ພຣະໂສດາບັນຮູ້ຈັກປັນຈຸປາທານຂັນ

ໂສດາບັນ

0:00/0:00
ພິກຂຸທັງຫຼາຍ ! ເມື່ອໃດແລ ສາວົກຂອງພຣະອະຣິຍະເຈົ້າໃນທັມວິນັຍນີ້

ມາຮູ້ຈັກຄວາມກໍ່ຂຶ້ນແຫ່ງອຸປາທານຂັນທ໌ຫ້າ,
ຮູ້ຈັກຄວາມຕັ້ງຢູ່ບໍ່ໄດ້ຂອງອຸປາທານຂັນທ໌ຫ້າ,
ຮູ້ຈັກຣົສຍົວະຍວນຂອງອຸປາທານຂັນທ໌ຫ້າ,
ຮູ້ຈັກໂທດອັນໂຫດຮ້າຍຂອງອຸປາທານຂັນທ໌ຫ້າ,
ຮູ້ຈັກອຸບາຍທີ່ໄປໃຫ້ພົ້ນອຸປາທານຂັນທ໌ຫ້ານີ້ເສຍຕາມທີ່ຖືກທີ່ຈິງ;

ພິກຂຸທັງຫຼາຍ ! ເມື່ອນັ້ນແຫຼະ ສາວົກຂອງພຣະອະຣິຍະເຈົ້າຜູ້ນັ້ນ ເຮົາເອີ້ນວ່າ ເປັນພຣະໂສດາບັນ ຜູ້ມີອັນບໍ່ຕົກຕ່ຳ ເປັນທຳມະດາ ທ່ຽງແທ້ຕໍ່ພຣະນິບພານ ຈັກຕຣັສຮູ້ທັມໄດ້ໃນກາລເບື້ອງໜ້າ.

ບາລີ ຂັນທ. ສັງ. ໑໗/໑໙໖/໒໙໖.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ