ຜູ້ຕາຍຄາປະຕູນິບພານ
ອິນຊີສັງວອນ
ສຸນັກຂັຕຕະ ! ຂໍ້ນີ້ ເປັນຖານະທີ່ມີໄດ້ ຄືຈະມີພິກຂຸບາງອົງ ໃນກໍລະນີນີ້ ມີຄວາມເຂົ້າໃຈຂອງຕົນ ມີຄວາມໝາຍອັນສະຫຼຸບໄດ້ດັ່ງນີ້ເປັນຕົ້ນວ່າ “ຕັນຫານັ້ນສະມະນະກ່າວກັນວ່າ ເປັນລູກສອນ, ໂທດອັນມີພິດຂອງອະວິຊຊາ ຍ່ອມງອກງາມ ເພາະສັນທະຣາຄະແລະພະຍາບາດ, ລູກສອນຄືຕັນຫານັ້ນ ເຮົາລະໄດ້ແລ້ວ, ໂທດອັນມີພິດຂອງອະວິຊຊາ ເຮົາກໍນໍາອອກໄປໝົດແລ້ວ, ເຮົາເປັນຜູ້ນ້ອມໄປແລ້ວໃນນິພພານໂດຍຊອບ” ດັ່ງນີ້. ເຂົານັ້ນຍ່ອມຕາມປະກອບຊຶ່ງທັມທັງຫຼາຍ ອັນບໍ່ເປັນທີ່ສະບາຍ ແກ່ຜູ້ນ້ອມໄປແລ້ວໃນນິພພານໂດຍຊອບ ; ຄືຕາມປະກອບຊຶ່ງທັມ ອັນບໍ່ເປັນທີ່ສະບາຍ ໃນການເຫັນຮູບດ້ວຍຕາ ຟັງສຽງດ້ວຍຫູ ດົມກິ່ນດ້ວຍດັງ ຊີມຣົສດ້ວຍລີ້ນ ຖືກຕ້ອງໂຜຕຖັພພະດ້ວຍກາຍ ຮູ້ສຶກທັມມາຣົມດ້ວຍໃຈ ອັນລ້ວນແຕ່ບໍ່ເປັນທີ່ສະບາຍ. ເມື່ອເຂົາຕາມປະກອບຊຶ່ງທັມ ອັນບໍ່ເປັນທີ່ສະບາຍເຫຼົ່ານີ້ຢູ່, ຣາຄະຍ່ອມສຽງແທງຈິຕຂອງເຂົາ. ເຂົາມີຈິຕອັນຣາຄະສຽບແທງແລ້ວ ຍ່ອມເຖິງຄວາມຕາຍ ຫຼືຄວາມທຸກຂ໌ປານຕາຍ.
ສຸນັກຂັຕຕະ ! ປຽບເໝືອນບຸຣຸສ ຖືກຍິງດ້ວຍລູກສອນອັນອາບໄວ້ດ້ວຍຢາພິດຢ່າງຮຸນແຮງ. ມິຕ ອາມາດ ຍາດສາຍໂລຫິຕຂອງເຂົາ ຈັດຫາໝໍຜ່າຕັດມາຮັກສາ ໝໍໄດ້ໃຊ້ສາສຕຣາຜ່າຕັດປາກບາດແຜຂອງເຂົາແລ້ວ ໃຊ້ເຄື່ອງກວດຄົ້ນຫາລູກສອນພົບແລ້ວ ຖອນລູກສອນອອກ ກໍາຈັດໂທດອັນເປັນພິດ ທີ່ຍັງມີເຊື້ອເຫຼືອຕິດຢູ່ ຈົນຮູ້ວ່າບໍ່ມີເຊື້ອເຫຼືອຕິດຢູ່ແລ້ວ ກ່າວແກ່ເຂົາດັ່ງນີ້ວ່າ “ບຸຣຸສຜູ້ຈະເຣີນ ! ລູກສອນຖືກຖອນອອກແລ້ວ, ໂທດອັນເປັນພິດ ເຮົາເອົາອອກຈົນບໍ່ມີເຊື້ອເຫຼືອຢູ່ແລ້ວ, ທ່ານບໍ່ມີອັນຕະລາຍອີກແລ້ວ, ແລະທ່ານຈະບໍຣິໂພກອາຫາຣໄດ້ຕາມສະບາຍ ແຕ່ຢ່າໄປກິນອາຫາຣຊະນິດທີ່ບໍ່ສະບາຍແກ່ບາດແຜ ອັນຈະເຮັດໃຫ້ແຜອັກເສບ ແລະຈົ່ງລ້າງແຜຕາມເວລາ ທາຢາທີ່ປາກແຜຕາມເວລາ, ເມື່ອທ່ານລ້າງແຜຕາມເວລາ ທາຢາທີ່ປາກແຜຕາມເວລາ ຢ່າໃຫ້ໜອງແລະເລືອດແຫ້ງຕິດເກາະປາກແຜ, ແລະທ່ານຢ່າທ່ຽວຕາກລົມຕາກແດດ, ເມື່ອທ່ຽວຕາກລົມຕາກແດດ, ກໍຢ່າໃຫ້ຝຸ່ນລະອອງ ແລະຂອງເປິເປື້ອນເຂົ້າໄປໃນປາກແຜ. ບຸຣຸສຜູ້ຈະເຣີນ ! ທ່ານ ຈົ່ງເປັນຜູ້ລະວັງຮັກສາບາດແຜ ຖືເອົາບາດແຜເປັນເລື່ອງສໍາຄັນເທາະເດີ” ດັ່ງນີ້. ບຸຣຸສນັ້ນ ມີຄວາມຄິດວ່າ “ໝໍຖອນລູກສອນໃຫ້ເຮົາສໍາເລັດແລ້ວ ໂທດອັນເປັນພິດ ໝໍກໍນໍາອອກຈົນບໍ່ມີເຊື້ອເຫຼືອຢູ່ແລ້ວ ເຮົາໝົດອັນຕະລາຍ” ເຂົາຈຶ່ງບໍຣິໂພກໂພຊະນະທີ່ສະແຫຼງ, ເມື່ອບໍຣິໂພກໂພຊະນະທີ່ສະແຫຼງ ບາດແຜກໍກໍາເລີບ, ແລະເຂົາບໍ່ຊໍາລະລ້າງແຜຕາມເວລາ ບໍ່ທາຢາທີ່ປາກແຜຕາມເວລາ, ເມື່ອເຂົາບໍ່ຊໍາລະແຜຕາມເວລາ ບໍ່ທາຢາທີ່ປາກແຜຕາມເວລາ ໜອງແລະເລືອດກໍແຫ້ງຕິດເກາະປາກແຜ, ແລະເຂົາທ່ຽວຕາກລົມຕາກແດດ ປ່ອຍໃຫ້ຝຸ່ນລະອອງ ຂອງເປິເປື້ອນເຂົ້າໄປໃນປາກແຜ, ແລະເຂົາບໍ່ລະວັງຮັກສາບາດແຜ ບໍ່ຖືວ່າບາດແຜເປັນເລື່ອງສໍາຄັນ. ເຂົານໍາເອົາໂທດພິດ ອັນບໍ່ສະອາດອອກໄປ ດ້ວຍການເຮັດອັນບໍ່ຖືກຕ້ອງເຫຼົ່ານີ້ ບາດແຜຈຶ່ງມີເຊື້ອເຫຼືອຢູ່, ແຜກໍບວມຂຶ້ນ ເພາະເຫຕທັງສອງນັ້ນ. ບຸຣຸສນັ້ນ ມີແຜບວມແລ້ວ ກໍເຖິງຊຶ່ງຄວາມຕາຍແດ່ ຊຶ່ງຄວາມທຸກຂ໌ປານຕາຍແດ່, ນີ້ເຊັ່ນໃດ ;
ສຸນັກຂັຕຕະ ! ຂໍ້ນີ້ ກໍເຊັ່ນນັ້ນເໝືອນກັນ ຄືຂໍ້ທີ່ພິກຂຸບາງອົົງ ສໍາຄັນຕົນວ່ານ້ອມໄປແລ້ວໃນນິພພານໂດຍຊອບ.... ແຕ່ຕາມປະກອບໃນທັມບໍ່ເປັນທີ່ສະບາຍ ແກ່ການນ້ອມໄປໃນນິພພານໂດຍຊອບ.... ຣາຄະກໍສຽບແທງຈິຕຂອງເຂົາ. ເຂົາມີຈິຕອັນ ຣາຄະສຽບແທງແລ້ວ ຍ່ອມເຖິງຄວາມຕາຍ ຫຼືຄວາມທຸກຂ໌ປານຕາຍ. ສຸນັກຂັຕຕະ ! ໃນອະຣິຍະວິນັຍນີ້ ຄວາມຕາຍ ໝາຍເຖິງການບອກຄືນສິກຂາ ວຽນໄປສູ່ເພດຕໍ່າ ; ຄວາມທຸກຂ໌ປານຕາຍ ໝາຍເຖິງການຕ້ອງອາບັຕ ອັນເສົ້າໝອງຢ່າງໃດຢ່າງໜຶ່ງແລ.
- ອຸປຣິ. ມ. ໑໔/໖໖/໗໖.
(ພິກຂຸໃນກໍລະນີນີ້ ມີການສຶກສາດີ ຕັ້ງຄວາມປາຖະໜາດີ ແຕ່ມີຄວາມເຂົ້າໃຈຜິດກ່ຽວກັບຕົນເອງແລະທັມມະ ; ຄືເຂົ້າໃຈໄປວ່າ ລູກສອນຄືຕັນຫາເປັນສິ່ງທີ່ລະໄດ້ ໂດຍບໍ່ຕ້ອງຖອນອະວິຊຊາ ເປັນສິ່ງທີ່ຂ່ວງຖິ້ມໄປໄດ້ ໂດຍບໍ່ຕ້ອງກໍາຈັດຕັດຮາກ ; ແລະເຂົ້າໃຈໂຕເອງວ່າ ນ້ອມໄປແລ້ວສູ່ ນິພພານ ໂດຍຊອບ ດັ່ງນີ້ ແຕ່ແລ້ວ ກໍມາເຮັດຜິດ ໃນສິ່ງທີ່ບໍ່ເປັນທີ່ສະບາຍ ແກ່ການນ້ອມໄປໃນນິພພານນັ້ນ ທັງທາງ ຕາ ຫູ ດັງ ລີ້ນ ກາຍ ໃຈ ຈົນ ຣາຄະເກີດຂຶ້ນສຽບແທງ ເຖິງແກ່ຄວາມຕາຍ ໃນອະຣິຍະວິນັຍ, ຈຶ່ງເອີ້ນວ່າເຂົາລົ້ມລົງຕາຍທີ່ບ່ອນໜ້າປະຕູ ແຫ່ງພຣະນິພພານ ນັ້ນເອງ).