ບັນຫາເກີດຂຶ້ນແກ່ທ່ານພຣະນາຄະສະມາລະ ເນື່ອງຈາກບໍ່ປະຕິບັດຕາມພຣະສາສະດາ
ຕາມຮອຍທຳ
ສະໄມໜຶ່ງ ພຣະຜູ້ມີພຣະພາກສະເດັດດຳເນີນທາງໄກໄປໃນໂກສົນຊົນບົດ ມີທ່ານພຣະນາຄະສະມາລະເປັນປັດສາສະມະນະ ທ່ານພຣະນາຄະສະມາລະໄດ້ເຫັນທາງ 2 ແຍກໃນລະຫວ່າງທາງ ຄັນແລ້ວໄດ້ກຣາບທູນພຣະຜູ້ມີພຣະພາກວ່າ:
ຂ້າແຕ່ພຣະອົງຜູ້ຈະເຣີນ! ທາງນີ້ຂະນ້ອຍ ໄປຕາມທາງນີ້ເຖີດ ພຣະອົງຜູ້ຈະເຣີນ!
ເມື່ອທ່ານພຣະນາຄະສະມາລະກຣາບທູນຢ່າງນີ້ແລ້ວ ພຣະຜູ້ມີພຣະພາກໄດ້ກວ່າກັບທ່ານພຣະນາຄະສະມາລະວ່າ:
ນາຄະສະມາລະ! ທາງນີ້ ໄປຕາມທາງນີ້ເຖີດ.
ທ່ານພຣະນາຄະສະມາລະກໍໄດ້ກຣາບທູນເປັນຄັ້ງທີ 2 ວ່າ:
ຂ້າແຕ່ພຣະອົງຜູ້ຈະເຣີນ ທາງນີ້ຂະນ້ອຍ ໄປຕາມທາງນີ້ເຖີດ ພຣະອົງຜູ້ຈະເຣີນ!
ເມື່ອທ່ານພຣະນາຄະສະມາລະກຣາບທູນຢ່າງນີ້ແລ້ວ ພຣະຜູ້ມີພຣະພາກໄດ້ກວ່າກັບທ່ານພຣະນາຄະສະມາລະເປັນຄັ້ງທີ 2 ວ່າ:
ນາຄະສະມາລະ! ທາງນີ້ ໄປກັນຕາມທາງນີ້ເຖີດ.
ທ່ານພຣະນາຄະສະມາລະກໍໄດ້ກຣາບທູນເປັນຄັ້ງທີ 3 ວ່າ: ຂ້າແຕ່ພຣະອົງຜູ້ຈະເຣີນ ທາງນີ້ຂະນ້ອຍ ໄປກັນຕາມທາງນີ້ເຖີດ ພຣະອົງຜູ້ຈະເຣີນ!
ເມື່ອທ່ານພຣະນາຄະສະມາລະກຣາບທູນຢ່າງນີ້ແລ້ວ ພຣະຜູ້ມີພຣະພາກໄດ້ກວ່າກັບທ່ານພຣະນາຄະສະມາລະເປັນຄັ້ງທີ 3 ວ່າ:
ນາຄະສະມາລະ! ທາງນີ້ ໄປຕາມທາງນີ້ເຖີດ.
ລຳດັບນັ້ນ ທ່ານພຣະນາຄະສະມາລະວາງບາດ ແລະ ຈີວອນຂອງພຣະຜູ້ມີພຣະພາກໄວ້ໃນແຜ່ນດິນໃນທີ່ນັ້ນເອງ ພ້ອມກຣາບທູນວ່າ:
ຂ້າແຕ່ພຣະອົງຜູ້ຈະເຣີນ! ນີ້ບາດ ແລະ ຈີວອນ ດັ່ງນີ້ ແລ້ວຫລີກໄປ.
ເມື່ອທ່ານພຣະນາຄະສະມາລະເດີນໄປຕາມທາງນັ້ນ ພວກໂຈນໃນລະຫວ່າງທາງໄດ້ອອກມາທຸບດ້ວຍມືແດ່ ເຕະດ້ວຍຕີນແດ່, ໄດ້ທຸບບາດ ແລະ ຈີກຜ້າສັງຄາຕິ
ຄັ້ງນັ້ນ ທ່ານພຣະນາຄະສະມາລະມີບາດແຕກ ມີຜ້າສັງຄາຕິຂາດ ເຂົ້າໄປເຝົ້າພຣະຜູ້ມີພຣະພາກເຖິງທີ່ປະທັບ ອະພິວາດແລ້ວ ນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ຄັນແລ້ວໄດ້ກຣາບທູນວ່າ:
ຂ້າແຕ່ພຣະອົງຜູ້ຈະເຣີນ! ຂໍປະທານພຣະວະໂຣກາດເມື່ອຂ້ານ້ອຍເດີນໄປຕາມທາງນັ້ນ ພວກໂຈນໃນລະຫວ່າງທາງໄດ້ອອກມາຊັດດ້ວຍມືແດ່ ເຕະດ້ວຍຕີນແດ່, ໄດ້ທຸບບາດ ແລະ ຈີກຜ້າສັງຄາຕິຂາດ ຂະນ້ອຍ.
ລຳດັບນັ້ນ ພຣະຜູ້ມີພຣະພາກຊົງຊາບເນື່ອຄວາມນັ້ນແລ້ວ ໄດ້ຊົງເປັ່ງອຸທານໃນເວລານັ້ນວ່າ:
ບຸກຄົນຜູ້ເຖິງຈະທ່ຽວໄປດ້ວຍກັນ ຢູ່ດ້ວຍກັນ ປະປົນກັບຜູ້ບໍ່ຮູ້ ຍ່ອມລະເວັ້ນຄົນຊົ່ວເສຍໄດ້ ເໝືອນນົກກະຣຽນ ເມື່ອບຸກຄົນເອົານ້ຳນົມປົນກັບນ້ຳໄປໃຫ້ ກໍດື່ມແຕ່ນ້ຳນົມ ລະເວັ້ນນ້ຳ ສັນນັ້ນ.
ຂຸທທະກະນິກາຍ ຂຸທທະກະປາຖະ-ທັມມະບົທ-ອຸທານ-ອິຕິວຸຕຕະກະ-
ສຸຕຕະນິບາຕ ໒໕/໑໕໓-໑໕໔/໑໗໕