ພຣະສຸຄົດ ແລະ ວິໄນຂອງພຣະສຸຄົດ

ພຣະຣັດຕະນະໄຕຣ

0:00/0:00
ພິຂຸທັງຫຼາຍ! ພຣະສຸຄົດ ຫຼື ວິໄນຂອງພຣະສຸຄົດຍັງດຳລົງຢູ່ໃນໂລກ ເພິ່ງເປັນໄປເພື່ອເກື້ອກູນແກ່ຊົນເປັນອັນຫຼາຍ ເພື່ອສຸກແກ່ຊົນເປັນອັນຫຼາຍ ເພື່ອອະນຸເຄາະໂລກ ເພື່ອປະໂຫຍດ ເພື່ອເກື້ອກູນເພື່ອຄວາມສຸກແກ່ເທວະດາ ແລະ ມະນຸດທັງຫຼາຍ

ພິກຂຸທັງຫຼາຍ! ກໍພຣະສຸຂົດເປັນແບບໃດ?
ຕະຖາຄົດອຸບັດຂຶ້ນໃນໂລກນີ້ເປັນພຣະອາລະຫັນຕັດສະຮູ້ເອງໂດຍດ້ວຍດີ ເຖິງພ້ອມດ້ວຍວິຊາ ແລະ ຈາລະນະ ສຳເລັດໄປແລ້ວດ້ວຍດີ ສົ່ງຮູ້ແຈ້ງໂລກເປັນສາລະຖີຝຶກບູລຸດທີ່ຄວນຝຶກບໍ່ມີຜູ້ອື່ນຍິງກວ່າ ເປັນສາດສະດາຂອງເທວະດາແລະມະນຸດທັງຫຼາຍ เป็นຜູ້ຕື່ນແລ້ວเປັນຜູ້ຈຳແນກທຳ

ພິກຂຸທັງຫຼາຍ! ນີ້ຄືພຣະສຸຄົດ

ພິກຂຸທັງຫຼາຍ! ວິໄນຂອງພະສຸຄົດເປັນແບບໃດ?
ພະສຸຄົນນັ້ນຍ່ອມສະແດງທຳອັນງາມໃນເບື້ອງຕົ້ນງາມໃນທາມກາງງາມໃນທີ່ສຸດ ປະກາດພົມມະຈັນພ້ອມທັງອັດຖະ ພ້ອມທັງພະຍັນຊະນະບໍລິສຸດບໍລິບູນສິ້ນເຊີງ

ພິກຂຸທັງຫຼາຍ! ນີ້ຄືວິໄນຂອງພະສຸຄົດ

ພິກຂຸທັງຫຼາຍ! ພຣະສຸຄົດ ຫຼື ວິໄນຂອງພຣະສຸຄົດ ຍັງດຳລົງຢູ່ໃນໂລກພື່ງເປັນໄປເພື່ອເກື້ອກູນແກ່ຊົນເປັນອັນຫຼາຍ ເພື່ອຄວາມສຸກແກ່ຊົນເປັນອັນຫຼາຍ ເພື່ອອານຸເຄາະໂລກ ເພື່ອປະໂຫຍດ ເພື່ອເກື້ອກູນ ເພື່ອຄວາມສຸກແກ່ເທວະດາແລະມະນຸດທັງຫຼາຍ.

ສະບັບຫລວງ 21/144/160
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ