ນິບພານເປັນສຸກຢ່າງຍິ່ງ
ທໍາໃນທີສຸດ
ໄຟ ສະເໝີດ້ວຍຣາຄະບໍ່ມີ, ໂທດ ສະເໝີດ້ວຍໂທສະບໍ່ມີ, ທຸກຂ໌ທັງຫຼາຍສະເໝີດ້ວຍຂັນທ໌ບໍ່ມີ, ສຸຂອື່ນ ນອກຈາກຄວາມສະຫງົບ (ນິພພານ) ກໍບໍ່ມີ.
ຄວາມຫິວ ເປັນເຄື່ອງສຽບແທງຢ່າງຍິ່ງ, ສັງຂາຣທັງຫຼາຍ ເປັນທຸກຂ໌ຢ່າງຍິ່ງ; ເມື່ອຮູ້ຄວາມຂໍ້ນັ້ນຕາມທີ່ເປັນຈິງແລ້ວ ດັບເສຍໄດ້ ເປັນສຸຂຢ່າງຍິ່ງ.
ຄວາມບໍ່ມີໂຣຄາ ເປັນລາບຢ່າງຍິ່ງ, ຄວາມສັນໂດດ ເປັນຊັບຢ່າງຍິ່ງ, ຄວາມຄຸ້ນເຄີຍກັນ ເປັນຍາດຢ່າງຍິ່ງ, ນິພພານ ເປັນສຸຂຢ່າງຍິ່ງ.
- ທ. ຂຸ. ໒໕/໔໒/໒໕.
ນິພພານເຫັນໄດ້ຍາກຍິ່ງ
ຂຶ້ນຊື່ວ່າ ນິພພານ ອັນບຸຄຄົລເຫັນໄດ້ຍາກ, ບໍ່ມີຕັນຫາເຄື່ອງນ້ອມໄປ.ເພາະວ່າ ນິພພານ ນັ້ນເປັນທັມມະຊາດຈິງແທ້, ອັນບຸຄຄົລ ເຫັນບໍ່ໄດ້ງ່າຍເລີຍ.ຕັນຫາ ອັນເຮົາແທງຕະຫຼອດແລ້ວ ເພາະເຮົາຮູ້ຢູ່ ເຫັນຢູ່ ຈຶ່ງບໍ່ມີກິເລສເຄື່ອງກັງວົນ, ດັ່ງນີ້ ແລ.
- ອຸ. ຂຸ. ໒໕/໒໐໗/໑໕໙.
ພໍນິພພານທັມປາກົດກໍໝົດສົງໄສ
ເມື່ອໃດແລ ທັມທັງຫຼາຍ ຍ່ອມປາກົດ ແກ່ຜູ້ປະຕິບັຕ ເພື່ອໝົດບາບ ຜູ້ພຽນເພັ່ງເຜົາກິເລສຢູ່, ເມື່ອນັ້ນຄວາມສົງໄສທັງປວງ ຂອງຜູ້ປະຕິບັຕເພື່ອໝົດບາບນັ້ນ ຍ່ອມດັບສິ້ນໄປ ໂດຍທີ່ຮູ້ແຈ່ມແຈ້ງແລ້ວຊຶ່ງທັມພ້ອມທັງເຫຕແລ.
- ອຸ. ຂຸ. ໒໕/໗໔/໓໘.
ເມື່ອໃດແລ ທັມທັງຫຼາຍຍ່ອມປາກົດ ແກ່ຜູ້ປະຕິບັຕ ເພື່ອໝົດບາບ ຜູ້ພຽນເພັ່ງເຜົາກິເລສຢູ່, ເມື່ອນັ້ນຄວາມສົງໄສທັງປວງຂອງຜູ້ປະຕິບັຕ ເພື່ອໝົດບາບນັ້ນ ຍ່ອມດັບສິ້ນໄປ ໂດຍທີ່ຮູ້ແຈ່ມແຈ້ງແລ້ວ ຊຶ່ງຄວາມໝົດໄປແຫ່ງປັຈຈັຍທັງຫຼາຍແລ.
- ອຸ. ຂຸ. ໒໕/໗໔/໓໙.
ເມື່ອໃດແລ ທັມທັງຫຼາຍ ຍ່ອມປາກົດແກ່ຜູ້ປະຕິບັຕ ເພື່ອໝົດບາບ ຜູ້ພຽນເພັ່ງເຜົາກິເລສຢູ່, ເມື່ອນັ້ນຜູ້ປະຕິບັຕເພື່ອໝົດບາບ ຍ່ອມກໍາຈັດມາຣ ແລະເສນາມາຣເສຍໄດ້ ຕັ້ງຢູ່ດຸດດັ່ງດວງອາທິຕອຸທັຍ ກໍາຈັດຄວາມມືດ ສ່ອງເຍືອງອາກາດ ໃຫ້ສະຫວ່າງສະນັ້ນ ແລ.
- ອຸ. ຂຸ. ໒໕/໗໖/໔໐.