ບໍຣິສັດເລີດເພາະສົນໃຈຄວາມຂອງຕະຖາຄົຕທີ່ເປັນໂລກຸດຕະຣະ
ທໍາໃນເບື້ອງຕົ້ນ
(ເບິ່ງເລື່ອງປະກອບໃນຂຸມ.ໂອ. ໜ້າ ໑໐໗ ແລະ ໓໕໒ ກໍລະນີກອງເສິກຂອງກະສັຕ ແລະສຸຕຕັນຕະ ທີ່ຄວນໃສ່ໃຈ ຯລຯ)
ພິກຂຸ ທ. ! ບໍຣິສັດສອງຈໍາພວກເຫຼົ່ານີ້ມີຢູ່, ສອງຈໍາພວກເຫຼົ່າໃດໜໍ ? ສອງຈໍາພວກ ຄື ອຸກກາຈິຕວິນີຕາປະຣິສາ (ບໍຣິສັດອາໄສຄວາມເຊື່ອຈາກຄໍາກ່າວຂອງບຸຄຄົລພາຍນອກ ທີ່ແຕ່ງຂຶ້ນໃໝ່ ເປັນເຄື່ອງນໍາພາໄປ) ໂນປະຕິປຸດສາວິນີຕາ (ບໍ່ອາໄສການສືບສວນທົບທວນກັນເອົາເອງ ໃນຄໍາກ່າວຕະຖາຄົຕ ເປັນເຄື່ອງນໍາພາໄປ) ນີ້ເຍື່ອງໜຶ່ງ, ແລະປະຕິປຸດສາວິນີຕາປະຣິສາ (ບໍຣິສັດອາໄສການສືບສວນທົບທວນກັນເອົາເອງ ໃນຄໍາກ່າວຕະຖາຄົຕ ເປັນເຄື່ອງນໍາພາໄປ) ໂນອຸກກາຈິຕວິນີຕາ (ບໍ່ອາໄສຄວາມເຊື່ອຈາກຄໍາກ່າວຂອງບຸຄຄົລພາຍນອກ ທີ່ແຕ່ງຂຶ້ນໃໝ່ ເປັນເຄື່ອງນໍາພາໄປ) ນີ້ອີກເຍື່ອງໜຶ່ງ.
ພິກຂຸ ທ. ! ບໍຣິສັດຊື່ ອຸກກາຈິຕະວິນີຕາປະຣິສາໂນປະຕິປຸດສາວິນີຕາ ເປັນແນວໃດໜໍ ? ພິກຂຸ ທ. ! ໃນກໍລະນີນີ້ຄື ພິກຂຸ ທ. ໃນບໍຣິສັດໃດ, ເມື່ອສຸຕຕັນຕະທັງຫຼາຍ ຕະຖາຄະຕະພາສິຕາ = ອັນເປັນຕະຖາຄົຕພາສິຕ ຄັມພີຣາ = ອັນເລິກເຊິ່ງ ຄັມພີຣັຕຖາ = ມີອັຕຖະອັນເລິກເຊິ່ງ ໂລກຸຕຕະຣາ = ເປັນໂລກຸຕຕະຣະ ສຸນຍະຕະປະຕິສັງຢຸຕຕາ = ປະກອບດ້ວຍເລື່ອງສຸນຍະຕາ ອັນບຸຄຄົລນໍາມາກ່າວຢູ່, ກໍບໍ່ຟັງດ້ວຍດີ ບໍ່ຫງ່ຽງຫູຟັງ ບໍ່ເຂົ້າໄປຕັ້ງຈິຕເພື່ອຈະຮູ້ທົ່ວເຖິງ ແລະບໍ່ສໍາຄັນວ່າ ເປັນສິ່ງທີ່ຕົນຄວນສຶກສາຮໍ່າຮຽນ. ສ່ວນສຸຕຕັນຕະເຫຼົ່າໃດ ທີ່ກະວີແຕ່ງຂຶ້ນໃໝ່ ເປັນຄໍາຮ້ອຍກອງປະເພດກາບກອນ ມີອັກສອນອັນງົດງາມ ມີພະຍັນຊະນະອັນວິຈິຕ ເປັນເລື່ອງນອກແນວ ເປັນຄໍາກ່າວຂອງສາວົກ, ເມື່ອມີຜູ້ນໍາເອົາສຸດຕັນຕະເຫຼົ່ານີ້ ມາກ່າວຢູ່ ພວກເຂົາຍ່ອມຟັງດ້ວຍດີ ງ່ຽງຫູຟັງ ຕັ້ງຈິຕເພື່ອຈະຮູ້ທົ່ວເຖິງ ແລະສໍາຄັນໄປວ່າ ເປັນສິ່ງທີ່ຕົນຄວນສຶກສາຮໍ່າຮຽນ. ພວກເຂົາຮໍ່າຮຽນທັມ ອັນກະວີແຕ່ງໃໝ່ນັ້ນແລ້ວ ກໍບໍ່ສອບຖາມຊຶ່ງກັນແລະກັນ ບໍ່ເຮັດໃຫ້ເປີດເຜີຍ ແຈ່ມແຈ້ງອອກມາວ່າ ຂໍ້ນີ້ພະຍັນຊະນະເປັນແນວໃດ ອັຕຖະເປັນແນວໃດ ດັ່ງນີ້. ເຂົາເຫຼົ່ານັ້ນບໍ່ໄດ້ເປີດເຜີຍ ສິ່ງທີ່ຍັງບໍ່ເປີດເຜີຍບໍ່ໄດ້ ບໍ່ຫງາຍຂອງທີ່ຂວໍ້າຢູ່ໃຫ້ຫງາຍຂຶ້ນໄດ້ ບໍ່ບັນເທົາຄວາມສົງໄສ ໃນທັມທັງຫຼາຍ ອັນເປັນທີ່ຕັ້ງແຫ່ງຄວາມສົງໄສ ມີຢ່າງຕ່າງໆໄດ້. ພິກຂຸ ທ. ! ນີ້ເຮົາເອີ້ນວ່າ ອຸກກາຈິຕະວິນີຕາປະຣິສາໂນປະຕິປຸດສາວິນີຕາ.
ພິກຂຸ ທ. ! ບໍຣິສັດຊື່ ປະຕິປຸດສາວິນີຕາປະຣິສາໂນອຸກກາຈິຕະວິນີຕາເປັນແນວໃດໜໍ ? ພິກຂຸ ທ. ! ໃນກໍລະນີນີ້ຄື ພິກຂຸ ທ. ! ໃນບໍຣິສັດໃດ, ເມື່ອສຸຕຕັນຕະທັງຫຼາຍ ທີ່ກະວີແຕ່ງຂຶ້ນໃໝ່ ເປັນຄໍາຮ້ອຍກອງປະເພດກາບກອນ ມີອັກສອນອັນງົດງາມ ມີພະຍັນຊະນະອັນວິຈິຕ ເປັນເລື່ອງນອກແນວ ເປັນຄໍາກ່າວຂອງສາວົກ ອັນບຸຄຄົລນໍາເອົາມາກ່າວຢູ່, ກໍບໍ່ຟັງດ້ວຍດີ ບໍ່ງ່ຽງຫູຟັງ ບໍ່ເຂົ້າໄປຕັ້ງຈິຕ ເພື່ອຈະຮູ້ທົ່ວເຖິງ ແລະບໍ່ສໍາຄັນວ່າ ເປັນສິ່ງທີ່ຕົນຄວນສຶກສາຮໍ່າຮຽນ. ສ່ວນສຸຕຕັນຕະເຫຼົ່າໃດອັນເປັນຕະຖາຄົຕພາສິຕ ອັນເລິກເຊິ່ງ ມີອັຕຖະອັນເລິກເຊິ່ງ ເປັນໂລກຸຕຕະຣະ ປະກອບດ້ວຍເລື່ອງສຸນຍະຕາ, ເມື່ອມີຜູ້ນໍາເອົາສຸຕຕັນຕະເຫຼົ່ານີ້ມາກ່າວຢູ່ ພວກເຂົາຍ່ອມຟັງດ້ວຍດີ ຍ່ອມຫງ່ຽງຫູຟັງ ຍ່ອມເຂົ້າໄປຕັ້ງຈິຕ ເພື່ອຈະຮູ້ທົ່ວເຖິງ ແລະຍ່ອມສໍາຄັນວ່າ ເປັນສິ່ງທີ່ຕົນຄວນສຶກສາຮໍ່າຮຽນ. ພວກເຂົາຮໍ່າຮຽນທັມ ທີ່ເປັນຕະຖາຄົຕພາສິຕນັ້ນແລ້ວ ກໍສອບຖາມຊຶ່ງກັນແລະກັນ ເຮັດໃຫ້ເປີດເຜີຍ ແຈ່ມແຈ້ງອອກມາວ່າ ຂໍ້ນີ້ພະຍັນຊະນະເປັນແນວໃດ ອັຕຖະເປັນແນວໃດ ດັ່ງນີ້. ເຂົາເຫຼົ່ານັ້ນເປີດເຜີຍ ສິ່ງທີ່ຍັງບໍ່ເປີດເຜີຍໄດ້ ຫງາຍຂອງທີ່ຂວໍ້າຢູ່ ໃຫ້ຫງາຍຂຶ້ນໄດ້ ບັນເທົາຄວາມສົງໄສໃນທັມທັງຫຼາຍ ອັນເປັນທີ່ຕັ້ງແຫ່ງຄວາມສົງໄສ ມີຢ່າງຕ່າງໆໄດ້. ພິກຂຸ ທ. ! ນີ້ເຮົາເອີ້ນວ່າ ປະຕິປຸດສາວິນີຕາປະຣິສາໂນອຸກກາຈິຕະຈະວິນີຕາ.
ພິກຂຸ ທ. ! ເຫຼົ່ານີ້ແລ ບໍຣິສັດ ໒ ຈໍາພວກນັ້ນ. ພິກຂຸ ທ. ! ບໍຣິສັດທີ່ເລີດໃນບັນດາບໍຣິສັດທັງສອງພວກນັ້ນ ຄື ບໍຣິສັດປະຕິປຸດສາວິນີຕາປະຣິສາໂນອຸກກາຈິຕະວິນີຕາ (ບໍຣິສັດທີ່ອາໄສການສືບສວນທົບທວນກັນເອົາເອງ ໃນຄໍາກ່າວຕະຖາຄົຕ ເປັນເຄື່ອງນໍາພາໄປ : ບໍ່ອາໄສຄວາມເຊື່ອຈາກຄໍາກ່າວຂອງບຸຄຄົລພາຍນອກ ທີ່ແຕ່ງຂຶ້ນໃໝ່ ເປັນເຄື່ອງນໍາພາໄປ) ແລ.
- ທຸກ. ອັງ. ໒໐/໙໑/໒໙໒.