ການກັກຂັງທີ່ໂຫດຮ້າຍເຈັບປວດ

ພົບພູມ

0:00/0:00
ພິກຂຸທັງຫຼາຍ ! ຄວາມບໍ່ມີສັດທາ ບໍ່ມີຫິຣິ ບໍ່ມີໂອຕຕັບປະ ບໍ່ມີວິຣິຢະ ບໍ່ມີປັນຍາໃນກຸສົລທັມ ມີຢູ່ແກ່ຜູ້ໃດ ; ເຮົາກ່າວບຸກຄົນຜູ້ນັ້ນ ວ່າເປັນ ຄົນຈົນ ເຂັນໃຈໄຮ້ຊັບສົມບັດ ໃນອະຣິຍະວິນັຍ.

ພິກຂຸທັງຫຼາຍ ! ຄົນຈົນຊະນິດນັ້ນ ເມື່ອບໍ່ມີສັດທາ ບໍ່ມີຫິຣິ ບໍ່ມີໂອຕຕັບປະ ບໍ່ມີວິຣິຢະ ບໍ່ມີປັນຍາໃນກຸສົລທັມ ເຂົາຍ່ອມປະພຶດກາຢະທຸຈະຣິຕ ວະຈີທຸຈະຣິຕ ມະໂນທຸຈະຣິຕ ເຮົາກ່າວການປະພຶດທຸຈະຣິຕ ຂອງເຂົານີ້ ວ່າເປັນການກູ້ໜີ້.

ເພື່ອຈະປົກປິດກາຢະທຸຈະຣິຕ ວະຈີທຸຈະຣິຕ ມະໂນທຸຈະຣິຕຂອງເຂົາ ເຂົາຕັ້ງຄວາມປາຖະໜາອັນຊົ່ວຮ້າຍ ປາຖະໜາ ບໍ່ໃຫ້ໃຜຮູ້ຈັກເຂົາ ດໍາຣິບໍ່ໃຫ້ໃຜຮູ້ຈັກເຂົາ ເວົ້າຈາເພື່ອບໍ່ໃຫ້ໃຜຮູ້ຈັກເຂົາ ຂົນຂວາຍທຸກເຍື່ອງເພື່ອບໍ່ໃຫ້ໃຜຮູ້ຈັກເຂົາ, ເຮົາກ່າວ ການປົກປິດຄວາມທຸຈະຣິຕເຊັ່ນນີ້ ຂອງເຂົານີ້ ວ່າເປັນ ດອກເບ້ຍທີ່ເຂົາຕ້ອງໃຊ້.


ເພື່ອນສະພຣົມມະຈາຣີ ຜູ້ມີສີລເປັນທີ່ຮັກ ພາກັນຈົ່ມໃຫ້ເຂົາ ດັ່ງນີ້ວ່າ “ທ່ານຜູ້ມີອາຍຸນີ້ ເຮັດອັນໃດໆ (ທຸຈະຣິຕ) ເຊັ່ນນີ້ ມີປົກກະຕິປະພຶດເຮັດອັນໃດໆ (ທຸຈະຣິຕ) ເຊັ່ນນີ້”, ເຮົາກ່າວ ການຖືກຈົ່ມໃຫ້ດັ່ງນີ້ ວ່າເປັນການຖືກທວງໜີ້.

ເຂົາຈະໄປຢູ່ປ່າກໍຕາມ ຢູ່ເຫງົ້າໄມ້ກໍຕາມ ຢູ່ເຮືອນວ່າງກໍຕາມ ອະກຸສົລວິຕົກ ອັນເປັນບາບ ປະກອບຢູ່ດ້ວຍຄວາມຮ້ອນໃຈ ຍ່ອມເກີດຂຶ້ນປຸ້ມລຸມຈິຕໃຈເຂົາ, ເຮົາກ່າວອາການດັ່ງນີ້ ວ່າເປັນ ການຖືກຕິດຕາມເພື່ອທວງໜີ້.

ພິກຂຸທັງຫຼາຍ ! ຄົນຈົນຊະນິດນີ້ ຄັນປະພຶດກາຢະທຸຈະຣິຕ ວະຈີທຸຈະຣິຕ ມະໂນທຸຈະຣິຕແລ້ວ ພາຍຫຼັງແຕ່ການຕາຍ ເພາະການແຕກທໍາລາຍແຫ່ງກາຍ ຍ່ອມ ຖືກກັກຂັງຢູ່ໃນນະຣົກ ແດ່ ໃນກໍາເນີດເດຣັດສານແດ່.

ພິກຂຸທັງຫຼາຍ ! ເຮົາມອງບໍ່ເຫັນການກັກຂັງອື່ນ ແມ່ນແຕ່ເຍື່ອງດຽວ ທີ່ໂຫດຮ້າຍເຊັ່ນນີ້ ເຈັບປວດເຊັ່ນນີ້ ເປັນອັນຕະລາຍເຊັ່ນນີ້ ຕໍ່ການບັນລຸໂຢຄັກເຂມະທັມ ອັນບໍ່ມີທັມອື່ນຍິ່ງກວ່າ ເໝືອນການຖືກກັກຂັງ ໃນນະຣົກ ຫຼື ໃນກໍາເນີດເດຣັດສານເຊັ່ນນີ້.

ພຸດທະວະຈະນະ - ໝວດທັມ

(ຄາຖາເພີ່ມຕື່ມທ້າຍພຣະສູຕ)
ຄວາມຍາກຈົນ ແລະການກູ້ໜີ້ ທ່ານກ່າວວ່າ
ເປັນຄວາມທຸກຂ໌ໃນໂລກ.
ຄົນຈົນ ກູ້ໜີ້ມາລ້ຽງຊີວິດ ຍ່ອມເດືອດຮ້ອນ
ເພາະເຈົ້າໜີ້ຕິດຕາມແດ່ ເພາະຖືກຈັບກຸມແດ່.
ການຖືກຈັບກຸມນັ້ນ ເປັນຄວາມທຸກຂ໌ ຂອງຄົນບູຊາການໄດ້ກາມ.
ເຖິງແມ່ນ ໃນອະຣິຍະວິນັຍນີ້ ກໍດ້າມດັ່ງດຽວກັນ :
ຜູ້ໃດບໍ່ມີສັດທາ ບໍ່ມີຫິຣິ ບໍ່ມີໂອຕຕັບປະ ສັ່ງສົມແຕ່ບາບກັມ ປະພຶດກາຢະທຸຈະຣິຕ ວະຈີທຸຈະຣິຕ ມະໂນທຸຈະຣິຕ ປົກປິດຢູ່ດ້ວຍການປະພຶດ ທາງກາຍ ທາງວາຈາ ທາງຈິຕ ເພື່ອບໍ່ໃຫ້ຜູ້ໃດຮູ້ຈັກເຂົາ ຜູ້ນັ້ນ ພອກພູນບາບກັມຢູ່ເນື່ອງນິດ ໃນບ່ອນນັ້ນໆ.
ຄົນຊົ່ວເຮັດບາບກັມ ຮູ້ສຶກແຕ່ກັມຊົ່ວຂອງຕົນ ເໝືອນຄົນຍາກຈົນ ກູ້ໜີ້ມາບໍລິໂພກຢູ່ ຍ່ອມເດືອດຮ້ອນ.
ຄວາມຄິດໄຝ່ຕຶກ ທີ່ເກີດຈາກວິບປະຕິສານ໑ ອັນເປັນເຄື່ອງທໍຣະມານໃຈ ຍ່ອມຕິດຕາມເຂົາ ທັງໃນບ້ານ ແລະໃນປ່າ.
ຄົນຊົ່ວເຮັດບາບກັມ ຮູ້ສຶກແຕ່ກັມຊົ່ວຂອງຕົນ ໄປສູ່ກໍາເນີດເດຣັດສານບາງຢ່າງ ຫຼືວ່າຖືກກັກຂັງຢູ່ໃນນະຣົກ. ການຖືກກັກຂັງນັ້ນ ເປັນທຸກຂ໌ ຊະນິດທີ່ທີຣະຊົນ ບໍ່ເຄີຍພົບພໍ້ເລີຍ....

- ບາລີ ສັກກ. ອັງ. ໒໒/໓໙໓/໓໑໖.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ