ຫຼັກການດຳຣົງຊີບ ເພື່ອປະໂຍດສຸກໃນວັນນີ້

ຄາຣະວາດຊັ້ນເລີດ

0:00/0:00
“ຂ້າແຕ່ພຣະອົງຄ໌ຜູູ້ຈະເຣີນ ! ພວກຂ້ານ້ອຍເປັນຄະຣືຫັດ ບໍຣິໂພກກາມ ແອອັດຢູ່ດ້ວຍບຸຕ ຄອງເຮືອນ ໃຊ້ສອຍຈັນຫອມ ຈາກແຄວ້ນກາສີ ທັດຊົງພວງດອກໄມ້ຂອງຫອມເຄື່ອງລູບທາ ຍິນດີໃນຄໍາແລະເງີນຢູ່. ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ຂໍພຣະຜູ້ມີພຣະພາຄຈົ່ງຊົງ ສະແດງທັມທີ່ເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂ ທັງໃນທິຕຖະທັມ (ໃນປັດຈຸບັນ) ແລະໃນສັມປະຣາຍະ (ໃນເວລາຖັດຕໍ່ໄປ) ແກ່ພວກຂ້ານ້ອຍຜູ້ຢູ່ໃນສະຖານະເຊັ່ນນີ້ເທີ້ນ ຂ້ານ້ອຍ !”.

ພະຍັກຄະປັດຊະ ! ທັມ ໔ ປະການເຫຼົ່ານີ້ ເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂ ແກ່ກຸນລະບຸຕ ໃນທິຕຖະທັມ (ໃນປັດຈຸບັນ). ໔ ປະການແນວໃດໜໍ ?
໔ ປະການຄື:
ອຸຕຖານະສັມປະທາ (ຄວາມຂະຫຍັນໃນອາຊີບ)
ອາຣັກຂະສັມປະທາ (ການຮັກສາຊັບ)
ກັລຍານະມິຕຕະຕາ (ຄວາມມີມິຕດີ)
ສະມະຊີວິຕາ (ການລ້ຽງຊີວິຕຢ່າງພໍພຽງແກ່ຖານະ).

ຄວາມຂະຫຍັນໃນອາຊິີບ

ພະຍັກຄະປັດຊະ ! ອຸຕຖານະສັມປະທາ ເປັນແນວໃດໜໍ ?

ພະຍັກຄະປັດຊະ ! ກຸນລະບຸຕໃນກໍລະນີນີ້ ສຳເລັດການເປັນຢູ່ດ້ວຍການລຸກຂຶ້ນທຳການງານ ຄືດ້ວຍກະສິກັມ ຫຼື ວານິຊຊະກັມ ໂຄຣັກຂະກັມ ອາຊີບຜູ້ຖືອາວຸດ ອາຊີບຣາຊະບຸຣຸສ ຫຼືດ້ວຍສິລະປະຢ່າງໃດຢ່າງໜຶ່ງ. ໃນອາຊີບນັ້ນໆ ເຂົາເປັນຜູ້ຊ່ຽວຊານ ບໍ່ກຽດຄ້ານ ປະກອບດ້ວຍການສອດສ່ອງໃນອຸບາຍນັ້ນໆ ສາມາດກະທຳ ສາມາດຈັດໃຫ້ກະທຳ.
ພະຍັກຄະປັດຊະ ! ນີ້ຮຽກວ່າ ອຸຕຖານະສັມປະທາ (ຄວາມຂະຫຍັນໃນອາຊີບ).


ການຮັກສາຊັບ

ພະຍັກຄະປັດຊະ ! ອາຣັກຂະສັມປະທາ ເປັນແນວໃດໜໍ ?

ພະຍັກຄະປັດຊະ ! ກຸນລະບຸຕໃນກໍລະນີນີ້, ໂພຄະອັນກຸນລະບຸຕຫາໄດ້ມາດ້ວຍຄວາມພຽນ ເປັນເຄື່ອງລຸກຂຶ້ນ ລວບລວມມາດ້ວຍກຳລັງແຂນ ມີຕົວປຽກຊຸ່ມດ້ວຍເຫື່ອ ເປັນໂພຄະຊັບປະກອບດ້ວຍທັມ ໄດ້ມາໂດຍທັມ, ເຂົາຮັກສາຄຸ້ມຄອງຢ່າງເຕັມທີ່ດ້ວຍຫວັງວ່າ “ຢ່າງໃດເສຍພຣະຣາຊາຈະບໍ່ຢຶດຊັບຂອງເຂົາໄປ ໂຈຣຈະບໍ່ປຸ້ນເອົາໄປ ໄຟຈະບໍ່ໄໝ້ ນ້ຳຈະບໍ່ໄຫຼພັດໄປ ທາຍາດອັນບໍ່ຮັກໃຄ່ຕໍ່ເຮົາ ຈະບໍ່ຍາດແຍ່ງເອົາໄປ” ດັ່ງນີ້.

ພະຍັກຄະປັດຊະ ! ນີ້ຮຽກວ່າ ອາຣັກຂະສັມປະທາ (ການຮັກສາຊັບ).

ຄວາມມີມິຕດີ
ພະຍັກຄະປັດຊະ ! ກັລຍານະມິຕຕະຕາ ເປັນແນວໃດໜໍ ?
ພະຍັກຄະປັດຊະ ! ກຸນລະບຸຕໃນກໍລະນີນີ້ ຢູ່ອາໄສໃນບ້ານຫຼືນິຄົມໃດ, ຖ້າມີບຸກຄົນໃດໆ ໃນບ້ານຫຼືນິຄົມນັ້ນເປັນຄະຫະບໍດີຫຼືບຸຕຄະຫະບໍດີກໍດີ ເປັນຄົນໜຸ່ມທີ່ຈະເຣີນດ້ວຍສີລກໍດີ ຫຼືເປັນຄົນແກ່ທີ່ຈະເຣີນດ້ວຍສີລກໍດີ ລ້ວນແຕ່ເຖິງພ້ອມດ້ວຍສັດທາ ເຖິງພ້ອມດ້ວຍສີລ ເຖິງພ້ອມດ້ວຍຈາຄະ ເຖິງພ້ອມດ້ວຍປັນຍາຢູ່ແລ້ວນັ້ນ, ກຸນລະບຸຕນັ້ນກໍດຳຣົງຕົນຮ່ວມ ເວົ້າຈາຮ່ວມ ສາກັດສາ (ສົນທະນາ) ຮ່ວມກັບຊົນເຫຼົ່ານັ້ນ.
ເຂົາຕິດຕາມສຶກສາຄວາມເຖິງພ້ອມດ້ວຍສັດທາ ໂດຍອະນຸຮູບແກ່ບຸກຄົນຜູ້ເຖິງພ້ອມດ້ວຍສັດທາ
ເຂົາຕິດຕາມສຶກສາຄວາມເຖິງພ້ອມດ້ວຍສີລ ໂດຍອະນຸຮູບແກ່ບຸກຄົນຜູ້ເຖິງພ້ອມດ້ວຍສີລ
ເຂົາຕິດຕາມສຶກສາຄວາມເຖິງພ້ອມດ້ວຍຈາຄະ ໂດຍອະນຸຮູບແກ່ບຸກຄົນຜູ້ເຖິງພ້ອມດ້ວຍຈາຄະ
ເຂົາຕິດຕາມສຶກສາຄວາມເຖິງພ້ອມດ້ວຍປັນຍາ ໂດຍອະນຸຮູບແກ່ບຸກຄົນຜູ້ເຖິງພ້ອມດ້ວຍປັນຍາຢູ່ທີ່ນັ້ນໆ.
ພະຍັກຄະປັດຊະ ! ນີ້ຮຽກວ່າ ກັລຍານະມິຕຕະຕາ.

ການລ້ຽງຊີວິຕຢ່າງສົມດຸນພໍພຽງແກ່ຖານະ

ພະຍັກຄະປັດຊະ ! ສະມະຊີວິຕາ ເປັນແນວໃດໜໍ ?
ພະຍັກຄະປັດຊະ ! ກຸນລະບຸຕໃນກໍລະນີນີ້ ຮູ້ຈັກຄວາມໄດ້ມາແຫ່ງໂພຄະຊັບ ຮູ້ຈັກຄວາມສິ້ນໄປແຫ່ງໂພຄະຊັບແລ້ວ ດຳຣົງຊີວິຕຢູ່ຢ່າງສະໝ່ຳສະເໝີ ບໍ່ຟຸມເຟືອຍຫຼາຍ ບໍ່ຝືດເຄືອງຫຼາຍ ໂດຍມີຫຼັກວ່າ “ລາຍໄດ້ຂອງເຮົາຈັກຖ້ວມລາຍຈ່າຍ ແລະລາຍຈ່າຍຂອງເຮົາຈັກບໍ່ຖ້ວມລາຍຮັບ ດ້ວຍອາການຢ່າງນີ້” ດັ່ງນີ້.
ພະຍັກຄະປັດຊະ ! ປຽບເໝືອນຄົນຖືຕາຊັ່ງຫຼືລູກນ້ອງຂອງເຂົາ ຍົກຕາຊັ່ງຂຶ້ນແລ້ວ ກໍຮູ້ວ່າ “ຍັງຂາດຢູ່ເທົ່ານີ້ຫຼືເກີນໄປແລ້ວເທົ່ານີ້” ດັ່ງນີ້ ເຊັ່ນໃດ; ກຸນລະບຸຕນີ້ ກໍເຊັ່ນນັ້ນ: ເຂົາຮູ້ຈັກຄວາມໄດ້ມາແຫ່ງໂພຄະຊັບ ຮູ້ຈັກຄວາມສິ້ນໄປແຫ່ງໂພຄະຊັບ ແລ້ວດຳຣົງຊີວິຕຢູ່ຢ່າງສະໝ່ຳສະເໝີ ບໍ່ຟຸມເຟືອຍຫຼາຍ ບໍ່ຝືດເຄືອງຫຼາຍ ໂດຍມີຫຼັກວ່າ “ລາຍໄດ້ຂອງເຮົາຈັກຖ້ວມລາຍຈ່າຍ ແລະລາຍຈ່າຍຂອງເຮົາຈັກບໍ່ຖ້ວມລາຍຮັບ ດ້ວຍອາການຢ່າງນີ້” ດັ່ງນີ້.
ພະຍັກຄະປັດຊະ ! ຖ້າກຸນລະບຸຕນີ້ ເປັນຜູ້ມີລາຍໄດ້ໜ້ອຍ ແຕ່ສຳເລັດການເປັນຢູ່ຢ່າງຟຸມເຟືອຍແລ້ວ ກໍຈະມີຜູ້

ກ່າວວ່າ ກຸນລະບຸຕນີ້ໃຊ້ຈ່າຍໂພຄະຊັບ (ຢ່າງປະໆຖິ້ມໆ) ເໝືອນຄົນກິນໝາກເດື່ອ ເຊັ່ນໃດກໍເຊັ່ນນັ້ນ.

ພະຍັກຄະປັດຊະ ! ແຕ່ຖ້າກຸນລະບຸຕນີ້ ເປັນຜູ້ມີລາຍໄດ້ມະຫາສານ ແຕ່ສຳເລັດການເປັນຢູ່ຢ່າງຄັບແຄ້ນແລ້ວນັ້ນ ກໍຈະມີຜູ້ກ່າວວ່າ ກຸນລະບຸຕນີ້ຈັກຕາຍອົດຕາຍຢາກຢ່າງຄົນອະນາຖາ.

ພະຍັກຄະປັດຊະ ! ເມື່ອໃດ ກຸນລະບຸຕນີ້ ຮູ້ຈັກຄວາມໄດ້ມາແຫ່ງໂພຄະຊັບ ຮູ້ຈັກຄວາມສິ້ນໄປແຫ່ງໂພຄະຊັບ ແລ້ວດຳຣົງຊີວິຕຢູ່ຢ່າງສະໝ່ຳສະເໝີ ບໍ່ຟຸມເຟືອຍຫຼາຍ ບໍ່ຝືດເຄືອງຫຼາຍ ໂດຍມີຫຼັກວ່າ “ລາຍໄດ້ຂອງເຮົາຈັກຖ້ວມລາຍຈ່າຍ ແລະລາຍຈ່າຍຂອງເຮົາຈັກບໍ່ຖ້ວມລາຍຮັບ ດ້ວຍອາການຢ່າງນີ້” ດັ່ງນີ້.

ພະຍັກຄະປັດຊະ ! ນີ້ຮຽກວ່າສະມະຊີວິຕາ (ການລ້ຽງຊີວິຕຢ່າງສົມດຸນພໍພຽງແກ່ຖານະ).
- ບາລີ ອັຕຖກ. ອັງ. ໒໓/໒໘໙/໑໔໔.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ