ທຸກເພາະຢຶດຖືສິ່ງທີ່ຢຶດຖືບໍ່ໄດ້
ອະຣິຍະສັດ 4
ພິກຂຸ ທ. ! ປຽບເໝືອນແມ່ນໍ້າ ຊຶ່ງມີທີ່ກຳເນີດແຕ່ພູເຂົາ ໄຫຼໄປທາງຕໍ່າຮອດ ເຖິງໄລຍະໄກ ມີກະແສພັດແຮງເຫຼືອ. ຖ້າຫາກຫຍ້າກາສະກໍຕາມ ຫຍ້າກຸສະກໍຕາມ ຫຍ້າປັບພະຊະກໍຕາມ ຫຍ້າວິຣະນະກໍຕາມ ຫຼືຕົ້ນໄມ້ກໍຕາມ ເກີດຢູ່ທີ່ຝັ່ງທັງສອງຂອງແມ່ນໍ້ານັ້ນນັ້ນ, ຫຍ້າຫຼືຕົ້ນໄມ້ເຫຼົ່ານັ້ນ ກໍຍ່ອມຈະຢ່ອນຍອຍລົງ ປົກຝັ່ງທັງສອງຂອງແມ່ນໍ້ານັ້ນ. ບຸຣຸສຜູ້ໜຶ່ງ ຖືກກະແສແຫ່ງແມ່ນໍ້ານັ້ນພັດມາ ຖ້າຈະຈັບຫຍ້າກາສະກໍຕາມ ຫຍ້າກຸສະກໍຕາມ ຫຍ້າປັບພະຊະກໍຕາມ ຫຍ້າວີຣະນະກໍຕາມ ຫຼືຕົ້ນໄມ້ກໍຕາມ ສິ່ງເຫຼົ່ານັ້ນກໍຈະຍ່ອມຂາດຫຼຸດໄປ (ເພາະກະແສພັດແຮງເຫຼືອຂອງແມ່ນໍ້າ). ບຸຣຸສຜູ້ນັ້ນ ຍ່ອມເຖິງການວິນາດ ເພາະການເຮັດດັ່ງນັ້ນ, ອຸປະມານີ້ເຊັ່ນໃດ;
ພິກຂຸ ທ. ! ອຸປະໄມກໍເຊັ່ນນັ້ນ ຄືປຸຖຸຊົນ ຜູ້ບໍ່ໄດ້ຍິນໄດ້ຟັງ ບໍ່ໄດ້ເຫັນເຫຼົ່າ ພຣະອະຣິຍະເຈົ້າ ບໍ່ສະຫຼາດໃນທັມຂອງພຣະອະຣິຍະເຈົ້າ ບໍ່ຖືກແນະນໍາໃນທັມຂອງພຣະອະຣິຍະເຈົ້າ, ບໍ່ໄດ້ເຫັນເຫຼົ່າສັຕບຸຣຸສ ບໍ່ສະຫຼາດໃນທັມຂອງສັຕບຸຣຸສ ບໍ່ຖືກແນະນໍາໃນທັມຂອງສັຕບຸຣຸສ ຍ່ອມຕາມເຫັນພ້ອມ (ຄືເຫັນດິ່ງຢູ່ເປັນປະຈຳ) ຊຶ່ງຮູບ ໂດຍຄວາມເປັນຕົນ ຫຼືຕາມເຫັນພ້ອມ ຊຶ່ງຕົນວ່າມີຮູບ ຫຼືຕາມເຫັນພ້ອມ ຊຶ່ງຮູບ ວ່າມີຢູ່ໃນຕົນ ຫຼືຕາມເຫັນພ້ອມ ຊຶ່ງຕົນວ່າມີຢູ່ໃນຮູບ, ຮູບນັ້ນຍ່ອມແຕກສະຫຼາຍແກ່ເຂົາ ເຂົາຍ່ອມເຖິງການວິນາດ ເພາະຂໍ້ນັ້ນເປັນເຫຕແດ່;
ປຸຖຸຊົນນັ້ນ ຍ່ອມຕາມເຫັນພ້ອມ ຊຶ່ງເວທະນາ ໂດຍຄວາມເປັນຕົນ ຫຼື ຕາມເຫັນພ້ອມ ຊຶ່ງຕົນວ່າມີເວທະນາ ຫຼືຕາມເຫັນພ້ອມ ຊຶ່ງເວທະນາວ່າມີຢູ່ໃນຕົນ ຫຼືຕາມເຫັນພ້ອມ ຊຶ່ງຕົນວ່າມີຢູ່ໃນເວທະນາ, ເວທະນານັ້ນ ຍ່ອມແຕກສະຫຼາຍແກ່ເຂົາ ເຂົາຍ່ອມເຖິງການວິນາດ ເພາະຂໍ້ນັ້ນເປັນເຫຕແດ່;
ປຸຖຸຊົນນັ້ນ ຍ່ອມຕາມເຫັນພ້ອມ ຊຶ່ງສັນຍາ ໂດຍຄວາມເປັນຕົນ ຫຼື ຕາມເຫັນພ້ອມ ຊຶ່ງຕົນວ່າມີສັນຍາ ຫຼືຕາມເຫັນພ້ອມ ຊຶ່ງສັນຍາວ່າມີຢູ່ໃນຕົນ ຫຼືຕາມເຫັນພ້ອມ ຊຶ່ງຕົນວ່າມີຢູ່ໃນສັນຍາ, ສັນຍານັ້ນ ຍ່ອມແຕກສະຫຼາຍແກ່ເຂົາ, ເຂົາຍ່ອມເຖິງການວິນາດ ເພາະຂໍ້ນັ້ນເປັນເຫຕແດ່;
ປຸຖຸຊົນນັ້ນ ຍ່ອມຕາມເຫັນພ້ອມ ຊຶ່ງສັງຂາຣທັງຫຼາຍ ໂດຍຄວາມເປັນຕົນຫຼືຕາມເຫັນພ້ອມ ຊຶ່ງຕົນວ່າມີສັງຂາຣ ຫຼືຕາມເຫັນພ້ອມ ຊຶ່ງສັງຂາຣທັງຫຼາຍວ່າມີຢູ່ໃນຕົນ ຫຼືຕາມເຫັນພ້ອມ ຊຶ່ງຕົນວ່າມີຢູ່ໃນສັງຂາຣທັງຫຼາຍ, ສັງຂາຣທັງຫຼາຍເຫຼົ່ານັ້ນ ຍ່ອມແຕກສະຫຼາຍແກ່ເຂົາ ເຂົາຍ່ອມເຖິງການວິນາດ ເພາະຂໍ້ນັ້ນເປັນເຫຕແດ່;
ປຸຖຸຊົນນັ້ນ ຍ່ອມຕາມເຫັນພ້ອມ ຊຶ່ງວິນຍານ ໂດຍຄວາມເປັນຕົນ ຫຼືຕາມເຫັນພ້ອມ ຊຶ່ງຕົນວ່າມີວິນຍານ ຫຼືຕາມເຫັນພ້ອມ ຊຶ່ງວິນຍານວ່າມີຢູ່ໃນຕົນ ຫຼືຕາມເຫັນພ້ອມ ຊຶ່ງຕົນວ່າມີຢູ່ໃນວິນຍານ, ວິນຍານນັ້ນ ຍ່ອມແຕກສະຫຼາຍແກ່ເຂົາ ເຂົາຍ່ອມເຖິງການວິນາດ ເພາະຂໍ້ນັ້ນເປັນເຫຕ ແລ.
- ຂັນທະ. ສັງ. ໑໗/໑໖໘/໒໓໗.