າ ຫຼືສິບຫົກ ບໍ່ສູງໂພດ ບໍ່ຕໍ່າໂພດ ບໍ່ຜອມໂພດ ບໍ່ອ້ວນໂພດ ບໍ່ດໍາໂພດ ບໍ່ຂາວໂພດ. ພິກຂຸ ທ. ! ເຫຼົ່ານາງສາວນ້ອຍນັ້ນໆ ຈະມີສີສັນແຫ່ງວັນນະ ອັນງົດງາມ ໃນສະໄໝນັ້ນເປັນຢ່າງຍິ່ງ ບໍ່ແມ່ນຫຼື ?

“ຂໍ້ນັ້ນ ເປັນເຊັ່ນນັ້ນແລ ຂ້ານ້ອຍ !”

ພິກຂຸ ທ. ! ສຸຂ ໂສມະນັດສະໃດໆ ທີ່ອາໄສສີສັນແຫ່ງວັນນະ ອັນງົດງາມແລ້ວ ບັງເກີດຂຶ້ນ, ສຸຂ ໂສມະນັດສະນີ້ແລ ເປັນອັສສາທະຂອງຮູບ.
- ມູ. ມ. ໑໒/໑໗໓/໒໐໑.

ອາທີນະວະຂອງຮູບ

ພິກຂຸ ທ. ! ອາທີນະວະ (ໂທດ) ຂອງຮູບ ເປັນແນວໃດໜໍ ?

ພິກຂຸ ທ. ! ບຸຄຄົລຈະໄດ້ເຫັນນ້ອງຍິງ ໃນກໍລະນີນີ້ ນັ້ນແຫຼະ ໂດຍກາລຕໍ່ມາ ມີອາຍຸໄດ້ ໘໐ ປີກໍຕາມ ໙໐ ປີກໍຕາມ ໑໐໐ ປີກໍຕາມ ຊະຣາ ຊຸດໂຊມແລ້ວ ຫຼັງຂົດງໍ ດຸດດັ່ງໄມ້ໂຄປານສິ (ສີຍົວ) ແຫ່ງຫຼັງຄາ ມີກາຍຄົດໄປຄົດມາ ມີໄມ້ຄ້ອນເທົ້າຄໍ້າຢັນໄປໃນທາງເບື້ອງໜ້າ ຍ່າງໂຕສັ່ນງຶກໆ ກະສັບກະສ່າຍ ຜ່ານວັຍອັນແຂງແຮງໄປແລ້ວ ມີແຂ້ວຫຼ່ອນແລ້ວ ມີຜົມຫງອກແລ້ວ ມີຜົມຕັດສັ້ນຢ່າງລວກໆ ມີຜິວໜັງຫ່ຽວຍານ ແລະມີໂຕເຕັມໄປດ້ວຍຈຸດ. ພິກຂຸ ທ. ! ພວກເຈົ້າ ເຂົ້າໃຈຄວາມຂໍ້ນັ້ນວ່າແນວໃດ ? ສີສັນແຫ່ງວັນນະ ອັນງົດງາມ ທີ່ມີແຕ່ເດີມໃດໆ ສີສັນແຫ່ງວັນນະ ອັນງົດງາມນັ້ນ ຍ່ອມອັນຕະທານຫາຍໄປ, ໂທດຍ່ອມບັງເກີດ ປາກົດ ບໍ່ແມ່ນຫຼື ?

“ຂໍ້ນັ້ນ ເປັນເຊັ່ນນັ້ນ ຂ້ານ້ອຍ !”

ພິກຂຸ ທ. ! ນີ້ແລ ເປັນອາທີນົບຂອງ ຮູບ.

ພິກຂຸ ທ. ! ໂທດເຍື່ອງອື່ນຍັງມີອີກ : ບຸຄຄົລ ຈະໄດ້ເຫັນນ້ອງຍິງນັ້ນແຫຼະອາພາດລົງ ໄດ້ຮັບທຸກຂ໌ທໍຣະມານ ເປັນໄຂ້ໜັກ ນອນກິ້ງເກືອກຢູ່ໃນມູດແລະຄູດ ຂອງຕົນເອງ ອັນບຸຄຄົລຕ້ອງຊ່ວຍພະຍຸງ ໂຈມໃຫ້ລຸກ ແລະໃຫ້ນອນ.

ພິກຂຸ ທ. ! ພວກເຈົ້າ ເຂົ້າໃຈຄວາມຂໍ້ນັ້ນວ່າແນວໃດ ? ສີສັນແຫ່ງວັນນະ ອັນງົດງາມ ທີ່ມີແຕ່ເດີມໃດໆ ສີສັນແຫ່ງວັນນະ ອັນງົດງາມນັ້ນ ຍ່ອມອັນຕະທານຫາຍໄປ, ໂທດຍ່ອມບັງເກີດ ປາກົດ ບໍ່ແມ່ນຫຼື ?

“ຂໍ້ນັ້ນ ເປັນເຊັ່ນນັ້ນ ຂ້ານ້ອຍ !”

ພິກຂຸ ທ. ! ແມ່ນວ່ານີ້ແລ ເປັນອາທີນົບຂອງຮູບ.

ພິກຂຸ ທ. ! ໂທດເຍື່ອງອື່ນຍັງມີອີກ : ບຸຄຄົລ ຈະໄດ້ເຫັນນ້ອງຍິງນັ້ນແຫຼະ ອັນເຂົາຖິ້ມແລ້ວໃນປ່າຊ້າ ເປັນບ່ອນຖິ້ມສົບ ຕາຍແລ້ວວັນໜຶ່ງກໍຕາມ ຕາຍແລ້ວສອງວັນກໍຕາມ ຕາຍແລ້ວສາມວັນກໍຕາມ ຫຼື ກໍາລັງຂຶ້ນອືດ ມີສີຂຽວ ມີໜອງໄຫຼ.

ພິກຂຸ ທ. ! ພວກເຈົ້າ ເຂົ້າໃຈຄວາມຂໍ້ນັ້ນວ່າແນວໃດ ? ສິສັນແຫ່ງວັນນະ ອັນງົດງາມ ທີ່ມີແຕ່ເດີມໃດໆ ສີສັນວັນນະ ອັນງົດງາມນັ້ນ ຍ່ອມອັນຕະທານຫາຍໄປ, ໂທດຍ່ອມບັງເກີດ ປາກົດ ບໍ່ແມ່ນຫຼື ?

“ຂໍ້ນັ້ນ ເປັນເຊັ່ນນັ້ນ ຂ້ານ້ອຍ !”

ພິກຂຸ ທ. ! ແມ່ນວ່ານີ້ແລ ເປັນອາທີນົບຂອງຮູບ.

ພິກຂຸ ທ. ! ໂທດເຍື່ອງອື່ນຍັງມີອີກ : ບຸຄຄົລຈະໄດ້ເຫັນນ້ອງຍິງນັ້ນແຫຼະ ອັນເຂົາຖິ້ມແລ້ວໃນປ່າຊ້າ ເປັນບ່ອນຖິ້ມສົບ ອັນຝູງກາຕອດຈິກກິນຢູ່ ກໍຕາມ ອັນຝູງແຮ້ງຕອດຈິກກິນຢູ່ກໍຕາມ ອັນຝູງນົກຫຸ້ມຕອດຈິກກິນຢູ່ກໍຕາມ ອັນຝູງໝາກັດກິນຢູ່ກໍຕາມ ອັນຝູງໝາຈອກກັດກິນຢູ່ກໍຕາມ ແລະອັນໝູ່ໜອນຕ່າງຊະນິດ ຊອນກິນຢູ່ກໍຕາມ. ພິກຂຸ ທ. ! ພວກເຈົ້າ ເຂົ້າໃຈຄວາມຂໍ້ນັ້ນວ່າແນວໃດ ? ສີສັນແຫ່ງວັນນະ ອັນງົດງາມທີ່ມີແຕ່ເດີມໃດໆ ສີສັນວັນນະ ອັນງົດງາມນັ້ນ ຍ່ອມອັນຕະທານຫາຍໄປ, ໂທດຍ່ອມບັງເກີດ ປາກົດ ບໍ່ແມ່ນຫຼື ?

“ຂໍ້ນັ້ນ ເປັນເຊັ່ນນັ້ນ ຂ້ານ້ອຍ !”

ພິກຂຸ ທ. ! ແມ່ນວ່ານີ້ແລ ເປັນອາທີນົບຂອງຮູບ.

ພິກຂຸ ທ. ! ໂທດເຍື່ອງອື່ນຍັງມີອີກ : ບຸຄຄົລຈະໄດ້ເຫັນນ້ອງຍິງນັ້ນແຫຼະ ອັນເຂົາຖິ້ມແລ້ວໃນປ່າຊ້າ ເປັນບ່ອນຖິ້ມສົບ ເປັນຮ່າງກະດູກ ຍັງມີຊີ້ນແລະເລືອດ ແລະຍັງມີເອັນເປັນເຄື່ອງດຶງຮັດຢູ່ກໍຕາມ ເປັນຮ່າງກະດູກທີ່ປາສະຈາກຊີ້ນ ແຕ່ຍັງມີເລືອດເປື້ອນຢູ່ ແລະຍັງມີເອັນເປັນເຄື່ອງດຶງຮັດໄວ້ກໍຕາມ ເປັນຮ່າງກະດູກ ທີ່ປາສະຈາກຊີ້ນເນື້ອ ແລະເລືອດ ແຕ່ຍັງມີເອັນເປັນເຄື່ອງດຶງຮັດໄວ້ກໍຕາມ ເປັນທ່ອນກະດູກທີ່ປາສະຈາກເອັນ ເປັນເຄື່ອງດຶງຮັດ ກະຈັດກະຈາຍໄປຄົນລະທິດລະທາງ ກະດູກມືໄປທາງໜຶ່ງ ກະດູກຕີນໄປທາງໜຶ່ງ ກະດູກແຂ່ງໄປທາງໜຶ່ງ ກະດູກຂາໄປທາງໜຶ່ງ ກະດູກສະໂພກໄປທາງໜຶ່ງ ກະດູກຂໍ້ສັນຫຼັງໄປທາງໜຶ່ງ ກະດູກຂ້າງໄປທາງໜຶ່ງ ກະດູກໜ້າເອິກໄປທາງໜຶ່ງ ກະດູກແຂນໄປທາງໜຶ່ງ ກະດູກໄຫຼ່ໄປທາງໜຶ່ງ ກະດູກຄໍໄປທາງໜຶ່ງ ກະດູກຄາງໄປທາງໜຶ່ງ ແຂ້ວໄປທາງໜຶ່ງ ກະໂຫຼກຫົວໄປທາງໜຶ່ງ. ພິກຂຸ ທ. ! ພວກເຈົ້າ ເຂົ້າໃຈຄວາມຂໍ້ນັ້ນວ່າແນວໃດ ? ສີສັນແຫ່ງວັນນະ ອັນງົດງາມທີ່ມີແຕ່ເດີມໃດໆ ສີສັນແຫ່ງວັນນະ ອັນງົດງາມນັ້ນ ຍ່ອມອັນຕະທານຫາຍໄປ, ໂທດຍ່ອມບັງເກີດ ປາກົດ ບໍ່ແມ່ນຫຼື ?

“ຂໍ້ນັ້ນ ເປັນເຊັ່ນນັ້ນ ຂ້ານ້ອຍ !”

ພິກຂຸ ທ. ! ແມ່ນວ່ານີ້ແລ ເປັນອາທີນົບຂອງຮູບ.

ພິກຂຸ ທ. ! ໂທດເຍື່ອງອື່ນຍັງມີອີກ : ບຸຄຄົລຈະໄດ້ເຫັນນ້ອງຍິງນັ້ນແຫຼະ ອັນເຂົາຖິ້ມແລ້ວໃນປ່າຊ້າ ເປັນບ່ອນຖິ້ມສົບ ເປັນທ່ອນກະດູກ ມີສີຂາວເໝືອນດັ່ງສີສັງຂ໌ກໍຕາມ ເປັນທ່ອນກະດູກກອງເຮ່ຍຊະຢູ່ ດົນເກີນກວ່າປີໜຶ່ງໄປແລ້ວກໍຕາມເປັນກະດູກເປື່ອຍຜຸ່ຍລະອຽດໄປແລ້ວກໍຕາມ. ພິກຂຸ ທ. ! ພວກເຈົ້າ ເຂົ້າໃຈຄວາມຂໍ້ນັ້ນວ່າແນວໃດ ? ສີສັນແຫ່ງວັນນະ ອັນງົດງາມທີ່ມີແຕ່ເດີມໃດໆ ສີສັນແຫ່ງວັນນະ ອັນງົດງາມນັ້ນ ຍ່ອມອັນຕະທານຫາຍໄປ, ໂທດຍ່ອມບັງເກີດ ປາກົດ ບໍ່ແມ່ນຫຼື ?

“ຂໍ້ນັ້ນ ເປັນເຊັ່ນນັ້ນ ຂ້ານ້ອຍ !”

ພິກຂຸ ທ. ! ແມ່ນວ່ານີ້ແລ ກໍເປັນອາທີນົບຂອງຮູບ.

- ມູ. ມ. ໑໒/໑໗໓/໒໐໒.

ນິສສະຣະນະຂອງຮູບ

ພິກຂຸ ທ. ! ນິສສະຣະນະ (ອຸບາຍເຄື່ອງອອກພົ້ນໄປໄດ້) ຂອງຮູບ ເປັນແນວໃດໜໍ ?

ພິກຂຸ ທ. ! ການນໍາອອກເສຍໄດ້ ຊຶ່ງຄວາມກໍາໜັດ ດ້ວຍອໍານາດຄວາມພໍໃຈໃນຮູບ ການລະເສຍໄດ້ ຊຶ່ງຄວາມກໍາໜັດ ດ້ວຍອໍານາດຄວາມພໍໃຈໃນຮູບດ້ວຍອຸບາຍໃດ, ອຸບາຍນີ້ແລ ເປັນອຸບາຍເຄື່ອງອອກພົ້ນໄປໄດ້ຂອງຮູບແລ.
- ມູ. ມ. ໑໒/໑໗໕/໒໐໓, ແລະຂັນທະ. ສັງ. ໑໗/໗໗/໑໑໙.

ຂໍ້ຄວນກຳນົດກ່ຽວກັບ ຮູບ

ພິກຂຸ ທ. ! ສຸຂ ໂສມະນັດສະໃດໆ ທີ່ອາໄສຮູບແລ້ວເກີດຂຶ້ນ. ສຸຂ ໂສມະນັດສະນີ້ແລ ເປັນ ສະເໜ່ (ອັສສາທະ) ຂອງຮູບ; ຮູບບໍ່ທ່ຽງ ເປັນທຸກຂ໌ ມີຄວາມແປປ່ຽນເປັນທັມມະດາ ດ້ວຍອາການໃດໆ, ອາການນີ້ແລ ເປັນໂທດ (ອາທີນົບ) ຂອງຮູບ; ການນໍາອອກເສຍໄດ້ ຊຶ່ງຄວາມກໍາໜັດ ດ້ວຍອໍານາດຄວາມພໍໃຈໃນຮູບ ການລະເສຍໄດ້ ຊຶ່ງຄວາມກໍາໜັດ ດ້ວຍອໍານາດຄວາມພໍໃຈໃນຮູບ ດ້ວຍອຸບາຍໃດໆ ອຸບາຍນີ້ແລ ເປັນ ເຄື່ອງອອກພົ້ນໄປໄດ້ (ນິສສະຣະນະ) ຈາກຮູບ.
- ຂັນທະ. ສັງ. ໑໗/໓໔,໗໗/໕໙,໑໑໙.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ