ທີ່ສຸດຂອງພຣົມມະຈັນຄືນິບພານ
ສັດ
“ຂ້າແຕ່ພຣະອົງຜູ້ຈະເຣີນ ! ທີ່ເອີ້ນວ່າ ‘ມາຣ ມາຣ’ ດັ່ງນີ້, ດ້ວຍເຫດພຽງເທົ່າໃດໜໍ ຈຶ່ງຖືກເອີ້ນວ່າ ມາຣ ຂ້ານ້ອຍ ?”
ຣາທະ ! ເມື່ອຮູບ ເວທະນາ ສັນຍາ ສັງຂາຣ ແລະວິນຍານມີຢູ່ ຈະຕ້ອງມີມາຣ, ມີຜູ້ໃຫ້ຕາຍ ຫຼືວ່າ ຜູ້ຕາຍ.
ຣາທະ ! ເພາະສະນັ້ນ ໃນເລື່ອງນີ້ ເຈົ້າຈົ່ງເຫັນຮູບ ເວທະນາ ສັນຍາ ສັງຂາຣ ແລະວິນຍານວ່າ ‘ເປັນມາຣ’ ເຫັນວ່າເປັນ ‘ຜູ້ໃຫ້ຕາຍ’ ເຫັນວ່າ ‘ຜູ້ຕາຍ’ ເຫັນວ່າ ‘ເປັນໂຣຄາ’ ເຫັນວ່າ ‘ເປັນຫົວຝີ’ ເຫັນວ່າ ‘ເປັນລູກສອນ’ ເຫັນວ່າ ‘ເປັນທຸກ’ ເຫັນວ່າ ‘ເປັນທຸກທີ່ເກີດແລ້ວ’ ດັ່ງນີ້. ພວກໃດ ຍ່ອມເຫັນຮູບ ເວທະນາ ສັນຍາ ສັງຂາຣ ແລະວິນຍານ ນັ້ນດ້ວຍອາການດັ່ງນີ້, ພວກນັ້ນ ຊື່ວ່າ ຍ່ອມເຫັນໂດຍຖືກຕ້ອງ ແລ.
“ຂ້າແຕ່ພຣະອົງຜູ້ຈະເຣີນ ! ສັມມາທັສສະນະ (ການເຫັນໂດຍຊອບ) ມີອັນໃດເປັນປະໂຫຍດ ທີ່ມຸ່ງໝາຍໜໍ ຂ້ານ້ອຍ ?”
ຣາທະ ! ສັມມາທັສສະນະ ມີນິພພິທາ (ຄວາມເບື່ອໜ່າຍ) ເປັນປະໂຫຍດ ທີ່ມຸ່ງໝາຍ.
“ຂ້າແຕ່ພຣະອົງຜູ້ຈະເຣີນ ! ກໍນິພພິທາ (ຄວາມເບື່ອໜ່າຍ) ມີອັນໃດເປັນປະໂຫຍດ ທີ່ມຸ່ງໝາຍໜໍ ຂ້ານ້ອຍ ?”
ຣາທະ ! ນິພພິທາແລ ມີວິຣາຄະ (ຄວາມຈາງຄາຍໄປ) ເປັນປະໂຫຍດ ທີ່ມຸ່ງໝາຍ.
“ຂ້າແຕ່ພຣະອົງຜູ້ຈະເຣີນ ! ກໍວິຣາຄະ ມີອັນໃດເປັນປະໂຫຍດ ທີ່ມຸ່ງໝາຍໜໍ ຂ້ານ້ອຍ ?”
ຣາທະ ! ວິຣາຄະແລ ມີວິມຸຕຕິ (ຄວາມຫຼຸດພົ້ນ) ເປັນປະໂຫຍດ ທີ່ມຸ່ງໝາຍ.
“ຂ້າແຕ່ພຣະອົງຜູ້ຈະເຣີນ ! ກໍວິມຸຕຕິ ມີອັນໃດເປັນປະໂຫຍດ ທີ່ມຸ່ງໝາຍໜໍ ຂ້ານ້ອຍ ?”
ຣາທະ ! ວິມຸຕຕິແລ ມີນິບພານ ເປັນປະໂຫຍດ ທີ່ມຸ່ງໝາຍ.
“ຂ້າແຕ່ພຣະອົງຜູ້ຈະເຣີນ ! ກໍນິບພານ ມີອັນໃດເປັນປະໂຫຍດ ທີ່ມຸ່ງໝາຍໜໍ ຂ້ານ້ອຍ ?”
ຣາທະ ! ເຈົ້າໄດ້ຖາມເກີນເລີຍປັນຫາເສຍແລ້ວ, ເຈົ້າບໍ່ອາດຈະຈັບສວຍເອົາທີ່ສຸດຂອງປັນຫາໄດ້.
ຣາທະ ! ດ້ວຍວ່າພຣົມມະຈັນ ທີ່ປະພຶດກັນຢູ່ນີ້ແລ ຍ່ອມຢັ່ງລົງສູ່ນິບພານ ມີນິບພານເປັນທີ່ສຸດຈົບ.
- ຂັນທະ. ສັງ. ໑໗/໒໓໑/໓໖໖.