ເຫດໃຫ້ເກີດອັນຕະຄາຫິກະທິດຖິສິບ

ອະກຸສົນ

0:00/0:00
“ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ອັນໃດໜໍເປັນເຫຕ ເປັນປັຈຈັຍ ທີ່ເຮັດໃຫ້ເກີດທິຕຖິ ມີຢ່າງເປັນອະເນກ ເຫຼົ່ານີ້ຂຶ້ນມາໃນໂລກວ່າ ‘ໂລກທ່ຽງ’ ແດ່ ວ່າ ‘ໂລກບໍ່ທ່ຽງ’ ແດ່ ວ່າ ‘ໂລກມີທີ່ສຸດ’ ແດ່ ວ່າ ‘ໂລກບໍ່ມີທີ່ສຸດ’ ແດ່ ວ່າ ‘ຊີວະກໍອັນນັ້ນສຣີຣະກໍອັນນັ້ນ’ ແດ່ ວ່າ ‘ຊີວະກໍອັນອື່ນສຣີຣະກໍອັນອື່ນ’ ແດ່ ວ່າ ‘ຕະຖາຄົຕພາຍຫຼັງແຕ່ຕາຍແລ້ວຍ່ອມມີອີກ’ ແດ່ ວ່າ ‘ຕະຖາຄົຕພາຍຫຼັງແຕ່ຕາຍແລ້ວຍ່ອມບໍ່ມີອີກ’ ແດ່ ວ່າ ‘ຕະຖາຄົຕພາຍຫຼັງແຕ່ຕາຍແລ້ວ ຍ່ອມມີອີກກໍມີບໍ່ມີອີກກໍມີ’ ແດ່ ວ່າ ‘ຕະຖາຄົຕພາຍຫຼັງແຕ່ຕາຍແລ້ວ ຍ່ອມມີອີກກໍຫາກບໍ່ຖືກບໍ່ມີອີກກໍຫາກບໍ່ແມ່ນ’ ແດ່ ?”

ວັຈສະ ! ເພາະຄວາມບໍ່ຮູ້ໃນຮູບ ໃນເຫຕໃຫ້ເກີດຂຶ້ນແຫ່ງຮູບ ໃນຄວາມດັບບໍ່ເຫຼືອແຫ່ງຮູບ ໃນຫົນທາງເຄື່ອງໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງຮູບ ທິຕຖິມີຢ່າງເປັນອະເນກເຫຼົ່ານີ້ ຈຶ່ງເກີດຂຶ້ນມາໃນໂລກວ່າ “ໂລກທ່ຽງ” ແດ່ ວ່າ “ໂລກບໍ່ທ່ຽງ” ແດ່....ຯລຯ....ວ່າ “ຕະຖາຄົຕພາຍຫຼັງແຕ່ຕາຍແລ້ວ ຍ່ອມມີອີກກໍຫາກບໍ່ຖືກບໍ່ມີອີກກໍຫາກບໍ່ແມ່ນ” ແດ່.

(ໃນກໍລະນີແຫ່ງ ຄວາມບໍ່ຮູ້ໃນເວທະນາ ໃນສັນຍາ ໃນສັງຂາຣ ແລະໃນວິນຍານ ແລ້ວຈຶ່ງເກີດທິຕຖິຕ່າງໆເຫຼົ່ານີ້ ກໍໄດ້ຕຣັດໄວ້ ໂດຍລັກສະນະດຽວກັນກັບ ໃນກໍລະນີແຫ່ງຄວາມບໍ່ຮູ້ໃນຮູບ.

ສໍາລັບຄໍາວ່າ “ເພາະຄວາມບໍ່ຮູ້” ໃນສູຕຂ້າງເທິງນີ້ ໃນສູຕອື່ນໆ ໄດ້ຕຣັດໄວ້ດ້ວຍຄໍາວ່າເພາະບໍ່ເຫັນ, ເພາະບໍ່ເຖິງພ້ອມສະເພາະ, ເພາະບໍ່ຮູ້ໂດຍລໍາດັບ, ເພາະບໍ່ແທງຕະຫຼອດ, ເພາະບໍ່ກໍານົດທົ່ວເຖິງ, ເພາະບໍ່ເຂົ້າໄປກໍານົດ, ເພາະຄວາມບໍ່ເພັ່ງພິນິດຢ່າງສະໝໍ່າສະເໝີ, ເພາະຄວາມບໍ່ພິຈາຣະນາໂດຍເຈາະຈົງ, ເພາະຄວາມບໍ່ເຂົ້າໄປກໍານົດໂດຍສະເພາະ ແລະເພາະບໍ່ເຮັດໃຫ້ແຈ່ມແຈ້ງ, ອີກເຖິງ ໑໐ ຄໍາ ຊຶ່ງກໍມີໃຈຄວາມເຊັ່ນດຽວກັນ).

- ຂັນທະ. ສັງ. ໑໗/໓໑໙-໓໒໖/໕໕໔-໕໘໔.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ