ແບບວິທີໃນການເຂົ້າເຖິງຄວາມເປັນອະຣິຍະຂອງບຸກຄົກ 7 ແບບ

ທໍາໃນທ່າມກາງ

0:00/0:00
ພິກຂຸ ທ. ! ບຸຄຄົລເຈັດຈໍາພວກເຫຼົ່ານີ້ມີຢູ່ ຫາໄດ້ຢູ່ໃນໂລກ. ເຈັດຈໍາພວກແນວໃດໜໍ ? ເຈັດຈໍາພວກ ຄື ອຸພະໂຕພາຄະວິມຸຕຕິ ປັນຍາວິມຸຕຕິ ກາຢະສັກຂີ ທິຕຖິບປັຕ ສັດທາວິມຸຕຕິ ທັມມານຸສາຣີ ສັດທານຸສາຣີ.

1. ຜູ້ອຸພະໂຕພາຄະວິມຸຕຕິ

ພິກຂຸ ທ. ! ບຸຄຄົລຜູ້ເປັນ ອຸພະໂຕພາຄະວິມຸຕຕິ (ຜູ້ຫຼຸດພົ້ນໂດຍສ່ວນທັງສອງ) ເປັນແນວໃດໜໍ ?

ພິກຂຸ ທ. ! ໃນກໍລະນີນີ້ ບຸຄຄົລບາງຄົນຖືກຕ້ອງວິໂມກຂ໌ທັງຫຼາຍ ອັນບໍ່ກ່ຽວກັບຮູບ ເພາະກ້າວຂ້າມຮູບເສຍໄດ້ ອັນເປັນວິໂມກຂ໌ທີ່ສະງົບລະງັບ, ດ້ວຍນາມກາຍ ແລ້ວແລຢູ່ (ນີ້ຢ່າງໜຶ່ງ) ; ແລະອາສະວະທັງຫຼາຍຂອງເຂົານັ້ນດັບສິ້ນໄປຮອບແລ້ວ ເພາະເຫັນແຈ້ງດ້ວຍປັນຍາ (ນີ້ອີກຢ່າງໜຶ່ງ). ພິກຂຸ ທ. ! ນີ້ເຮົາກ່າວວ່າ ບຸຄຄົລຜູ້ເປັນ ອຸພະໂຕພາຄະວິມຸຕຕິ. ພິກຂຸ ທ. ! ສໍາລັບພິກຂຸນີ້ ເຮົາບໍ່ກ່າວວ່າ ຍັງມີອັນໃດໆ ເຫຼືອຢູ່ ທີ່ເຂົາຕ້ອງເຮັດດ້ວຍຄວາມບໍ່ປະມາດ. ຂໍ້ນັ້ນເພາະເຫຕໃດໜໍ ? ເພາະເຫຕວ່າ ກິດທີ່ຕ້ອງເຮັດດ້ວຍຄວາມບໍ່ປະມາດ ເຂົາເຮັດສໍາເລັດແລ້ວ, ແລະເຂົາເປັນຜູ້ບໍ່ອາດ ທີ່ຈະເປັນຜູ້ປະມາດ ໄດ້ອີກຕໍ່ໄປ.

ອຸພະໂຕພາຄະວິມຸຕຕິໂດຍສົມບູນ

(ຜູ້ອຸພະໂຕພາຄະວິມຸຕຕິ ໝາຍຄວາມວ່າ ຜູ້ມີຄວາມຄ່ອງແຄ່ວໃນວິໂມກຂ໌ແປດ ແລະຫຼຸດພົ້ນແລ້ວ ດ້ວຍເຈໂຕວິມຸຕຕິ ປັນຍາວິມຸຕຕິ ອັນຫາອາສະວະບໍ່ໄດ້. ສໍາລັບວິໂມກຂ໌ແປດ ມີລາຍລະອຽດດັ່ງນີ້ຄື :-)

ອານົນທ໌ ! ວິໂມກຂ໌ແປດ ເຫຼົ່ານີ້ແລມີຢູ່. ແປດເຫຼົ່າໃດໜໍ ? ແປດຄື :-

(໑) ຜູ້ມີຮູບ (ຊຶ່ງເປັນອາຣົມຂອງສະມາທິ) ຍ່ອມເຫັນຮູບທັງຫຼາຍ (ອັນເປັນສະມາທິ ນິມິຕເຫຼົ່ານັ້ນ) : ນີ້ຄື ວິໂມກຂ໌ທີໜຶ່ງ.
(ຍ່ອມມີວິໂມກຂ໌ ຄື ພົ້ນຈາກອິດທິພົນຂອງນິວອນທັງຫຼາຍ)

(໒) ຜູ້ບໍ່ມີສັນຍາໃນຮູບ ຊຶ່ງເປັນພາຍໃນ (ເພື່ອເປັນອາຣົມຂອງສະມາທິ) ຍ່ອມເຫັນຮູບທັງຫຼາຍ ອັນເປັນພາຍນອກ (ເພື່ອເປັນອາຣົມຂອງສະມາທິ) : ນີ້ຄື ວິໂມກຂ໌ທີສອງ.
(ຍ່ອມມີວິໂມກຂ໌ ຄື ພົ້ນຈາກອິດທິພົນຂອງນິວອນທັງຫຼາຍ).

(໓) ເປັນຜູ້ນ້ອມໃຈ (ໄປໃນຮູບນິມິຕແຫ່ງສະມາທິ) ດ້ວຍຄວາມຮູ້ສຶກວ່າ “ງາມ” ເທົ່ານັ້ນ : ນີ້ຄື ວິໂມກຂ໌ທີສາມ.
(ຍ່ອມມີວິໂມກຂ໌ຄື ພົ້ນຈາກອິດທິພົນຂອງນິວອນທັງຫຼາຍ ໂດຍສະເພາະຢ່າງຍິ່ງ
ຈາກການລົບກວນຂອງຄວາມຮູ້ສຶກວ່າ ເປັນປະຕິກູລະໃນສິ່ງທີ່ເປັນປະຕິກູລະ)

(໔) ເພາະກ້າວຂ້າມເສຍໄດ້ ຊຶ່ງຮູບສັນຍາທັງຫຼາຍ ໂດຍປະການທັງປວງເພາະຄວາມດັບໄປ ແຫ່ງປະຕິຄະສັນຍາທັງຫຼາຍ ເພາະບໍ່ໃສ່ໃຈນານັຕຕະສັນຍາທັງຫຼາຍ ເປັນຜູ້ເຂົ້າເຖິງອາກາສານັນຈາຢະຕະນະ ອັນມີການຝຶກໃນໃຈວ່າ “ອາກາດບໍ່ມີທີ່ສຸດ” ດັ່ງນີ້ ແລ້ວແລຢູ່ : ນີ້ຄື ວິໂມກຂ໌ທີສີ່.
(ຍ່ອມມີວິໂມກຂ໌ ຄື ພົ້ນຈາກອິດທິພົນຂອງຮູບສັນຍາ ຊຶ່ງສ້າງຄວາມຜູກພັນຢູ່ໃນຮູບທັງຫຼາຍ ອັນໃຫ້ເກີດການກະທົບກະທັ່ງ ກັບສິ່ງທີ່ເປັນຮູບນັ້ນເອງ).
໑. ມະຫາ. ທີ. ໑໐/໘໓/໖໖.

(໕) ເພາະກ້າວຂ້າມເສຍໄດ້ ຊຶ່ງ ອາກາສານັນຈາຢະຕະນະ ໂດຍປະການທັງປວງ ເປັນຜູ້ ເຂົ້າເຖິງວິນຍານັນຈາຢະຕະນະ ອັນມີການຝຶກໃນໃຈວ່າ “ວິນຍານບໍ່ມີທີ່ສຸດ” ດັ່ງນີ້ ແລ້ວແລຢູ່ : ນີ້ຄື ວິໂມກຂ໌ທີຫ້າ.
(ຍ່ອມມີວິໂມກຂ໌ ຄື ພົ້ນຈາກອິດທິພົນຂອງ ອາກາສານັນຈາຢະຕະນະສັນຍາ ຊຶ່ງສ້າງຄວາມຜູກພັນຢູ່ໃນ ອະຮູບ ປະເພດທໍາອິດ ຄື ອາກາສານັນຈາຢະຕະນະ ນັ້ນເອງ).

(໖) ເພາະກ້າວຂ້າມເສຍໄດ້ ຊຶ່ງ ວິນຍານັນຈາຢະຕະນະ ໂດຍປະການທັງປວງ ເປັນຜູ້ ເຂົ້າເຖິງອາກິນຈັນຍາຢະຕະນະ ອັນມີການຝຶກໃນໃຈວ່າ “ອັນໃດໆ ບໍ່ມີ” ດັ່ງນີ້ ແລ້ວແລຢູ່ : ນີ້ຄື ວິໂມກຂ໌ທີຫົກ.
(ຍ່ອມມີວິໂມກຂ໌ ຄື ພົ້ນຈາກອິດທິພົນຂອງ ວິນຍານັນຈາຢະຕະນະສັນຍາ
ຊຶ່ງສ້າງຄວາມຜູກພັນຢູ່ໃນອະຮູບ ປະເພດທີສອງ ຄືວິນຍານັນຈາຢະຕະນະ ນັ້ນເອງ).

(໗) ເພາະກ້າວຂ້າມເສຍໄດ້ ຊຶ່ງ ອາກິນຈັນຍາຢະຕະນະ ໂດຍປະການທັງປວງ ເປັນຜູ້ ເຂົ້າເຖິງເນວະສັນຍານາສັນຍາຢະຕະນະ ແລ້ວແລຢູ່ : ນີ້ຄື ວິໂມກຂ໌ທີເຈັດ.
(ຍ່ອມມີວິໂມກຂ໌ ຄື ພົ້ນຈາກອິດທິພົນຂອງ ອາກິນຈັນຍາຢະຕະນະສັນຍາ
ຊຶ່ງສ້າງຄວາມຜູກພັນຢູ່ໃນອະຮູບປະເພດທີສາມຄື ອາກິນຈັນຍາຢະຕະນະ ນັ້ນເອງ).

(໘) ເພາະກ້າວຂ້າມເສຍໄດ້ ຊຶ່ງ ເນວະສັນຍານາສັນຍາຢະຕະນະ ໂດຍປະການທັງປວງ ເປັນຜູ້ ເຂົ້າເຖິງສັນຍາເວທະຢິຕະນິໂຣດ ແລ້ວແລຢູ່ : ນີ້ຄື ວິໂມກຂ໌ທີແປດ.
(ຍ່ອມມີວິໂມກຂ໌ ຄື ພົ້ນຈາກອິດທິພົນຂອງ ເນວະສັນຍານາສັນຍາຢະຕະນະສັນຍາ
ຊຶ່ງສ້າງຄວາມຜູກພັນ ຢູ່ໃນອະຮູບ ປະເພດທີສີ່ຄື ເນວະສັນຍານາສັນຍາຢະຕະນະ ນັ້ນເອງ).

ອານົນທ໌ ! ເຫຼົ່ານີ້ແລ ວິໂມກຂ໌ແປດ.
ອານົນທ໌ ! ໃນກາລໃດແລ ພິກຂຸເຂົ້າສູ່ວິໂມກຂ໌ແປດເຫຼົ່ານີ້ ໂດຍອະນຸໂລມແດ່ ໂດຍປະຕິໂລມແດ່ ທັງໂດຍອະນຸໂລມແລະປະຕິໂລມແດ່ ເຂົ້າແດ່ ອອກແດ່ ໄດ້ຕາມບ່ອນທີ່ຕ້ອງການ ຕາມສິ່ງທີ່ຕ້ອງການ ຕາມເວລາທີ່ຕ້ອງການ ; ເຮັດໃຫ້ແຈ້ງຊຶ່ງເຈໂຕວິມຸຕຕິ ປັນຍາວິມຸຕຕິ ອັນຫາອາສະວະບໍ່ໄດ້ ເພາະຄວາມດັບສິ້ນໄປ ແຫ່ງອາສະວະທັງຫຼາຍດ້ວຍປັນຍາອັນຍິ່ງເອງ ໃນທິຕຖະທັມນີ້ ເຂົ້າເຖິງແລ້ວແລຢູ່. ອານົນທ໌ ! ພິກຂຸນັ້ນແລ ຊື່ວ່າ ອຸພະໂຕພາຄະວິມຸຕຕິ (ຜູ້ຫຼຸດພົ້ນແລ້ວໂດຍສ່ວນສອງ).

ອານົນທ໌ ! ອຸພະໂຕພາຄະວິມຸດ ອື່ນທີ່ຍິ່ງກວ່າປານີດກວ່າ ອຸພະໂຕພາຄະວິມຸຕຕິນີ້ ຍ່ອມບໍ່ມີ.

ອຸພະໂຕພາຄະວິມຸຕຕິ
(ຕາມຄໍາຂອງພຣະອານົນທ໌)໑

“ອາວຸໂສ ! ມີຄໍາກ່າວກັນຢູ່ວ່າ ‘ອຸພະໂຕພາຄະວິມຸຕຕິ ອຸພະໂຕພາຄະວິມຸຕຕິ’ ດັ່ງນີ້. ອາວຸໂສ ! ອຸພະໂຕພາຄະວິມຸຕຕິນີ້ ພຣະຜູ້ມີພຣະພາຄຕຣັດໄວ້ ດ້ວຍເຫຕ ມີປະມານເທົ່າໃດໜໍແລ ?” (ພຣະອຸທາຢີ ຖາມພຣະອານົນທ໌, ພຣະອານົນທ໌ ເປັນຜູ້ຕອບ).

ອາວຸໂສ ! ພິກຂຸໃນກໍລະນີນີ້ ສະງັດແລ້ວຈາກກາມ ສະງັດແລ້ວຈາກອະກຸສົລທັມ ເຂົ້າເຖິງປະຖົມມະຊານ ອັນມີວິຕົກວິຈາຣ ມີປີຕິແລະສຸຂ ອັນເກີດຈາກວິເວກແລ້ວແລຢູ່. ອັນໜຶ່ງອາຍະຕະນະ ຄືຊານນັ້ນ (ເປັນທັມມາຣົມມີຣົສ ແລະກິດເປັນຕົ້ນ) ເຊັ່ນໃດໆ, ເຂົາຖືກຕ້ອງທັມມາຣົມນັ້ນ (ໂດຍຣົສແລະກິດເປັນຕົ້ນ) ເຊັ່ນນັ້ນໆ ດ້ວຍນາມກາຍແລ້ວແລຢູ່. ແລະເຂົາຮູ້ທົ່ວເຖິງທັມ (ຄືປະຖົມມະຊານນັ້ນ) ດ້ວຍປັນຍາ. ອາວຸໂສ ! ອຸພະໂຕພາຄະວິມຸຕຕິ ອັນພຣະຜູ້ມີພຣະພາຄຕຣັດໄວ້ ດ້ວຍເຫຕມີປະມານເທົ່ານີ້ແລ ເມື່ອກ່າວໂດຍປະຣິຍາຍ.

(ໃນກໍລະນີ ແຫ່ງທຸຕິຍະຊານ ຕະຕິຍະຊານ ຈະຕຸຕຖະຊານ ອາກາສານັນຈາຢະຕະນະ ວິນຍານັນຈາ ຢະຕະນະ ອາກິນຈັນຍາຢະຕະນະ ແລະເນວະສັນຍານາສັນຍາຢະຕະນະ ມີຂໍ້ຄວາມທີ່ກ່າວໄວ້ໂດຍແນວດຽວກັນກັບຂໍ້ຄວາມໃນກໍລະນີ ແຫ່ງປະຖົມມະຊານທຸກປະການ ແລະໃນຖານະເປັນອຸພະໂຕພາຄະວິມຸຕຕິ ໂດຍປະຣິຍາຍ.
໑. ນວກ. ອັງ. ໒໓/໔໗໔/໒໔໙.

ສ່ວນສັນຍາເວທະຢິຕະນິໂຣດຊຶ່ງມີການດັບສິ້ນອາສະວະນັ້ນ ກ່າວໄວ້ໃນຖານະເປັນອຸພະໂຕພາຄະວິມຸຕຕິ ໂດຍນິປປະຣິຍາຍ ດ້ວຍຂໍ້ຄວາມດັ່ງຕໍ່ໄປນີ້ : -)

ອາວຸໂສ ! ນັຍອື່ນອີກມີຢູ່ : ພິກຂຸກ້າວຂ້າມເສຍຊຶ່ງ ເນວະສັນຍານາສັນຍາຢະຕະນະ ໂດຍປະການທັງປວງ ເຂົ້າເຖິງ ສັນຍາເວທະຢິຕະນິໂຣດ ແລ້ວແລຢູ່. ອັນໜຶ່ງ ເພາະເຫັນດ້ວຍປັນຍາ ອາສະວະທັງຫຼາຍຂອງເຂົານັ້ນກໍດັບສິ້ນໄປຮອບ. ອັນໜຶ່ງອາຍະຕະນະ ຄືສັນຍາເວທະຢິຕະນິໂຣດນັ້ນ (ເປັນທັມມາຣົມມີຣົສແລະກິດເປັນຕົ້ນ) ເຊັ່ນໃດໆ, ເຂົາຖືກຕ້ອງທັມມາຣົມນັ້ນ (ໂດຍຣົສແລະກິດເປັນຕົ້ນ) ເຊັ່ນນັ້ນໆ ດ້ວຍນາມກາຍແລ້ວແລຢູ່. ແລະເຂົາຮູ້ທົ່ວເຖິງທັມ (ຄືສັນຍາເວທະຢິຕະນິໂຣດນັ້ນ) ດ້ວຍປັນຍາ. ອາວຸໂສ ! ອຸພະໂຕພາຄະວິມຸຕຕິ ອັນພຣະຜູ້ມີພຣະພາຄ ຕຣັດໄວ້ດ້ວຍເຫຕ ມີປະມານເທົ່ານີ້ແລ ເມື່ອກ່າວໂດຍນິບປະຣິຍາຍ.

2. ຜູ້ປັນຍາວິມຸຕຕິ

ພິກຂຸ ທ. ! ບຸຄຄົລຜູ້ເປັນ ປັນຍາວິມຸຕຕິິ (ຜູ້ຫຼຸດພົ້ນດ້ວຍປັນຍາ) ເປັນແນວໃດໜໍ ?

ພິກຂຸ ທ. ! ໃນກໍລະນີນີ້ ບຸຄຄົລບາງຄົນ, ວິໂມກຂ໌ເຫຼົ່າໃດ ອັນບໍ່ກ່ຽວກັບຮູບ ເພາະກ້າວຂ້າມຮູບເສຍໄດ້ ອັນເປັນວິໂມກຂ໌ ທີ່ສະງົບລະງັບ ມີຢູ່, ເຂົາຫາກໄດ້ຖືກຕ້ອງວິໂມກຂ໌ເຫຼົ່ານັ້ນ ດ້ວຍນາມກາຍແລ້ວແລຢູ່ ກໍບໍ່ ແຕ່ວ່າ ອາສະວະທັງຫຼາຍ ຂອງເຂົານັ້ນດັບສິ້ນໄປຮອບແລ້ວ ເພາະເຫັນແຈ້ງດ້ວຍປັນຍາ. ພິກຂຸ ທ. ! ນີ້ເຮົາກ່າວວ່າ ບຸຄຄົລຜູ້ເປັນປັນຍາວິມຸຕຕິ. ພິກຂຸ ທ. ! ສໍາລັບພິກຂຸ ເຖິງແມ່ນວ່ານີ້ ເຮົາກໍບໍ່ກ່າວວ່າ ຍັງມີອັນໃດໆເຫຼືອຢູ່ ທີ່ເຂົາຕ້ອງເຮັດດ້ວຍຄວາມບໍ່ປະມາດ. ຂໍ້ນັ້ນເພາະເຫຕໃດໜໍ ? ເພາະເຫຕວ່າ ກິດທີ່ຕ້ອງເຮັດດ້ວຍຄວາມບໍ່ປະມາດ ເຂົາເຮັດສໍາເລັດແລ້ວ, ແລະເຂົາເປັນຜູ້ບໍ່ອາດ ທີ່ຈະເປັນຜູ້ປະມາດໄດ້ ອີກຕໍ່ໄປ.

(ຜູ້ປັນຍາວິມຸຕຕິອີກນັຍໜຶ່ງ໑)

ອານົນທ໌ ! ວິນຍານຖິຕິ ເຈັດ ເຫຼົ່ານີ້ ແລະ ອາຍະຕະນະສອງ ມີຢູ່. ວິນຍານຖິຕິ ເຈັດເຫຼົ່າໃດໜໍ ? ວິນຍານຖິຕິເຈັດຄື :-

໑. ອານົນທ໌ ! ສັຕທັງຫຼາຍ ມີກາຍຕ່າງກັນ ມີສັນຍາຕ່າງກັນ ມີຢູ່ ; ໄດ້ແກ່ມະນຸສສ໌ທັງຫຼາຍ, ເທວະດາບາງພວກ ແລະວິນິບາຕບາງພວກ : ນີ້ຄື ວິນຍານຖິຕິປະເພດທີໜຶ່ງ.

໒. ອານົນທ໌ ! ສັຕທັງຫຼາຍ ມີກາຍຕ່າງກັນ ມີສັນຍາແນວດຽວກັນ ມີຢູ່ ;ໄດ້ແກ່ ພວກເທບຜູ້ນັບເນື່ອງຢູ່ໃນໝູ່ພຣົມ ທີ່ບັງເກີດໂດຍປະຖົມພູມ ແລະສັຕທັງຫຼາຍ ໃນອະບາຍທັງສີ່ : ນີ້ຄື ວິນຍານຖິຕິປະເພດທີສອງ.

໓. ອານົນທ໌ ! ສັຕທັງຫຼາຍ ມີກາຍແບບດຽວກັນ ມີສັນຍາຕ່າງກັນ ມີຢູ່ ;ໄດ້ແກ່ ພວກເທບອາພັດສະຣະ : ນີ້ຄື ວິນຍານຖິຕິປະເພດທີສາມ.

໔. ອານົນທ໌ ! ສັຕທັງຫຼາຍ ມີກາຍແບບດຽວກັນ ມີສັນຍາແນວດຽວກັນ ມີຢູ່ ; ໄດ້ແກ່ ພວກເທບສຸພະກິນຫະ : ນີ້ຄື ວິນຍານຖິຕິປະເພດທີສີ່.

໕. ອານົນທ໌ ! ສັຕທັງຫຼາຍ, ເພາະກ້າວຂ້າມເສຍໄດ້ຊຶ່ງ ຮູບສັນຍາ ໂດຍປະການທັງປວງ ເພາະຄວາມດັບໄປແຫ່ງປະຕິຄະສັນຍາ ເພາະບໍ່ໃສ່ໃຈນານັຕຕະສັນຍາ ຈຶ່ງ ເຂົ້າເຖິງອາກາສານັນຈາຢະຕະນະ ມີການກໍານົດໃນໃຈວ່າ “ອາກາສບໍ່ມີທີ່ສຸດ” ດັ່ງນີ້ ມີຢູ່ : ນີ້ຄື ວິນຍານຖິຕິປະເພດທີຫ້າ.

໖. ອານົນທ໌ ! ສັຕທັງຫຼາຍ, ເພາະກ້າວຂ້າມເສຍໄດ້ຊຶ່ງ ອາກາສານັນຈາ ຢະຕະນະ ໂດຍປະການທັງປວງ ຈຶ່ງ ເຂົ້າເຖິງວິນຍານັນຈາຢະຕະນະ ມີການກໍານົດໃນໃຈວ່າ “ວິນຍານບໍ່ມີທີ່ສຸດ” ດັ່ງນີ້ ມີຢູ່ : ນີ້ຄື ວິນຍານຖິຕິປະເພດທີຫົກ.
໑. ມະຫາ. ທີ. ໑໐/໘໑-໘໓/໖໕.

໗. ອານົນທ໌ ! ສັຕທັງຫຼາຍເພາະກ້າວຂ້າມເສຍໄດ້ຊຶ່ງ ວິນຍານັນຈາຢະຕະນະ ໂດຍປະການທັງປວງ ຈຶ່ງເຂົ້າເຖິງ ອາກິນຈັນຍາຢະຕະນະ ມີການກໍານົດໃນໃຈວ່າ “ອັນໃດໆບໍ່ມີ” ດັ່ງນີ້ ມີຢູ່ : ນີ້ຄື ວິນຍານຖິຕິປະເພດທີ່ເຈັດ.

ສ່ວນອາຍະຕະນະ ອີກສອງນັ້ນ ຄື ອະສັນຍີສັຕຕາຢະຕະນະ ທີໜຶ່ງ ເນວະ ສັນຍານາສັນຍາຢະຕະນະທີສອງ.

ອານົນທ໌ ! ໃນບັນດາວິນຍານຖິຕິເຈັດ ແລະອາຍະຕະນະສອງ (ລວມເປັນເກົ້າ) ນັ້ນ : ວິນຍານຖິຕິປະເພດທີໜຶ່ງ ອັນໃດມີຢູ່, ຄືສັຕທັງຫຼາຍມີກາຍຕ່າງກັນມີສັນຍາຕ່າງກັນ ໄດ້ແກ່ມະນຸສສ໌ທັງຫຼາຍ, ເທວະດາບາງພວກ ແລະວິນິບາຕບາງພວກ. ອານົນທ໌ ! ຜູ້ໃດຮູ້ແຈ່ມແຈ້ງ ວິນຍານຖິຕິທີໜຶ່ງນັ້ນ ຮູ້ແຈ່ມແຈ້ງການເກີດ (ສະມຸທັຍ) ແຫ່ງສິ່ງນັ້ນ ຮູ້ແຈ່ມແຈ້ງຄວາມດັບ (ອັຕຖັງຄະມະ) ແຫ່ງສິ່ງນັ້ນ ຮູ້ແຈ່ມແຈ້ງສະເໜ່ (ອັສສາທະ) ແຫ່ງສິ່ງນັ້ນ ຮູ້ແຈ່ມແຈ້ງໂທດຕໍ່າຊ້າ (ອາທີນະວະ) ແຫ່ງສິ່ງນັ້ນ ແລະຮູ້ແຈ່ມແຈ້ງອຸບາຍເປັນເຄື່ອງອອກ (ນິສສະຣະນະ) ແຫ່ງສິ່ງນັ້ນ ດັ່ງນີ້ແລ້ວ ຄວນຫຼືໜໍ ທີ່ຜູ້ນັ້ນຈະເພີດເພີນຍິ່ງ ຊຶ່ງວິນຍານຖິຕິທີໜຶ່ງນັ້ນ ? “ຂໍ້ນັ້ນ ເປັນໄປບໍ່ໄດ້ ຂ້ານ້ອຍ !”

(ໃນນກໍລະນີ ແຫ່ງວິນຍານຖິຕິທີສອງ ວິນຍານຖິຕິທີສາມ ວິນຍານຖິຕິທີສີ່ ວິນຍານຖິຕິທີຫ້າ ວິນຍານ ຖິຕິທີຫົກ ວິນຍານຖິຕິທີເຈັດ ແລະອະສັນຍີສັຕຕາຢະຕະນະທີໜຶ່ງ ຊຶ່ງມີລັກສະນະສະເພາະຢ່າງ ດັ່ງທີ່ກ່າວແລ້ວເບື້ອງຕົ້ນ ກໍໄດ້ມີການອະທິບາຍ ຕຣັດຖາມ ແລະທູນຕອບ ໂດຍຂໍ້ຄວາມແນວດຽວກັນກັບ ໃນກໍລະນີແຫ່ງວິນຍານຖິຕິທີໜຶ່ງນັ້ນທຸກປະການ ຕ່າງກັນແຕ່ຊື່ແຫ່ງສະພາບທັມນັ້ນໆ ເທົ່ານັ້ນ. ສ່ວນເນວະສັນຍານາສັນຍາຢະຕະນະ ທີ່ສອງນັ້ນ ຈະໄດ້ບັນຍາຍດ້ວຍຂໍ້ຄວາມເຕັມອີກຄັ້ງໜຶ່ງ ດັ່ງຕໍ່ໄປນີ້ :-)

ອານົນທ໌ ! ໃນບັນດາວິນຍານຖິຕິເຈັດ ແລະອາຍະຕະນະສອງ (ລວມເປັນເກົ້າ) ນັ້ນ : ເນວະສັນຍານາສັນຍາຢະຕະນະ ອັນໃດ ມີຢູ່, ອານົນທ໌ ! ຜູ້ໃດຮູ້ແຈ່ມແຈ້ງ ເນວະສັນຍານາສັນຍາຢະຕະນະນັ້ນ ຮູ້ແຈ່ມແຈ້ງການເກີດແຫ່ງສິ່ງນັ້ນ ຮູ້ແຈ່ມແຈ້ງການດັບແຫ່ງສິ່ງນັ້ນ ຮູ້ແຈ່ມແຈ້ງສະເໜ່ແຫ່ງສິ່ງນັ້ນ ຮູ້ແຈ່ມແຈ້ງໂທດອັນຕໍ່າຊ້າແຫ່ງສິ່ງນັ້ນ ແລະຮູ້ແຈ່ມແຈ້ງອຸບາຍເປັນເຄື່ອງອອກແຫ່ງສິ່ງນັ້ນດັ່ງນີ້ແລ້ວ ຄວນຫຼືໜໍທີ່ຜູ້ນັ້ນຈະເພີດເພີນຍິ່ງ ຊຶ່ງເນວະສັນຍານາສັນຍາຢະຕະນະນັ້ນ ? “ຂໍ້ນັ້ນເປັນໄປບໍ່ໄດ້ ຂ້ານ້ອຍ !”

ອານົນທ໌ ! ເມື່ອໃດແລ ພິກຂຸຮູ້ແຈ່ມແຈ້ງຕາມເປັນຈິງ ຊຶ່ງການເກີດ ການດັບ ສະເໜ່ ໂທດອັນຕໍ່າຊ້າ ແລະອຸບາຍເປັນເຄື່ອງອອກ ແຫ່ງວິນຍານຖິຕິເຈັດເຫຼົ່ານີ້ ແລະແຫ່ງອາຍະຕະນະສອງເຫຼົ່ານີ້ ດ້ວຍແລ້ວ ເປັນຜູ້ຫຼຸດພົ້ນເພາະຄວາມບໍ່ຢຶດໝັ້ນ ; ອານົນທ໌ ! ພິກຂຸນີ້ ເຮົາກ່າວວ່າ ເປັນປັນຍາວິມຸຕຕິ.

ຜູ້ປັນຍາວິມຸຕຕິ
(ຕາມຄໍາຂອງພຣະອານົນທ໌)໑

“ອາວຸໂສ ! ມີຄໍາກ່າວກັນຢູ່ວ່າ ‘ປັນຍາວິມຸຕຕິ ປັນຍາວິມຸຕຕິ’ ດັ່ງນີ້. ອາວຸໂສ ! ປັນຍາວິມຸຕຕິນີ້ ພຣະຜູ້ມີພຣະພາຄຕຣັດໄວ້ ດ້ວຍເຫຕມີປະມານເທົ່າໃດໜໍແລ ?” (ພຣະອຸທາຢີ ຖາມພຣະອານົນທ໌, ພຣະອານົນທ໌ ເປັນຜູ້ຕອບ).

ອາວຸໂສ ! ພິກຂຸໃນກໍລະນີນີ້ ສະງັດແລ້ວຈາກກາມ ສະງັດແລ້ວຈາກອະກຸສົລທັມ ເຂົ້າເຖິງ ປະຖົມມະຊານ ອັນມີວິຕົກວິຈາຣ ມີປີຕິແລະສຸຂ ອັນເກີດຈາກວິເວກແລ້ວແລຢູ່. ແລະເຂົາຮູ້ທົ່ວເຖິງທັມ (ຄືປະຖົມມະຊານນັ້ນ) ດ້ວຍປັນຍາ. ອາວຸໂສ ! ປັນຍາວິມຸຕຕິ ອັນພຣະຜູ້ມີພຣະພາຄ ຕຣັດໄວ້ດ້ວຍເຫຕ ມີປະມານເທົ່ານີ້ແລ ເມື່ອກ່າວໂດຍ ປະຣິຍາຍ.
໑. ນວກ. ອັງ. ໒໓/໔໗໓/໒໔໘.

(ໃນກໍລະນີແຫ່ງທຸຕິຍະຊານ ຕະຕິຍະຊານ ຈະຕຸຕຖະຊານ ອາກາສານັນຈາຢະຕະນະ ວິນຍານັນຈາ ຢະຕະນະ ອາກິນຈັນຍາຢະຕະນະ ແລະເນວະສັນຍານາສັນຍາຢະຕະນະ ມີຂໍ້ຄວາມທີ່ກ່າວໄວ້ ໂດຍແນວດຽວກັນກັບຂໍ້ຄວາມໃນກໍລະນີ ແຫ່ງປະຖົມມະຊານທຸກປະການ ແລະໃນຖານະເປັນປັນຍາວິມຸຕຕິ ໂດຍປະຣິຍາຍ. ສ່ວນສັນຍາເວທະຢິຕະນິໂຣດ ຊຶ່ງມີການດັບສິ້ນອາສະວະນັ້ນ ກ່າວໄວ້ໃນຖານະເປັນປັນຍາວິມຸຕຕິ ໂດຍນິບປະຣິຍາຍ ດ້ວຍຂໍ້ຄວາມ ດັ່ງຕໍ່ໄປນີ້ :-)

ອາວຸໂສ ! ນັຍອື່ນອີກມີຢູ່ : ພິກຂຸກ້າວຂ້າມເສຍຊຶ່ງ ເນວະສັນຍານາສັນຍາຢະຕະນະ ໂດຍປະການທັງປວງ ເຂົ້າເຖິງ ສັນຍາເວທະຍິຕະນິໂຣດ ແລ້ວແລຢູ່, ອັນໜຶ່ງ ເພາະເຫັນດ້ວຍປັນຍາ ອາສະວະທັງຫຼາຍຂອງເຂົານັ້ນກໍດັບສິ້ນໄປຮອບ. ແລະເຂົາຮູ້ທົ່ວເຖິງທັມ (ຄືສັນຍາເວທະຍິຕະນິໂຣດນັ້ນ) ດ້ວຍປັນຍາ. ອາວຸໂສ ! ປັນຍາວິມຸຕຕິ ອັນພຣະຜູ້ມີ ພຣະພາກ ຕຣັດໄວ້ດ້ວຍເຫຕ ມີປະມານເທົ່ານີ້ແລ ເມື່ອກ່າວໂດຍ ນິບປະຣິຍາຍ.

(ຜູ້ສຶກສາ ຈົ່ງສັງເກດໃຫ້ເຫັນວ່າ ເຮົາສອນກັນຢູ່ ແລະຖືກັນຢູ່ເປັນຫຼັກວ່າ ພວກປັນຍາວິມຸດ ບໍ່ອາດຈະເຂົ້າຊານໄດ້ ແຕ່ຈາກບາລີເບື້ອງເທິງນີ້ ສະແດງໃຫ້ເຫັນວ່າ ພວກປັນຍາວິມຸດສາມາດເຂົ້າຊານໄດ້ ແມ່ນແຕ່ ສັນຍາເວທະຢິຕະນິໂຣດ ຫາກແຕ່ບໍ່ມີການສະເຫວີຍຣົສ ຈາກທັມມາຣົມແຫ່ງຊານນັ້ນໆ ດ້ວຍນາມກາຍ ຊຶ່ງເປັນການເຂົ້າ ອະນຸປຸບພະວິຫາຣະສະມາບັຕເທົ່ານັ້ນ. ຂໍ້ນີ້ຈະຢຸດຕິເປັນແນວໃດ ເປັນສິ່ງທີ່ນັກສຶກສາ ຄວນພິຈາຣະນາກັນ ເບິ່ງເອງເຖີ້ນ).

3. ຜູ້ກາຢະສັກຂີ

ພິກຂຸ ທ. ! ບຸຄຄົລຜູ້ເປັນກາຢະສັກຂີ (ຜູ້ມີການສະເຫວີຍສຸຂດ້ວຍນາມກາຍເປັນພະຍານ) ເປັນແນວໃດໜໍ ?

ພິກຂຸ ທ. ! ໃນກໍລະນີນີ້ ບຸຄຄົລບາງຄົນ ຖືກຕ້ອງວິໂມກຂ໌ທັງຫຼາຍ ອັນບໍ່ກ່ຽວກັບຮູບ ເພາະກ້າວຂ້າມຮູບເສຍໄດ້ ອັນເປັນວິໂມກຂ໌ທີ່ສະງົບ ລະງັບ, ດ້ວຍນາມກາຍແລ້ວແລຢູ່.

ອັນໜຶ່ງ ອາສະວະທັງຫຼາຍບາງເຫຼົ່າ ຂອງເຂົານັ້ນກໍ ດັບສິ້ນໄປຮອບແລ້ວ ເພາະເຫັນແລ້ວດ້ວຍປັນຍາ. ພິກຂຸ ທ. ! ພິກຂຸນີ້ເຮົາກ່າວວ່າ ບຸຄຄົລຜູ້ເປັນກາຢະສັກຂີ. ພິກຂຸ ທ. ! ສໍາລັບພິກຂຸນີ້ ເຮົາກ່າວວ່າ ຍັງມີອັນໃດໆ ທີ່ເຂົາຕ້ອງເຮັດດ້ວຍຄວາມບໍ່ປະມາດ. ຂໍ້ນັ້ນເພາະເຫຕໃດ ? ເພາະເຫຕວ່າຖ້າຈັ່ງໃດ ທ່ານຜູ້ມີອາຍຸນີ້ ຈະເສບຢູ່ຊຶ່ງເສນາສະນະອັນສົມຄວນ ຈະຄົບຢູ່ຊຶ່ງກັນລະຍານະມິຕ ຈະບົ່ມຢູ່ຊຶ່ງອິນຊີທັງຫຼາຍ ກໍຈະເຮັດໃຫ້ແຈ້ງ ຊຶ່ງທີ່ສຸດແຫ່ງພຣົມມະຈັນຣຍ໌ ອັນບໍ່ມີອັນໃດຍິ່ງກວ່າ ຊຶ່ງເປັນປະໂຍຊນ໌ທີ່ຕ້ອງການຂອງກຸລະບຸຕ ຜູ້ອອກບວດຈາກເຮືອນ ບໍ່ກ່ຽວຂ້ອງດ້ວຍເຮືອນໂດຍຊອບ ໄດ້ດ້ວຍປັນຍາອັນຍິ່ງເອງ ໃນທິຕຖະທັມເຂົ້າເຖິງແລ້ວແລຢູ່. ພິກຂຸ ທ. ! ເຮົາມອງເຫັນຜົລແຫ່ງຄວາມບໍ່ປະມາດຂໍ້ນີ້ ສໍາລັບພິກຂຸນີ້ຢູ່ ຈຶ່ງກ່າວວ່າ ຍັງມີອັນໃດໆ ທີ່ເຂົານັ້ນຕ້ອງເຮັດດ້ວຍຄວາມບໍ່ປະມາດ ດັ່ງນີ້.

ຜູ້ກາຢະສັກຂີ
(ຕາມຄໍາຂອງພຣະອານົນທ໌)໑

“ອາວຸໂສ ! ມີຄໍາກ່າວກັນຢູ່ວ່າ ‘ກາຢະສັກຂີ ກາຢະສັກຂີ’ ດັ່ງນີ້. ອາວຸໂສ ! ກາຢະສັກຂີນີ້ ພຣະຜູ້ມີພຣະພາຄ ຕຣັດໄວ້ດ້ວຍເຫຕ ມີປະມານເທົ່າໃດ ໜໍແລ ?” (ພຣະອຸທາຢີຖາມ ພຣະອານົນທ໌ ພຣະອານົນທ໌ ເປັນຜູ້ຕອບ).

ອາວຸໂສ ! ພິກຂຸໃນກໍລະນີນີ້ ສະງັດແລ້ວຈາກກາມ ສະງັດແລ້ວຈາກອະກຸສົລທັມ ເຂົ້າເຖິງ ປະຖົມຊານ ອັນມີວິຕົກວິຈາຣ ມີປີຕິແລະສຸຂ ອັນເກີດຈາກວິເວກແລ້ວແລຢູ່. ອັນໜຶ່ງອາຍະຕະນະຄືຊານນັ້ນ (ເປັນທັມມາຣົມ ມີຣົສແລະກິດເປັນຕົ້ນ) ເຊັ່ນໃດໆ, ເຂົາຖືກຕ້ອງທັມມາຣົມນັ້ນ (ໂດຍຣົສແລະກິດເປັນຕົ້ນ) ເຊັ່ນນັ້ນໆ ດ້ວຍນາມກາຍແລ້ວແລຢູ່.
໑. ນວກ. ອັງ. ໒໓/໔໗໒/໒໔໗.

ອາວຸໂສ ! ກາຢະສັກຂີ ອັນພຣະຜູ້ມີພຣະພາຄ ຕຣັດໄວ້ດ້ວຍເຫຕ ມີປະມານເທົ່ານີ້ແລ ເມື່ອກ່າວ ໂດຍປະຣິຍາຍ.

(ໃນກໍລະນີ ແຫ່ງທຸຕິຢະຊານ ຕະຕິຢະຊານ ຈະຕຸຕຖະຊານ ອາກາສານັນຈາຢະຕະນະ ວິນຍານັນຈາ ຢະຕະນະ ອາກິນຈັນຍາຢະຕະນະ ແລະເນວະສັນຍານາສັນຍາຢະຕະນະ ມີຂໍ້ຄວາມທີ່ກ່າວໄວ້ ໂດຍແນວດຽວກັນກັບຂໍ້ຄວາມ ໃນກໍລະນີແຫ່ງປະຖົມມະຊານທຸກປະການ ແລະໃນຖານະເປັນກາຢະສັກຂີ ໂດຍປະຣິຍາຍ. ສ່ວນສັນຍາເວທະຢິຕະນິໂຣດ ຊະນິດທີ່ມີການດັບສິ້ນອາສະວະນັ້ນ ກ່າວໄວ້ໃນຖານະ ເປັນກາຢະສັກຂີ ໂດຍນິບປະຣິຍາຍ ດ້ວຍຂໍ້ຄວາມ ດັ່ງຕໍ່ໄປນີ້ :-)

ອາວຸໂສ ! ນັຍອື່ນອີກມີຢູ່ : ພິກຂຸກ້າວຂ້າມເສຍຊຶ່ງ ເນວະສັນຍານາສັນຍາຢະຕະນະ ໂດຍປະການທັງປວງ ເຂົ້າເຖິງ ສັນຍາເວທະຢິຕະນິໂຣດ ແລ້ວແລຢູ່. ອັນໜຶ່ງ ເພາະເຫັນດ້ວຍປັນຍາ ອາສະວະທັງຫຼາຍຂອງເຂົານັ້ນ ກໍດັບສິ້ນໄປຮອບ. ອັນໜຶ່ງອາຍະຕະນະຄື ສັນຍາເວທະຢິຕະນິໂຣດນັ້ນ (ເປັນທັມມາຣົມ ມີຣົສແລະກິດເປັນຕົ້ນ) ເຊັ່ນໃດໆ, ເຂົາຖືກຕ້ອງທັມມາຣົມນັ້ນ (ໂດຍຣົສແລະກິດເປັນຕົ້ນ) ເຊັ່ນນັ້ນໆ ດ້ວຍນາມກາຍແລ້ວແລຢູ່. ອາວຸໂສ ! ກາຢະສັກຂີ ອັນພຣະຜູ້ມີພຣະພາຄຕຣັດໄວ້ ດ້ວຍເຫຕມີປະມານເທົ່ານີ້ແລ ເມື່ອກ່າວໂດຍ ນິບປະຣິຍາຍ.

(ຜູ້ສຶກສາ ຈົ່ງສັງເກດໃຫ້ເຫັນວ່າ ຄໍາວ່າ “ກາຢະສັກຂີ-ມີກາຍເປັນພະຍານ” ນັ້ນໝາຍຄວາມວ່າ ໄດ້ສະເຫວີຍ ຣົສແຫ່ງຊານເປັນຕົ້ນ ດ້ວຍນາມກາຍຄືດ້ວຍໃຈຂອງຕົນ ; ແລະຄໍາວ່າ “ໂດຍນິບປະຣິຍາຍ” ນັ້ນໝາຍເຖິງ ມີການດັບສິ້ນອາສະວະ ໃນກໍລະນີນັ້ນ, ຖ້າຍັງບໍ່ດັບສິ້ນອາສະວະເອີ້ນໄດ້ແຕ່ພຽງວ່າ ໂດຍປະຣິຍາຍ).

4. ຜູ້ທິຕຖິບປັຕ

ພິກຂຸ ທ. ! ບຸຄຄົລຜູ້ເປັນ ທິຕຖິບປັຕ (ຜູ້ບັນລຸແລ້ວດ້ວຍຄວາມເຫັນລົງສູ່ທັມ) ເປັນແນວໃດໜໍ ?

ພິກຂຸ ທ. ! ໃນກໍລະນີນີ້ ບຸຄຄົລບາງຄົນ, ວິໂມກຂ໌ເຫຼົ່າໃດ ອັນບໍ່ກ່ຽວກັບຮູບ ເພາະກ້າວຂ້າມຮູບເສຍໄດ້ ອັນເປັນວິໂມກຂ໌ທີ່ສະງົບ ລະງັບມີຢູ່, ເຂົາຫາກໄດ້ຖືກ ຕ້ອງວິໂມກຂ໌ເຫຼົ່ານັ້ນດ້ວຍນາມກາຍແລ້ວແລຢູ່ ກໍບໍ່ ແຕ່ວ່າ ອາສະວະທັງຫຼາຍບາງເຫຼົ່າຂອງເຂົານັ້ນ ດັບສິ້ນໄປຮອບແລ້ວ ເພາະເຫັນແຈ້ງດ້ວຍປັນຍາ. ອັນໜຶ່ງ ທັມທັງຫຼາຍທີ່ຕະຖາຄົຕປະກາດແລ້ວ ກໍເປັນທັມ ອັນເຂົານັ້ນເຫັນລົງແລ້ວ ປະພຶດລົງແລ້ວດ້ວຍປັນຍາ. ພິກຂຸ ທ. ! ນີ້ ເຮົາກ່າວວ່າ ບຸຄຄົລຜູ້ເປັນ ທິຕຖິບປັຕ. ພິກຂຸ ທ. ! ສໍາລັບພິກຂຸ ແມ່ນວ່ານີ້ ເຮົາກໍກ່າວວ່າ ຍັງມີອັນໃດໆ ທີ່ເຂົາຕ້ອງເຮັດດ້ວຍຄວາມບໍ່ປະມາດ. ຂໍ້ນັ້ນເພາະເຫຕໃດ ? ເພາະເຫຕວ່າ ຖ້າຈັ່ງໃດທ່ານຜູ້ມີອາຍຸນີ້ ຈະເສບຢູ່ຊຶ່ງເສນາສະນະອັນສົມຄວນ ຈະຄົບຢູ່ຊຶ່ງກັນລະຍານະມິຕ ຈະບົ່ມຢູ່ຊຶ່ງອິນຊີທັງຫຼາຍ ກໍຈະເຮັດໃຫ້ແຈ້ງ ຊຶ່ງທີ່ສຸດແຫ່ງພຣົມມະຈັນຣຍ໌ ອັນບໍ່ມີອັນໃດຍິ່ງກວ່າ ຊຶ່ງເປັນປະໂຍຊນ໌ທີ່ຕ້ອງການຂອງກຸລະບຸຕ ຜູ້ອອກບວດຈາກເຮືອນ ບໍ່ກ່ຽວຂ້ອງດ້ວຍເຮືອນໂດຍຊອບ ໄດ້ດ້ວຍປັນຍາອັນຍິ່ງເອງໃນທິຕຖະທັມ ເຂົ້າເຖິງແລ້ວແລຢູ່. ພິກຂຸ ທ. ! ເຮົາຫຼິງເຫັນຜົລ ແຫ່ງຄວາມບໍ່ປະມາດຂໍ້ນີ້ ສໍາລັບພິກຂຸນີ້ຢູ່ ຈຶ່ງກ່າວວ່າ ຍັງມີອັນໃດໆ ທີ່ເຂົານັ້ນຕ້ອງເຮັດດ້ວຍຄວາມບໍ່ປະມາດ ດັ່ງນີ້.

5. ຜູ້ສັດທາວິມຸຕຕິ

ພິກຂຸ ທ. ! ບຸຄຄົລຜູ້ເປັນ ສັດທາວິມຸຕຕິ (ຜູ້ຫຼຸດພົ້ນດ້ວຍສັດທາ) ເປັນແນວໃດໜໍ ?

ພິກຂຸ ທ. ! ໃນກໍລະນີນີ້ ບຸຄຄົລບາງຄົນ, ວິໂມກຂ໌ເຫຼົ່າໃດ ອັນບໍ່ກ່ຽວກັບຮູບ ເພາະກ້າວຂ້າມຮູບເສຍໄດ້ ອັນເປັນວິໂມກຂ໌ທີ່ສະງົບ ລະງັບມີຢູ່, ເຂົາຫາກໄດ້ຖືກຕ້ອງວິໂມກຂ໌ເຫຼົ່ານັ້ນ ດ້ວຍນາມກາຍແລ້ວແລຢູ່ ກໍບໍ່ ແຕ່ວ່າ ອາສະວະທັງຫຼາຍບາງເຫຼົ່າຂອງເຂົານັ້ນ ດັບສິ້ນໄປຮອບແລ້ວ ເພາະເຫັນແຈ້ງດ້ວຍປັນຍາ. ອັນໜຶ່ງ ສັດທາ ຂອງເຂົານັ້ນ ເປັນສັດທາທີ່ ປົງລົງແລ້ວໝົດສິ້ນ ມີມູນຮາກເກີດແລ້ວ ຕັ້ງຢູ່ແລ້ວຢ່າງໝັ້ນຄົງ ໃນ ຕະຖາຄົຕ. ພິກຂຸ ທ. ! ນີ້ເຮົາເອີ້ນວ່າ ບຸຄຄົລຜູ້ເປັນ ສັດທາວິມຸດ. ພິກຂຸ ທ. ! ສໍາລັບພິກຂຸ ແມ່ນວ່ານີ້ ເຮົາກໍກ່າວວ່າ ຍັງມີອັນໃດໆ ທີ່ເຂົາຕ້ອງເຮັດດ້ວຍຄວາມບໍ່ປະມາດ. ຂໍ້ນັ້ນເພາະເຫຕໃດ ? ເພາະເຫຕວ່າ ຖ້າຈັ່ງໃດ ທ່ານຜູ້ມີອາຍຸນີ້ ຈະເສບຢູ່ຊຶ່ງເສນາສະນະອັນສົມຄວນ ຈະຄົບຢູ່ຊຶ່ງກັນລະຍານະມິຕ ຈະບົ່ມຢູ່ຊຶ່ງອິນຊີທັງຫຼາຍ ກໍຈະເຮັດໃຫ້ແຈ້ງ ຊຶ່ງທີ່ສຸດແຫ່ງພຣົມມະຈັນຣຍ໌ ອັນບໍ່ມີອັນໃດຍິ່ງກວ່າ ຊຶ່ງເປັນປະໂຍຊນ໌ທີ່ຕ້ອງການຂອງກຸລະບຸຕ ຜູ້ອອກບວດຈາກເຮືອນບໍ່ກ່ຽວຂ້ອງດ້ວຍເຮືອນໂດຍຊອບ ໄດ້ດ້ວຍປັນຍາອັນຍິ່ງເອງໃນທິຕຖະທັມ ເຂົ້າເຖິງແລ້ວແລຢູ່. ພິກຂຸ ທ. ! ເຮົາຫຼິງເຫັນຜົລ ແຫ່ງຄວາມບໍ່ປະມາດຂໍ້ນີ້ ສໍາລັບພິກຂຸນີ້ຢູ່ ຈຶ່ງກ່າວວ່າ ຍັງມີອັນໃດໆ ທີ່ເຂົານັ້ນຕ້ອງເຮັດດ້ວຍຄວາມບໍ່ປະມາດ ດັ່ງນີ້.

6. ຜູ້ທັມມານຸສາຣີ
(ເລື່ອງຄວນເບິ່ງປະກອບໃນເຫຼັ້ມນີ້ໜ້າ ໕໙໒)

ພິກຂຸ ທ. ! ບຸຄຄົລຜູ້ເປັນ ທັມມານຸສາຣີ (ຜູ້ແລ່ນໄປຕາມທັມ) ເປັນແນວໃດໜໍ ?

ພິກຂຸ ທ. ! ໃນກໍລະນີນີ້ ບຸຄຄົລບາງຄົນ, ວິໂມກຂ໌ເຫຼົ່າໃດ ອັນບໍ່ກ່ຽວກັບຮູບ ເພາະກ້າວຂ້າມຮູບເສຍໄດ້ ອັນເປັນວິໂມກຂ໌ ທີ່ສະງົບ ລະງັບມີຢູ່, ເຂົາຫາກໄດ້ຖືກຕ້ອງວິໂມກຂ໌ເຫຼົ່ານັ້ນ ດ້ວຍນາມກາຍແລ້ວແລຢູ່ ກໍບໍ່ ແຕ່ວ່າ ອາສະວະທັງຫຼາຍ ບາງເຫຼົ່າ ຂອງເຂົານັ້ນ ດັບສິ້ນໄປຮອບແລ້ວ ເພາະເຫັນແຈ້ງດ້ວຍປັນຍາ. ອັນໜຶ່ງ ທັມທັງຫຼາຍ ທີ່ຕະຖາຄົຕປະກາດແລ້ວ ຍ່ອມ ທົນຕໍ່ການເພັ່ງໂດຍປະມານແຫ່ງປັນຍາຂອງເຂົາ ແລະ ທັມທັງຫຼາຍເຫຼົ່ານີ້ ກໍມີແກ່ເຂົາ ຄື ສັທທິນຊີ ວິຣິຢິນຊີ ສະຕິນຊີ ສະມາທິນຊີ ປັນຍິນຊີ. ພິກຂຸ ທ. ! ນີ້ເຮົາກ່າວວ່າ ບຸຄຄົລຜູ້ເປັນ ທັມມານຸສາຣີ. ພິກຂຸ ທ. ! ສໍາລັບພິກຂຸ ແມ່ນວ່ານີ້ ເຮົາກໍກ່າວວ່າ ຍັງມີອັນໃດໆທີ່ເຂົາຕ້ອງເຮັດດ້ວຍຄວາມບໍ່ປະມາດ.

ຂໍ້ນັ້ນເພາະເຫຕໃດ ? ເພາະເຫຕວ່າ ຖ້າຈັ່ງໃດທ່ານຜູ້ມີອາຍຸນີ້ ຈະເສບຢູ່ຊຶ່ງເສນາສະນະອັນສົມຄວນ ຈະຄົບຢູ່ຊຶ່ງກັນລະຍານະມິຕ ຈະບົ່ມຢູ່ຊຶ່ງອິນຊີທັງຫຼາຍ ກໍຈະເຮັດໃຫ້ແຈ້ງ ຊຶ່ງທີ່ສຸດແຫ່ງພຣົມມະຈັນຣຍ໌ ອັນບໍ່ມີອັນໃດຍິ່ງກວ່າ ຊຶ່ງເປັນປະໂຍຊນ໌ທີ່ຕ້ອງການຂອງກຸລະບຸຕ ຜູ້ອອກບວດຈາກເຮືອນ ບໍ່ກ່ຽວຂ້ອງດ້ວຍເຮືອນ ໂດຍຊອບ ໄດ້ດ້ວຍປັນຍາອັນຍິ່ງເອງ ໃນທິຕຖະທັມເຂົ້າເຖິງແລ້ວແລຢູ່. ພິກຂຸ ທ. ! ເຮົາຫຼິງເຫັນຜົລ ແຫ່ງຄວາມບໍ່ປະມາດ ຂໍ້ນີ້ສໍາລັບພິກຂຸນີ້ຢູ່ ຈຶ່ງກ່າວວ່າຍັງມີອັນໃດໆ ທີ່ເຂົານັ້ນ ຕ້ອງເຮັດດ້ວຍຄວາມບໍ່ປະມາດ ດັ່ງນີ້.

7. ຜູ້ສັດທານຸສາຣີ
(ເລື່ອງຄວນເບິ່ງປະກອບໃນເຫຼັ້ມນີ້ໜ້າ ໕໙໒)

ພິກຂຸ ທ. ! ບຸຄຄົລຜູ້ເປັນສັດທານຸສາຣີ (ຜູ້ແລ່ນໄປຕາມສັດທາ) ເປັນແນວໃດໜໍ ?

ພິກຂຸ ທ. ! ໃນກໍຣະນີນີ້ ບຸຄຄົລບາງຄົນ, ວິໂມກຂ໌ເຫຼົ່າໃດ ອັນບໍ່ກ່ຽວກັບຮູບ ເພາະກ້າວຂ້າມຮູບເສຍໄດ້ ອັນເປັນວິໂມກຂ໌ທີ່ສະງົບ ລະງັບມີຢູ່, ເຂົາຫາກໄດ້ຖືກ ຕ້ອງວິໂມກຂ໌ເຫຼົ່ານັ້ນ ດ້ວຍນາມກາຍແລ້ວແລຢູ່ ກໍບໍ່ ແຕ່ວ່າ ອາສະວະທັງຫຼາຍ ບາງເຫຼົ່າ ຂອງເຂົານັ້ນ ດັບສິ້ນໄປຮອບແລ້ວ ເພາະເຫັນແຈ້ງດ້ວຍປັນຍາ. ອັນໜຶ່ງສັດທາຕາມປະມານ (ທີ່ຄວນຈະມີ) ຄວາມຮັກຕາມປະມານ (ທີ່ຄວນຈະມີ) ໃນຕະຖາຄົຕຂອງເຂົາກໍມີ ແລະ ທັມເຫຼົ່ານີ້ກໍມີແກ່ເຂົາ ຄື ສັທທິນຊີ ວິຣິຢິນຊີ ສະຕິນຊີ ສະມາທິນຊີ ປັນຍິນຊີ. ພິກຂຸ ທ. ! ນີ້ເຮົາກ່າວວ່າ ບຸຄຄົລຜູ້ເປັນ ສັດທານຸສາຣີ. ພິກຂຸ ທ. ! ສໍາລັບພິກຂຸ ແມ່ນວ່ານີ້ ເຮົາກໍກ່າວວ່າ ຍັງມີອັນໃດໆທີ່ເຂົາຕ້ອງເຮັດດ້ວຍຄວາມບໍ່ປະມາດ. ຂໍ້ນັ້ນເພາະເຫຕໃດ ? ເພາະເຫຕວ່າຖ້າຈັ່ງໃດ ທ່ານຜູ້ມີອາຍຸນີ້ ຈະເສບຢູ່ຊຶ່ງເສນາສະນະອັນສົມຄວນ ຈະຄົບຢູ່ຊຶ່ງກັນລະຍານະມິຕ ຈະບົ່ມຢູ່ຊຶ່ງອິນຊີທັງຫຼາຍ ກໍຈະເຮັດໃຫ້ແຈ້ງທີ່ສຸດແຫ່ງພຣົມມະຈັນຣຍ໌ ອັນບໍ່ມີອັນໃດຍິ່ງກວ່າ ຊຶ່ງເປັນປະໂຍຊນ໌ທີ່ຕ້ອງການຂອງກຸລະບຸຕ ຜູ້ອອກບວດຈາກເຮືອນບໍ່ກ່ຽວຂ້ອງດ້ວຍເຮືອນໂດຍຊອບ ໄດ້ດ້ວຍປັນຍາອັນຍິ່ງເອງ ໃນທິຕຖະທັມເຂົ້າເຖິງແລ້ວແລຢູ່. ພິກຂຸ ທ. ! ເຮົາຫຼິງເຫັນຜົລ ແຫ່ງຄວາມບໍ່ປະມາດຂໍ້ນີ້ ສໍາລັບພິກຂຸນີ້ຢູ່ ຈຶ່ງກ່າວວ່າ ຍັງມີອັນໃດໆ ທີ່ເຂົານັ້ນຕ້ອງເຮັດດ້ວຍຄວາມບໍ່ປະມາດ ດັ່ງນີ້.
- ມ. ມ. ໑໓/໒໒໙-໒໓໒/໒໓໐-໒໓໗.

ຜູ້ອະນິມິຕຕະວິຫາຣີ

ໂມກຄັນລານະ ! ກໍຕິດສະພຣົມ ບໍ່ໄດ້ສະແດງບຸຄຄົລທີເຈັດອັນເປັນ ອະນິມິຕຕະ ວິຫາຣີ (ຜູ້ຢູ່ດ້ວຍວິຫາຣະທັມອັນບໍ່ມີນິມິຕ) ແກ່ເຈົ້າດອກຫຼື ?

“ຂ້າແຕ່ພຣະຜູ້ມີພຣະພາຄ ! ບັດນີ້ເປັນກາລະສົມຄວນ ທີ່ພຣະຜູ້ມີພຣະພາຄ ຈະຊົງສະແດງ ຊຶ່ງບຸຄຄົລທີ່ເຈັດ ຜູ້ເປັນອະນິມິຕຕະວິຫາຣີ, ພິກຂຸທັງຫຼາຍ ໄດ້ຟັງຈາກພຣະຜູ້ມີພຣະພາຄແລ້ວ ຈະຊົງຈໍາໄວ້”.

ໂມກຄັນລານະ ! ພິກຂຸໃນກໍລະນີນີ້ ເຂົ້າເຖິງຊຶ່ງເຈໂຕສະມາທິ ອັນບໍ່ມີນິມິຕ ເພາະບໍ່ຕັ້ງໄວ້ໃນໃຈ ຊຶ່ງນິມິຕທັງປວງແລ້ວແລຢູ່. ເທວະດາເຫຼົ່ານັ້ນ ຍ່ອມຮູ້ຈັກພິກຂຸນັ້ນເຊັ່ນນີ້ວ່າ “ທ່ານຜູ້ມີອາຍຸນີ້ ເຂົ້າເຖິງເຈໂຕສະມາທິອັນບໍ່ມີນິມິຕ ເພາະບໍ່ຕັ້ງໄວ້ໃນໃຈ ຊຶ່ງນິມິຕທັງຫຼາຍແລ້ວແລຢູ່ ; ເປັນທີ່ເຊື່ອໄດ້ວ່າທ່ານຜູ້ມີອາຍຸນີ້ ເມື່ອເສບເສນາສະນະທີ່ສົມຄວນ ຄົບກັນລະຍານະມິຕ ບົ່ມອິນຊີທັງຫຼາຍຢູ່ ກໍຈະເຮັດໃຫ້ແຈ້ງຊຶ່ງປະຣິໂຍສານ ແຫ່ງພຣົມມະຈັນຣຍ໌ນັ້ນ ອັນບໍ່ມີທັມອື່ນຍິ່ງກວ່າ ອັນເປັນປະໂຍຊນ໌ທີ່ປະສົງຄ໌ຂອງກຸລະບຸຕ ຜູ້ອອກບວດຈາກເຮືອນ ເປັນຜູ້ບໍ່ມີເຮືອນໂດຍຊອບຢູ່, ໄດ້ດ້ວຍປັນຍາອັນຍິ່ງເອງ ໃນທິຕຖະທັມນີ້ ເຂົ້າເຖິງແລ້ວຢູ່” ດັ່ງນີ້.
- ສັຕຕະກະ. ອັງ. ໒໓/໗໙/໕໓.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ