ເຫດໃຫ້ບໍ່ປະຣິນິພພານໃນປັຈຈຸບັນ

ທໍາໃນທ່າມກາງ

0:00/0:00
“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ອັນໃດໜໍເປັນເຫຕ ອັນໃດເປັນປັຈຈັຍ ທີ່ເຮັດໃຫ້ສັຕບາງພວກໃນໂລກນີ້ ບໍ່ປະຣິນິພພານໃນທິຕຖະທັມ ?”

ທ່ານຜູ້ເປັນຈອມເທບ ! ຮູບ ທັງຫຼາຍທີ່ຈະຍ່ອມຮູ້ໄດ້ດ້ວຍຈັກຂຸມີຢູ່, ເປັນຮູບທີ່ໜ້າປາຖະໜາ ໜ້າໃຄ່ ໜ້າພໍໃຈ ມີລັກສະນະໜ້າຮັກ ເປັນທີ່ເຂົ້າໄປອາໄສແຫ່ງຄວາມໃຄ່ ເປັນທີ່ຕັ້ງແຫ່ງຄວາມກໍາໜັດ. ຖ້າວ່າພິກຂຸ ຍ່ອມເພີດເພີນ ພໍ່າສັນເສີນ ເມົາໝົກຢູ່ຊຶ່ງຮູບນັ້ນແລ້ວນັ້ນ; ເມື່ອພິກຂຸນັ້ນ ເພີດເພີນ ພໍ່າສັນເສີນ ເມົາໝົກຢູ່ກັບຮູບນັ້ນ, ວິນຍານນັ້ນເປັນວິນຍານອັນຕັນຫາ ໃນອາຣົມຄືຮູບອາໄສແລ້ວ ວິນຍານນັ້ນຄືອຸປາທານ.໑ ທ່ານຜູ້ເປັນຈອມເທບ ! ພິກຂຸ ຜູ້ມີອຸປາທານ ຍ່ອມບໍ່ປະຣິນິພພານ.

(ໃນກໍລະນີ ແຫ່ງສຽງທີ່ຈະຍ່ອມຮູ້ສຶກດ້ວຍໂສຕະ ກິ່ນທີ່ຈະຍ່ອມຮູ້ສຶກດ້ວຍຄານະ ຣົສທີ່ຈະຍ່ອມຮູ້ສຶກດ້ວຍຊິວຫາ ສັມຜັສທາງຜິວໜັງທີ່ຈະຍ່ອມຮູ້ສຶກດ້ວຍກາຍະ (ຜິວກາຍທົ່ວໄປ) ແລະທັມມາຣົມ ທີ່ຈະຍ່ອມຮູ້ສຶກດ້ວຍມະນະ ກໍໄດ້ຕຣັດໄວ້ດ້ວຍຂໍ້ຄວາມເຊັ່ນດຽວກັນກັບ ໃນກໍລະນີແຫ່ງຮູບ ທີ່ຈະຍ່ອມຮູ້ໄດ້ດ້ວຍຈັກຂຸຂ້າງເທິງນັ້ນ).

ທ່ານຜູ້ເປັນຈອມເທບ ! ນີ້ແລ ເປັນເຫຕ ນີ້ເປັນປັຈຈັຍ ທີ່ເຮັດໃຫ້ສັຕບາງພວກ ໃນໂລກນີ້ ບໍ່ປະຣິນິພພານໃນທິຕຖະທັມ.

- ສລາ. ສັງ. ໑໘/໑໒໘/໑໗໘.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ